ສິດທິມະນຸດ, ຄວາມສະເໝີພາບ ເເລະ ການມີສ່ວນຮ່ວມ: ຫັນປ່ຽນວິກິດຈາກໂຄວິດ-19 ໃຫ້ເປັນໂອກາດ
ບົດຄວາມເຫັນຮ່ວມນີ້ໄດ້ຂຽນຮ່ວມໂດຍ ເອກອັກຄະລັດຖະທູດເເຫ່ງສະຫະພາບເອີຣົບ ປະຈຳ ສປປ ລາວ ເເລະ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ
ທຸກໆປີໃນວັນທີ 10 ທັນວາ, ທົ່ວໂລກຈະໄດ້ສະເຫຼີມສະຫຼອງວັນສິດທິມະນຸດ, ຊົມເຊີຍການຮັບຮອງເອົາຖະແຫຼງການສາກົນວ່າດ້ວຍສິດທິມະນຸດ (UDHR) ໂດຍສະມັດຊາໃຫຍ່ສະຫະປະຊາຊາດໃນປີ 1948. UDHR ແມ່ນຂີດໝາຍສຳຄັນຂອງວິວັດທະນາການຂອງພົນລະເມືອງມະນຸດທີ່ກຳນົດຂອບເຂດສິດທິມະນຸດຂັ້ນພື້ນຖານ ແລະ ເສລີພາບທີ່ພວກເຮົາທຸກຄົນມີສິດ. UDHR ໄດ້ຮັບຮອງເປັນສັນຍາທາງສັງຄົມລະຫວ່າງລັດຖະບານ ແລະ ປະຊາຊົນ - ແລະ ລະຫວ່າງບັນດາປະຊາຊົນ, ຮັບປະກັນສິດທິຂອງມະນຸດທຸກຄົນໂດຍບໍ່ຈໍາເເນກສັນຊາດ, ເຊື້ອຊາດ, ພາສາ, ເພດ ແລະ ຄວາມສົນໃຈໃນຄວາມຫຼາກຫຼາຍທາງເພດ, ສາສະໜາ, ຄວາມຄິດເຫັນທາງການເມືອງ ຫຼື ສະຖານະພາບອື່ນໆ.
ໃນປີນີ້, ວັນສິດທິມະນຸດເກີດຂື້ນພ້ອມກັບພາວະສຸກເສີນດ້ານສາທາລະນະສຸກທົ່ວໂລກທີ່ເກີດຂຶ້ນຢ່າງວ່ອງໄວ, ເຊິ່ງໄດ້ກະທົບກັບເສດຖະກິດ ແລະ ສັງຄົມໂດຍເປັນວິກິດອັນໃຫຍ່ຫຼວງ - ວິກິດການອັນໃຫຍ່ຫຼວງຕໍ່ມວນມະນຸດເຊິ່ງສົ່ງຜົນກະທົບຕໍ່ບຸກຄົນ, ຄອບຄົວ ແລະ ຊຸມຊົນໃນທົ່ວໂລກ. ເຊິ່ງມັນໄດ້ສະເເດງໃຫ້ເຫັນເຖິງຄວາມພະຍາຍາມທົ່ວໂລກໂດຍການມີສ່ວນຮ່ວມ, ສະເໝີພາບ ແລະ ຄວາມຍືນຍົງສຳລັບທຸກຄົນ, ບັນຫາຕ່າງໆເຊັ່ນ: ຄວາມບໍ່ສະເໝີພາບດ້ານໂຄງສ້າງ, ການບໍ່ມີສ່ວນຮ່ວມ ແລະ ການຈຳແນກພາຍໃນຫຼາຍປະເທດ ແລະ ສັງຄົມ ຍັງສືບຕໍ່ເປັນອຸປະສັກຕົ້ນຕໍໃຫ້ແກ່ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມເປັນໄປໄດ້ຂອງການຂະຫຍາຍຕົວຕໍ່ໄປ. ວິທີການທີ່ພວກເຮົາຕອບສະໜອງຕໍ່ການລະບາດ ແລະ ຜົນກະທົບຂອງ ໂຄວິດ-19 ໃນປະຈຸບັນຈະໄດ້ສະເໜີໂອກາດທີ່ຈະປ່ຽນເສັ້ນທາງເຫຼົ່ານີ້ ແລະ ເລີ່ມແກ້ໄຂບັນຫາການແບ່ງເເຍກດ້ານສັງຄົມ, ເສດຖະກິດ, ວັດທະນະທຳ ແລະ ສະຖາບັນທີ່ຂັດຂວາງການພັດທະນາມະນຸດ.
ເຖິງວ່າຈະມີການຕິດເຊື້ອໄວຣັສຕໍ່າຢູ່ໃນ ສປປ ລາວ, ໂຄວິດ-19 ໄດ້ເພີ່ມຄວາມສ່ຽງດ້ານເສດຖະກິດ - ສັງຄົມ ຂອງຜູ້ທີ່ໄດ້ຮັບການປົກປ້ອງໜ້ອຍທີ່ສຸດ, ສະແດງໃຫ້ເຫັນເຖິງຊ່ອງຫວ່າງໃນການບໍລິການສາທາລະນະ ແລະ ຄວາມບໍ່ເທົ່າທຽມກັນທີ່ຂັດຂວາງການເຂົ້າເຖິງການບໍລິການເຫຼົ່ານີ້. ດ້ວຍປະຊາກອນ 7.1 ລ້ານຄົນ, ຄາດຄະເນວ່າເກືອບເຄິ່ງໜຶ່ງລ້ານຄົນຈະສູນເສຍວຽກເຮັດງານທຳ ເເລະ ອັດຕາຄົນຫວ່າງງານຈະເພີ່ມຂຶ້ນຈາກ 9.4 ຫາ 23.4 ເປີເຊັນ. ການສູນເສຍຊີວິດການເປັນຢູ່ຄາດວ່າຈະເຮັດໃຫ້ປະຊາຊົນ 383,000 ຄົນຕົກຢູ່ໃນຄວາມທຸກຍາກ, ເຊິ່ງເຮັດໃຫ້ເດັກນ້ອຍ ແລະ ໄວລຸ້ນໂດຍສະເພາະແມ່ນກຸ່ມຊົນເຜົ່າ ແລະ ຄອບຄົວທຸກຍາກຂາດເຂີນຫຼາຍດ້ານ. ການຄາດຄະເນຂອງຜົນກະທົບຕໍ່ ໂຄວິດ-19 ກ່ຽວກັບການບໍລິການດ້ານສຸຂະພາບທີ່ສຳຄັນສະແດງໃຫ້ເຫັນຕື່ມອີກວ່າການເສຍຊີວິດຂອງແມ່ໃນ ສປປ ລາວ ໃນປີນີ້ຄາດວ່າຈະເພີ່ມຂື້ນເປັນສອງເທົ່າຈາກ 286 ເປັນ 546-684, ເຊິ່ງເປັນການສົ່ງຜົນກະທົບຕໍ່ແມ່ຍິງ ແລະ ຄອບຄົວ.
ຢູ່ເບື້ອງຫຼັງສະຖິຕິເຫຼົ່ານີ້ຍັງບໍ່ລວມຊີວິດ ແລະ ເລື່ອງລາວຂອງບຸກຄົນທີ່ນັບບໍ່ຖ້ວນເຊິ່ງຮຽກຮ້ອງໃຫ້ລັດຖະບານ ແລະ ຊຸມຊົນພ້ອມກັນເປີດເຜີຍການພົວພັນດັ່ງກ່າວ, ແລະ ໃຫ້ເຂົາເຈົ້າເຂົ້າໃຈ, ບໍ່ພຽງແຕ່ຮັບປະກັນວ່າແມ່ຍິງ ແລະ ຜູ້ຊາຍທຸກຄົນ, ເດັກນ້ອຍ, ຊາວໜຸ່ມ ແລະ ຜູ້ເຖົ້າຜູ້ແກ່, ຜູ້ອົບພະຍົບ, ຊົນເຜົ່າ, ຄົນພິການ, ແລະ ຜູ້ຕິດເຊື້ອເອດສ/HIV ແລະ ອື່ນໆ ໄດ້ຮັບການປົກປ້ອງຈາກໄວຣັສ ແລະ ຜົນກະທົບຂອງມັນ ແຕ່ຍັງມີການກະທຳຕໍ່ກັບຄວາມບໍ່ສະເໝີພາບ ແລະ ຄວາມສ່ຽງທີ່ມາຈາກໂຄງສ້າງແຕ່ດົນນານ.
ໂດຍການເອົາໃຈໃສ່ປະຊາຊົນ ແລະ ສິດທິຂອງເຂົາເຈົ້າໃນຈຸດໃຈກາງຂອງການຕອບໂຕ້ ໂຄວິດ-19, ອີງໃສ່ການສົນທະນາທາງສັງຄົມ, ສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະບານທ້ອງຖິ່ນ ແລະ ອົງການຈັດຕັ້ງທາງສັງຄົມ (CSOs), ການລົງທືນໃນລະບົບການຕອບສະໜອງໂດຍຊຸມຊົນ, ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກົດໝາຍ ແລະ ສະຖາບັນ, ສປປ ລາວ ສາມາດຕອບສະໜອງຄວາມທ້າທາຍສອງຢ່າງໃນການປົກປ້ອງກຸ່ມທີ່ມີຄວາມສ່ຽງ ແລະ ກຳຈັດຄວາມສ່ຽງຊໍ້າເທື່ອລະກ້າວ. ໃນປະຈຸບັນນີ້, ສປປ ລາວ ໄດ້ຍົກລະດັບບົດຮຽນ ໂຄວິດ-19 ໃນວາລະການພັດທະນາທີ່ກວ້າງຂວາງ, ຫັນການແຜ່ລະບາດຂອງໂລກໃຫ້ກາຍເປັນໂອກາດທີ່ຈະສ້າງຄືນດ້ວຍຄວາມຍຸຕິທໍາ, ເຂັ້ມແຂງ, ແລະ ແບບທຳມະດາ, ດີກວ່າເກົ່າ.
ເຊື້ອໄວຣັສ ໂຄວິດ-19 ບໍ່ຈຳແນກໃຜ, ແລະ ດ້ວຍເຫດນີ້, ວິທີການໃນການຄວບຄຸມການແຜ່ກະຈາຍ ແລະ ການຮັບປະກັນຄວາມປອດໄພສຳລັບທຸກຄົນໃນ ສປປ ລາວ ແມ່ນຈຳເປັນທີ່ຈະຕ້ອງເປັນໜຶ່ງດຽວ, ມີຄວາມເທົ່າທຽມ ແລະ ການບໍ່ຈຳແນກ. ບໍ່ມີໃຜປອດໄພຈົນກວ່າທຸກຄົນຈະປອດໄພ. ວິທີການນີ້ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຂອງລັດຖະບານພາກເອກະຊົນ ແລະ ຊຸມຊົນທ້ອງຖິ່ນຊອກຫາວິທີແກ້ໄຂທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ການມີສ່ວນຮ່ວມ ແລະ ເຮັດໃຫ້ພວກເຮົາພ້ອມກັນກ້າວໄປໃນການຕອບໂຕ້ດ້ານສຸຂະພາບ.
ມີຫຼາຍຕົວຢ່າງທີ່ດີກ່ຽວກັບວິທີການແບບລວມນີ້ໃນ ສປປ ລາວ, ໂດຍມີສູນກັກຕົວປັບປຸງການປະຕິບັດເພື່ອຕອບສະໜອງຄວາມຈຳເປັນຂອງຜູ້ອົບພະຍົບແມ່ຍິງ ແລະ ທຸລະກິດທ້ອງຖິ່ນໃຫ້ດີຂື້ນເພື່ອຊອກຫາທາງເລືອກສະຖານທີ່ພັກລາຄາຖືກ ແລະ ປອດໄພສຳລັບພະນັກງານທີ່ຈຳເປັນຕ້ອງໄດ້ຫຼຸດຜ່ອນຊົ່ວໂມງເຮັດວຽກ. ພ້ອມກັນນີ້, ລັດຖະບານໄດ້ເຮັດວຽກກັບຂະແໜງຄົນພິການ ແລະ ຊົນເຜົ່າເພື່ອຮັບປະກັນຂໍ້ມູນຄວາມສ່ຽງ ແລະ ຄຳແນະນຳກ່ຽວກັບຊີວິດເຊິ່ງແມ່ນໄດ້ຮັບຮອງຫຼາຍຂະໜາດ ເເລະ ຫຼາຍພາສາ.
ຖ້າມີການຂະຫຍາຍ, ການປະຕິບັດເເບບລວມເພື່ອປ້ອງກັນວິກິດການສາທາລະນະສຸກຄືແນວນີ້ຈະສາມາດເຮັດໃຫ້ເຂົ້າເຖິງສິດທິພື້ນຖານ ທີ່ຈະທຳລາຍຄວາມບໍ່ສະເໝີພາບທາງສັງຄົມ, ເສດຖະກິດ ແລະ ຄວາມບໍ່ເທົ່າທຽມກັນຂອງມະນຸດທີ່ໂຄວິດ-19 ໄດ້ສົ່ງຜົນໃຫ້ເກີດຂຶ້ນ. ສິ່ງນີ້ເລີ່ມຕົ້ນດ້ວຍການຮັບປະກັນວ່າຜູ້ນຳທ້ອງຖິ່ນ ແລະ ບັນດາກຸ່ມຜູ້ຕາງໜ້າຂອງປະຊາກອນ ສປປ ລາວ, ໂດຍສະເພາະແມ່ນຜູ້ທີ່ມີຄວາມສ່ຽງ ແລະ ເຂົ້າເຖິງຍາກທີ່ສຸດ, ໄດ້ຮັບສິດໃນການມີສ່ວນຮ່ວມໃນການສົນທະນາ ແລະ ການຕັດສິນໃຈທີ່ສົ່ງຜົນກະທົບຕໍ່ພວກເຂົາ. ສິ່ງເຫຼົ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ລັດຖະບານຮຽນຮູ້ວ່າມາດຕະການໃດທີ່ຈຳເປັນ, ສົມເຫດສົມຜົນ, ແລະ ມີອັດຕາສ່ວນເທົ່ານັ້ນ, ແຕ່ມັນຍັງຊ່ວຍໃຫ້ຊຸມຊົນທ້ອງຖິ່ນສາມາດເປັນເຈົ້າຂອງໃນການຕອບໂຕ້ ແລະ ຟື້ນຟູ, ເພີ່ມຄວາມເຂັ້ມແຂງໃຫ້ເເກ່ຄວາມສາມັກຄີ ເເລະ ຄວາມຢືດຢຸ່ນຂອງສັງຄົມ.
ບັນດາອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ (NPAs) ຂອງ ສປປ ລາວ ໄດ້ປະກອບສ່ວນເຂົ້າໃນການຕອບສະໜອງ, ຫ້າວຫັນໃນການຊ່ວຍຕື່ມຊ່ອງຫວ່າງໃນການບໍລິການສຳຄັນທີ່ສະໜັບສະໜູນບ່ອນທີ່ລັດຖະບານ ແລະ ການປົກຄອງທ້ອງຖິ່ນບໍ່ສາມາດຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ແລະ ບໍ່ໄດ້ກ້າວໄປພ້ອມກັນ. ພ້ອມກັບສື່ ເເລະ ວິທະຍຸຊຸມຊົນ, ອົງການຈັດຕັ້ງທາງສັງຄົມຍັງໄດ້ຊ່ວຍເຫຼືອໃນການເຜີຍແຜ່ຄຳແນະນຳທີ່ຊ່ວຍກູ້ຊີບ ແລະ ສົ່ງເສີມຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນທົ່ວທຸກລະດັບຂອງສັງຄົມລາວ.
ການສົນທະນາທາງດ້ານສັງຄົມ ແລະ ການຮ່ວມມືໃໝ່ທີ່ສ້າງຕັ້ງຂື້ນໂດຍລັດຖະບານກັບ CSO ແລະ NPA ທີ່ນຳພາໂດຍຊຸມຊົນ, ອົງການຈັດຕັ້ງທີ່ນຳພາໂດຍແມ່ຍິງ, ຊຸມຊົນສາສະໜາ, ພ້ອມທັງສະຖາບັນການປົກຄອງທ້ອງຖິ່ນທີ່ເຂັ້ມແຂງຂື້ນໃນການຕອບໂຕ້ ໂຄວິດ-19 ແມ່ນພື້ນຖານເພື່ອຟື້ນຕົວດີຂຶ້ນ. ແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ (NSEDP) ຄັ້ງທີ IX ແລະ ແຜນປະຕິບັດງານ ກົນໄກການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ທີ່ຈະວາງອອກໃນປີ 2021, ມີໂອກາດທີ່ຈະປົກປ້ອງສິ່ງແວດລ້ອມສັງຄົມຂອງພວກເຮົາ ແລະ ສ້າງການປະຕິບັດການຕອບສະໜອງເຫຼົ່ານີ້ ແລະ ເສີມຂະຫຍາຍການຕິດຕາມກວດກາ ແລະ ການບໍລິການທີ່ອີງໃສ່ຊຸມຊົນ, ການວາງແຜນ ແລະ ການຈັດຕັ້ງປະຕິບັດທີ່ມີສ່ວນຮ່ວມ ແລະ ຮັບປະກັນໃຫ້ມີການຄຳໝັ້ນສັນຍາຮ່ວມລະຫວ່າງລັດຖະບານ ແລະ ປະຊາຊົນໃນການກະຕຸ້ນຄວາມຕ້ານທານຕໍ່ຄວາມກົດດັນໃນອະນາຄົດ, ບໍ່ວ່າຈະເປັນຈາກວິກິດການຂອງເສດຖະກິດ, ໄພພິບັດທາງທຳມະຊາດ ແລະ ຄວາມເປັນໄປໄດ້ຂອງການລະບາດຂອງພະຍາດໃໝ່ທີ່ມາຈາກສັດ.
ປະໂຫຍກທຳອິດໃນ ມາດຕາ 1 ຂອງ UDHR: "ມະນຸດທຸກຄົນເກີດມາເປັນອິດສະຫຼະ ແລະ ມີສິດສະເໝີພາບໃນກຽດສັກສີ ແລະ ສິດທິ" ເເມ່ນພື້ນຖານທີ່ລັດຖະບານ ແລະ ປະຊາຊົນທຸກຄົນຕ້ອງເອົາໃຈໃສ່ໃນການປະຕິບັດບົດຮຽນຂອງໂຄວິດ-19 ໃຫ້ເປັນໂອກາດ ແລະ ກຳນົດວ່າໂລກຈະຖືກສ້າງຄືນໃໝ່ເເນວໃດ.