ຂ່າວສານ

ບົດຖະແຫຼງການຮ່ວມ - ໂຄງການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສະຫະປະຊາຊາດ “ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ: ສ້າງພື້ນຖານໃຫ້ແກ່ລະບົບປົກປ້ອງສັງຄົມຂັ້ນພື້ນຖານຢູ່ ສປປ ລາວ”

21 ມິຖຸນາ 2022

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການສະຫະປະຊາຊາດ ປະຈຳ ສປປ ລາວ

ໂຄງການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ: ສ້າງພື້ນຖານໃຫ້ແກ່ລະບົບປົກປ້ອງສັງຄົມຂັ້ນພື້ນຖານຢູ່ ສປປ ລາວ

ຫຼັງຈາກ ການຈັດຕັ້ງປະຕິບັດໂຄງການຮ່ວມມື ດ້ານການປົກປ້ອງສັງຄົມຂອງອົງການແຮງງານສາກົນ, ອົງການສະຫະປະຊາຊາດ ກອງທຶນເພື່ອການພັດທະນາ ແລະ ອົງການ ສະຫະປະຊາຊາດ ກອງທຶນສຳລັບເດັກ ພາຍໃຕ້ການຊີ້ນຳ-ນຳພາຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມາເປັນເວລາ 2 ປີເຄິ່ງນັ້ນ ໂຄງການ    ໄດ້ຈັດກອງປະຊຸມສະຫຼຸບປິດໂຄງການຢ່າງເປັນທາງການຂຶ້ນໃນມື້ ວັນທີ 21 ເດືອນມີຖຸນາ ປິ 2022 ທີ່ນະຄອນຫຼວງວຽງຈັນ.

ໂຄງການຮ່ວມມືຂອງ ອົງການສະຫະປະຊາຊາດ ແລະ ລັດຖະບານແຫ່ງ ສປປ ລາວ   ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ: ສ້າງພື້ນຖານໃຫ້ແກ່ລະບົບປົກປ້ອງຂັ້ນພື້ນຖານ ຢູ່ ສປປ ລາວເຊິ່ງໄດ້ຮັບການ    ສະໜັບສະໜູນໂດຍກອງທຶນພັດທະນາແບບຍືນຍົງ ແລະ ລັດຖະບານອົດສະຕາລີ ໄດ້ສ້າງບາດກ້າວທີ່ມີຄວາມໝາຍໃນການສ້າງຕັ້ງລະບົບປົກປ້ອງສັງຄົມແຫ່ງຊາດແບບຄົບຊຸດ. ຜ່ານການທົດລອງນຳໃຊ້ວິທີການຕ່າງໆ, ບັນດາຄູ່ຮ່ວມງານທັງຫຼາຍໄດ້ສຶກສາຄົ້ນຄ້ວາທາງເລືອກໃນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບປົກປ້ອງສັງຄົມແຫ່ງຊາດ  ແລະ ໄດ້ສ້າງຮາກຖານໃຫ້ແກ່ການຂະຫຍາຍ ແລະ ພັດທະນາກອງທຶນປົກປ້ອງສັງຄົມ     ໃນອະນາຄົດ.

ມີຫຼາຍລະບົບ, ຫຼາຍໂຄງສ້າງ ແລະ ຫຼາຍວິທີການທີ່ຖືກສ້າງຕັ້ງຂຶ້ນເປັນຄັ້ງທຳອິດພາຍໃຕ້ໂຄງການ ແລະ ສາມາດນຳໄປເປັນບົດຮຽນທີ່ສຳຄັນໃນການອອກແບບ ແລະ ຂະຫຍາຍກອງທຶນອຸດໜູນເງີນສົດ ຂອງພາກລັດ ແລະ ບັນດາຄູ່ຮ່ວມງານພາຍໃນປະເທດ.

ທັງໝົດນີ້ແມ່ນເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ຍຸດທະສາດ ການປົກປ້ອງສັງຄົມແຫ່ງຊາດ, ທີ່ໄດ້ວາງວິໄສທັດ ຮອດປີ 2030 ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນພາຍໃນປະເທດໄດ້ຮັບການ     ປົກປ້ອງຈາກລະບົບປົກປ້ອງສັງຄົມຂັ້ນພື້ນ ຖານ.

ທ່ານ ນາງ ໃບຄຳ ຂັດຕິຍະ, ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ ລັດຖະບານແຫ່ງ ສປປ ລາວໄດ້ຮັບຮູ້ເຖິ່ງບົດບາດ ແລະ ຄວາມສຳຄັນຂອງລະບົບປົກປ້ອງສັງຄົມ ແລະ ໂຄງການຮ່ວມມື ຂອງ ອົງການສະຫະປະຊາຊາດ ຍ້ອນວ່າໂຄງການນີ້ໄດ້ປະກອບສ່ວນຕໍ່ການປະຕິບັດນະໂຍບາຍຂອງລັດຖະບານ ໃນການສ້າງຄວາມປອງດອງ, ຄ​ວາມສາມັກຄີ, ປະຊາທິປະໄຕ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຍຸຕິທຳ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມປະທານຄະນະກຳມາ   ທິການແຫ່ງຊາດ ເພື່ອການປົກປ້ອງສັງຄົມ ແລະ ກອງເລຂາ ຈະເຮັດພາລະບົດບາດໃນການປະສານງານ ແລະ ເສື່ອມສານໃຫ້ແຕ່ລະພາກສ່ວນນຳເອົາວຽກງານປົກປ້ອງສັງຄົມເຂົ້າເປັນສ່ວນໜື່ງໃນແຜນພັດທະນາເສດຖະກິດສັງຄົມ ແລະ ແຜນພັດທະນາຂອງຂະແໜງການໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ພວກເຮົາຈະດຳເນີນການຕິດຕາມ, ປະເມີນຜົນ ແລະ ພັດທະນາກອບນິຕິກຳຢ່າງເປັນລະບົບ ເພື່ອສະໜັບສະໜູນການຈັດຕັ້ງປະຕິດບັດຍຸດທະສາດ ການປົກປ້ອງສັງຄົມແຫ່ງຊາດ ໂດຍສະເພາະແມ່ນ 3 ເສົາຄ້ຳດ້ານປະກັນສຸຂະພາບ, ປະກັນສັງຄົມ ແລະ ສະຫວັດດີການສັງຄົມ”.

ໂຄງການຮ່ວມມື ຂອງສະຫະປະຊາຊາດ ກຳລັງຈະສີ້ນສຸດລົງ, ຕາມດ້ວຍການແຜ່ລະບາດຂອງໂຄວິດ 19, ສປປ ລາວ ໄດ້ປະເຊີນໜ້າກັບວິກິດການດ້ານເສດຖະກິດອັນຍິ່ງໃຫຍ່ ເຊັ່ນ ການເພີ່ມຂຶ້ນຂອງຄ່າຄອງຊີບ, ອາຫານ ແລະ ນ້້ຳມັນເຊື້ອໄຟ. ວິກິດການນີ້ໄດ້ສົ່ງຜົນກະທົບຕໍ່ຜູ້ທຸກຍາກ ແລະ ດ້ອຍໂອກາດຫຼາຍທີ່ສຸດ     ເພາະກຸ່ມຄົນເຫຼົ່ານີ້ ມີຄວາມບອບບາງມາຈາກຜົນກະທົບຈາກການລະບາດ.

ຢ່າງໃດກໍ່ຕາມ, ມັນເປັນຊ່ວງເວລາວິກິດທີ່ ລະບົບປົກປ້ອງສັງຄົມຄວນມີບົດບາດສຳຄັນໃນລະບົບເສດຖະກິດ ໂດຍສະເພາະແມ່ນການປະກອບສ່ວນຕໍ່ການຮັກສາສະຖຽນລະພາບຂອງເສດຖະກິດ ແລະ ການຮັບປະກັນຄວາມໝັ້ນຄົງທາງສັງຄົມ.

ໃນເມື່ອຜູ້ທີ່ໄດ້ຮັບຜົນປະໂຫຍດໃນຄອບຄົວທີ່ມີລາຍຮັບຕ່ຳ ແລະ ປານກາງບັນລຸເງື່ອນໄຂໃດໜື່ງແລ້ວ, ເຂົາເຈົ້າຈະໄດ້ຮັບເງີນສົດໃນມື ທີ່ຈ່າຍຜ່ານລະບົບຂອງລັດຖະບານ ເພື່ອນຳໄປໃຊ້ຈ່າຍຊື້ສິ່ງຈຳເປັນພື້ນຖານ ນັ້ນເປັນສ່ວນໜື່ງໃນການບັນລຸຄວາມຕ້ອງການໂດຍລວມ ແລະ ກະຕຸ້ນການເຕີບໂຕຂອງເສດຖະກິດພາຍໃນ.

ເມື່ອມີການອອກແບບທີ່ດີ ໄດ້ຈັດຕັ້ງປະຕິບັດ ແລະ ໄດ້ມີລະບົບການເງີນ ການປົກປ້ອງສັງຄົມຈະເປັນເຄື່ອງມືທີ່ມີປະສິດຕິພາບໃນການຮັກສາສະຖຽນລະພາບດ້ານສັງຄົມ ແລະ ມີບົດບາດທີ່ສຳຄັນໃນການຮັບມືກັບວິກິດການຕ່າງໆທີ່ເກີດຂຶ້ນ.

ຈາກປະສົບການໃນການຈັດຕັ້ງປະຕິບັດໂຄງການ, ບັນດາຄູ່ຮ່ວມງານທັງຫຼາຍໄດ້ຮ່ວມກັນເນັ້ນໜັກເຖິງຄວາມຈຳເປັນດັ່ງນີ້:

  • ສົ່ງເສີມການເຂົ້າເຖິງລະບົບປົກປ້ອງສັງຄົມໂດຍຜ່ານການຈັດສັນງົບປະມານພາຍໃນທີ່ພຽງພໍ ເພື່ອການໃຊ້ຈ່າຍດ້ານສັງຄົມ ແລະ ຮັບຮູ້ເຖິງກຸ່ມຜູ້ບອບບາງສະເພາະເຊັ່ນ ກຸ່ມຜູ້ທຸກຍາກ, ເດັກນ້ອຍ, ຜູ້ສູງອາຍຸ, ຜູ້ພິການ, ແມ່ຍິງ, ແຮງງານເຄື່ອນຍ້າຍ ແລະ ກຸ່ມມີຄວາມສ່ຽງອື່ນໆ.
  • ເພີ່ມທະວີການຮ່ວມມືກັບຫຼາຍຂະແໜງການ, ໂດຍສະເພາະ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງການເງິ​ນ ແລະ ພາກສ່ວນທີ່ເຮັດວຽກດ້ານການພັດທະນາຊົນນະບົດ.
  • ເພີ່ມທະວີການຈັດຕັ້ງປະຕິບັດຮ່ວມມື ລະຫວ່າງ ລັດຖະບານ, ຄູ່ຮ່ວມພັດທະນາ, ພາກສ່ວນເອກະຊົນ, ຄູ່ຮ່ວມງານສັງຄົມ ແລະ ອົງການຈັດຕັ້ງສັງຄົມອື່ນໆ.
  • ໃຫ້ຄຳໝັ້ນສັນຍາດ້ານການປຶກສາຫາລືືແບບໃກ້ສິດ ແລະ ການມີສ່ວນຮ່ວມຢ່າງເຕັມສ່ວນຂອງບັນດາຄູ່ຮ່ວມງານທັງໝົດ, ລວມທັງຜູ້ຕາງໜ້າຈາກແຮງງານນອກລະບົບ.

ນາງ ຊາຣາ ເຊກເກເນສ, ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ກ່າວວ່າ ການກ້າວໄປຂ້າງໜ້າພ້ອມກັນ, ການຮັບມືທີ່ມີປະສິດຕິພາບ ແລະ ປະສິດຕິຜົນທີ່ສຸດແມ່ນການໃຫ້ຄຳໝັ້ນສັນຍາດ້ານການຈັດສັນແຫຼ່ງທຶນພາຍໃນ ແລະ ສຸມໃສ່ການຂະຫຍາຍກອງທຶນທີ່ມີແລ້ວ ຫຼື ເຮັດທົດລອງການສ້າງລະບົບຕອບໂຕ້ກັບວິກິດການທີ່ເກີດຂຶ້ນ ແລະ ສ້າງລະບົບປົກປ້ອງສັງຄົມແຫ່ງຊາດແບບຍືນຍົງ

ທ່ານ ນາງ ຊາຣາ ເຊັກເກເນສ ກ່າວຕື່ມອີກວ່າ ອົງການ ສະຫະປະຊາດ ພ້ອມທີ່ຈະສະໜັບສະໜູນລັດຖະບານ, ຄູ່ຮ່ວມງານ, ອົງການຈັດຕັ້ງສັງຄົມ ແລະ ສະຖາບັນພາຍໃນໃນການຈັດຕັ້ງປະຕິບັດຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ  ແລະ ການສະໜອງລະບົບປົກປ້ອງສັງຄົມໃຫ້ແກ່ປະຊາຊົນລາວທຸກຄົນ, ໂດຍຈັດບຸລິມະສິດໃຫ້ແກ່ຜູ້ທຸກຍາກ ແລະ ດ້ອຍໂອກາດທີ່ສຸດ, ໂດຍສະເພາະສະໜັບສະໜູນ ຄະນະກຳມາທິການແຫ່ງຊາດ ເພື່ອການປົກປ້ອງສັງຄົມ ໃນການປະສານງານ, ຕິດຕາມ ແລະ ຈັດຕັ້ງປະຕິບັດຍຸດທະສາດປົກປ້ອງສັງຄົມແຫ່ງຊາດ.

ໂດຍຜ່ານບັນດາຄວາມພະຍະຍາມທັງໝົດນີ້, ລັດຖະບານ ແລະ ອົງການ ສະຫະປະຊາຊາດ ຄາດຫວັງວ່າ     ຈະເປັນບາດກ້າວສຳຄັນໃນການປະກອບສ່ວນເພື່ອບັນລຸ ວາລະ ແລະ ເປົ້າໝາຍພັດທະນາແບບຍືນຍົງພາຍໃນປີ 2030 - ໂດຍສະເພາະແມ່ນເປົ້າໝາຍ 1: ລຶບລ້າງຄວາມທຸກຍາກ, ແລະ ຈະຊ່ວຍໃນການພັດທະນາບັນດາຄາດໝາຍຕ່າງໆເພື່ອຮັບປະກັນບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

ILO
ອົງການແຮງງານສາກົນ
UNCDF
ກອງທຶນພັດທະນາທຶນຂອງສະຫະປະຊາຊາດ
UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້