ຫ້ອງການຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ

ທີມງານອົງ​ການສະ​ຫະ​ປ​ະ​ຊາ​ຊາດ ແມ່ນນຳພາໂດຍ ຜູ້ປະສານງານອົງການ ສ​ປ​ຊ ເຊິ່ງເປັນຜູ້ຕາງໜ້າ ເລຂາທິການໃຫຍ່ ສປຊ ທີ່​ໄດ້​ຮັບ​ການແຕ່ງຕັ້ງ​ ໃຫ້ປະ​ຈຳ ສປປ ລາວ. ຜູ້ປະສານງານອົງ​ການ ສ​ປ​ຊ ໃຫ້​ການນຳພາກ່ຽວ​ກັບ​ການມີສ່ວນຮ່ວມ ແລະ ການຮ່ວມມື​ຂອງ ສປຊ ​ຕໍ່ກັບ ສປປ ລາວ ລວມ​ທັງການຊີ້ນຳ ແລະ ການປະສານງານ ດ້ານຍຸດທະສາດ ສຳລັບການດຳເນີນວຽກງານຂອງ ສປຊ ແລະ ບັນດາອົງການ​, ກອງທຶນ ແລະ ໂຄງ​ການ ໃນເຄືອຂ່າຍ ສປຊ ຢູ່ໃນລະດັບປະເທດ ເພື່ອ​ຮັບປະກັນວ່າ ສປຊ ສາມາດສະໜອງການສະໜັບສະໜຸນດ້ານ ການພັດທະນາຢ່າງມີປະສິດທິພາບ ແລະ ປະສິດທິຜົນ ໃຫ້ສອດຄ່ອງກັບວາລະການພັດທະນາແບຍືນຍົງ 2030 ແລະ ບູລິມະສິດການພັດທະນາຂອງລັດຖະບານໃນ 18 ເປົ້າໝາຍ.

ຫ້ອງການຜູ້ປະສານງານອົງ​ການ ສ​ປ​ຊ ເຮັດໜ້າທີ່ເປັນກອງເລຂາໃຫ້ແກ່ຜູ້ປະສານງານອົງການ ສປຊ ແລະ ທີມງານອົງ​ການສະ​ຫະ​ປ​ະ​ຊາ​ຊາດ ເພື່ອສະໜອງການ ສະໜັບສະໜຸນດ້ານການຄຸ້ມຄອງ, ການແນະນຳ ແລະ ການຈັດຕັ້ງ ແລະ ອຳນວຍຄວາມສະດວກ ໃນການວາງແຜນການຍຸດທະສາດຮ່ວມ ຂອງ ສປຊ. ຫ້ອງການຜູ້ປະສານງານອົງ​ການ ສ​ປ​ຊ ນໍາໃຊ້ຄວາມຊຳນິຊຳນານ ແລະ ປະສົບການ ຂອງ ບັນ​ດາ​ອົງ​ການ​ໃນ​ເຄືອ​ຂ່າຍ ສປຊ ທັງໝົດ ເຂົ້າໃນການສົ່ງເສີມການ ແລກປ່ຽນຂໍ້ມູນ, ການຮ່ວມມື ແລະ ການເປັນຄູ່ຮ່ວມ ພາຍໃນເຄືອຂ່າຍ ສປຊ  ແລະ ການສະໜັບສະໜຸນຂໍ້ລິເລີ່ມຮ່ວມຕ່າງໆ, ຕົວຢ່າງ ກ່ຽວກັບການ ຫັນເປົ້າໝາຍການພັດທະນາແບບຍືນຍົງເປັນເປົ້າໝາຍພາຍໃນ. ນອກຈາກນີ້, ຫ້ອງການປະສານງານ ອົງ​ການ ສ​ປ​ຊ ຍັງສະໜັບສະໜຸນ ແລະ ປະສານງານກ່ຽວກັບການຊ່ວຍເຫຼືອ ຂອງບັນດາ ອົງການ, ກອງທຶນ ແລະ ໂຄງ​ການ ໃນເຄືອຂ່າຍ ສປຊ ທີ່ບໍ່ປະຈຳຢູ່ ສ​ປ​ປ ລາວ ເພື່ອຊອກຫາບູລິມະສິດ ແລະ ຍຸດທະສາດການພັດທະນາແຫ່ງຊາດ. ໃນສະພາບສຸກເສີນ, ຜູ້ປະສານງານອົງ​ການ​ ສ​ປ​ຊ  ໂດຍການສະໜັບສະໜຸນ ຂອງຫ້ອງການຜູ້ປະສານງານ ອົງ​ການ ສ​ປ​ຊ ກໍປະສານງານກ່ຽວກັບ ການຊ່ວຍເຫຼືອຈາກສາກົນ.

ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ

ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ແມ່ນ ທ່ານ ນາງ ຊາຣາ ເຊັກເກເນັສ. 

ສຳລັບອົງການສະຫະປະຊາຊາດ, ປີ 2019 ແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ ເມື່ອລະບົບຜູ້ປະສານງານອົງການ ແຍກຈາກ UNDP. ເຖິງຢ່າງໃດກໍ່ຕາມ, ນີ້ບໍ່ແມ່ນເລື່ອງໃໝ່ສຳລັບອົງການສະຫະປະຊາຊາດ ໃນ ສປປ ລາວ ທີ່ຈະສະໜອງໝາກຜົນຜ່ານວິທີການປະສານງານ, ຢ່າງເປັນໜຶ່ງດຽວ. ໃນ ສປປ ລາວ, ໂຄງຮ່າງແຜນງານການຮ່ວມມືສະຫະປະຊາຊາດ (United Nations Partnership Framework) ປີ 2017-2021, ແມ່ນໄດ້ຊີ້ນໍາວຽກງານຂອງພວກເຮົາ, ພວກເຮົາຈະສືບຕໍ່ສະໜັບສະໜູນລັດຖະບານໃຫ້ບັນລຸເປົ້າໝາຍໃນປີ 2030, ທີ່ຈະ ກາຍເປັນປະເທດທີ່ມີລາຍໄດ້ປານກາງ, ເຊິ່ງປະຊາຊົນທຸກຄົນໄດ້ຮັບຜົນປະໂຫຍດເທົ່າທຽມກັນຈາກການບໍລິການທີ່ມີຄຸນນະພາບ, ລວມທັງຜູ້ທີ່ດ້ອຍໂອກາດທີ່ສຸດ. - ທ່ານ ນາງ ຊາຣາ ເຊັກເກເນັສ. 

ດ້ວຍປະສົບການ 22 ປີ ໃນການຮ່ວມມືດ້ານມະນຸດສະທຳ ແລະ ການພັດທະນາສາກົນ, ທ່ານ ນາງ ຊາຣາ ເຊັກເກເນັສ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນຜູ້ປະສານງານອົງການ ສປຊ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເລີ່ມປະຕິບັດການມອບໝາຍ ວັນທີ 1 ພຶດສະພາ, 2019. ກ່ອນໜ້ານີ້, ທ່ານ ນາງ ຊາຣາ ໄດ້ເຮັດວຽກກັບອົງການສະຫະປະຊາຊາດເປັນເວລາ 14 ປີ ທັງຢູ່ສຳນັກງານໃຫຍ່ ສປຊ ປະຈຳ ນິວຢອກ ແລະ ປະຈຳ ເຈນາວາ.

ເມື່ອບໍ່ດົນມານີ້,              ທ່ານ ນາງ ຊາຣາ ໄດ້ເຮັດວຽກນຳອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຢູ່ ເຈນາວາ ໃນຕຳແໜ່ງ ທີ່ປຶກສາດ້ານການຮ່ວມມື ແລະ ການປ້ອງກັນຂໍ້ຂັດແຍ່ງ (2015-2019) ແລະ ເປັນຫົວໜ້າທີມ ການຟື້ນຟູ ແລະ ການປ້ອງກັນຂໍ້ຂັດແຍ່ງ (2011-2014), ໄດ້ມີສ່ວນຮ່ວມໃນດ້ານສິດທິມະນຸດ, ການປ້ອງກັນຄວາມຮຸນແຮງ, ການຄວບຄຸມອາວຸດ ແລະ ວຽກກ່ຽວກັບການແກ້ໄຂບັນຫາລະເບີດມິ່ນ. ກ່ອນໜ້ານັ້ນ ທ່ານເຮັດວຽກເປັນທີ່ປຶກສາ ແລະ ຫົວໜ້າທີມຂອງ UNDP ກ່ຽວກັບການປ້ອງກັນຄວາມຮຸນແຮງດ້ວຍອາວຸດ, ການແກ້ໄຂບັນຫາລະເບີດມິ່ນ ແລະ ອາວຸດຂະໜາດນ້ອຍ (2006-2011).

ກ່ອນໜ້າທີ່ຈະໄດ້ຮ່ວມເຮັດວຽກກັບອົງການສະຫະປະຊາຊາດ, ຊາຣາ ໄດ້ເຮັດວຽກກັບອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ມີຊື່ວ່າ ອົງການຊ່ວຍເຫຼືອຂອງປະຊາຊົນນໍ່ເວ ໃນຕຳແໜ່ງ ຜູ້ອຳນວຍການປະຈຳປະເທດ ຢູ່ໂມຊຳບິກ, ຄຸ້ມຄອງແຜນງານແກ້ໄຂ ບັນຫາລະເບີດມິ່ນເພື່ອມະນຸດສະທຳ ທີ່ມີພະນັກງານຈຳນວນ 350 ຄົນ (2004-2005), ເປັນທີ່ປຶກສາດ້ານນະໂຍບາຍ ປະຈຳ ຢູ່ສຳນັກງານໃຫຍ່ຂອງອົງການຢູ່ ໂອສໂລ, ນໍເວ,  (2001-2004) ເປັນທີ່ປຶກສາດ້ານແຜນງານຢູ່ບອສເນສ & ເຮີເຊັນໂກວີນາ, ໂຄເອເຊຍ, ໂຄຣເອເຊຍ ແລະ ຢູ່ ໂຄໂຊໂວ* (2001), ແລະ ເປັນຜູ້ຈັດການແຜນງານ ຢູ່ອັງໂກລາ (1998-2000).

ທ່ານຈົບການສຶກສາລະດັບປະລິນຍາໂທ ສາຂາວິທະຍາສາດ ດ້ານພູມສາດມະນຸດ ແລະ ກາຍະພາບຈາກມະຫາວິທະຍາໄລ ໂກເທັນເບິກ, ສະວີເດັນ ແລະ ລະດັບປະລິນຍາຕີ ສາຂາການພັດທະນາ ແລະ ພູມສາດ & ການຕ່າງປະເທດ. ທ່ານເປັນຄົນສັນຊາດນໍເວ ແລະ ພາສາທີ່ທ່ານເວົ້າໄດ້ແມ່ນພາສາອັງກິດ, ຝຣັ່ງ, ໂປຕຸເກສ ແລະ ພາສານໍເວ ແລະ ພາສາສະວີເດັນເປັນພາສາແມ່ຂອງທ່ານ.

ຫ້ອງການຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ

ຜູ້ປະສານງານອົງການ ສປຊ (RC) ໄດ້ຮັບການສະໜັບສະໜູນຈາກຫ້ອງການຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ (RCO), ເຊິ່ງປະກອບມີ:

  • ຫົວໜ້າຫ້ອງການ, ທ່ານ ນາງ ພາເມລາ ຟາຕິມາ ຮູເຊນ
  • ນັກເສດຖະສາດຊັ້ນສູງ, ທ່ານ ເເມັດທິວ ຈອນສັນ-ອີເດັນ
  • ຜູ້ຮັບຜິດຊອບການເງິນເພື່ອການພັດທະນາ, ທ່ານ ເວສລີ່ ແຣມນອດ
  • ຜູ້ຮັບຜິດຊອບວຽກປະສານງານດ້ານການພັດທະນາ, ທ່ານ ບາຊິວ ຮິວເຊເລີ
  • ຜູ້ຮັບຜິດຊອບປະສານງານດ້ານການພັດທະນາ, ວຽກງານຄຸ້ມຄອງຂໍ້ມູນ, ຕິດຕາມ ແລະ ລາຍງານຜົນ, ທ່ານ ນາງ ວັນຄຳ ບຸນວິໄລ
  • ຜູ້ຮັບຜິດຊອບວຽກປະສານງານດ້ານການພັດທະນາ ດ້ານການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ທ່ານ ທົດສ໌ກັນ ເວີມັສ
  • ຜູ້ຮັບຜິດຊອບວຽກງານສະໜັບສະໜູນ ແລະ ສົ່ງເສີມການມີສ່ວນຮ່ວມຂອງຄົນພິການ, ທ່ານ ລັບແກ້ວ ສົມຈັນມະວົງ
  • ຜູ້ຊ່ວຍຜູ້ປະສານງານອົງການສະຫະປະຊາຊາດ 
  • ທ່ານ ນາງ ເຂັມເພັດ ເຜົ່າຄຳເເກ້ວ
  • ຜູ້ຊ່ວຍວຽກບໍລິຫານ, ທ່ານ ເພັດດວງຈັນ ວິໄຊຍະວົງ
  • ຜູ້ຊ່ວຍວຽກການສື່ສານ, ທ່ານ ພົງສະດີ ແກ້ວປະກາຍປິ່ນ
  • ພະນັກງານຂັບລົດ, ທ່ານ ບຸນຈັນ ສຸກກັນຍາ