ຂ່າວສານ

ສປປ ລາວ ຊຸກຍູ້ການຄ້າແບບຍືນຍົງ, ສ້າງຄວາມຫຼາກຫຼາຍທາງດ້ານຕ່ອງໂສ້ມູນຄ່າ

12 ກໍລະກົດ 2022

(ນະຄອນຫຼວງວຽງຈັນ/ເຈນີວາ) - ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ຮ່ວມກັບ ສູນການຄ້າສາກົນ (ITC) ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກ່ຽວກັບການສ້າງການຄ້າແບບຍືນຍົງ ແລະ ການສ້າງລະບົບຕ່ອງໂສ້ມູນຄ່າ ເພື່ອເພີ່ມຄວາມສາມາດທາງດ້ານການແຂ່ງຂັນລະຫວ່າງທຸລະກິດຂະໜາດນ້ອຍ. ໃນກອງປະຊຸບທົບທວນ ການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອວຽກງານດ້ານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ເພື່ອການເຊື່ອມໂຍງຂອງພາກພື້ນອາຊຽນ (ARISE Plus Lao PDR) ຄັ້ງ​ທີ 6.

ຜູ້​ເຂົ້າ​ຮ່ວມ​ໄດ້​​ຮູ້​ເຖິງປະ​ສິດ​ທິ​ຜົນ​ຂອງ​ໂຄງ​ການ​ ແລະ​ ທ່າອ່ຽງໃນການສົ່ງເສີມ​ນະ​ໂຍ​ບາຍ ​ແລະ ​ຄວາມ​ຍືນ​ຍົງ​ທາງ​ການ​ເງິນ. ຍ້ອນແນວນັ້ນ, ໂຄງການດັ່ງກ່າວຈຶ່ງໄດ້ມີການຂະຫຍາຍເວລາ ແລະ ສືບຕໍ່ຮອດເດືອນທັນວາ 2023.

ໂຄງການ Arise Plus ປະຈຳ ສປປ ລາວ ມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດຂອງລາວ ຜ່ານການສ້າງຄວາມອາດສາມາດໃຫ້ແກ່ພະນັກງານຈາກພາກສ່ວນຕ່າງໆຂອງລັດຖະບານ, ສົ່ງເສີມໃຫ້ພາກລັດສາມາດພັດທະນາ ແລະ ຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍທີ່ສຳຄັນ, ພ້ອມດຽວກັນນັ້ນ ຍັງສ້າງໃຫ້ພາກເອກະຊົນມີທັກສະໃນການຜະລິດ ບັນດາ ຜະລິດຕະພັນທີ່ມີມູນຄ່າເພີ່ມ ແລະ ແນໃສ່ການສົ່ງອອກ.

ກອງ​ປະຊຸມ​ດັ່ງກ່າວໄດ້​ມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ຄົນຈາກ ພາກສ່ວນ​ທີ່​ກ່ຽວຂ້ອງ​, ຄູ່​ຮ່ວມງານ ​ແລະ ຜູ້ໃຫ້​ທຶນ​ເຂົ້າຮ່ວມ ​ເພື່ອສົນທະນາ, ​ຕິດຕາມຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ໃນ​ໄລຍະ 6 ​ເດືອນ​ຕົ້ນ​ປີ 2022 ​ແລະ ​​ປຶກສາຫາລືກິດຈະກຳ​ບຸລິມະສິດ​ໃນ​ໄລຍະທ້າຍປີ 2022.

ໃນລະຫວ່າງ ເດືອນມັງກອນ ຫາ ເດືອນມິຖຸນາທີ່ຜ່ານມາ, ໂຄງການໄດ້ໃຫ້ການຊ່ວຍເຫຼືອຈຸດສອບຖາມ ແລະ ໜ່ວຍງານແຈ້ງຂໍ້ມູນແຫ່ງຊາດ ທາງດ້ານສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ (TBT) ແລະ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ເພື່ອພັດທະນາລະບົບຂັ້ນຕອນການດຳເນີນງານ. ໃຫ້ການຝຶກອົບຮົມຜູ້ກວດກາຂອງກົມອາຫານ ແລະ ຢາ ເພື່ອປັບປຸງມາດຕະຖານດ້ານສູຂາອານາໄມ, ແລະ ການວິເຄາະອັນຕະລາຍ ແລະ ຈຸດຄວບຄຸມທີ່ສໍາຄັນ (HACCP). ຄຸຝຶກທາງດ້ານຄຸນນະພາບ 16 ທ່ານໄດ້ສຳເລັດການເຝີກອົບຮົມ 12 ຫຼັກສູດພາຍໃຕ້ໂຄງການ “ຜູ້ເປັນແບບຢ່າງດ້ານຄຸນນະພາບ” ແລະ ໄດ້ເລີ່ມລົງຝຶກງານຢູ່ 8 ບໍລິສັດ ແລະ ທຸລະກິດຂະໜາດນ້ອຍ ກ່ຽວກັບມາດຕະຖານຄຸນນະພາບ. ບໍລິສັດປຸງແຕ່ງໄມ້ໄດ້ຮັບການຝຶກອົບຮົມ ແລະ ການຝຶກສອນ. ຜູ້ປະກອບການທາງດ້ານກາເຟ ໄດ້ຮັບການຝຶກຈາກຫຼັກສູດຂອງສະມາຄົມກາເຟພິເສດໃນການປູກກາເຟປອດສານພິດ, ແລະ ທັກສະດ້ານການວິໄຈລົດຊາດພື້ນຖານຂອງກາເຟ.

ໃຫ້ກຽດເປັນປະທານໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮ່ວມກັບ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ທ່ານນາງ ອີນາ ມາຈູລີໂອນີແຕ ແລະ ທ່ານ ເຊີຈຸນ ຈຽງ, ຫົວໜ້າຫ້ອງການຂົງເຂດປະຈຳອາຊີ ແລະ ປາຊີຟິກ, ສູນການຄ້າສາກົນ.

ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: “ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ​ການຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ​​ຢ່າງ​ເຕັມ​ທີ່​ ແລະ​ ມີປະ​ສິດ​ທິ​ຜົນ​ຂອງ​ ໂຄງການ ARISE Plus ສາມາດປະກອບສ່ວນໃນການຟື້ນຕົວທາງດ້ານເສດຖະກິດ ໂດຍການແກ້ໄຂປະກົດການຫຍໍ້ທໍ້ທາງການຄ້າ, ປັບປຸງສະພາບແວດລ້ອມທາງການຄ້າ ແລະ ການລົງທຶນ, ພ້ອມທັງສ້າງຄວາມເຂັ້ມແຂງດ້ານຕ່ອງໂສ້ການສະໜອງຂອງຂະແຫນງການເປົ້າຫມາຍເພື່ອເຮັດໃຫ້ພວກເຂົາມີຄວາມທົນທານຕໍ່ກັບໄພຕ່າງໆໃນອະນາຄົດ.”

ທ່ານນາງ Ina Marčiulionytė, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ສະຫະພາບເອີຣົບ ມີຄວາມພໍໃຈເປັນຢ່າງຍິ່ງກັບ ຜົນງານທີ່ເຫັນໄດ້ຊັດເຈນຂອງ ARISE Plus ສໍາລັບຂະແຫນງກາເຟ ແລະ ໄມ້ປຸງແຕ່ງ ເຊິ່ງຕອບສະໜອງໃຫ້ແກ່ຈຸດປະສົງໃນຍຸດທະສາດ ຂອງສະຫະພາບເອີຣົບ ປີ 2021-2025 ແລະ ວິໄສທັດຂອງພວກເຮົາໃນການຮ່ວມມືແບບໄດ້ຜົນປະໂຫຍດທັງສອງຝ່າຍກັບ ສປປ ລາວ. ​ໂຄງການ​ດັ່ງກ່າວ​ແມ່ນ​ມີ​ບົດບາດ​ສຳຄັນ​ທີ່​ຈະຊ່ວຍໃຫ້ ສປປ ລາວ ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທີ່​ດີ​ຂຶ້ນ​ຈາກ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສັນຍາ​ການ​ຄ້າ​ເຊັ່ນ ASEAN, RCEP, ແລະ EBA.”

ຂໍ້ມູນກ່ຽວກັບ ITC: ສູນການຄ້າສາກົນ (ຫຼື ITC) ແມ່ນອົງການຮ່ວມມືລະຫວ່າງ ອົງການການຄ້າໂລກ ແລະ ອົງການສະຫະປະຊາຊາດ (ສປຊ) ແລະ ເປັນສະມາຊິກຂອງ ສປຊ ປະຈຳ ສປປ ລາວ ທີ່ເຮັດວຽກພາຍໃຕ້ແຜນຮ່ວມມືການພັດທະນາແບບຍືນຍົງຂອງ ສປຊ-ສປປ ລາວ ປີ 2022-2026. ​ຮ່ວມກັບ EU, ITC ໃຫ້ການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນການພັດທະນາ ແລະ ຫັນປ່ຽນເສດຖະກິດເຂົ້າໃນການແຂ່ງຂັນໃນຕະຫຼາດໂລກ, ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ພາຍໃນຂອບຂອງວາລະການຊ່ວຍເຫຼືອເພື່ອການຄ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ.

ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການສາມາດຄົ້ນຫາໄດ້ທີ່: https://www.intracen.org/arise-plus-laos/

https://www.facebook.com/groups/ariseplus/

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ທ່ານ ນາງ ໄກອຳພອນ ສິງຫາລາດ

ສູນການຄ້າສາກົນ

ທີ່ປຶກສາດ້ານວຽກງານສື່ສານ

E: Ksinghalath@intracen.org

T: +856 20 7777 6597

 

Kay-amphone Singhalath

ITC
Communication Consultant

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

ITC
ສູນການຄ້າສາກົນ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້