ການພັດທະນາ ຂອບການຮ່ວມມືລະຫວ່າງ ສປປ ລາວ - ສປຊ: ຂັ້ນຕອນການປຶກສາຫາລື ເພື່ອໃຫ້ຄູ່ຮ່ວມງານສະແດງຄຳເຫັນ ແລະ ມີສ່ວນຮ່ວມ

ຂອບການຮ່ວມມືດ້ານການພັດທະນາແບບຍືນຍົງລະຫວ່າງ ສປປ ລາວ - ສປຊ ຄັ້ງໃໝ່ສຳລັບ 2022-2026
ຂອບການຮ່ວມມືລະຫວ່າງ ສປປ ລາວ - ສປຊ 2017-2021 ໃນປັດຈຸບັນແມ່ນໃກ້ຈະສິ້ນສຸດລົງແລ້ວ. ໃນຖານະເປັນເຄື່ອງມືທີ່ສຳຄັນດ້ານການວາງແຜນ ແລະ ຈັດຕັ້ງປະຕິບັດວຽກງານດ້ານການພັດທະນາຂອງ ສປຊ ພາຍຫຼັງທີ່ມີການປະຕິຮູບ ລະບົບພັດທະນາຂອງ ສປຊ ໃໝ່, ຂອບການຮ່ວມມືຄັ້ງໃໝ່ຈຶ່ງຖືກສ້າງຂຶ້ນ ເພື່ອສະທ້ອນໃຫ້ເຫັນເຖິງເຈດຈຳນົງອັນເຂັ້ມແຂງກວ່າເກົ່າໃນການປະສານງານ, ສົ່ງເສີມຄວາມໂປ່ງໃສ, ປະສິດທິຜົນ ແລະ ຜົນກະທົບ.
ນັບຕັ້ງແຕ່ທ້າຍປີ 2020, ທີມງານ ສປຊ ໃນ ສປປ ລາວ ໄດ້ເຮັດວຽກຮ່ວມກັນ ເພື່ອສ້າງຄວາມກ້າວໜ້າດ້ານການວາງແຜນ ໂດຍປະສານງານຢ່າງໃກ້ຊິດກັບ ກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ແລະ ກະຊວງອື່ນໆທີ່ກ່ຽວຂ້ອງກ່ຽວກັບການພັດທະນາ ຂອບການຮ່ວມມືດ້ານການພັດທະນາແບບຍືນຍົງລະຫວ່າງ ສປປ ລາວ-ສປຊ (UNSDCF).
UNSDCF ແມ່ນຖືກສ້າງຂຶ້ນບົນພື້ນຖານຂອງ ເອກະສານຕົ້ນຕໍຄື: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແຕ່ປີ 2021-2025, ຮ່າງປະເມີນຜົນຂອງ ສປຊ ກ່ຽວກັບສະຖານະການດ້ານການພັດທະນາໃນ ສປປ ລາວ, ແລະ ການປະເມີນຜົນໄດ້ຮັບແບບເອກະລາດລ່າສຸດຂອງ ຂອບການຮ່ວມມືລະຫວ່າງ ສປປ ລາວ - ສປຊ 2017-2021 ໃນປັດຈຸບັນ. ທັງໝົດນີ້ເຮັດໃຫ້ສາມາດວາງຮາກຖານໃຫ້ແກ່ການລະບຸບຸລິມາສິດດ້ານການພັດທະນາເພື່ອການປ່ຽນແປງ, ຍຸດທະສາດໃນການບັນລຸເປົ້າໝາຍຕ່າງໆ, ເຊັ່ນ: ການປ່ຽນແປງ, ແລະ ທິດຊີ້ນຳໃນການເຮັດວຽກຮ່ວມກັນກັບຄູ່ຮ່ວມງານແຫ່ງຊາດຕົ້ນຕໍ.
ສຳຄັນທີ່ສຸດແມ່ນ, ໃນກອງປະຊຸມ ຄະນະຊີ້ນຳຮ່ວມ ພາຍໃຕ້ການນຳພາຮ່ວມຂອງ ຜູ້ປະສານງານອົງການ ສປຊ ແລະ ກະຊວງການຕ່າງປະເທດ ໃນເດືອນກຸມພາ, ໄດ້ມີການຕັດສິນໃຈລວມເອົາຄູ່ຮ່ວມງານຈາກຫຼາກຫຼາຍພາກສ່ວນທີ່ລວມມີ: ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ເຂົ້າໃນຂັ້ນຕອນການພັດທະນາ. ໂດຍຜ່ານການຕັດສິນໃຈນີ້, ທີມງານ ສປຊ ໃນ ສປປ ລາວ ແມ່ນແນໃສ່ສ້າງ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືເພື່ອການພັດທະນາໃນ ສປປ ລາວ ໃຫ້ກວ້າງຂວາງອອກຕື່ມ.
ໃນເວລາຕໍ່ມາໄດ້ມີການຈັດກອງປະຊຸມປຶກສາຫາລືຫຼາຍສະໄໝຂຶ້ນ, ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 150 ຄົນ ໂດຍຕາງໜ້າໃຫ້ແກ່ຄູ່ຮ່ວມພັດທະນາທີ່ມີສຳນັກງານ ແລະ ບໍ່ມີສຳນັກງານຕັ້ງຢູ່ໃນ ສປປ ລາວ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ແລະ ອົງກອນພາກເອກະຊົນ ເພື່ອມີເຂົ້າມາມີສ່ວນຮ່ວມໃນຂັ້ນຕອນດັ່ງກ່າວ.
ທ່ານ ໄມທອງ ທຳມະວົງສາ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງຍັງເປັນ ຫົວໜ້າກອງເລຂາ ປພຍ ແຫ່ງຊາດ ກ່າວເນັ້ນຢ້ຳວ່າ: “ສຳຄັນທີ່ສຸດແມ່ນຕ້ອງດັດປັບ ຂອບການຮ່ວມມື ໃຫ້ສອດຄ່ອງກັບບຸລິມາສິດແຫ່ງຊາດທີ່ກຳນົດໄວ້ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອສະທ້ອນໃຫ້ເຫັນເຖິງຄວາມຕ້ອງການອັນແທ້ຈິງຂອງປະເທດ. ຂ້າພະເຈົ້າຂໍຊົມເຊີຍ ອົງການ ສປຊ ໃນ ສປປ ລາວ ທີ່ໄດ້ພັດທະນາ ຂອບການຮ່ວມມື ນີ້ຂຶ້ນ ໂດຍຜ່ານຮູບແບບການປຶກສາຫາລື ເພື່ອໃຫ້ຄູ່ຮ່ວມງານຈາກທຸກພາກສ່ວນໄດ້ສະແດງຄຳເຫັນ ແລະ ມີສ່ວນຮ່ວມເຂົ້າໃນຂັ້ນຕອນດັ່ງກ່າວຢ່າງຕັ້ງໜ້າ. ຂ້າພະເຈົ້າເຊື່ອວ່າຂໍ້ມູນຈາກຄູ່ຮ່ວມງານຈະເປັນປະໂຫຍດຫຼາຍຕໍ່ກັບການສົນທະນາໃນລະຫວ່າງກອງປະຊຸມ ແລະ ປະກອບສ່ວນເປັນຢ່າງດີຕໍ່ກັບຮ່າງສຸດທ້າຍຂອງ ຂອບການຮ່ວມມື ດັ່ງກ່າວ.”
ໃນລະຫວ່າງກ່າວເປີດໃນກອງປະຊຸມປຶກສາຫາລືນີ້, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ທ່ານນາງ ຊາຣາ ເຊັກເກນເນສ, ໄດ້ເນັ້ນໃຫ້ເຫັນວ່າ: “ໃນກອງປະຊຸມປຶກສາຫາລືເຫຼົ່ານີ້, ພວກເຮົາໄດ້ຫັນມາຮ່ວມກັນພິຈາລະນາແຜນງານທີ່ເປັນບຸລິມາສິດສຳລັບ ຂອບການຮ່ວມມື ໃນຄັ້ງຕໍ່ໄປ. ນີ້ຈະຊ່ວຍໃຫ້ສາມາດລວບລວມເອົາບົດວິເຄາະຂອງ ສປຊ ເຂົ້າເປັນອັນດຽວ ໂດຍຜ່ານ ກົນໄກການວິເຄາະແບບທົ່ວໄປຂອງ ສປຊ ພ້ອມທັງນະໂຍບາຍທີ່ເປັນບຸລິມະສິດຂອງລັດຖະບານ ດັ່ງທີ່ກຳນົດໄວ້ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.” ຜູ້ປະສານງານ ຍັງໄດ້ເນັ້ນຢ້ຳຕື່ມອີກວ່າ “ນີ້ແມ່ນການພັດທະນາຂອບການວາງແຜນຍຸດທະສາດລະຫວ່າງ ສປປ ລາວ - ສປຊ ຄັ້ງທຳອິດ ນັບຕັ້ງແຕ່ມີການປະຕິຮູບ ລະບົບການພັດທະນາຂອງ ສປຊ ໃນທົ່ວໂລກ, ແລະ ຍ້ອນແນວນັ້ນຈຶ່ງເກີດມີຄວາດຄາດຫວັງອັນໃໝ່ຕໍ່ກັບພວກເຮົາທຸກຄົນໃນການເຮັດໃນສິ່ງທີ່ແຕກຕ່າງ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດຂຶ້ນຕື່ມອີກ.”
“ກອງປະຊຸມປຶກສາຫາລືນີ້ແມ່ນຂັ້ນຕອນທີ່ສຳຄັນບໍ່ພຽງແຕ່ສະເພາະ ອົງການສະຫະປະຊາຊາດ ເທົ່ານັ້ນ, ແຕ່ຍັງລວມໄປເຖິງຄູ່ຮ່ວມພັດທະນາທັງໝົດ, ລວມທັງ ລັດຖະບານອາເມລິກາ ເອງກໍ່ຍິນດີທີ່ຈະເປັນສ່ວນໜຶ່ງ,” ກ່າວໂດຍ ທ່ານ A. Michael Stern, ຮອງຜູ້ຕາງໜ້າ ອົງການພັດທະນາສາກົນ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ. “ເປັນທີ່ໜ້າຍິນດີທີ່ໄດ້ເຫັນຄູ່ຮ່ວມພັດທະນາຈາກຫຼາຍພາກສ່ວນເຂົ້າຮ່ວມໃນຂັ້ນຕອນນີ້, ແລະ ໄດ້ມີໂອກາດສະໜອງຂໍ້ມູນ ພ້ອມທັງພິຈາລະນາແຜນງານຂອງພວກເຮົາໄປພ້ອມໆກັນ ແລະ ທັງໄດ້ຄົ້ນຄິດວ່າຈະເຮັດແນວໃດໃຫ້ວຽກງານຂອງພວກເຮົາສອດຄ່ອງກັບວຽກງານຂອງໜ່ວຍງານຕ່າງໆຂອງ ອົງການສະຫະປະຊາຊາດ ໃນ ສປປ ລາວ.”

ໃນນາມເປັນໂຕແທນໃຫ້ແກ່ ອົງການຈັດຕັ້ງທາງສັງຄົມ (CSO) ຂອງ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລືດັ່ງກ່າວ, ທ່ານ ທອງດຳ ພົງພິຈິດ, ຈາກ ສະມາຄົມນາໆຊາດເພື່ອມະນຸດ ແລະ ສິ່ງແວດລ້ອມ (GAPE), ແມ່ນມີຄວາມດີໃຈທີ່ໄດ້ມີໂອກາດເຂົ້າຮ່ວມ ແລະ ປະກອບສ່ວນໃນຂັ້ນຕອນທັງໝົດຂອງການພັດທະນາ ຂອບການຮ່ວມມື. “ພວກເຮົາດີໃຈທີ່ສາມາດມີສ່ວນຮ່ວມໃນຂະບວນການວິເຄາະ, ວາງແຜນ, ຕິດຕາມ, ຈັດຕັ້ງປະຕິບັດ, ປະເມີນຜົນ ແລະ ລາຍງານຜົນຂອງ ຂອບການຮ່ວມມື ດັ່ງກ່າວ.” ລາວຍັງໄດ້ກ່າວຕື່ມອີກວ່າ: “CSO ຍັງຈະສືບຕໍ່ເຮັດວຽກຮ່ວມກັນ ເພື່ອຍົກສູງປະສິດທິພາບຂອງກົນໄກການບໍລິຫານ, ປະສານງານ ແລະ ຮ່ວມມື ເພື່ອປະກອບສ່ວນຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.”

ຜູ້ອຳນວຍການ ສະມາຄົມນ້ຳໃຈຊາວບ້ານ, ເຊິ່ງເປັນອົງການຈັດຕັ້ງທ້ອງຖິ່ນທີ່ບໍ່ສັງກັດລັດຖະບານ, ທີ່ເຮັດວຽກສົ່ງເສີມການສຶກສາ, ຄວາມສະເໝີພາບຍິງ-ຊາຍ ແລະ ການຕໍ່ສູ້ຕ້ານຄວາມຮຸນແຮງຕໍ່ເດັກ ແລະ ແມ່ຍິງ, ທ່ານນາງ ມີນາວັນ ພົນເສນາ, ໄດ້ເລັງເຫັນເຖິງຄວາມເປັນໄປໄດ້ຂອງການເຮັດວຽກຮ່ວມກັນຈາກກອງປະຊຸມປຶກສາຫາລືນີ້, ຍ້ອນວ່າ CSO ໃນລາວກໍ່ພວມຢູ່ໃນຂັ້ນຕອນການກຳນົດແຜນ 5 ປີຂອງຕົນເຊັ່ນດຽວກັນ. “ພາຍຫຼັງເຂົ້າຮ່ວມກອງປະຊຸມຄັ້ງນີ້ແລ້ວ, CSO ກໍ່ມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບແຜນງານ 5P ທີ່ປະກອບມີ: ປະຊາຊົນ, ໂລກ, ຄວາມຈະເລີນຮຸ່ງເຮືອງ, ສັນຕິພາບ ແລະ ການເປັນຄູ່ຮ່ວມມື ທີ່ຕ້ອງບັນລຸໃຫ້ໄດ້ໂດຍ ອົງການ ສປຊ ປະຈຳ ສປປ ລາວ. ພວກເຮົາຈະເບິ່ງນຳກັນວ່າຈະສາມາດຮ່ວມມືກັບ ອົງການ ສປຊ ໄດ້ຄືແນວໃດນັບຈາກນີ້ຕໍ່ໄປ, ໂດຍພິຈາລະນາຈາກສິ່ງທີ່ໄດ້ຮຽນຮູ້ຈາກກອງປະຊຸມກ່ຽວກັບ UNSDCF ໃນມື້ນີ້.”

ຈາກ ສະມາຄົມນັກທຸລະກິດຍິງແຫ່ງຊາດລາວ, ທີ່ເປັນບ່ອນເຕົ້າໂຮມຜູ້ປະກອບການ ແລະ ນັກທຸລະກິດຍິງໃນທົ່ວປະເທດລາວ, ທ່ານນາງ ປະທຸມພອນ ເພັດສາວົງ, ກ່າວວ່າ: “ໃນກອງປະຊຸມປຶກສາຫາລືຄັ້ງນີ້, ຂ້າພະເຈົ້າໄດ້ຮັບຮູ້ປະເດັນທີ່ໜ້າສົນໃຈຫຼາຍຢ່າງ ທີ່ຈະນຳໄປແບ່ງປັນໃຫ້ແກ່ສະມາຊິກຂອງ ສະມາຄົມນັກທຸລະກິດຍິງແຫ່ງຊາດລາວ ໄດ້ຮັບຮູ້ນຳ, ໂດຍສະເພາະແມ່ນືິດຊີ້ນຳຕໍ່ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ແລະ ບັນດາສະຕາດອັບທັງຫຼາຍ.”

ປັດຈຸບັນໄດ້ສຳເລັດຮ່າງສຸດທ້າຍຂອງ ຂອບການຮ່ວມມືດ້ານການພັດທະນາແບບຍືນຍົງລະຫວ່າງ ສປປ ລາວ - ສປຊ 2022-2026 ແລະ ໄດ້ຍື່ນໃຫ້ ລັດຖະບານ ແຫ່ງ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ. ມີແຜນທີ່ຈະຈັດ ກອງປະຊຸມລະດັບສູງຂອງ ລັດຖະບານລາວ ແລະ ຄະນະກຳມະການຊີ້ນຳຮ່ວມຂອງ ສປຊ ໃນຊ່ວງກາງປີ 2021 ເພື່ອຮັບຮອງເອົາ ຂອບການຮ່ວມມື ສະບັບໃໝ່ຢ່າງເປັນທາງການ.