ຂ່າວສານ

ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ໃນ ສປປ ລາວ

17 ພະຈິກ 2021

ນະຄອນຫຼວງວຽງຈັນ, 17 ພະຈິກ 2021 - ໃນມື້ນີ້, ລັດຖະບານ ສປປ ລາວ ພ້ອມດ້ວຍບັດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົົນ, ອຳນາດການປົກຄອງຂັ້ນແຂວງ ແລະ ຕາງໜ້າຈາກພາກສັງຄົມ ແລະ ພາກເອກະຊົນ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ທາງອອລາຍ ພາຍໃຕ້ຫົວຂໍ້: “ ເພີ່ມທະວີການເປັນຄູ່ຮ່ວມເພື່ອ ຍົກສູງປະສິດທິຜົນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແນ່ໃສ່ເລັ່ງລັດການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນໄລຍະຟື້ນຟູຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. 

ກອງປະຊຸຸມໂຕະມົນແມ່ນເວທີ ປືກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ຄວາມຄືບໜ້າ ໃນການຈັດຕັ້ງຜະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປລາວ ໃນແຕ່ລະໄລຍະ ລະຫວ່າງ ລັດຖະບານ  ແລະ ຄູ່ຮ່ວມພັດທະນາ. ເຂົ້າຮ່ວມເປັນກຽດໃນພິທີເປີດ ກອງປະຊຸມຄັ້ງນີ ມີ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດ ກ່າວເປີດ ກອງປະຊຸມຢ່າງເປັນທາງການ ແລະ ທ່ານ ອາຄີມ ສະໄຕເນີ (Achim Steiner) ຮອງປະທານກຸ່ມການພັດທະນາແບບຍືນຍົງ, ຜູ້ບໍລິຫານອົງການ UNDP ໄດ້ກ່າວມີຄຳເຫັນຜ່ານການບັນທຶກພາບ ແລະສຽງ ຕໍ່ກອງປະຊຸມຈາກ ນິວຢອກ, ຊື່ງທ່ານ ໄດ້ເນັ້ນໃຫ້ເຫັນວ່າ “ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແມ່ນ ກາລະໂອກາດ ຂອງ ສປປ ລາວ ໃນການບັນລຸການຫຼຸດພົ້ນຢ່າງຫຼ່ຽນໄຫຼ,” ໃນຂະນະດຽວກັນກໍ່ເນັ້ນຕື່ມອີກວ່າ “ຂອບວຽກການຟື້ນຟູເພື່ອ ‘ສ້າງຄືນໃໝ່ໃຫ້ດີກວ່າເກົ່າ’ ຈາກຜົນກະທົບຂອງພະຍາດ ພະຍາດໂຄວິດ-19 ນັ້ນ ຈະຕ້ອງແມ່ນພາກສ່ວນນື່ງ ຂອງແຜນການ 5 ປີດັ່ງກ່າວ. ນີ້ແມ່ນສິ່ງທີ່ສຳຄັນ ຍ້ອນການແຜ່ລະບາດໄດ້ເຮັດໃຫ້ຄວາມບໍ່ສະເໝີພາບທີ່ມີຢູ່ແລ້ວຮ້າຍແຮງຂຶ້ນກວ່າເກົ່າ, ເຊິ່ງຜູ້ທີ່ມີຄວາມອອນໄຫວສູງສຸດແມ່ນຜູ້ທີ່ໄດ້ຮັບຜົນກະທົບທີ່ຮຸນແຮງທີ່ສຸດ.” ທ່ານ ອາຄີມ ສະໄຕເນີ (Achim Steiner) ໄດ້ກ່າວມ້ວນທ້າຍວ່າ “ການພັດທະນາບໍ່ແມ່ນການໃຫ້ທຶນ ຫຼື ວິຊາການ ແຕ່ຢ່າງດຽວ ແຕ່ຕ້ອງໄດ້ຄຳນືງເຖີງຫລັກການ ການສ້າງ ແລະ ການລົງທຶນຮ່ວມກັນ ແລະ ດ້ວຍເຫດນີ້, ໜ່ວຍງານທັງໝົດຂອງອົງການສະຫະປະຊາຊາດ ແມ່ນພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການບັນລຸ ວາລະ 2030.”

ພາຍຫລັງ ພິທີເປີດແລ້ວ ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ກຽດເປັນປະທານກອງປະຊຸມ ຮ່ວມກັບ ທ່ານ ນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ.

ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ນີ້ແມ່ນປະກອບໄປດ້ວຍຫຼາຍກອງປະຊຸມປິ່ນອ້ອມ ແລະ ກອງປະຊຸມປຶກສາຫາລື ແລະ ຜົນຂອງກອງປະຊຸມດັ່ງກ່າວ ແມ່ນໄດ້ປະກອບສ່ວນອັນສຳຄັນຕໍ່ເນື້ອໃນຂອງກອງປະຊຸມໂຕະມົນລະດັບສູງໃນມື້ນີ້. ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນຊ່ວງໄລຍະສຳຄັນຂອງ ສປປ ລາວ ທີ່ກຳລັງຈັດຕັ້ງປະຕິບັດ ປີທຳອິດ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 (2021-2025) ແລະເປັນໄລຍະກະກຽມໃຫ້ແກ່ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປລາວ,​  ຊື່ງໃນໄລຍະນີ້ ສປປລາວ ກໍ່ຄືບັນດາປະເທດຕ່າງໆໃນໂລກ ພວກປະສົບກັບຜົນກະທົບຈາກ ການແພ່ລະບາດ ຂອງພະຍາດໂຄວິດ-19, ດັ່ງນັ້ນ,​ ກອງປະຊຸມຄັ້ງນີ້ ຈື່ງໄດ້ເນັ້ນໃສ່ ການປືກສາຫາລືກ່ຽວກັບບັນຫາດັ່ງກ່າວ. ພ້ອມດຽວກັນນີ້ ກອງປະຊຸມ ຍັງໄດ້ມີການລາຍງານ ຄວມຄືບໜ້າຂອງ ຂອງ ສປປ ລາວ ຕໍ່ ເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການນຳສະເໜີ ບົດທົບທວນແຫ່ງຊາດແບບສະໝັກໃຈຄັ້ງທີ 2 ແລະ ການທົບທວນກາງສະໃໝ ຂອງແຜນດຳເນີນງານ ຂອງຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມເພື່ອການພັດທະນາທີ່ມີປະສິດທິຜົນ (2015-2025)

ໃນພິທີເປີດ ກອງປະຊຸມໂຕະມົນລະດັບສູງຄັ້ງນີ້, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ກ່າວວ່າ: “ກອງປະຊຸມໂຕະມົນລະດັບສູງ ໃນປີນີ້ແມ່ນຜົນຂອງຄວາມພະຍາຍາມຮ່ວມກັນລະຫວ່າງ ລັດຖະບານ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ມີສ່ວນຮ່ວມເຂົ້າໃນການໂອ້ລົມ ແລະ ການປຶກສາຫາລືກ່ຽວກັບບັນຫາການພັດທະນາຂອງ ສປປ ລາວ. ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງຫວັງທີ່ຈະໄດ້ເຫັນຄວາມມຸ້ງໝັ້ນຈາກທາງຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜັບສະໜຸນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດໄລຍະ 2021-2023 ວ່າດ້ວຍການຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດ ແລະ ການເງິນ ພ້ອມທັງການສະກັດກັ້ນການຄ້າຂາຍຢາເສບຕິດ; ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9; ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ພາຍໃນປີ 2026 ແລະ ການບັນລຸເປົ້າໝາຍພາຍໃຕ້ ວາລະ 2030 ເພື່ອການພັດທະນາແບບຍືນຍົງ" ແລະ ທ່ານ ຍັ້ງກ່າວຢໍ້ຳຕື່ມວ່າ ລັດຖະບານຈະສືບຕໍ່ ເອົາໃຈໃສ່ການປ້ອງກັນ, ຄວບຄຸມ ແລະສະກັດກັ້ນ ການລະບາດຂອງພະຍາດໄຂ້ຫວັດສາຍພັນໃໝ່ ໂຄວິດ-19. ສໍາລັບ ສປປ ລາວ ມີເປົ້າໝາຍສັກວັກແຊັງໃຫ້ແກ່ພົນລະເມືອງລາວຢ່າງໜ້ອຍໃຫ້ໄດ້ 50% ພາຍໃນປີ 2021 ນີ້ ແລະສະເໜີໃຫ້ ບັນດາຄູ່ຮ່ວມພັດທະນາ ສືບຕໍ່ ຊ່ວຍເຫລືອ ວັກຊີນຕ້ານ ພະຍາດໂຄວິດ 19.

ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ໃນຖານະຂອງປະທານຮ່ວມ ໄດ້ກ່າວວ່າ ກອງປະຊຸມໂຕະມົນລະດັບສູງ ແມ່ນກາລະໂອກາດອັນສຳຄັນ ໃນການປືກສາຫາລື ແລກປ່ຽນຄຳຄິດເຫັນ ຮ່ວມກັນ ກ່ຽວກັບການພັດທະນາ ເພື່ອບັນລຸການພັດທະນາໂດຍເອົາປະຊາຊົນເປັນໃຈກາງ,​ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ແລະ ໄດ້ມີການ ໄດມີການ ຄົ້ນຄ້ວາ ລົງເລີກ ເພື່ອປືກສາຫາລື ກ່ຽວກັບ ຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນ ເພື່ອປະກອບສ່ວນໃນການວາງແຜນໃນຕໍ່ໜ້າ ແລະ ໄດ້ມີກາປືກສາຫາລື ກ່ຽວກັບ ການທົບທວນຄືນການຮ່ວມມືເພື່ອການພັດທະນາ ແລະ ການປະສານງານ ແນໃສ່ເພື່ອປັບປຸງປະສິດທິພາບ ແລະ ປະສິດທິຜົນຂອງວຽກງານ ແລະເປັນຜົນດີໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ແລະ ເພື່ອໃຫ້ພວກເຮົາພ້ອມກັນກ້າວໄປ.

ທ່ານ ນາງ ເຊເກນເນັສ ໄດ້ຢ້ຳເຖີງຄວາມສຳຄັນກ່ຽວກັບ ຄຳໝາຍໝັ້ນ ທີ່ຈະແຈ້ງ ແລະ ຄວາມໜູ້ງໝັ້ນຢ່າງຮອບດ້ານ ແລະ ການພັດທະນາແບບຍືນຍົງ ຈຳເປັນຕ້ອງໄດ້ອາໄສ ການຮ່ວມມືຈາກຫຼາຍຝ່າຍໃນທຸກຂະແໜງການ, ລະບົບ ອົງການ ສປຊ ຈຶ່ງເຫັນໄດ້ການມີສ່ວນຮ່ວມ ຂອງບັນດາຄູ່ຮ່ວມພັດທະນາ ແລະລັດຖະບານ ເພື່ອມີສ່ວນຮ່ວມ, ຊື່ງການປະຕິຮູບ ລະບົບ ອົງການ ສປຊ ແມ່ນເລີ້ມໃນປີ 2018.

ທ່ານນາງ ເຊເກນເນັສ ໄດ້ກ່າວຕື່ມອີກວ່າ ກອງປະຊຸມໂຕະມົນໃນປີນີ້ ລວມທັງກອງປະຊຸມວິຊາການປິ່ນອ້ອມ ໄດ້ສະແດງໃຫ້ເຫັນເຖິງບາດກ້າວຂອງຂະບວນການທີ່ດຳເນີນງານໃນໄລຍະຍາວ ແລະ ຜົນຂອງຄຳໝາຍໜັ້ນອັນໜັກແໜ້ນ ຂອງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແຜນການ 5 ປີຄັ້ງທີ 9 ແລະ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃນຊ່ວງເວລາທີ່ຍາກລຳບາກນີ້.

ໃນຖານະຂອງປະທານກອງປະຊຸມ, ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໄດ້ກ່າວວ່າ: ເພື່ອຮັບປະກັນໃຫ້ຜົນໄດ້ຮັບຂອງ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ນີ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິພາບສູງສຸດ, "ຂ້າພະເຈົ້າຢາກຂໍຊຸກຍູ້ໃຫ້ບັນດາກະຊວງ, ອຳນາດການປົກຄອງຂັ້ນແຂວງ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມທີ່ກ່ຽວຂ້ອງທັງໝົດ ຈົ່ງສືບຕໍ່ປຶກສາຫາລື ແລະ ປະສານງານຮ່ວມກັນຢ່າງໃກ້ຊິດ ເພື່ອປະກອບສ່ວນຕໍ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 (2021-2025) ໃຫ້ໄດ້ຢ່າງລຸລ່ວງ ແລະ ມີປະສິດທິພາບ, ເພື່ອເປັນການວາງຮາກຖານທີ່ເຂັ້ມແຂງໃນການຫຼຸດຜ່ອນຜົນກະທົບຂອງ ພະຍາດໂຄວິດ-19, ການຈັດຕັ້ງປະຕິບັດວາລະແຫ່ງຊາດ, ການກຽມຄວາມພ້ອມໃຫ້ແກ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລະ ການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030. ຂ້າພະເຈົ້າຢາກຂໍເນັ້ນໜັກຄວາມສຳຄັນຕໍ່ການຍົກສູງຄວາມພະຍາຍາມເຂົ້າໃນການປັບປຸງກົນໄກການປະສານງານ ແລະ ການຄຸ້ມຄອງໂຄງການ ແລະ ແຜນງານ ຊ່ວຍເຫຼືອ ODA ໂດຍຜ່ານ ຂະບວນການໂຕະມົນ (RTP), ກຸ່ມວິຊາການ (SWG) ໂດຍອີງໃສ່ ຖະແຫຼງການວຽງຈັນວ່າດ້ວຍແຜນດຳເນີນງານແຫ່ງຊາດ (VDCAP) ເພື່ອຮັບປະກັນຄວາມສອດຄ່ອງຕໍ່ຍຸດທະສາດຂອງຂະແໜງການ ແລະ ຮັບປະກັນໃຫ້ທຸກພາກສ່ວນໄປຈົນເຖິງຂັ້ນທ້ອງຖິ່ນຮັບຮູ້ໄດ້ເຖິງຜົນກະທົບ. ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກຕື່ມໃນບົດກ່າວປິດກອງປະຊຸມວ່າ: ເນື່ອງໃນໂອກາດອັນສະຫງ່າລາສີນີ້, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ສປປ ລາວ ແລະ ປະຊາຊົນລາວ, ຂ້າພະເຈົ້າຢາກຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງມາຍັງຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນທຸກຝ່າຍ ທີ່ໄດ້ສະໜອງການຊ່ວຍເຫຼືອດ້ານການເງິນ ແລະ ວິຊາການ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າບັນດາທ່ານຈະສືບຕໍ່ໃຫ້ການສະໜັບສະໜຸນ ເພື່ອປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນລາວ, ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ ລັດຖະບານ ແລະ ຄູ່ຮ່ວມພັດທະນາຖືໃຫ້ເປັນບຸລິມະສິດສູງສຸດ ໂດຍຄຽງຄູ່ໄປກັບການຈັດຕັ້ງປະຕິບັດ ວາລະການພັດທະນາແຫ່ງຊາດ ແລະ ສາກົນ".

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

ທ່ານ ອາລຸນສິດ ມະນີຜົນ

ຫົວໜ້າພະແນກອົງການຈັດຕັ້ງສາກົນ, ກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ

ໂທ: + 856 20 5999 9153        ອີເມວ:  toom_mpi@yahoo.com

 

 

.

 

 

 

 

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

FAO
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ
IFAD
ກອງທຶນສາກົນ ເພື່ອການພັດທະນາກະສິກຳ
ILO
ອົງການແຮງງານສາກົນ
IOM
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ
ITC
ສູນການຄ້າສາກົນ
OHCHR
ສຳນັກງານຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ແຫ່ງສະຫະປະຊາຊາດ
RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ
UN DESA
ສະຫະປະຊາຊາດ ພະແນກວຽກງານເສດຖະກິດ ແລະ ສັງຄົມ
UN-Habitat
ແຜນງານສະຫະປະຊາຊາດ ໃນການຕັ້ງຖິ່ນຖານຂອງມະນຸດ
UNAIDS
ໂຄງການຕ້ານເຮສໄອວີ ແລະ ເອດສ ແຫ່ງສະຫະປະຊາຊາດ
UNCDF
ກອງທຶນພັດທະນາທຶນຂອງສະຫະປະຊາຊາດ
UNCITRAL
ຄະນະກຳມາທິການສະຫະປະຊາຊາດກ່ຽວກັບກົດໝາຍການຄ້າສາກົນ
UNCTAD
ກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ
UNDP
ອົງການສະຫະປະຊາຊາດ ເພື່ອການພັດທະນາ
UNDRR
ຫ້ອງການອົງການສະຫະປະຊາຊາດ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ
UNEP
ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ
UNESCO
ອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ
UNFPA
ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ
UNHCR
ເຈົ້າໜ້າທີ່ຂັ້ນສູງຂອງສະຫະປະຊາຊາດເພື່ອຜູ້ອົບພະຍົບ
UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ
UNIDO
ອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກຳ
UNODC
ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ
UNOPS
ຫ້ອງການບໍລິການໂຄງການ ອົງການສະຫະປະຊາຊາດ
UNV
ອາສາສະໝັກຂອງອົງການສະຫະປະຊາຊາດ
WFP
ອົງການອາຫານໂລກ
WHO
ອົງການອະນາໄມໂລກ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້