ວຽກຂອງພວກເຮົາຕໍ່ເປົ້າໝາຍການພັດທະນາແບບຍືນຍົງໃນ ສປປ ລາວ

ວິທີການທີ່ ສປຊ ກຳລັງສະໜັບສະໜູນເປົ້າໝາຍການພັດທະນາແບບຍືນຍົງໃນ ສປປ ລາວ

ອົງການ ສປຊ ພ້ອມກັບຄູ່ຮ່ວມມື ຢູ່ ສປປ ລາວ ກຳລັງເຮັດວຽກຮ່ວມກັນ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຄື: 18 ເປົ້າໝາຍທີ່ມີຄວາມເຊື່ອມໂຍງກັນ ແລະ ຄວາມກະຕືລືລົ້ນ ເພື່ອແກ້ໄຂບັນດາສິ່ງທ້າທາຍອັນໃຫຍ່ຫຼວງໃນການພັດທະນາ ທີ່ປະຊາຊົນປະເຊີນຢູ່ ໃນ ສປປ ລາວ ແລະ ທົ່ວໂລກ ເຊິ່ງລວມທັງເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດຂອງ ສປປ ລາວ ເປົ້າໝາຍທີ 18 ກ່ຽວກັບ ‘ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ’.

ເປົ້າໝາຍການພັດທະນາແບບຍືນຍົງໃນ ສປປ ລາວ

ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແມ່ນແຜນປະຕິບັດງານຂອງໂລກ ເພື່ອລຶບລ້າງຄວາມທຸກຍາກ, ປົກປັກຮັກສາສິ່ງແວດລ້ອມ ແລະ ພູມອາກາດຂອງໂລກ ແລະ ຮັບປະກັນວ່າ ປະຊາຊົນທຸກຄົນ ຢູ່ທຸກສະຖານທີ່ ມີຄວາມສະຫງົບສຸກ ແລະ ຄວາມຮັ່ງມີ. ໃນປີ 2016 ລັດຖະບານແຫ່ງ ສປປ ລາວ ໄດ້ລິເລີ່ມຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 ກ່ຽວກັບ ‘ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ’ ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ບັນ ຄີ-ມູນ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ. ເນື່ອງວ່າ ບັນຫາລະເບີດບໍ່ທັນແຕກ ເປັນບັນຫາໜຶ່ງ ທີ່ພົວພັນກັບວຽກງານພັດທະນາແຫ່ງຊາດໃນຫຼາຍຂະແໜງການ, ເພາະສະນັ້ນໝາກຜົນຂອງເປົ້າໝາຍທີ 18 ຂອງ ສປປ ລາວ ຈະໄດ້ປະກອບສ່ວນຕໍ່ກັບຜົນໄດ້ຮັບຂອງ ປພຍ ອື່ນໆ. ໃນແຜນທີ່ປະຈຸບັນ, ບາງກິດຈະກຳໃນນະຄອນຫຼວງວຽງຈັນແມ່ນກິດຈະ ກຳທີ່ດຳເນີນໃນທົ່ວປະເທດ.

ພວກ​ເຮົາ​ເຮັດ​ວຽກ​ຢູ່​ໃສ​: ກິດ​ຈະ​ກຳ​ທີ່​ສຳ​ຄັນ​ຂອງ ອົງ​ການ ສ​ປ​ຊ ໃນ​ປະ​ເທດ

ອົງການ ສປຊ ກຳລັງຈັດຕັ້ງປະຕິບັດກິດຈະກຳ 0 ກິດຈະກຳທີ່ສຳຄັນ ຢູ່ໃນ ແຫ່ງ ໃນ ສປປ ລາວ

​ງົບ​ປະ​ມານ​ຖືກ​ໃຊ້​ໄປ​ໃນ​ພາກ​ສ່ວນ​ໃດ​ແດ່? ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສະ​ໜອງ​ທຶນ​ສຳ​ລັບ​ການ​ຈັ​ດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຢູ່​​ພາຍໃນ​ປະ​ເທດ​ຄື​ແນວ​ໃດ

ຮູບເສັ້ນສະແດງນີ້ີ້ ສະແດງໃຫ້ເຫັນວ່າ ອົງການ ສປຊ ມີການຈັດສັນຊັບພະຍາກອນຂອງອົງການ ເຂົ້າໃນແຕ່ລະເປົ້າໝາຍການພັດທະນາແບບຍືນຍົງ ໃນ ສປປ ລາວ ໃນແຕ່ລະປີຄືແນວໃດ.

ການ​ເຊື່ອມ​ໂຍງ​ກັນ​ລະ​ຫວ່າງ​ການ​ລົງ​ທຶນ, ຄູ່​ຮ່ວມ​ມື ແລະ ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ​ຢູ່ໃນ ປະ​ເທດ

​ເສັ້ນ​ສະ​ແດງນີ້ ສະ​ແດງ​ໃຫ້​ເຫັນ​ເຖິງ ການ​ລົງ​ທຶນ​ປະ​ກອບ​ສ່ວນ​ແນວ​ໃດ ​ຕໍ່​ກັບ​ວຽກ​ງານຂອງ​ອົງ​ການ ແລະ ຄູ່​ຮ່ວມ​ມື​ຕ່າງໆ ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປົ້າ​ໝາ​ຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຢູ່​ໃນ​ປະ​ເທດ. ຄວາມກວ້າງ​ຂອງ​ເສັ້ນສະ​ແດງ​ໃຫ້​ເຫັນ​ເຖິງ ​ຈຳ​ນວນຊັບ​ພະ​ຍາ​ກອນ​ທີ່​ໄດ້​ຮັບ​ການ​ປະ​ກອບ​ສ່ວນ. ທ່ານ​ສາ​ມາດ​ໃຊ້​ຕົວ​ກັ່ນ​ກອງ ເພື່ອ​ເບິ່ງວ່າ​ການ​ລົ​ງ​ທຶນ ​ປະ​ກອບ​ສ່ວນ​ໃສ່​ການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ໃດ, ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເປົ້າ​ໝາຍ​ໃດ, ອົງ​ການ ສ​ປ​ຊ ໃດ ແລະ ຄູ່​ຮ່​ວມ​ມື​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການໃດ.