ຂ່າວສານ

ແນະນຳໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ດ້ວຍການຂະຫຍາຍໄລຍະກະກຽມອອກຕື່ມ

26 ກຸມພາ 2021

  • ນະຄອນຫຼວງວຽງຈັນ, ວັນທີ 26 ກຸມພາ 2021 - ຄະນະກຳມະການນະໂຍບາຍເພື່ອການພັດທະນາ (CDP) ແຫ່ງ ສປຊ ໄດ້ປະກາດໃນວັນທີ 26 ກຸມພາ ວ່າພາຍຫຼັງທົບທວນຄືນຄວາມຄືບໜ້າຂອງບັນດາປະເທດດ້ອຍພັດທະນາໃນໄລຍະ 3 ປີແລ້ວ, ໄດ້ມີການແນະນຳໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວໂດຍຂະຫຍາຍໄລຍະເວລາກະກຽມອອກໄປຕື່ມອີກ 5 ປີຈົນຮອດປິ 2026 ບົນພື້ນຖານທີ່ ສປປ ລາວ ຍັງຄົງສືບຕໍ່ທິດທາງການພັດທະນາທີ່ດີຕະຫຼອດຮອດກຳນົດເວລາດັ່ງກ່າວ.

ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ກ່າວວ່າ “ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງມີຄຸນນະພາບແມ່ນເປົ້າໝາຍຂອງ ລັດຖະບານ ແຫ່ງ ສປປ ລາວ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ. ຕະຫຼອດຫຼາຍປີທີ່ຜ່ານມາ, ລັດຖະບານ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມມຸ້ງໝັ້ນ ແລະ ສ້າງຄວາມຄືບໜ້າຢ່າງສະໝໍ່າສະເໝີດ້ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ເຖິງຢ່າງໃດກໍ່ຕາມ, ການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວບໍ່ໄດ້ໝາຍຄວາມວ່າວຽກງານຂອງພວກເຮົາສິ້ນສຸດແລ້ວ ແລະ ບໍ່ໄດ້ໝາຍຄວາມວ່າບໍ່ມີຄວາມທຸກຍາກອີກຕໍ່ໄປແລ້ວ, ແຕ່ເປັນໂຕຊີ້ບອກຜົນສຳເລັດຈາກຄວາມພະຍາຍາມຢ່າງໜັກຂອງ ລັດຖະບານ ໃນຫຼາກຫຼາຍຂົງເຂດບູລີມາສິດ. ດັ່ງນັ້ນ, ຜົນຂອງການທົບທວນຄືນຂອງ CDP ຈຶ່ງຈະເປັນແນວທາງຊ່ວຍໃຫ້ພວກເຮົາສາມາດຂ້າມຜ່ານໄລຍະກະກຽມໄດ້ຢ່າງລ່ຽນໄຫຼກ່ອນທີ່ ສປປ ລາວ ຈະຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງເປັນທາງການ.” ທ່ານຍັງກ່າວຕື່ມອີກວ່າ “ເມື່ອພິຈາລະນາສະພາບການໃນປັດຈຸບັນຂອງການແຜ່ລະບາດຂອງພະຍາດ ໂຄວິດ-19 ແລ້ວ, ເຫັນວ່າຍັງມີຄວາມກັງວົນຢູ່ເນື່ອງຈາກຂໍ້ມູນໃນການທົບທວນຄືນນີ້ບໍ່ໄດ້ຄອບຄຸມຜົນກະທົບທີ່ເກີດຈາກການແຜ່ລະບາດດັ່ງກ່າວຢ່າງຄົບຖ້ວນ. ຕໍ່ກັບບັນຫານີ້, ການສະໜັບສະໜຸນ ແລະ ການຊ່ວຍເຫຼືອຢ່າງຕໍ່ເນື່ອງຈາກປະຊາຄົມໂລກແມ່ນມີຄວາມຈຳເປັນສູງທຽບເທົ່າກັບໄລຍະກ່ອນການທົບທວນຄືນ, ໂດຍສະເພາະໃນໄລຍະຂ້າມຜ່ານທີ່ສຳຄັນ.”

ເພື່ອເປັນການສະທ້ອນຄືນຄຳກ່າວຂອງ ທ່ານລັດຖະມົນຕີ, ທ່ານນາງ ຊາຣາ ເຊັກເກເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ກ່າວວ່າ “ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາແມ່ນເປົ້າໝາຍການພັດທະນາທີ່ສຳຄັນຂອງ ສປປ ລາວ ມາເປັນເວລາຫຼາຍປີແລ້ວ, ເຊີ່ງແມ່ນໜຶ່ງໃນບັນຫາຈຸດສຸມທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ບູລີມາສິດດ້ານນະໂຍບາຍ. ດັ່ງນັ້ນ, ຈຶ່ງເປັນທີ່ໜ້າຍິນດີຢ່າງຍິ່ງທີ່ໄດ້ເຫັນວ່າ ສປປ ລາວ ສາມາດສ້າງຄວາມຄືບໜ້າໃນຫຼາຍໂຕຊີ້ວັດໄດ້ຢ່າງກວ້າງຂວາງ ແລະ ສະໝ່ຳສະເໝີ, ເຖິງວ່າຈະຕ້ອງພົບພໍ້ກັບຫຼາຍບັນຫາທ້າທາຍ, ທີ່ລວມມີການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ກີດຂວາງການພັດທະນາກໍ່ຕາມ, ແຕ່ CDP ເອງກໍ່ແນະນຳວ່າ ລາວ ຈະສາມາດຫຼຸດພົ້ນອອກຈາກສະຖານພາບດັ່ງກ່າວໄດ້.”

CDP, ໜ່ວຍງານຍ່ອຍພາຍໃຕ້ ສະພາເສດຖະກິດ-ສັງຄົມ ສປຊ (ECOSOC), ແມ່ນຜູ້ທີ່ທົບທວນຄືນການຈັດໝວດໝູ່ປະເທດດ້ອຍພັດທະນາໃນທຸກໆ 3 ປີ ແລະ ໃຫ້ຄຳແນະນຳແກ່ ECOSOC ລວມທັງ ສະມັດຊາໃຫຍ່ ສປຊ ກ່ຽວກັບປະເທດທີ່ຄວນລວມເຂົ້າໃນລາຍຊື່, ຫຼື ທີ່ສາມາດຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວໄດ້. ປັດຈຸບັນແມ່ນມີທັງໝົດ 46 ປະເທດທີ່ຢູ່ໃນລາຍຊື່ປະເທດດ້ອຍພັດທະນາ. ການທົບທວນຄືນແມ່ນດຳເນີິນການໂດຍອີງຕາມເງື່ອນໄຂດ້ານສະຖິຕິ - ຍອດລວມລາຍຮັບແຫ່ງຊາດຕໍ່ຫົວຄົນ, ດັດຊະນີຊັບສິນມະນຸດ ແລະ ດັດຊະນີຄວາມອ່ອນໄຫວທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ - ພ້ອມດ້ວຍຂໍ້ມູນສະເພາະກ່ຽວກັບປະເທດເພີ່ມເຕີມ. ສະເພາະປີນີ້, CDP ໄດ້ພິຈາລະນາຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ຂະບວນການພັດທະນາເຂົ້ານຳ, ເຊິ່ງໄດ້ກາຍເປັນປັດໄຈທີ່ມີບົດບາດສຳຄັນຕໍ່ການຕັດສິນໃຈແນະນຳໃຫ້ຂະຫຍາຍໄລຍະເວລາກະກຽມອອກໄປກ່ອນການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ.

ໃນລະຫວ່າງໄລຍະກະກຽມ, ສປປ ລາວ ຈະຍັງຄົງຢູ່ໃນລາຍຊື່ປະເທດດ້ອຍພັດທະນາ ແລະ ຈະສືບຕໍ່ໄດ້ຮັບຜົນປະໂຫຍດຈາກມາດຕະການຊ່ວຍເຫຼືອ ພ້ອມທັງສິດທິພິເສດທັງໝົດທີ່ກ່ຽວຂ້ອງກັບສະຖານະພາບດັ່ງກ່າວ.

ໂດຍເປັນສ່ວນໜຶ່ງຂອງການກະກຽມໃຫ້ແກ່ການທົບທວນຄືນ, ໄດ້ມີການດຳເນີນ ແລະ ຈະສືບຕໍ່ດຳເນີນການວິເຄາະຢ່າງລະອຽດກ່ຽວກັບຜົນສະທ້ອນທີ່ເປັນໄປໄດ້ຂອງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ລວມທັງຄວາມອ່ອນໄຫວຕໍ່ບັນຫາກີດຂວາງທີ່ອາດເກີດຂຶ້ນ. ຕະຫຼອດໄລຍະເວລາກະກຽມ, ຂໍ້ມູນນີ້ຈະຖືກນຳໃຊ້ໂດຍລັດຖະບານເພື່ອຊີ້ນຳການພັດທະນາຍຸດທະສາດເພື່ອການຂ້າມຜ່ານຢ່າງຫຼ່ຽນໄຫຼ ເພື່ອໃຫ້ສາມາດຄຸ້ມຄອງການຂ້າມຜ່ານຂອງ ສປປ ລາວ ອອກຈາກລາຍຊື່ປະເທດດ້ອຍພັດທະນາໄດ້ຢ່າງເໝາະສົມ. ນີ້ລວມມີການໃຊ້ປະໂຫຍດຈາກມາດຕະການສະໜັບສະໜຸນປະເທດດ້ອຍພັດທະນາໃນໄລຍະເວລາທີ່ເຫຼືອຢ່າງມີຍຸດທະສາດ; ເຂົ້າໃຈ, ປະເມີນຜົນ ແລະ ເຈລະຈາທາງເລືອກຕ່າງໆໃນຂົງເຂດສຳຄັນເຊັ່ນ: ການຄ້າ; ແລະ ກຽມຄວາມພ້ອມໃຫ້ແກ່ລັດຖະບານ, ພາກເອກະຊົນ ແລະ ຄູ່ຮ່ວມມືອື່ນໆຕໍ່ຜົນກະທົບທີ່ອາດເກີດຂຶ້ນ.

“ການກ້າວໄປສູ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາບໍ່ພຽງແຕ່ຈະສະທ້ອນໃຫ້ເຫັນເຖິງລາຍຮັບ ແລະ ຊັບສິນມະນຸດທີ່ສູງຂຶ້ນ, ແຕ່ຍັງເປັນເວທີໃຫ້ຜູ້ລົງທຶນໄດ້ສະແດງທັດສະນະດ້ານບວກເພີ່ມຕື່ມ ແລະ ທັງຍັງເປັນຈຸດຢືນອັນເຂັ້ມແຂງໃນການໂຮມໂຕ ແລະ ປະກອບສ່ວນຕໍ່ສາກົນ. ສຳຄັນໄປກວ່ານັ້ນ, ລັດຖະບານໄດ້ດຳເນີນວິທີການແກ້ໄຂຜົນກະທົບຈາກພະຍາດ ໂຄວິດ-19 ຢ່າງຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ເມື່ອພິຈາລະນາເຖິງບັນຫາທ້າທາຍດ້ານການເງິນຂອງ ສປປ ລາວ ທີ່ຂະຫຍາຍວົງກວ້າງນັບຕັ້ງແຕ່ກ່ອນການແຜ່ລະບາດແລ້ວນັ້ນ, ການສະໜັບສະໜຸນຈາກປະຊາຄົມໂລກຕໍ່ຂັ້ນຕອນການຂ້າມຜ່ານຂອງ ສປປ ລາວ ຈຶ່ງແມ່ນສິ່ງທີ່ສຳຄັນ,” ທ່ານນາງ ຊາຣາ ເຊັກເກເນັສ ກ່າວຕື່ມ.

ສຳລັບບາດກ້າວຕໍ່ໄປ, CDP ຈະສະເໜີຄຳແນະນຳດັ່ງກ່າວຕໍ່ ECOSOC ເພື່ອຮັບຮອງເອົາໃນເດືອນມິຖຸນາ, ແລະ ສະເໜີຕໍ່ ສະມັດຊາໃຫຍ່ ສປຊ ໃນເດືອນກັນຍາ 2021.

CDP ຈະສືບຕໍ່ຕິດຕາມຄວາມຄືບໜ້າດ້ານການພັດທະນາຂອງ ສປປ ລາວ, ໂດຍສະເພາະຄວາມພະຍາຍາມໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ແລະ ສະໜອງຄຳແນະນຳຢ່າງເປັນເອກະລາດ ແລະ ຂໍ້ມູນຕ່າງໆໃຫ້ແກ່ ECOSOC ກ່ຽວກັບການຮ່ວມມືສາກົນເພື່ອການພັດທະນາ, ພ້ອມທັງພິຈາລະນາທຸກການປ່ຽນແປງທີ່ອາດເຮັດໃຫ້ມີການປັບປ່ຽນກຳນົດເວລາການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາທີ່ຄາດການໄວ້.

 

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

UN
ສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້