ຂ່າວສານ

ກອງປະຊຸມຄະນະຊີ້ນຳແຜນງານຮ່ວມມືວ່າດ້ວຍໂຄງການຮ່ວມອົງການ ສປຊ ທາງດ້ານການເງິນເພື່ອການພັດທະນາ

10 ມີນາ 2022

ນະຄອນຫຼວງວຽງຈັນ, 10 ມີນາ 2022 – ກອງປະຊຸມຄະນະຊີ້ນຳແຜນງານຮ່ວມມືວ່າດ້ວຍການເພີ່ມປະສິດທິພາບຂອງງົບປະມານພາກລັດເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໄດ້ຈັດຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ຊາຣາ ເຊກີເນສ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຈາກຂະແໜງການ ແລະ ຄູ່ຮ່ວມພັດທະນາ ທັງແບບຊ່ອງໜ້າ ແລະ ອອນລາຍ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຮ່ວມມືດັ່ງກ່າວ ພ້ອມທັງປຶກສາຫາລືແຜນວຽກທີ່ຍັງເຫຼືອສໍາລັບປີ 2022, ເຊິ່ງໄດ້ຮັບການສະໜັບສະໜຸນຈາກ ກອງທຶນຮ່ວມ SDG.

ເວົ້າລວມແລ້ວ ແຜນງານດັ່ງກ່າວ ແມ່ນສຸມໃສ່ການສະໜັບສະໜຸນການສ້າງຍຸດທະສາດການການເງິນເພື່ອຈັດຕັ້ງປະຕິບັດ ແຜນການ 5 ປີ ຄັ້ງທີ IX (2021-2025) ເຊິ່ງຜູ້ຈັດຕັ້ງປະຕິບັດຕົ້ນຕໍມີ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ແລະ ກະຊວງສາທາລະນະສຸກ ໂດຍປະສານສົມທົບດ້ານວິຊາການຢ່າງໃກ້ຊິດກັບ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ແລະ ຈັດຕັ້ງປະຕິບັດຮ່ວມກັບ ອົງການກອງທຶນພັດທະນາທຶນຂອງສະຫະປະຊາຊາດ (UNCDF) ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA).

ນອກຈາກນີ້, ແຜນງານນີ້ ຖືວ່າເປັນໜຶ່ງໃນການສະໜັບສະໜູນຕົ້ນຕໍຂອງອົງການສະຫະປະຊາຊາດ (ສປຊ) ດ້ານການສະໜອງທຶນເພື່ອການພັດທະນາໃນ ສປປ ລາວ ຄຽງຄູ່ກັບການຂະຫຍາຍການມີສ່ວນຮ່ວມ ຂອງບັນດາຄູ່ຮ່ວມ ພັດທະນາທັງຂອງອົງການ ສປຊ ແລະ ທີ່ບໍ່ແມ່ນອົງການ ສປຊ. ທ່ານນາງ ເຊເກນເນສ ໄດ້ເນັ້ນວ່າ “...ຈໍານວນຄູ່ຮ່ວມພັດທະນາທີ່ໄດ້ມີສ່ວນຮ່ວມດ້ານວິຊາການໃນການຈັດຕັ້ງປະຕິບັດວຽກງານນີ້ແມ່ນເພີ່ມຂຶ້ນ ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງວຽກງານດັ່ງກ່າວ, ເຊິ່ງເປັນປັດໄຈສຳຄັນທີ່ຈະຊ່ວຍໃຫ້ວຽກງານນີ້ປະສົບຜົນສຳເລັດ ແລະ  ຂ້າພະເຈົ້າຫວັງວ່າພວກເຮົາຈະສາມາດເສີມຂະຫຍາຍການຮ່ວມມືນີ້ໃຫ້ນັບມື້ນັບກວ້າງອອກໃນຕໍ່ໜ້າ.”

ທີ່ປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ຄວາມຄືບໜ້າຂອງວຽກງານດັ່ງກ່າວ ທີ່ເຫັນວ່າມີຫຼາຍພໍສົມຄວນ ລວມທັງການຮັບຮອງເອົາຂະບວນການໃນການສ້າງຍຸດທະສາດການເງິນ ທີ່ກອງປະຊຸມໂຕະມົນລະດັບສູງ ໃນເດືອນພະຈິກ 2021. ນອກຈາກນີ້ ຍັງໄດ້ປຶກສາຫາລືກ່ຽວກັບ ບັນດາແຜນວຽກ ແຕ່ນີ້ຮອດເດືອນກັນຍາ 2022, ລວມທັງການປັບປຸງຍຸດທະສາດການເງິນສະບັບສົມບູນ ຕາມຜົນຂອງປຶກສາຫາລື ແລະ ປັບປຸງໃນແຕ່ລະຄັ້ງ ເຊິ່ງຄາດວ່າຈະສໍາເລັດໃນໄລຍະ2-3 ເດືອນທີ່ຈະມາເຖິງນີ້. ທ່ານ ນ. ພອນ​ວັນ ອຸ​ທະ​ວົງ ຮອງລັດຖະມົນຕີ ກະຊງ ຜທ ໄດ້ເນັ້ນໜັກ​ຕື່ມວ່າ: “… ການ​ສ້າງຍຸດ​ທະ​ສາດ​ການ​ເງິນ​ທີ່ອີງໃສ່​ສະພາບຄວາມເປັນຈິງ ​ຂອງ ສປປ ​ລາວ ໂດຍ​ການ​ປຶກ​ສາ​ຫາ​ລື​ກັບ​ທຸກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ແມ່ນຈະຊ່ວຍໃຫ້ພວກເຮົາສາມາດສ້າງຍຸດທະສາດການເງິນທີ່ມີຄວາມແທດເໝາະ ແລະ ສອດຄ່ອງກັບນະໂຍບາຍແຫ່ງຊາດ ກໍ່ຄື ​ບັນ​ດາ​ແຜນ​ການ ແລະ ຍຸດ​ທະ​ສາດ​ຕ່າງໆທີ່​ມີ​ຢູ່ໃນປັດຈຸບັນ ເພື່ອຮັບປະກັນການສະໜອງທຶນແບບຍືນຍົງແນໃສ່ບັນລຸ​ເປົ້າ​ໝາຍການ​ພັດ​ທະ​ນາ​ແຫ່ງ​ຊາດໃຫ້ໄດ້ຕາມຄາດໝາຍ.”

ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ຍັງໄດ້ສະແດງຄວາມໝາຍໝັ້ນໃນການສືບຕໍ່ແຜນງານຮ່ວມມື ໄລຍະທີສອງ ໂດຍອີງໃສ່ຜົນສໍາເລັດຂອງການຮ່ວມມືໃນໄລຍະຜ່ານມາ ແລະ ຄວາມເປັນໄປໄດ້ໃນການລະດົມການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາຕ່າງໆ. ແຜນງານໄລຍະທີສອງ ຈະເປັນໂອກາດທີ່ດີໃນການສືບຕໍ່ວຽກງານການຈັດຕັ້ງປະຕິບັດຍຸດທະສາດການເງິນ, ໂດຍສະເພາະການສ້າງຄວາມກົມກຽວ ແລະ ຍົກສູງປະສິດທິພາບ ລະຫວ່າງການວາງແຜນ ແລະ ການກຳນົດງົບປະມານ ໃຫ້ນັບມື້ນັບດີຂຶ້ນ, ແລະ ສົ່ງເສີມການເຮັດວຽກແບບເປັນລະບົບເພື່ອພ້ອມກັນແກ້ໄຂບັນຫາ ແລະ ສິ່ງທ້າທາຍທາງດ້ານການເງິນ.

The Steering Committee meeting was attended by representatives from the Ministry of Planning and Investment, Ministry of Foreign Affairs, Ministry of Finance, Ministry of Health, the Lao Statistics Bureau, UN Resident Coordinator’s Office, UNDP, UNCDF, and UNFPA.

ໃນກອງປະຊຸມດັ່ງກ່າວ, ຕາງໜ້າເຂົ້າຮ່ວມຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ, ກະຊວງການເງິນ, ສູນສະຖິຕິແຫ່ງຊາດ, ຫ້ອງການຜູ້ປະສານງານອົງການ ສປຊ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ກອງທຶນພັດທະນາທຶນ ແຫ່ງສະຫະປະຊາຊາດ (UNCDF) ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA).

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ
UNCDF
ກອງທຶນພັດທະນາທຶນຂອງສະຫະປະຊາຊາດ
UNDP
ອົງການສະຫະປະຊາຊາດ ເພື່ອການພັດທະນາ
UNFPA
ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້