The UN-supported boat racing team in Lao PDR on a crusade against single-use plastics.

ອົງການສະຫະປະຊາຊາດ ປະຈຳ ສປປ ລາວ

The UN-supported boat racing team in Lao PDR on a crusade against single-use plastics.
Photo: © The United Nations in Lao PDR, Olga Nilova

ທີມງານອົງ​ການສະ​ຫະ​ປ​ະ​ຊາ​ຊາດ ປະຈຳ ສ​ປ​ປ ລາວ (UNCT) ປະກອບມີ ບັນ​ດາອົງການ, ກອງທຶນ ແລະ ໂຄງ​ການ​ຂອງສະຫະປະຊາຊາດ ທີ່ເຮັດວຽກໃນ ສປປ ລາວ ​ເຊິ່ງສະໜັບສະໜຸນການຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ ເຊິ່ງເປັນ​ເປົ້າ​ໝາຍ​ພາຍ​ໃນ ລວມ​ທັງ ​ເປົ້າໝາຍການພັດທະນາແຫ່ງຊາດ ຂອງ ສປປ ລາວ ​ໂດຍຜ່ານການພັດທະນາ ເສດຖະກິດ-ສັງຄົມ ​ໃຫ້​ມີ​ຄວາມຍືນຍົງ ແລະ ​ຄວາມ​ສະ​ເໝີ​ພາບ​. ທີມງານອົງ​ການສະ​ຫະ​ປ​ະ​ຊາ​ຊາດໄດ້ເຮັດວຽກເປັນໜຶ່ງດຽວ ເພື່ອຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວ ໃນການຕໍ່ສູ້ກັບຄວາມທຸກຍາກ ໂດຍຮັບປະກັນສິດທິໃນການເຂົ້າເຖິງການພັດທະນາ, ສະໜັບສະໜຸນ ການນຳໃຊ້ຊັບພະຍາກອນທາງທຳມະຊາດແບບຍືນຍົງ ແລະ ການອະນຸລັກມໍລະດົກ ທາງວັດທະນະທຳ ແລະ ສົ່ງເສີມສິດທິມະນຸດ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການປົກຄອງທີ່ດີ. ອົງການສະຫະປະຊາຊາດ ​ໄດ້ສຸມໃສ່ການຊ່ວຍເຫຼືອປະຊາຊົນທີ່ດ້ອຍໂອກາດ ແລະ ທຸກຍາກທີ່ສຸດ ໂດຍສະເພາະ ແມ່ຍິງ, ເດັກນ້ອຍ ແລະ ໄວໜຸ່ມ.

ເພື່ອສະໜັບສະໜູນເປົ້າໝາຍການພັດທະນາແຫ່ງຊາດ, ທີມງານອົງ​ການສະ​ຫະ​ປ​ະ​ຊາ​ຊາດໄດ້ຮ່ວມມືກັບລັດຖະບານ ແລະ ຄູ່ຮ່ວມພັດທະນາຫຼາຍໆ​ພາກ​ສ່ວນ ເຊິ່ງລວມມີ ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ. ການເຮັດວຽກຂອງອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແມ່ນອີງໃສ່ຂອບການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ.

ທີມງານອົງ​ການສະ​ຫະ​ປ​ະ​ຊາ​ຊາດ ແມ່ນນຳພາໂດຍ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ.

The UN-supported boat racing team in Lao PDR on a crusade against single-use plastics.
Caption: The UN-supported boat racing team in Lao PDR on a crusade against single-use plastics.
Photo: © The United Nations in Lao PDR, Olga Nilova

 

ເຫດການສຳຄັນ

 

1. ການພັດທະນາແບບຍືນຍົງ. ດ້ວຍຕົວຊີ້ວັດການວາງແຜນແຫ່ງຊາດເກືອບ 60% ທີ່ເຊື່ອມໂຍງກັບຕົວຊີ້ວັດ SDG, ສປປ ລາວ ໄດ້ນຳສະເໜີການທົບທວນແຫ່ງຊາດ ແບບສະໝັກໃຈ ຄັ້ງທຳອິດ ກ່ຽວກັບການຈັດຕັ້ງປະຕິບັດວາລະ 2030 ໃນປີ 2018. ໃນປີ 2016, ສປປ ລາວ ໄດ້ຮັບຮອງເອົາ SDG18 ແຫ່ງຊາດຂອງຕົນກ່ຽວກັບ 'ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ'.

2. ຊີວິດການເປັນຢູ່ທີ່ດີ. ສປປ ລາວ ກຳລັງລົງທຶນໃນການຫຼຸດຜ່ອນຄວາມທຸກຍາກ ແລະ ປັບປຸງໂອກາດໃນການຈ້າງງານ. ໃນປີ 2018, ອົງການສະຫະປະຊາຊາດໄດ້ປະກາດວ່າ ສປປ ລາວ ມີສິດທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຍ້ອນວ່າປະເທດດັ່ງກ່າວໄດ້ປະຕິບັດຕາມມາດຖານຂອງຊັບສິນມະນຸດ ແລະ GNI ຕໍ່ຫົວຄົນ.

3. ການປົກປ້ອງທາງສັງຄົມ. ສປປ ລາວ ໃຫ້ບຸລິມະສິດໃນການເຂົ້າເຖິງຜົນປະໂຫຍດດ້ານການປົກປ້ອງທາງສັງຄົມ, ລວມທັງຜູ້ທີ່ດ້ອຍໂອກາດຫຼາຍທີ່ສຸດ. ໃນປີ 2016, ອົງການສະຫະປະຊາຊາດໄດ້ແນະນຳ ນາງນ້ອຍ, ເຊິ່ງເປັນຕົວລະຄອນໃນການໂຄສະນາ ເພື່ອເປັນຕົວແທນຂອງເດັກຍິງໄວໜຸ່ມລາວ. ໃນປີ 2019, ສປປ ລາວ ໄດ້ສືບຕໍ່ໃຫ້ຄຳໝັ້ນສັນຍາທາງສັງຄົມພາຍໃຕ້ກົນໄກສາກົນ.

4. ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງໄພພິບັດ, ສິ່ງແວດລ້ອມ. ສປປ ລາວ ກຳລັງເພີ່ມຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໄພພິບັດ ໂດຍຜ່ານໂຄງຮ່າງແຜນງານການກອບກູ້ໄພພິບັດແຫ່ງຊາດ. ເຊິ່ງເປັນປະເທດທຳອິດໃນອາຊຽນ ທີ່ໃຫ້ສັດຕະຍາບັນ ຂໍ້ຕົກລົງປາຣີ ໃນປີ 2015. ໃນປີ 2019, ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ກໍ່ໄດ້ຖືກຮັບຮອງເອົາ.

5. ການສຶກສາ. ສປປ ລາວ ໄດ້ບັນລຸກ່ຽວກັບ ການເຂົ້າຮຽນຂອງຊັ້ນປະຖົມ ແລະ ມີຈຸດປະສົງເພື່ອປັບປຸງການເຂົ້າເຖິງການສຶກສາທີ່ທົ່ວເຖິງສ່ວນລວມ ແລະ ມີຄວາມສະເໝີພາບ. ໃນປີ 2019, ສປປ ລາວ ໄດ້ທົບທວນຄຳໝັ້ນສັນຍາຂອງຕົນ ພາຍໃຕ້ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍສິດທິເດັກ.

6. ສຸຂະພາບ, ນໍ້າສະອາດ ແລະ ສຸຂະອະນາໄມ. ສປປ ລາວ ກໍາລັງປັບປຸງການເຂົ້າເຖິງການບໍລິການດ້ານສຸຂະພາບ, ນໍ້າສະອາດ ແລະ ສຸຂະອະນາໄມທີ່ມີຄຸນນະພາບ, ແລະ ກ້າວໄປເຖິງການຈັດຕັ້ງປະຕິບັດການປະກັນສຸຂະພາບແຫ່ງຊາດ ໃນປີ 2019.

7. ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ. ສປປ ລາວ ມີຄວາມມຸ່ງໝັ້ນສູງ ໃນການປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານ, ໂດຍສະເພາະຕໍ່ຜູ້ທີ່ດ້ອຍໂອກາດທີ່ສຸດ, ແລະ ກຳລັງພັດທະນາລະບົບການຕີດຕາມດ້ານໂພຊະນາການ.

8. ອາຄານສະຖາບັນ. ສປປ ລາວ ກໍາລັງປັບປຸງການໃຫ້ບໍລິການສາທາລະນະ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບສະຖາບັນ ແລະ ນະໂຍບາຍແຫ່ງຊາດ ແລະ ທ້ອງຖິ່ນ. ໃນປີ 2017, ການສຳຫຼວດຕົວຊີ້ວັດສັງຄົມລາວ ຄັ້ງທີ II ໄດ້ດຳເນີນໄປດ້ວຍການສະໜັບສະໜູນຈາກອົງການສະຫະປະຊາຊາດ.

9. ການເຂົ້າເຖິງຄວາມຍຸຕິທຳ. ສປປ ລາວ ມີຈຸດປະສົງເພື່ອຮັບປະກັນໃຫ້ປະຊາຊົນສາມາດເຂົ້າເຖິງຄວາມຍຸຕິທຳ ແລະ ໄດ້ຮັບຄວາມຍຸດຕິທຳດ້ານສິດທິມະນຸດຫຼາຍຂື້ນ. ໃນປີ 2020, ສປປ ລາວ ໄດ້ເຂົ້າຮ່ວມໃນຮອບວຽນທີສາມ ຂອງຂະບວນການທົບທວນຄືນລະດັບສາກົນ.

Milestones

ເປົ້າໝາຍການພັດທະນາແບບຍືນຍົງໃນ ສປປ ລາວ

ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແມ່ນແຜນປະຕິບັດງານຂອງໂລກ ເພື່ອລຶບລ້າງຄວາມທຸກຍາກ, ປົກປັກຮັກສາສິ່ງແວດລ້ອມ ແລະ ພູມອາກາດຂອງໂລກ ແລະ ຮັບປະກັນວ່າ ປະຊາຊົນທຸກຄົນ ຢູ່ທຸກສະຖານທີ່ ມີຄວາມສະຫງົບສຸກ ແລະ ຄວາມຮັ່ງມີ. ໃນປີ 2016 ລັດຖະບານແຫ່ງ ສປປ ລາວ ໄດ້ລິເລີ່ມຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 ກ່ຽວກັບ ‘ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ’ ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ບັນ ຄີ-ມູນ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ. ເນື່ອງວ່າ ບັນຫາລະເບີດບໍ່ທັນແຕກ ເປັນບັນຫາໜຶ່ງ ທີ່ພົວພັນກັບວຽກງານພັດທະນາແຫ່ງຊາດໃນຫຼາຍຂະແໜງການ, ເພາະສະນັ້ນໝາກຜົນຂອງເປົ້າໝາຍທີ 18 ຂອງ ສປປ ລາວ ຈະໄດ້ປະກອບສ່ວນຕໍ່ກັບຜົນໄດ້ຮັບຂອງ ປພຍ ອື່ນໆ. ໃນແຜນທີ່ປະຈຸບັນ, ບາງກິດຈະກຳໃນນະຄອນຫຼວງວຽງຈັນແມ່ນກິດຈະ ກຳທີ່ດຳເນີນໃນທົ່ວປະເທດ.