ຂ່າວສານ

ບົດລາຍງານຜົນໄດ້ຮັບກ່ຽວກັບສິດທິມະນຸດຂອງ ສປປ ລາວ ຈະໄດ້ຖືກຮັບຮອງຢູ່ກອງປະຊຸມສະພາສິດທິມະນຸດຂອງສະຫະປະຊາຊາດ ຄັ້ງທີ 45

25 ກັນຍາ 2020

  • UPR ແມ່ນຂະບວນການທີ່ມີເອກະລັກສະເພາະທີ່ຂັບເຄື່ອນໂດຍລັດທີ່ມີການທົບທວນຄືນບົດບັນທຶກສິດທິມະນຸດຂອງທຸກໆປະເທດສະມາຊິກ ສປຊ ທັງໝົດ 193 ປະເທດ. ພາຍໃຕ້ການສະໜັບສະໜູນຂອງສະພາສິດທິມະນຸດ, ເຊິ່ງເປີດໂອກາດໃຫ້ລັດຖະບານແຕ່ລະປະເທດປະກາດວ່າພວກເຂົາໄດ້ປະຕິບັດຫຍັງເພື່ອປັບປຸງສະຖານະການດ້ານສິດທິມະນຸດໃນປະເທດຂອງພວກເຂົາ ແລະ ປະຕິບັດພັນທະສິດທິມະນຸດ.

ນະຄອນຫຼວງວຽງຈັນ, ວັນທີ 25 ເດືອນກັນຍາປີ 2020 - ສະພາສິດທິມະນຸດຂອງສະຫະປະຊາຊາດ ກໍາລັງຈະຮັບຮອງເອົາບົດລາຍງານຜົນໄດ້ຮັບຂອງຄະນະປະຕິບັດງານກ່ຽວກັບຂໍ້ສະເໜີເເນະນຳ ພາຍໃຕ້ກົນໄກທົບທວນປະຈໍາໄລຍະດ້ານສິດທິມະນຸດ (UPR) ສໍາລັບ ສປປ ລາວ ໃນວັນຈັນ, ວັນທີ 28 ກັນຍາ 2020, ຢູ່ທີ່ກອງປະຊຸມຄັ້ງທີ 45 ເຊິ່ງຈະຖ່າຍທອດສົດທາງເວັບໄຊທ໌.

Photo: © UN Lao PDR/Kannika Inthaxoum

UPR ແມ່ນຂະບວນການທີ່ມີເອກະລັກສະເພາະທີ່ຂັບເຄື່ອນໂດຍລັດທີ່ມີການທົບທວນຄືນບົດບັນທຶກສິດທິມະນຸດຂອງທຸກໆປະເທດສະມາຊິກ ສປຊ ທັງໝົດ 193 ປະເທດ. ພາຍໃຕ້ການສະໜັບສະໜູນຂອງສະພາສິດທິມະນຸດ, ເຊິ່ງເປີດໂອກາດໃຫ້ລັດຖະບານແຕ່ລະປະເທດປະກາດວ່າພວກເຂົາໄດ້ປະຕິບັດຫຍັງເພື່ອປັບປຸງສະຖານະການດ້ານສິດທິມະນຸດໃນປະເທດຂອງພວກເຂົາ ແລະ ປະຕິບັດພັນທະສິດທິມະນຸດ.

ໃນເດືອນມັງກອນ 2020, ຄະນະປະຕິບັດງານຂອງສະພາສິດທິມະນຸດກ່ຽວກັບ UPR ໄດ້ທົບທວນບົດບັນທຶກສິດທິມະນຸດຂອງ ສປປ ລາວ ເປັນຄັ້ງທີສາມ. ອີງຕາມຂໍ້ມູນທີ່ສະໜອງໃນບົດລາຍງານແຫ່ງຊາດຂອງ ສປປ ລາວ ແລະ ໄດ້ຮັບຈາກລະບົບ ສປຊ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ, ບັນດາປະເທດສະມາຊິກໄດ້ສົ່ງ 226 ຂໍ້ສະຫລຸບ ແລະ ຂໍ້ສະເໜີແນະນຳໃຫ້ລັດຖະບານ ສປປ ລາວ ກ່ຽວກັບສິດຕໍ່ເສດຖະກິດ, ສັງຄົມ, ວັດທະນະທຳ, ພົນລະເຮືອນ ແລະ ການເມືອງເປັນຕົ້ນ, ໂດຍມີຈຸດປະສົງທີ່ຈະບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ.

ກ່ອນກອງປະຊຸມສະພາສິດທິມະນຸດທີ່ຈະມາເຖິງນີ້, ສປປ ລາວ ໄດ້ສະເໜີຄວາມຄິດເຫັນຂອງຕົນກ່ຽວກັບຂໍ້ສະເໜີແນະນຳ, ພ້ອມທັງຄຳໝັ້ນສັນຍາ ແລະ ການຕອບຮັບໂດຍສະໝັກໃຈດ້ວຍການສົ່ງເອກະສານແຈ້ງເພີ່ມຕື່ມໃຫ້ກອງເລຂາ UPR. ດັ່ງທີ່ໄດ້ກ່າວໄວ້ໃນການຕັດສິນໃຈຂອງ ສປປ ລາວ, ລັດຖະບານໄດ້ສະໜັບສະໜູນຢ່າງເຕັມທີ່ຕໍ່ 160 ຂໍ້ສະເໜີແນະນຳ ແລະ ໄດ້ຮັບຮອງເອົາ 66 ຂໍ້, ຕາມຜົນຂອງການປຶກສາຫາລືທີ່ນຳພາໂດຍຄະນະກຳມະການເເຫ່ງຊາດວ່າດ້ວຍສິດທິມະນຸດກັບອົງການປົກຄອງ, ນິຕິກຳ ແລະ ອຳນາດຕຸລາການທີ່ກ່ຽວຂ້ອງ ແລະພາກສ່ວນກ່ຽວຂ້ອງອື່ນໆ, ລວມທັງອົງການຈັດຕັ້ງທາງສັງຄົມ.

ການທົບທວນ UPR ຄັ້ງທຳອິດ ແລະ ຄັ້ງທີສອງຂອງ ສປປ ລາວ ໄດ້ຈັດຂຶ້ນໃນເດືອນພຶດສະພາ 2010 ແລະເດືອນມັງກອນ 2015 ຕາມລໍາດັບ. ການທົບທວນຄືນຕໍ່ໄປກ່ຽວກັບຄວາມຄືບໜ້າ ແລະ ການພັດທະນາໃນຂົງເຂດສິດທິມະນຸດສໍາລັບ ສປປ ລາວແມ່ນໄດ້ວາງແຜນໄວ້ເພື່ອປີ 2025.

--- ທ່ານສາມາດເບິ່ງການຮັບຮອງບົດລາຍງານຜົນໄດ້ຮັບ UPR ສໍາລັບ ສປປ ລາວ ຄັ້ງທີສາມໄດ້ທາງອິນເຕີເນັດ:

ແມ່ນຫຍັງ: ກອງປະຊຸມສະພາສິດທິມະນຸດຂອງ ສະຫະປະຊາຊາດ ຄັ້ງທີ 45

ຢູ່ໃສ: ຫໍປະຊຸມ, ພະລາຊະວັງປະຊາຊາດ, ເຈນີວາ, ສະວິດເຊີແລນ ແລະ ຖ່າຍທອດສົດທາງ UN WebTV

ເວລາໃດ: ວັນຈັນ 28 ເດືອນກັນຍາ ປີ 2020, ເວລາ 3.30-4.15 ໂມງແລງ (ເວລາ ສປປ ລາວ)

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

OHCHR
ສຳນັກງານຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ແຫ່ງສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້