ກອງປະຊຸມປຶກສາຫາລືດ້ານການພັດທະນາແບບຍືນຍົງໃນພາກພື້ນອາຊີ-ປາຊີຟິກຄັ້ງທີ 8
ຖະແຫຼງການຂອງ ທ່ານນາງ ຊາຣາ ເຊັກເກນເນັສ, ຜູ້ຕາງໜ້າ ອົງການ ສປຊ ປະຈຳ ສປປ ລາວ
ຮຽນປະທານທີ່ເຄົາລົບ
ແຂກຜູ້ມີກຽດ, ຜູ້ເຂົ້າຮ່ວມຈາກລັດຖະບານທີ່ນັບຖື, ເພື່ອນຮ່ວມງານ, ທ່ານຍິງ ແລະ ທ່ານຊາຍ,
ສະບາຍດີຕອນເຊົ້າ, ສະບາຍດີຕອນບ່າຍ, ແລະ ຂໍຂອບໃຈທ່ານປະທານສຳລັບໂອກາດໃຫ້ຂ້າພະເຈົ້າໄດ້ກ່າວໂດຍຫຍໍ້ຕາງໜ້າໃຫ້ແກ່ ອົງການ ສປຊ ປະຈຳ ສປປ ລາວ.
ນອກຈາກ ບັງກະລາເທດ ແລະ ເນປານ ແລ້ວ, ສປປ ລາວ ກໍ່ແມ່ນໜຶ່ງໃນສາມປະເທດ - ເຊິ່ງທັງໝົດແມ່ນປະເທດສະມາຊິກຂອງ ຄະນະກຳມະການເສດຖະກິດ ແລະ ສັງຄົມແຫ່ງພາກພື້ນອາຊີ-ປາຊີຟິກ (ESCAP) - ທີ່ໄດ້ຮັບການແນະນຳຢ່າງເປັນທາງການໂດຍ ຄະນະກຳມະການນະໂຍບາຍເພື່ອການພັດທະນາ (CDP) ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນລະຫວ່າງກອງປະຊຸມທົບທວນຜົນສາມປີໃນ ເດືອນກຸມພາ ທີ່ຜ່ານມາ, ເຊິ່ງເປັນບາດກ້າວອັນສຳຄັນໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ ແລະ, ດ້ວຍການເຮັດວຽກຢ່າງມຸ້ງໝັ້ນ, ກໍ່ຈະສາມາດແກ້ໄຂບັນຫາການພັດທະນາແບບຍືນຍົງທັງໝົດໄດ້.
ພາຍໃຕ້ການແນະນຳດັ່ງກ່າວ, ເຊິ່ງ CDP ເອີ້ນວ່າການຂະຫຍາຍໄລຍະກະກຽມອອກໄປອີກ 5 ປີ, ໂດຍຈະໄດ້ຮັບການຮັບຮອງ ແລະ ອານຸມັດຈາກ ສະພາເສດຖະກິດ ແລະ ສັງຄົມ (ECOSOC) ລວມທັງ ສະມັດຊາໃຫຍ່ ສປຊ ພາຍໃນປີນີ້, ທັງສາມປະເທດກໍ່ຈະສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ໃນປີ 2026.
ນີ້ແມ່ນຂີດໝາຍຄັ້ງປະຫວັດສາດຂອງ ສປປ ລາວ ທີ່ໄດ້ຖືເອົາການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວເປັນບູລີມາສິດແຫ່ງຊາດຕົ້ນຕໍມາເປັນເວລາຍາວນານແລ້ວ, ດັ່ງທີ່ໄດ້ຖືກກຳນົດໄວ້ຢ່າງຕໍ່ເນື່ອງໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ເຖິງຢ່າງໃດກໍ່ຕາມ, ຕາມທີ່ CDP ໄດ້ລະບຸໄວ້, ການແນະນຳໃນຄັ້ງນີ້ມີຂຶ້ນພາຍໃຕ້ສະພາບການທີ່ບໍ່ຄາດຄິດມາກ່ອນ. ສປປ ລາວ ຈະຕ້ອງໄດ້ກະກຽມຕໍ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ, ໃນເວລາດຽວກັນ, ກໍ່ຕ້ອງວາງແຜນຟື້ນຟູຫຼັງການແຜ່ລະບາດຂອງ ພະຍາດໂຄວິດ-19 ນຳອີກ. ພ້ອມນັ້ນຍັງຕ້ອງໄດ້ຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ເພື່ອແກ້ໄຂຜົນເສຍຫາຍຕໍ່ເສດຖະກິດ-ສັງຄົມທີ່ເກີດຈາກການແຜ່ລະບາດອັນຄາດເດົາບໍ່ໄດ້ໃນທົ່ວໂລກໃນຄັ້ງນີ້.
ເຖິງແມ່ນວ່າກໍລະນີຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ຈະຍັງຢູ່ໃນລະດັບຕ່ຳຢູ່, ແຕ່ປະເທດກໍ່ໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງຕໍ່ເສດຖະກິດ ແລະ ສັງຄົມ. ດ້ວຍຖານງົບປະມານທີ່ມີຈຳກັດ, ຈຳນວນໜີ້ສິນທີ່ສູງຂຶ້ນ, ແລະ ການສະໜອງທຶນໃຫ້ພາກເອກະຊົນຫຼຸດລົງ ຈຶ່ງໄດ້ສົ່ງຜົນໃຫ້ເກີດຂໍ້ຈຳກັດດ້ານການຕອບສະໜອງທາງນະໂຍບາຍ.
ປີກາຍນີ້, ສປປ ລາວ, ລວມທັງພາກພື້ນ ແລະ ສາກົນ, ຕ້ອງໄດ້ປະເຊີນກັບສະພາບການເສດຖະກິດທີ່ຊະລໍໂຕລົງຢ່າງໄວວາ. ຄວາມທຸກຍາກເພີ່ມຂຶ້ນ, ແລະ ຜົນເສຍຫາຍຈາກການແຜ່ລະບາດກໍ່ບໍ່ໄດ້ສົ່ງຜົນກະທົບຕໍ່ປະຊາກອນຢ່າງເທົ່າທຽມ. ບັນຫາທັງໝົດນີ້ເຮັດໃຫ້ຄວາມພະຍາຍາມໃນການບັນລຸ ປພຍ, ເຊິ່ງໃນລະດັບພາກພື້ນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແລ້ວ, ຍິ່ງທະວີຄວາມທ້າທາຍຂຶ້ນໄປອີກ.
ພາຍໃຕ້ສະພາບການນີ້, ຂ້າພະເຈົ້າຂໍຖືໂອກາດນີ້ເນັ້ນໜັກຄວາມສຳຄັນຕໍ່ຄູ່ຮ່ວມພັດທະນາໃນ ສປປ ລາວ ແລະ ຂໍຮຽກຮ້ອງໃຫ້ພວກເຂົາເພີ່ມທະວີການມີສ່ວນຮ່ວມຂຶ້ນໄປອີກໃນຊ່ວງເວລາອັນສຳຄັນນີ້.
ໄລຍະການກະກຽມ 5 ປີທີ່ຂະຫຍາຍອອກຕື່ມແມ່ນເພື່ອສະໜອງເວລາອັນຈຳເປັນໃນການແກ້ໄຂຜົນກະທົບຈາກການແຜ່ລະບາດ ແລະ ປະຕິບັດມາດຕະການຕ່າງໆ ເພື່ອການຂ້າມຜ່ານທີ່ລຸລ່ວງ.
ເພື່ອໃຫ້ສາມາດບັນລຸເປົ້າໝາຍນີ້ໄດ້, ພວກເຮົາຈະຕ້ອງເຮັດວຽກໃຫ້ມີປະສິດທິພາບຍິ່ງຂຶ້ນ, ແລະ ດ້ວຍການປະສານງານທີ່ດີຂຶ້ນ, ເພື່ອສະໜັບສະໜຸນ ລັດຖະບານ ໃນການແກ້ໄຂວຽກງານອັນຮີບດ່ວນ.
ຂ້າພະເຈົ້າຮັບຮູ້ເຖິງຄວາມມຸ້ງໝັ້ນຂອງ ຄະນະກຳມະການນະໂຍບາຍເພື່ອການພັດທະນາ ໃນການຍົກສູງການຕິດຕາມກວດກາ ແລະ ການວິເຄາະຜົນກະທົບຂອງການແຜ່ລະບາດ ແລະ ສະໜອງການສະໜັບສະໜຸນດ້ານການຂ້າມຜ່ານເພີ່ມຕື່ມ, ໂດຍສົມທົບກັບພາກສ່ວນອື່ນໆຂອງ ສປຊ ພາຍໃຕ້ ຄະນະສະເພາະກິດຂອງໜ່ວຍງານລະຫວ່າງຊາດດ້ານການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.
ນອກຈາກນັ້ນ, ຂ້າພະເຈົ້າຍັງຮັບຮູ້ເຖິງການສ້າງຕັ້ງ ໂຄງການສະໜັບສະໜຸນການຫຼຸດພົ້ນ, ເຊິ່ງໃນປັດຈຸບັນກຳລັງຢູ່ໃນຂັ້ນຕອນທົດລອງໂດຍ UN DESA, ພ້ອມທັງວຽກງານການວິເຄາະທີ່ປະຕິບັດໂດຍ ITC, UNCTAD, ESCAP ແລະ OHRLLS.
ທັງໝົດນີ້ຈະເປັນພື້ນຖານອັນດີໃຫ້ແກ່ການເຮັດວຽກຮ່ວມກັບ ລັດຖະບານ ແລະ ຄູ່ຮ່ວມມືທີ່ກ່ຽວຂ້ອງທຸກຝ່າຍ, ເພື່ອ ນຳໄປສູ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງລຸລ່ວງ ແລະ ຍືນຍົງ.
ເຖິງຢ່າງໃດກໍ່ຕາມຈະຕ້ອງໄດ້ອາໄສພວກເຮົາທຸກຄົນ, ໃນລະດັບຊາດ, ພາກພື້ນ, ແລະ ສາກົນ, ເພື່ອແນໃສ່ເຮັດວຽກຮ່ວມມືກັນຢ່າງໃກ້ຊິດ, ເພື່ອໃຫ້ສາມາດກ້າວຂ້າມໄລຍະຂ້າມຜ່ານທີ່ຈະມາເຖິງນີ້ໄດ້ຢ່າງປະສົບຜົນສຳເລັດ.
ສຳລັບພວກເຮົາແລ້ວ, ໄດ້ມີຄວາມພະຍາຍາມໃນການປະສານງານກັບທີມງານ ສປຊ ໃນ ບັງກະລາເທດ ແລະ ເນປານ ເພື່ອຂໍການສະໜັບສະໜຸນ, ຄວາມຮ່ວມມື ແລະ ຫຼັກປະຕິບັດທີ່ດີຮ່ວມກັນ.
ແລະ ຂ້າພະເຈົ້າຢາກຂໍຖືໂອກາດນີ້, ໃນຊ່ວງເລີ່ມຕົ້ນຂອງຂັ້ນຕອນການວາງແຜນ 5 ປີຕໍ່ໜ້າ, ຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາຂອງ ສປປ ລາວ ທຸກຝ່າຍຈົ່ງຮີບຮ້ອນເຄື່ອນໄຫວ ເພື່ອຮັບປະກັນໃຫ້ໄລຍະກະກຽມນີ້ຖືກນຳໃຊ້ຢ່າງມີປະສິດທິພາບສູງສຸດ, ແລະ ເພື່ອໃຫ້ 5 ປີຈາກນີ້ໄປ -- ສປປ ລາວ ຈະສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ປະສົບຜົນສຳເລັດໃນວຽກງານທີ່ຄາດໝາຍໄວ້.
ຂໍຂອບໃຈ.