ໜ່ວຍງານຂອງ ສປຊ ໃນ ສປປ ລາວ

FAO
ອົງການອາຫານ ແລະ ການກະເສດ ແຫ່ງ ສປຊ ແມ່ນອົງການພິເສດຂອງ ສປຊ ທີ່ນຳພາຄວາມພະຍາຍາມຂອງສາກົນເພື່ອເອົາຊະນະຄວາມອຶດຫິວ. ເປົ້າໝາຍຂອງພວກເຮົາແມ່ນເພື່ອບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ສຳລັບທຸກຄົນ ແລະ ຮັບປະກັນວ່າປະຊາຊົນສາມາດເຂົ້າເຖິງອາຫານທີ່ມີຄຸນນະພາບສູງຢ່າງພຽງພໍເພື່ອນຳໃຊ້ຊີວິດທີ່ມີການເຄື່ອນໄຫວ ແລະ ມີສຸຂະພາບແຂງແຮງ.
IFAD
ກອງທຶນສາກົນ ເພື່ອການພັດທະນາກະສິກຳ ໄດ້ລົງທຶນໃສ່ປະຊາຊົນໃນເຂດຊົນນະບົດເປັນເວລາ 40 ປີ, ສ້າງຄວາມເຂັ້ມແຂງໃຫ້ພວກເຂົາຫຼຸດຜ່ອນຄວາມທຸກຍາກ, ເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ, ປັບປຸງໂພຊະນາການ ແລະ ສ້າງຄວາມເຂັ້ມແຂງຍືດຫຍຸ່ນ.
ILO
ອົງການແຮງງານສາກົນ ໃຫ້ຄຳໝັ້ນສັນຍາວ່າຈະສົ່ງເສີມຄວາມຍຸຕິທຳໃນສັງຄົມ ແລະ ສິດທິມະນຸດ ແລະ ແຮງງານຕາມຫຼັກການສາກົນ ໂດຍປະຕິບັດພາລະກິດພື້ນຖານຂອງອົງກອນທີ່ກ່າວວ່າ ຄວາມຍຸດຕິທຳ ໃນສັງຄົມແມ່ນສິ່ງທີ່ຂາດບໍ່ໄດ້ສຳລັບສັນຕິພາບທີ່ຍືນຍົງໃນທົ່ວໂລກ.
IMF
ອົງການ IMF ແມ່ນອົງການໜຶ່ງຂອງ 189 ປະເທດ, ເຮັດວຽກເພື່ອສົ່ງເສີມການຮ່ວມມືດ້ານການເງິນທົ່ວໂລກ, ຮັບປະກັນສະຖຽນລະພາບທາງການເງິນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າສາກົນ, ສົ່ງເສີມການຈ້າງງານຫຼາຍຂຶ້ນ ແລະ ການເຕີບໂຕຂອງເສດຖະກິດແບບຍືນຍົງ, ແລະ ຫຼຸດຜ່ອນຄວາມທຸກຍາກໃນທົ່ວໂລກ.
IOM
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ສ້າງຕັ້ງຂຶ້ນໃນປີ 1951, ເປັນອົງການ ເຮັດວຽກໃນຂົງເຂດ ການເຄື່ອນຍ້າຍຖິ່ນຖານ ແລະ ເຮັດວຽກຢ່າງໃກ້ຊິດຮ່ວມກັບຄູ່ຮ່ວມງານພາກລັດຖະບານ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມຕ່າງໆ.
ITC
ພາລະກິດຂອງສູນການຄ້າສາກົນແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດແບບມີສ່ວນຮ່ວມ ແລະ ຍືນຍົງ. ຍັງຊ່ວຍສະໜັບສະໜູນ ການບັນລຸເປົ້າໝາຍທົ່ວໂລກຂອງສະຫະປະຊາຊາດເພື່ອການພັດທະນາແບບຍືນຍົງ. ສູນການຄ້າສາກົນໄດ້ດໍາເນີນຕໍ່ການສ້າງ "ຜົນກະທົບທາງບວກຂອງການຄ້າ".
UN DESA
ພາລະກິດຂອງພະແນກເສດຖະກິດ ແລະ ສັງຄົມອົງການສະຫະປະຊາຊາດ ແມ່ນສົ່ງເສີມການພັດທະນາເສດຖະກິດ ໂດຍຜ່ານການມີສ່ວນຮ່ວມຂອງທຸກພາກສ່ວນ ລວມທັງລັດຖະບານ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ, ສັງຄົມພົນລະເຮືອນ ແລະ ພາກເອກະຊົນ ໃນການເສີມຂະຫຍາຍສະຫວັດດີການດ້ານເສດຖະກິດ ແລະ ສັງຄົມ ແລະ ບໍ່ປ່ອຍຜູ້ໃດໄວ້ເບື້ອງຫຼັງ.
UNEP
ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ ແມ່ນອົງການສິ່ງແວດລ້ອມຊັ້ນນຳຂອງໂລກ ມີຄວາມຮັບຜິດຊອບໃນການກຳນົດວາລະຂອງໂລກກ່ຽວກັບສິ່ງແວດລ້ອມ ສົ່ງເສີມວຽກງານຂອງລະບົບສະຫະປະຊາຊາດໃຫ້ສອດຄ່ອງກັບມິຕິຂອງສິ່ງແວດລ້ອມໃນການພັດທະນາແບບຍືນຍົງ ແລະ ຍັງເປັນຜູ້ສະໜັບ ສະໜູນຕົວຈິງໃນການປົກປ້ອງສະພາບແວດລ້ອມໂລກ.
UN-Habitat
ອົງການສະຫະປະຊາຊາດ ດ້ານເຄຫາສະຖານ ມັນແມ່ນໂຄງການຂອງອົງການສະຫະປະຊາຊາດທີ່ເຮັດວຽກເພື່ອສ້າງອະນາຄົດທີ່ດີຂື້ນສຳຫລັບຊຸມຊົນໃນຕົວເມືອງ. ພາລະກິດແມ່ນການພັດທະນາການຕັ້ງຖິ່ນຖານຂອງມະນຸດແບບຍືນຍົງ, ທັງດ້ານສັງຄົມແລະ ສິ່ງແວດລ້ອມ ແລະໃຫ້ທີ່ພັກອາໄສທີ່ພຽງພໍສຳຫລັບທຸກຄົນ.
UNAIDS
ໂຄງການຕ້ານເຮສໄອວີ ແລະ ເອດສ ແຫ່ງສະຫະປະຊາຊາດ ເປັນໂຄງການຮ່ວມຂອງອົງການສະຫະປະຊາຊາດກ່ຽວກັບ HIV / AIDS ແມ່ນຄູ່ຮ່ວມມືທີ່ມີຫົວຄິດປະດິດສ້າງເພື່ອນຳພາ ແລະ ສ້າງແຮງບັນດານໃຈໃຫ້ປະເທດຕ່າງໆໃນການປ້ອງກັນ, ປິ່ນປົວ, ເບິ່ງແຍງ ແລະ ຊ່ວຍເຫຼືອຈາກໂລກເອດ.
UNCDF
ກອງທຶນພັດທະນາທຶນ ແຫ່ງສະຫະປະຊາຊາດ ໄດ້ຄວບຄຸມການປະຕິບັດການເງິນພາກລັດ ແລະ ເອກະຊົນໃຫ້ແກ່ປະຊາຊົນທີ່ມີລາຍໄດ້ຕ່ຳ ໃນ 47 ປະເທດທີ່ດ້ອຍພັດທະນາທີ່ສຸດໃນໂລກ (LDCs).
UNCITRAL
ຄະນະກຳມະການສະຫະປະຊາຊາດກ່ຽວກັບກົດໝາຍການຄ້າສາກົນ ແມ່ນອົງການກົດໝາຍຫຼັກຂອງລະບົບສະຫະປະຊາຊາດ ໃນກົດໝາຍການຄ້າສາກົນ. ເປັນອົງການນິຕິກຳທີ່ມີສະມາຊິກສາກົນໃນການປະຕິຮູບກົດໝາຍການຄ້າທົ່ວໂລກ, ໜ້າທີ່ຂອງ UNCITRAL ແມ່ນການຫັນລະບຽບການທຸລະກິດສາກົນໃຫ້ທັນສະໄໝ ແລະ ປະສົມກົມກຽວກັນ.
UNCTAD
ອົງການສະຫະປະຊາຊາດ ດ້ານການຄ້າ ແລະ ການພັດທະນາ ແມ່ນອົງການສະຫະປະຊາຊາດທີ່ຮັບຜິດຊອບບັນຫາການພັດທະນາເສດຖະກິດ ແລະ ແບບຍືນຍົງ. ໃນນັ້ນສຸມໃສ່ການຄ້າ, ການເງິນ, ການລົງທືນ ແລະ ເຕັກໂນໂລຢີ ແລະ ຊ່ວຍໃຫ້ປະເທດທີ່ກຳລັງພັດທະນາມີສ່ວນຮ່ວມໃນເວທີເສດຖະກິດໂລກ.
UNDP
ອົງການສະຫະປະຊາຊາດ ເພື່ອການພັດທະນາ ດຳເນີນງານຢູ່ໃນຫຼາຍກວ່າ 170 ປະເທດ ແລະ ເຂດແຄວ້ນ. ພ້ອມດຽວກັນນີ້, ເພື່ອລົບລ້າງຄວາມທຸກຍາກ ແລະ ປົກປ້ອງໂລກ, ພວກເຮົາຊ່ວຍເຫຼືອປະເທດຕ່າງໆໃນການພັດທະນານະໂຍບາຍ, ທັກສະການຮ່ວມມື ແລະ ສະຖາບັນ. ເພື່ອບັນລຸຄວາມກ້າວໜ້າແບບຍືນຍົງ.
UNESCO
ພາລະກິດຂອງ ອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແມ່ນເພື່ອຊ່ວຍສ້າງສັນຕິພາບ, ລົບລ້າງຄວາມທຸກຍາກ, ສົ່ງເສີມການພັດທະນາແບບຍືນຍົງ ແລະ ການສົນທະນາໂດຍຜ່ານການສຶກສາ, ວິທະຍາສາດ, ວັດທະນະທຳ, ການສື່ສານ ແລະຂໍ້ມູນ.
UNFPA
ອົງການ UNFPA ແມ່ນອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ທີ່ສົ່ງເສີມສິດທິທາງດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂດຍສະເພາະ ສຸຂະພາບຂອງແມ່. ພາລະກິດຂອງພວກເຮົາແມ່ນເພື່ອເຮັດໃຫ້ໂລກເປັນບ່ອນທີ່ທຸກໆການຖືພາມາຈາກຄວາມຕ້ອງການ, ທຸກການເກີດແມ່ນປອດໄພ ແລະ ໄວໜຸ່ມທຸກຄົນສາມາດບັນລຸທ່າແຮງຂອງຕົນ.
UNHCR
ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພ ແຫ່ງສະຫະປະຊາຊາດ ແມ່ນອົງການຈັດຕັ້ງທົ່ວໂລກທີ່ອຸທິດຕົນເພື່ອຊ່ວຍຊີວິດ, ປົກປ້ອງສິດ ແລະ ສ້າງອະນາຄົດທີ່ດີກວ່າສຳຫລັບຊາວຜູ້ອົບພະຍົບ, ຊຸມຊົນທີ່ຖືກຍົກຍ້າຍ ແລະ ຄົນບໍ່ມີລັດ.
UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ ເຮັດວຽກຢູ່ 190 ປະເທດ ແລະ ເຂດແຄວ້ນເພື່ອຊ່ວຍຊີວິດ, ປົກປ້ອງສິດທິຂອງເດັກນ້ອຍ ແລະ ຊ່ວຍໃຫ້ພວກເຂົາປະຕິບັດຄວາມສາມາດຂອງພວກເຂົາຕັ້ງແຕ່ໄວເດັກຈົນຮອດໄວລຸ້ນ ແລະ ພວກເຮົາບໍ່ເຄີຍຍອມແພ້.
UNIDO
ອົງການສະຫະປະຊາຊາດເພື່ອການພັດທະນາອຸດສາຫະກຳ (UNIDO) ແມ່ນອົງການທີ່ມີຄວາມຊ່ຽວຊານສະເພາະດ້ານຂອງອົງການສະຫະປະຊາຊາດ ທີ່ສົ່ງເສີມການພັດທະນາຂະແໜງການອຸດສາຫະກຳເພື່ອຫລຸດຜ່ອນຄວາມທຸກຍາກ, ໂລກາພິວັດແບບທົ່ວເຖິງ ແລະ ຍືນຍົງດ້ານສິ່ງແວດລ້ອມ.
UNDRR
ພາລະກິດຂອງອົງການສະຫະປະຊາຊາດ ເພື່ອການຫຼຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແມ່ນເປັນຈຸດສຸມໃນລະບົບຂອງອົງການສະຫະປະຊາຊາດເພື່ອການປະສານງານການຫຼຸດຜ່ອນໄພພິບັດ ແລະ ຮັບປະກັນການປະສານສົມທົບລະຫວ່າງກິດຈະກຳຫຼຸດຜ່ອນໄພພິບັດຂອງລະບົບສະຫະປະຊາຊາດ ແລະ ອົງການຈັດຕັ້ງພາກພື້ນ ແລະ ກິດຈະກຳຕ່າງໆໃນຂົງເຂດເສດຖະກິດ - ສັງຄົມ ແລະ ມະນຸດສະທຳ.
UNODC
ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ແມ່ນຜູ້ ນຳທົ່ວໂລກໃນການຕ້ານຢາເສບຕິດ ແລະ ອາຊະຍາກຳສາກົນ. UNODC ດຳເນີນງານໃນທຸກຂົງເຂດຂອງໂລກໂດຍຜ່ານເຄືອຂ່າຍພື້ນທີ່ສຳນັກງານໃຫຍ່.
UNOPS
ພາລະກິດຂອງຫ້ອງການບໍລິການໂຄງການ ອົງການສະຫະປະຊາຊາດ ແມ່ນການຊ່ວຍເຫຼືອຄົນສ້າງຊີວິດທີ່ດີຂື້ນ ແລະ ປະເທດຕ່າງໆສາມາດສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ.
UNV
ໂຄງການອາສາສະໝັກ ແຫ່ງສະຫະປະຊາຊາດ ປຸກລະດົມຂົນຂວາຍອາສາສະໝັກ ເພື່ອໄປເຮັດວຽກຮັບໃຊ້ໃນອົງກອນຕ່າງໆ ຂອງອົງການສະຫະປະຊາຊາດ, ທັງໃນໂຄງການພັດທະນາ ແລະ ວຽກງານຮັກສາສັນຕິພາບ.
WFP
ອົງການອາຫານໂລກ ແມ່ນອົງການມະນຸດສະທຳຊັ້ນນຳທີ່ຊ່ວຍຊີວິດ ແລະ ປ່ຽນແປງຊີວິດຂອງຄົນເຮົາ. ໂດຍການໃຫ້ການຊ່ວຍເຫລືອດ້ານອາຫານໃນເວລາສຸກເສີນ ແລະ ເຮັດວຽກກັບຊຸມຊົນເພື່ອປັບປຸງໂພຊະນາການ ແລະ ສ້າງຄວາມຕ້ານທານ.
WHO
WHO ສະໜັບສະໜຸນການພັດທະນາວຽກງານບໍລິການສຸຂະພາບ ແລະ ລະບົບສາທາລະນະສຸກຢູ່ ສປປ ລາວ ຕັ້ງແຕ່ໄດ້ເຂົ້າເປັນສະມາຊິກ. ພາລະກິດຂອງພວກເຮົາ ແມ່ນສົ່ງເສີມໃຫ້ບັນລຸການໃຫ້ບໍລິການຮັກສາສຸຂະພາບແກ່ໝົດທຸກຄົນ ໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ໂດຍຜ່ານການປະຕິຮູບຂະແໜງການສາທາລະນະສຸກ ແລະ ບັນລຸການປົກຄຸມສຸຂະພາບທົ່ວປວງຊົນພາຍໃນປີ 2025.
ທະນາຄານໂລກ
ທະນາຄານໂລກມີສະມາຊິກ 189 ປະເທດ, ພະນັກງານທີ່ມາຈາກ 170 ກວ່າປະເທດ ແລະຫ້ອງການໃນຫຼາຍກ່ວາ 130 ພື້ນທີ່. ທະນາຄານໂລກແມ່ນສະຫະພັນສາກົນທີ່ມີເອກະລັກສະເພາະຂອງ 5 ສະຖາບັນທີ່ເຮັດວຽກເພື່ອການແກ້ໄຂແບບຍືນຍົງ, ຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຮ່ວມກັນໃນບັນດາປະເທດທີ່ກໍາລັງພັດທະນາ.