ງານສະເຫຼີມສະຫຼອງການສ້າງຕັ້ງ ອົງການ ສະຫະປະຊາຊາດ ຄົບຮອບ 75 ປີ ແລະ ສປປ ລາວ ເຂົ້າເປັນສະມາຊິກ ຂອງອົງການ ສະຫະປະຊາຊາດ ຄົບຮອບ 65 ປີ
ບົດກ່າວ ໂດຍ ທ່ານ ນາງ ຊາຮາ ເຊັກເກເນັສ, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ວັນຈັນ 26 ຕຸລາ 2020ທີ່ ໂຮງແຮມ ແລນມາກ ລິເວີຊາຍ
ພະນະທ່ານ ສະເຫຼີມໄຊ ກົມມະສີດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ຮັກແພງ ແລະນັບຖື,
ບັນດາທ່ານ ລັດຖະມົນຕີ ແລະ ຮອງລັດຖະມົນຕີ,
ທ່ານ ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ,
ແຂກທີ່ມີກຽດ, ທ່ານຍິງ ແລະ ທ່ານຊາຍ,
75 ປີກ່ອນນີ້, ໂລກຂອງພວກເຮົາແມ່ນຕົກຢູ່ໃນສະພາບທີ່ພະຍາຍາມຊອກຫາທາງອອກ ຈາກໄພຫາຍະນະອັນໃຫ່ຍຫຼວງ ແລະ ຈາກທໍາລາຍລ້າງທີ່ບໍ່ເຄີຍມີມາກ່ອນຂອງ ສົງຄາມໂລກຄັ້ງທີ່ສອງ.
ພຽງແຕ່ 30 ປີເທົ່ານັ້ນ ພາຍຫຼັງການການຢຸດຕິຂອງສົງຄາມໂລກຄັ້ງທີ່ໜຶ່ງ, ເຖິງແມ່ນວ່າພວກເຮົາຈະມີຄວາມຕັ້ງໃຈ ແລະ ເຈດຕະນາ ວ່າຫາຍະນະດັ່ງກ່າວຈະບໍ່ເກີດຂື້ນອີກ.
ປະຊາຊົນ ແລະ ມວນມະນຸດທຸກຄົນໃນໂລກ ຕ່າງກໍມີຄວາມໄຝ່ຝັນເຖິງອະນາຄົດທີ່ດີກ່ວາ.
ວິໄສທັດທີ່ຖືກສ້າງຂື້ນ ເພື່ອອານາຄົດທີ່ມວນມະນຸດພວກເຮົາຮຸ່ນຕໍ່ໄປ ຈະບໍ່ຕ້ອງພົບພໍ້ກັບໄພຫາຍະນະທີ່ເກີດຂື້ນຈາກສົງຄາມ,
ວິໄສທັດຂອງອະນາຄົດທີ່ທຸກຄົນ ແລະ ທຸກປະເທດ, ບໍ່ວ່າຈະເປັນປະເທດນ້ອຍ ຫຼືໃຫຍ່, ມີສິດເທົ່າທຽມກັນ,
ມີທັງຄວາມຍຸຕິທໍາ ແລະ ນັບຖືພັນທະສາກົນ,
ແລະ ຊຸກຍູ້ສ້າງຄວາມຄືບໜ້າຂອງສັງຄົມ ແລະ ຍົກລະດັບການດໍາລົງຊີວິດຂອງທຸກຄົນ,
ການແກ້ໄຂບັນຫາດັ່ງກ່າວນີ້ ຈະບໍ່ເປັນພຽງແຕ່ຄວາມຝັນອີກຕໍ່ໄປ.
ເພື່ອສະແຫວງຫາ ແລະ ບັນລຸວິໄສທັດດັ່ງກ່າວ, ກົດບັດສະຫະປະຊາຊາດ ໄດ້ຖືກກໍ່ຕັ້ງຂື້ນ ແລະ ມີຜົນບັງຄັບໃຊ້ໃນວັນທີ 24 ຕຸລາ ປີ 1945, ນັບແຕ່ນັ້ນເປັນຕົ້ນມາ ວັນດັ່ງກ່າວໄດ້ກາຍເປັນວັນສ້າງຕັ້ງອົງກາານສະຫະປະຊາຊາດ ເຊິ່ງພວກເຮົາກໍ່ໄດ້ມາໂຮມຕົວກັນເພື່ອສະເຫຼີມສະຫຼອງວັນດັ່ງກ່າວໃນມື້ນີ້.
ນີ້ແມ່ນຈຸດເລີ່່ມຕົ້ນຂອງອົງການສະຫະປະຊາຊາດ ທີ່ໄດ້ກາຍເປັນກົນໄກນໍາພາໃຫ້ແກ່ແກ່ການສົ່ງເສີມການຮ່ວມມື ແລະ ຄວາມສາມັກຄີຂອງຄວາມພະຍາຍາມຂອງບັນດາປະເທດສະມາຊິກ ໃນການບັນລຸເປົ້າໝາຍອັນດຽວກັນ.
ໂດຍຄຽງຄູ່ກັບ ສະຖາບັນເບຼັດຕັ້ນວູ້ດ, -- ກໍຄື ທະນາຄານໂລກ ແລະ ອົງການກອງທຶກສາກົນ, ອົງການສະຫະປະຊາຊາດ ໄດ້ກາຍເປັນກົນໄກໃນການຮ່ວມມືຫຼາຍຝ່າຍ ທີ່ແນ່ໃສ່ການປົກປັກຮັກສາສັນຕິພາບ ແລະ ຄວາມໝັັ້ນຄົງ, ການພັດທະນາ ແລະ ການສົ່ງເສີມສິດທິມະນຸດ;
ດັ່ງທີ່ທ່ານ ເຮັນລີ ມໍແກນທົວ ເຄີຍກ່າວໄວ້ວ່າ ‘‘ສະຖາບັນ ກໍຄື ອົງການດັ່ງກ່າວ ຈະເປັນຕົວຂັບເຄື່ອນໃນການສ້າງປະຊາຄົມໂລກທີ່ມີຄວາມຫຼາກຫຼາຍ ແລະ ປະຊາຊົນຂອງທຸກປະເທດຈະມີຄວາມຮັບຮູ້ເຖິງຄວາມອາດສາມາດຂອງພວກເຂົາໃນການສ້າງສັນຕິພາບ’’
ນັບແຕ່ນັ້ນເປັນຕົ້ນມາ, ມັນໄດ້ຮຽກຮ້ອງໃຫ້ ອົງການສະຫະປະຊາຊາດ ມີຄວາມໃກ້ຊິດຕິດແທດກັບປະຊາຊົນໃຫ້ຫຼາຍຂື້ນ; ພວກເຮົາ, ກໍຄື ປະຊາຊົນ ທີ່ອົງການຮັບໃຊ້, -- ແລະ ໃນມື້ນີ້ ຂ້າພະເຈົ້າກໍມີຄວາມດີໃຈ ທີ່ໄດ້ເຫັນການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າອົງການຈັດຕັ້ງທາງສັງຄົມ.
65 ປີກ່ອນ, ອີງຕາມຍັດຕິສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ເລກທີ 109[1], ສປປ ລາວ ໄດ້ເຂົ້າຮ່ວມເປັນສະມາຊິກຂອງອົງການສະຫະປະຊາຊາດ ເຊິ່ງໃນປີ 1955 ມີພຽງແຕ່ 76 ປະເທດສະມາຊິກເທົ່ານັ້ນ,
ແລະ ສປປ ລາວ ໄດ້ກາຍເປັນສ່ວນໜຶ່ງທີ່ຮ່ວມວິໄສທັດໃນການສ້າງອະນາຄົດທີ່ດີກ່ວາ ແລະ ຮ່ວມເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸບັນດາເປົ້າໝາຍໃຫ້ເກີດຜົນສໍາເລັດດັ່ງທີ່ຕັ້ງໄວ້.
●
ພະນະທ່ານ,
ແນ່ນອນວ່າ ສະພາບ ແລະ ເງື່ອນໄຂຂອງໂລກເຮົາໃນປັດຈຸບັນ ຍ່ອມມີຄວາມແຕກຕ່າງກັນ ເມື່ອທຽບກັບສະພາບໃນປີ 1945.
ໜຶ່ງໃນນັ້ນ ແມ່ນຈໍານວນປະເທດທີ່ເພີ່ມຂື້ນເຖິງ 193 ປະເທດທີ່ເປັນສະມາຊິກອົງການ ສປຊ.
ປະຊາກອນຂອງໂລກກໍເພີ່ມຂື້ນສາມເທົ່າ ເຖິງ 7.7 ພັນລ້ານຄົນ.[2]
ປະຊາຊົນກໍມີການດໍາລົງຊີວິດທີ່ດີ ມີສຸຂະພາບແຂງແຮງຫຼາຍ, ມີອາຍຸຍືນຫຼາຍຂື້ນກ່ວາເກົ່າ ແລະ ອັດຕາການຕາຍຂອງເດັກກໍຫຼຸດລົງ.
ແລະ ແນ່ນອນ ລະດັບການສຶກສາ, ອັດຕາການອ່ານອອກ ແລະ ຂຽນໄດ້ຂອງປະຊາຊົນກໍ່ເພີ່ມຫຼາຍຂື້ນ.
ໂລກຂອງພວກເຮົາໃນປັດຈຸບັນກໍມີການເຊື່ອມໂຍງກັນຫຼາຍຂື້ນ ບໍ່ວ່າປະຊາຊົນຈະອາໄສຢູ່ຈຸດໃດຂອງໂລກກໍ່ສາມາດແລກປ່ຽນຂໍ້ມູນ, ຂ່າວສານ ແລະ ຕິດຕໍ່ປະສານງານກັນໄດ້ຢ່າງວ່ອງໄວ ແລະ ງ່າຍດາຍ ເຊິ່ງເປັນສິ່ງໜຶ່ງທີ່ຈິນຕະນາການໄດ້ຍາກຕອນທີ່ ອົງການ ສປຊ ຫາກໍ່ກໍຕັ້ງໃໝ່ໆ.
ແລະ ອີກຢ່າງໜຶ່ງ, ໂລກຂອງເຮົາໃນປັດຈຸບັນ ກໍມີການເຊື່ອມສານ ແລະ ເພິ່ງພາເຊິ່ງກັນ ແລະ ກັນຫຼາຍຂື້ນ, ໂດຍສະເພາະ ເຄື່ອຂ່າຍສາຍພານຂອງການຄ້າໂລກ, ການລົງທຶນ, ການພັດທະນາ ແລະ ການເດີນທາງ ທີ່ຊ່ວຍໃຫ້ພວກເຮົາສາມາດສ້າງຄວາມຈະເລີນຮຸ່ງເຮືອງ, ອຸດົມຮັ່ງມີ ແລະ ການດໍາລົງຊີວິດທີ່ສະດວກສະບາຍໃນໂລກທີ່ພວກເຮົາຕ້ອງໄດ້ຮ່ວມກັນປົກປັກຮັກສາ ແລະ ອະນຸລັກໄວ້.
ຫຼັກການຂອງຄວາມເປັນອະທິປະໄຕ ຍັງສືບຕໍ່ເປັນສັນຍາລັກອັນສໍາຄັນໃນການຮ່ວມມືສາກົນ, ເຖິງແມ່ນວ່າຫຼາຍປະເທດສະມາຊິກ ແມ່ນມີການເຊື່ອມໂຍມ ແລະ ເຊື່ອມຈອດ ແລະ ເພິ່ງພາເຊິ່ງກັນ ແລະ ກັນ ແຕ່ໃນປັດຈຸບັນ ພວກເຮົາຍິ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ສືບຕໍ່ຊຸກຍູ້ການປະສານງານຮ່ວມມືຢ່າງໃກ້ຊິດ, ມີການເຄົາລົບນັບຖື ແລະ ເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂື້ນກ່ວາເກົ່າ.
●
ອົງການ ສປຊ ໄດ້ສືບຕໍ່ແກ້ໄຂບັນຫາຢູ່ທົ່ວໂລກ ເປັນໄລຍະເວລາຫຼາຍທົດສະຫວັດ ໂດຍສະເພາະການລືບລ້າງໄພອຶດຫີວ ແລະ ຄວາມທຸກຍາກ,
ອົງກາານ ສປຊ ໄດ້ນໍາພາຂະບວນການທົ່ວໂລກໃນການລຶບລ້າງໄຂ້ທໍລະພິດ,
ແລະ ຍັງໄດ້ສົ່ງເສີມການມີສິດເທົ່າທຽມກັນ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ.
ໂດຍຜ່ານກົນໄກຂອງອົງການ ສປຊ, ໂລກຂອງພວກເຮົາໄດ້ພ້ອມກັນຢືນຍັດໃນການສ້າງສັນຕິພາບ ເຊິ່ງບັນດາປະເທດສະມາຊິກໄດ້ປະກອບສ່ວນເຂົ້າໃນກອງກໍາລັງປະຕິບັດການຮັກສາສັນຕິພາບຂອງອົງການ ສປຊ ຈໍານວນເຖິງ 71 ປະຕິບັດການນັບແຕ່ປີ 1948 ເປັນຕົ້ນມາ.[3]
ໃນທ້າຍອາທິດນີ້, ຕາມດ້ວຍວິທີການທີ່ປະສົບຜົນສຳເລັດແບບດຽວກັນນີ້ທີ່ໄດ້ນຳໃຊ້ໃນການເຈລະຈາສົນທິສັນຍາກ່ຽວກັບລະເບີດລູກຫວ່ານປີ 2008, ເຊິ່ງຮ່ວມນຳພາໂດຍ ສປປ ລາວ, ປະເທດຮົງດູຣັດ ໄດ້ກາຍເປັນປະເທດທີ 50 ທີ່ຮ່ວມໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດນິວເຄຼຍ, ເຊິ່ງນີ້ກໍໝາຍຄວາມວ່າ ສົນທິສັນຍາດັ່ງກ່າວຈະມີຜົນບັງຄັບໃຊ້[4] ແລະ ຈະຊ່ວຍສ້າງອະນາຄົດທີ່ປອດໄພຫຼາຍຂື້ນ.
ໃນຕົ້ນເດືອນທີ່ຜ່ານມາ, ອົງການອາຫານໂລກ ກໍໄດ້ກາຍເປັນ ອົງການທີ 12 ຂອງເຄືອຂ່າຍ ອົງການ ສປຊ ທີ່ໄດ້ຮັບລາງວັນ ໂນເບລສັນຕິພາບ[5] ໃນການປະກອບສ່ວນວຽກງານໃນການລຶບລ້າງໄພອຶດຫິວໃນທົ່ວໂລກ ແລະ ສ້າງເງື່ອນໄຂອັນສໍາຄັນໃນການສ້າງສັນຕິພາບ ແລະ ຄວາມສະຫງົບສຸກ ໂດຍສະເພາະໃນຂົງເຂດທີ່ໄດ້ຮັບຜົນກະທົບຈາກຂໍ້ຂັດແຍ້ງ -- [ຂ້າພະເຂົ້າຖືໂອກາດນີ້ ສະແດງຄວາມຍິນດີມາຍັງ ທ່ານ ຢານ ແລະ ທິມງານ ອົງການອາຫານໂລກປະຈໍາ ສປປ ລາວ]
ແນວຄິດຂອງ ສະຫະປະຊາຊາດ ນັ້ນມີຄວາມໝາຍບາງຢ່າງ.
ດັ່ງປະສົບການ ແລະ ແຮງບັນດານໃຈທີ່ຂ້າພະເຈົ້າໄດ້ຮັບ ນັບແຕ່ຂ້າພະເຈົ້າໄດ້ເຂົ້າຮ່ວມໃນຄວາມພະຍາຍາມຂອງອົງການດັ່ງກ່າວໃນສະໄໝທີ່ຍັງເປັນນັກສຶກສາທີ່ ມະຫາວິທະຍາໄລ ໂກເທັນເບີກ, ແລະ ມີຄວາມມຸ້ງໝັ້ນວ່າມື້ໜຶ່ງ ຂ້າພະເຈົ້າເອງຈະເຮັດວຽກໃຫ້ກັບ ອົງການສະຫະປະຊາຊາດ.
ແລະ ແນ່ນອນວ່າ ແນວຄິດ ແລະ ວິໄສທັດ ຂອງອົງການ ໄດ້ກາຍເປັນສັນຍາລັກ ແລະ ແຮງບັນດາໃຈໃຫ້ກັບຫຼາຍໆຄົນ ເພື່ອການສ້າງອະນາຄົດທີ່ດີກວ່າ ແລະ ຄວາມຕັ້ງໃຈໃນການສ້າງການປ່ຽນແປງໃຫ້ເກີດຜົນເປັນຈິງ.
●
ແຕ່ເຖິງຢ່າງໃດກໍຕາມ, ເມື່ອພວກເຮົາເບິ່ງຄືນຍ້ອນຫຼັງ 75 ປີ ຂອງຄວາມຄືບໜ້າ, ບັນດາສິ່ງທ້າທາຍ ແລະ ການປ່ຽນແປງໃນໄລຍະທີ່ຜ່ານມາ, ຄຽງຄູ່ກັນນັ້ນ ພວກເຮົາກໍຕ້ອງຄໍານຶງເຖິງສິ່ງທີ່ເຮົາຕ້ອງເຮັດໃຫ້ໄດ້ດີກ່ວາເກົ່າ.
ພາຍໃຕ້ການນໍາພາຂອງອົງການ ແລະ ເຖິງວ່າພວກເຮົາຈະເຕັມໄປດ້ວຍຄວາມພະຍາຍາມ ແລະ ຄວາມຕັ້ງໃຈ, ແຕ່ຫຼາຍໆແຫ່ງໃນທົ່ວໂລກ ຍັງສືບຕໍ່ປະສົບກັບໄພສົງຄາມ ແລະ ໄພຄຸກຄາມຈາກຜົນກະທົບຂອງສົງຄາມ.
ແນ່ນອນວ່າ, ຫຼາຍທ່ານທີ່ຢືນຢູ່ຈຸດນີ້ອາດໄດ້ຜ່ານປະສົບການດັ່ງກ່າວມາກ່ອນຈາກຜົນກະທົບຂອງສົງຄາມ ທີ່ຍັງປະຮ່ອງຮອຍໄວ້ ແລະ ສືບຕໍ່ຄຸກຄາມການດໍາລົງຂອງຊຸມຊົນເຂດຊົນນະບົດ ຢູ່ ສປປ ລາວ.
ພວກເຮົາເອງ ກໍປາສະຈາກບໍ່ໄດ້ ທີ່ຍັງມີຄວາມລ້າຊ້າໃນການແກ້ໄຂບັນຫາ,
ແລະ ມີຊ່ວງເວລາທີ່ພວກເຮົາເອງກໍຍັງບໍ່ສາມາດຈັດຕັ້ງປະຕິບັດໜ້າທີ່ໄດ້ຢ່າງສອດຄ່ອງ ແລະ ມີປະສິດທິພາບໄດ້ເທົ່າທີ່ຄວນ,
ແລະ ໃນນາມເປັນອົງການຈັດຕັ້ງສາກົນ, ພວກເຮົາຈໍາເປັນຕ້ອງປັບປຸງຄວາມອາດສາມາດ, ການສ້າງຈັນຍາບັນ, ແລະ ສົ່ງເສີມຄວາມຫຼາກຫຼາຍທາງເພດ ແລະ ປະເທດຕ່າງໆ ເພື່ອເຮັດໃຫ້ເຮົາສາມາດສະໜອງ ແລະ ຮັບໃຊ້ປະຊາຊົນໄດ້ຢ່າງມີປະສິດທິພາບ.
ພະນະທ່ານ,
ມີສິ່ງທ້າທາຍຫຼາຍຢ່າງທີ່ພວກເຮົາຈໍາເປັນຕ້ອງໄດ້ສືບຕໍ່ແກ້ໄຂໃນອະນາຄົດ.
ທ່າອ່ຽງທີ່ເພີ່ມຂື້ນຂອງຄວາມບໍ່ເທົ່າທຽມກັນ ໄດ້ສ້າງຄວາມແຕກໂຕນກັນລະຫວ່າງ ຜູ້ໄດ້ປຽບ ແລະ ຜູ້ທີ່ຖືກປະໄວ້ຢູ່ທາງຫຼັງ, ເຊິ່ງເກີດຂື້ນທັງຢູ່ພາຍໃນປະເທດ ແລະ ລະຫວ່າງບັນດາປະເທດສະມາຊິກ.
ການປ່ຽນແປງຂອງດິນຟ້າອາກາດ ທີ່ເກີດຈາກການກະທໍາທີ່ບໍ່ຍືນຍົງຂອງມະນຸດ ໄດ້ສ້າງຜົນກະທົບທາງລົບ ຕໍ່ຄວາມຄືບໜ້າຂອງພວກເຮົາ, ໂດຍສະເພາະໄດ້ສ້າງໄພຄຸກຄາມຕໍ່ລະບົບນິເວດທາງທໍາມະຊາດ ແລະ ອາດຈະເຮັດໃຫ້ 140 ລ້ານຄົນ[6] ໄດ້ຮັບຜົນກະທົບ ແລະ ຍົກຍ້າຍຈາກທີ່ຢູ່ອາໄສຂອງພວກເຂົາ.
ລວມທັງຊີວະນານາພັນ ແລະ ສັດປ່າຫຼາຍສາຍພັນ ຫຼາຍກວ່າລ້ານຊະນິດ ແມ່ນກໍາລັງປະເຊີນກັບຄວາມສ່ຽງໃນການສູນພັນ, ແລະ ໃນນັ້ນລວມທັງຊີວະນານາພັນຫຼາຍກ່ວາ 60 ຊະນິດຂອງ ສປປ ລາວ ກໍມີຄວາມສ່ຽງຕໍ່ການສູນພັນເຊັ່ນດຽວກັນ.[7]
ນອກຈາກນັ້ນ, ພວກເຮົາກໍ່ເຫັນຢ່າງປະຈັກຕາວ່າ ຜົນກະທົບຈາກການທໍາລາຍລະບົບນິເວດຊີວະນານາພັນ ໄດ້ສ້າງຄວາມສ່ຽງຕໍ່ການກໍ່ໃຫ້ເກີດໂລກລະບາດຈາກສັດສູ່ຄົນອີກດ້ວຍ.
ການແຜ່ລະບາດ ໂຄວິດ-19 ໄດ້ເຮັດໃຫ້ຫຼາຍກ່ວາ 1 ລ້ານຄົນ ໄດ້ເສຍຊິວີດ[8], ແລະ ໄດ້ຄາດຄະເນວ່າ ການແຜ່ລະບາດຂອງໂຣກລະບາດດັ່ງກ່າວຈະເຮັດໃຫ້ຫຼາຍກ່ວາ 100 ລ້ານຄົນ ໃນທົ່ວໂລກຕົກຢູ່ໃນສະພາບຄວາມທຸກຍາກ. [9]
ພວກເຮົາຕ້ອງເຮັດໃຫ້ໄດ້ດີກ່ວານີ້.
●
ບັນດາປະຊາຊົນໂລກ,
ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວນີ້, ໃນປີ 2015, ບັນດາປະເທດສະມາຊິກ ໄດ້ຮ່ວມກັນຕົກລົງສ້າງວິໄສທັດ ໃໝ່ເພື່ອການພັດທະນາແບບຍືນຍົງ ກໍຄື ການສ້າງວາລະ 2030.
17 ເປົ້າໝາຍການພັດທະນາແບບຍືນຍົງ ໄດ້ກາຍເປັນພື້ນຖານແຜນແມ່ບົດໃໝ່ ໃນການສົ່ງເສີມສັນຕິພາບ ແລະ ສ້າງຄວາມຈະເລີນຮຸ່ງເຮືອງ ເພື່ອມວນມະນຸດ ແລະ ໂລກ ພາຍໃນປີ 2030.
ເຊິ່ງມັນໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ປັບປຸງການຮ່ວມມືໃນທົ່ວໂລກ ເພື່ອພ້ອມກັນລຶບລ້າງຄວາມທຸກຍາກ, ຍົກລະດັບສຸຂະພາບ ແລະ ການສຶກສາ, ຫຼຸດຜ່ອນຄວາມບໍ່ເທົ່າທຽມກັນ ແລະ ຍົກລະກັບຊີວິດການເປັນຢູ່ ຄຽງຄູ່ກັບພ້ອມກັນແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ສປປ ລາວ ໄດ້ເຊື່ອມສານວາລະດັ່ງກ່າວໃຫ້ສອດຄ່ອງກັບປະເທດ, ໂດຍການຮັບຮອງເອົາເປົ້າໝາຍແຫ່ງຊາດ ກໍຄື ເປົ້າໝາຍທີ 18 ‘ຊີວິດປອດໄພຈາກລະເບີດບໍ່ທັນແຕກ’
ອົງການ ສປຊ ກໍເປັນສ່ວນໜຶ່ງໃນການສະໜັບສະໜູນບັນດາປະເທດສະມາຊິກໃນການບັນລຸບັນດາເປົ້າໝາຍ ແລະ ຊ່ວຍເຫຼືອໃນການຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະດັ່ງກ່າວໃຫ້ເກີດຜົນສໍາເລັດ.
●
ເຖິງຢ່າງໃດກໍຕາມ, ໃນປີ 2020 ແລະ ກ່ອນເກີດການແຜ່ລະບາດຂອງ ໂຄວິດ-19 ໄດ້ສ້າງຜົນກະທົບໂດຍກົງຕໍ່ການຈັດຕັ້ງປະຕິບັດບັນດາເປົ້າໝາຍ ແລະ ເຮັດໃຫ້ຄວາມຄືບໜ້າມີຄວາມລ່າຊ້າ.
ໃນບາງກໍລະນີ, ເຊັ່ນ: ເປົ້າໝາຍທີ 12 ວ່າດ້ວຍການສົ່ງເສີມການອຸປະໂພກບໍລິໂພກ ແລະ ການຜະລິດຢ່າງມີຄວາມຮັບຜິດຊອບ ໃນດ້ານການຈັດຕັ້ງປະຕິບັດ ແລະ ຄວາມຄື້ບໜ້າຂອງເປົ້າໝາຍດັ່ງກ່າວແມ່ນມີທ່າອ່ຽງຖອຍຫຼັງ,
ດັ່ງທີ່ພວກເຮົາໄດ້ລາຍງານໃນຕົ້ນປີທີ່ຜ່ານມາວ່າ: ການຈັດຕັ້ງປະຕິບັດຮອດປັດຈຸບັນຂອງພາກພື້ນອາຊີ-ປາຊີຟິກ ແມ່ນຈະສາມາດບັນລຸໄດ້ແຕ່ພຽງເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍດຽວ ເທົ່ານັ້ນ.[10]
●
ນັບແຕ່ປິີ 1945 ເປັນຕົ້ນມາ, ພວກເຮົາໄດ້ຮ່ວມກັນປະສົບຜົນສໍາເລັດຫຼາຍອັນສໍາຄັນ, ແລະ ພວກເຮົາທຸກຄົນຄວນຈະມີຄວາມພູມໃຈໃນຜົນສໍາເລັດນີ້.
ແຕ່ຕອນນີ້ ເປັນເວລາທີ່ພວກເຮົາຈະຕ້ອງສືບຕໍ່ໄຕ່ຕອງຢ່າງມີສະຕິ ແລະ ບໍ່ແມ່ນສະຫຼອງໄຊຊະນະ.
ພວກເຮົາຕ້ອງຮັບຮູ້ວ່າພວກເຮົາຈະສາມາດເຮັດແນວໃດ, ຄວນເຮັດແນວໃດ, ໜ້າຈະເຮັດແນວໃດ, ຕ້ອງເຮັດແນວໃດ ແລະ ຈໍາເປັນຕ້ອງເຮັດແນວໃຫ້ດີຂື້ນກວ່າເກົ່າ.
ໂດຍຖອດຖອນບົດຮຽນ ແລະ ຮຽນຮູ້ຈາກປະສົບການຈາກ 75 ປີ ທີ່ຜ່ານມາ.
ພວກເຮົາຕ້ອງພ້ອມກັນປະເຊີນກັບສິ່ງທ້າທາຍອັນໃຫ່ຍຫຼວງໃນຍຸກຂອງພວກເຮົາ.
ແລະ ເຮັດວຽກຮ່ວມກັນເພື່ອຜ່ານຜ່າສິ່ງທ້າທາຍນີ້.
●
ບັນດາທ່ານແຂກທີ່ມີກຽດ,
ດັ່ງທີ່ຜ່ານມາ, ຄໍາຖາມທີ່ວ່າ ພວກເຮົາຕ້ອງການໂລກແບບໃດໃນອະນາຄົດ ແລະ ພວກເຮົາຕ້ອງເຮັດແນວໃດໃຫ້ເປົ້າໝາຍຂອງເຮົາມັນເກີດຂື້ນໄດ້.
ນັບແຕ່ເດືອນມັງກອນ ເປັນຕົ້ນມາ, ຫຼາຍກວ່າ 1 ລ້ານຄົນຈາກບັນດາປະເທດສະມາຊິກຂອງອົງການ ສປຊ ໄດ້ຮ່ວມກັນມີສ່ວນຮ່ວມໃນການປຶກສາຫາລື ກ່ຽວກັບຄວາມຫວັງ ແລະ ຄວາມຢ້ານ ຂອງອະນາຄົດຂອງພວກເຂົາ. [11]
ພວກເຂົາໄດ້ຕອບພວກເຮົາວ່າ ທ່າມກາງວິກິດການແຜ່ລະບາດຂອງພະຍາດ, ພວກເຮົາຕ້ອງຊອກຫາວິທີການປົກປ້ອງຄວາມອາດສາມາດຂອງຄົນໃນການເຂົ້າເຖິງພື້ນຖານການບໍລິການຕ່າງໆ, ລວມທັງສາທາລະນະສຸກ, ນໍ້າ ແລະ ການສຶກສາ.
ພວກເຂົາຍັງບອກພວກເຮົາຕື່ມວ່າ ພວກເຂົາມີຄວາມເປັນຫ່ວງຕໍ່ການປົກປັກຮັກສາໂລກ ຈາກການປ່ຽນແປງດິນຟ້າອາກາດ ແລະ ການທໍາລາຍສິ່ງແວດລ້ອມ.
ພວກເຂົາຍັງບອກພວກເຮົາວ່າ ພວກເຮົາຕ້ອງເຮັດໃຫ້ໄດ້ຫຼາຍກວ່ານີ້ເພື່ອຮັບປະກັນການສ້າງຄວາມຈະເລີນຮຸ່ງເຮືອງທີ່ເທົ່າທຽມກັນ ໂດຍສະເພາະການແກ້ໄຂບັນຫາຄວາມທຸກຍາກ, ຄວາມບໍ່ເທົ່າທຽມກັນ ແລະ ການສ້າງວຽກເຮັດງານທໍາ.
ພວກເຂົາຍັງຮຽກຮ້ອງໃຫ້ ພວກເຮົາສ້າງໂລກທີ່ເຕັມໄປດ້ວນສັນຕິພາບ, ປາສະຈາກຄວາມຮຸນແຮງ, ຄວາມຂັດແຍ່ງ ແລະ ການກໍ່ການຮ້າຍ.
ແລະ ພວກເຂົາຍັງໄດ້ຮຽກຮ້ອງໃຫ້ມີການຮ່ວມມືຢ່າງຮອບດ້ານລະຫວ່າງປະເທດ ແລະ ຢູ່ພາຍໃນປະເທດ, ຊຶ່ງນັບວ່າເປັນກຸນແຈຫຼັກໃນການບັນລຸເປົ້າໝາຍທີ່ຕັ້ງໄວ້.
●
ນີ້ແມ່ນຂໍ້ຄວາມສຳລັບພວກເຮົາທຸກຄົນ,
ອົງການ ສປຊ ໄດ້ໂຮມຕົວພວກເຮົາ ແລະ ຂະຫຍາຍບັນດາປະເທດສະມາຊິກຫຼາຍກ່ວາ 193 ປະເທດ.
ໃນຖານະທີ່ເປັນອົງການ, ຜູ້ໃຫ້ທຶນ ແລະ ຜູ້ສ້າງແຜນງານຂອງທີມງານອົງການ ສປຊ, ພວກເຮົາຈະສຶບຕໍ່ສະ ໜອງ, ສະໜັບສະໜູນ, ຊ່ວຍເຫຼືອ ແລະ ແນະນໍາ.
ແລະ ພວກເຮົາຈະສືບຕໍ່ປະຕິຮູບຕາມການແນະນໍາຂອງ ເລຂາທິການໃຫ່ຍ ເພື່ອເຮັດໃຫ້ອົງການຂອງພວກເຮົາມີປະສິດທິພາບຫຼາຍຂື້ນ, ມີຄວາມກວມລວມ ແລະ ມີສ່ວນຮ່ວມ ແລະ ມີຄວາມຮັບຜິດຊອບ - ເພື່ອຮັບປະກັນວ່າ ອົງການ ສປຊ ແມ່ນອົງການທີ່ພວກເຮົາຕ້ອງການເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂື້ນໃນອານາຄົດອັນໃກ້.
ແຕ່ທຸກຢ່າງທີ່ພວກເຮົາຈັັດຕັ້ງປະຕິບັດ ແມ່ນພວກເຮົາຈະເຮັດຮ່ວມກັນ ແລະ ເພື່ອທຸກຄົນ
ກອງເລຂາ ອົງການ ສປຊ ແລະ ລະບົບການພັດທະນາ ແມ່ນໄດ້ຖືກສ້າງຂື້ນເພື່ອໃຫ້ການຊ່ວຍເຫຼືອ ວິໄສທັດຂອງບັນດາປະເທດສະມາຊິກ ແລະ ພວກເຮົາຈະຈັດຕັ້ງປະຕິບັດໃນນາມຂອງພວກທ່ານ.
ການຊອກຫາແນວທາງໃໝ່ທີ່ດີກ່ວາໃນການເຮັດວຽກຮ່ວມກັນ ເພື່ອສາມາດບັນລຸບັນດາເປົ້າໝາຍຂອງພວກເຮົາທີ່ຕັ້ງໄວ້ຮ່ວມກັນແມ່ນເປັນສິ່ງທີ່ສໍາຄັນ.
●
ດ້ວຍເຫດຜົນດັ່ງກ່າວ, ຂ້າພະເຈົ້າແມ່ນມີຄວາມຍິນດີທີ່ຈະຮັບຟັງຄໍາເຫັນຂອງບັນດາທ່ານເອກອັກຄະລັດຖະທູດ ທັງຫ້າທ່ານ, ເຊິ່ງ ທ່ານລັດຖະມົນຕີ ແລະ ຂ້າພະເຈົ້າເອງ ໄດ້ຮ່ວມກັນພິຈາລະນາເລືອກຜູ້ຕາງໜ້າໃຫ້ມີຄວາມຫຼາກຫຼາຍ ຄັດເລືອກຈາກບັນດາປະເທດສະມາຊິກ,
ເພື່ອລະລຶກຄືນຜົນງານຂອງອົງການ ສປຊ ໃນໄລຍະ 75 ປີ ທີ່ຜ່ານມາ ກໍໝາຍຄວາມວ່າ ພວກເຮົາພ້ອມທີ່ຈະຫັນໜ້າສູ່ອະນາຄົດທີ່ເຕັມໄປດ້ວຍສິ່ງທີ່ບໍ່ສາມາດຄາດຄະເນໄດ້ ແລະ ຄຽງຄູ່ກັບບັນດາລະໂອກາດໃໝ່ເຊັ່ນດຽວກັນ.
ອະນາຄົດຕໍ່ໄປ ພວກເຮົາຍັງບໍ່ທັນໄດ້ຂຽນເທື່ອ.
ແລະ ນີ້ແມ່ນສິ່ງທີ່ຂ້າພະເຈົ້າຢາກຢໍ້າຄືນວ່າ
ພວກເຮົາທຸກຄົນແມ່ນມີສ່ວນຮ່ວມໃນການຂຽນບົດ ແລະ ບາດກ້າວຕໍ່ໄປຂອງອະນາຄົດຂອງພວກເຮົາ.
ຂໍຂອບໃຈຫຼາຍໆ.
[1] ວັນທີ 2 ທັນວາ ປີ 1975, ປະເທດລາວ ໄດ້ແຈ້ງໃຫ້ສະຫະປະຊາຊາດຊາບກ່ຽວກັບການປ່ຽນຊື່ເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ; https://www.un.org/en/sections/member-states/growth-united-nations-membership-1945-present/index.html
[2] ພະແນກເສດຖະກິດ ແລະ ສັງຄົມຂອງສະຫະປະຊາຊາດ; ການຄາດຄະເນປະຊາກອນໂລກ 2019; https://population.un.org/wpp/DataQuery/
[3] https://peacekeeping.un.org/en/data
[4] 22 January 2021
[5] https://www.un.org/en/sections/nobel-peace-prize/united-nations-and-nobel-peace-prize/index.html
[6] https://www.worldbank.org/en/news/feature/2018/03/19/meet-the-human-fac…
[7] https://www.un.org/sustainabledevelopment/blog/2019/05/nature-decline-unprecedented-report/
[8] ອົງການອະນາໄມໂລກ (WHO), ການອັບເດດປະຈໍາອາທິດກ່ຽວກັບໂຄວິດ-19, 9 ຕຸລາ 2020: ເສຍຊີວິດແລ້ວ 1,056,186 ຄົນhttps://www.who.int/publications/m/item/weekly-update-on-covid-19-9-october-2020
[9] https://www.worldbank.org/en/topic/poverty/brief/projected-poverty-impacts-of-COVID-19
[10] ESCAP, ບົດລາຍງານ Asia and the Pacific SDG Progress 2020, https://www.unescap.org/sites/default/files/publications/ESCAP_Asia_and_the_Pacific_SDG_Progress_Report_2020.pdf
[11] UN75, ອະນາຄົດທີ່ພວກເຮົາຕ້ອງການ: ອົງການສະຫະປະຊາຊາດທີ່ຢາກໄດ້: ການປັບປຸງກ່ຽວກັບວຽກງານຂອງຫ້ອງການ ການລະລຶກວັນຄົບຮອບ 75 ປີຂອງອົງການສະຫະປະຊາຊາດ, ກັນຍາ 2020, https://www.un.org/sites/un2.un.org/files/un75report_september_final_english.pdf