Latest

ເປົ້າໝາຍການພັດທະນາແບບຍືນຍົງໃນ ສປປ ລາວ

ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແມ່ນແຜນປະຕິບັດງານຂອງໂລກ ເພື່ອລຶບລ້າງຄວາມທຸກຍາກ, ປົກປັກຮັກສາສິ່ງແວດລ້ອມ ແລະ ພູມອາກາດຂອງໂລກ ແລະ ຮັບປະກັນວ່າ ປະຊາຊົນທຸກຄົນ ຢູ່ທຸກສະຖານທີ່ ມີຄວາມສະຫງົບສຸກ ແລະ ຄວາມຮັ່ງມີ. ໃນປີ 2016 ລັດຖະບານແຫ່ງ ສປປ ລາວ ໄດ້ລິເລີ່ມຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 ກ່ຽວກັບ ‘ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ’ ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ບັນ ຄີ-ມູນ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ. ເນື່ອງວ່າ ບັນຫາລະເບີດບໍ່ທັນແຕກ ເປັນບັນຫາໜຶ່ງ ທີ່ພົວພັນກັບວຽກງານພັດທະນາແຫ່ງຊາດໃນຫຼາຍຂະແໜງການ, ເພາະສະນັ້ນໝາກຜົນຂອງເປົ້າໝາຍທີ 18 ຂອງ ສປປ ລາວ ຈະໄດ້ປະກອບສ່ວນຕໍ່ກັບຜົນໄດ້ຮັບຂອງ ປພຍ ອື່ນໆ. ໃນແຜນທີ່ປະຈຸບັນ, ບາງກິດຈະກຳໃນນະຄອນຫຼວງວຽງຈັນແມ່ນກິດຈະ ກຳທີ່ດຳເນີນໃນທົ່ວປະເທດ.