ຂ່າວສານ

ຄວາມສາມັກຄີກັບສາກົນ ແລະ ຄວາມຮັບຜິດຊອບຮ່ວມກັນ ນຳມາສູ່ຄວາມສຳເລັດ ເນື່ອງໃນໂອກາດວັນສາກົນຕ້ານເອດສ

01 ທັນວາ 2020

  • ນະຄອນຫຼວງວຽງຈັນ, 1 ທັນວາ 2020 - ທຸກໆປີ, ທົ່ວໂລກໄດ້ຮ່ວມກັນລະນຶກເຖິງວັນສາກົນຕ້ານເອດສ ວັນທີ 1 ທັນວາ ເພື່ອສະແດງເຖິງຄວາມເອົາໃຈໃສ່ ແລະ ດູແລປິ່ນປົວຜູ້ຕິດເຊື້ອ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກເຊື້ອເຮສໄອວີ (HIV) ແລະ ລະນຶກເຖີງຄົນເຈັບທີ່ເສຍຊີວິດເກີດຈາກພະຍາດແຊກຊ້ອນ ຫຼື ເອີ້ນທົ່ວໄປວ່າ ພະຍາດເອດສ (AIDS). ການສະເຫຼີມສະຫຼອງວັນດັ່ງກ່າວໃນປີນີ້ ແມ່ນສຸມໃສ່ການໂຄສະນາ, ການມີສ່ວນຮ່ວມຂອງຄູ່ຮ່ວມມື ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອສ້າງຄວາມເຂັ້ມແຂງ ແລະ ການມີສວ່ນຮ່ວມຂອງຊຸມຊົນ ໃນການກວດຫາເຊື້ອ, ການປິ່ນປົວຜູ້ຕິດເຊື້ອ ແລະ ເຂົ້າເຖີງກຸ່ມປະຊາກອນທີ່ມີຄວາມຕ້ອງການ.

ປີນີ້, ການລະບາດຂອງພະຍາດໂຄວິດ-19 ໄດ້ກາຍເປັນບັນຫາໃຫຍ່ທາງດ້ານສາທາລະນະສຸກໃນທົ່ວໂລກ ຢູ່ໃນໄລຍະເວລາຂອງພວກເຮົາ. ເຖິງຢ່າງໃດກໍ່ຕາມ, ການລະບາດຂອງພະຍາດໂຄວິດ-19 ມີຄວາມຄ້າຍຄື ແລະ ສົ່ງຜົນກະທົບຕໍ່ວຽກງານສະກັດກັ້ນບັນຫາ HIV  ໂດຍສະເພາະ ແມ່ນກຸ່ມທີ່ມີຄວາມສ່ຽງຫລາຍ ເມື່ອພວກເຂົາປະເຊີນກັບສິ່ງທ້າທາຍຕໍ່ການໃຫ້ກຽດ, ຄວາມບໍ່ສະເໝີພາບທາງເພດ ແລະ ການເຂົ້າເຖີງການບໍລິການຮັກສາສຸຂະພາບ ແລະ ການປົກປ້ອງທາງສັງຄົມ.

Caption: Engagement with partners on HIV response
Photo: © UN Lao PDR

ທ່ານ ນາງ ຊາຣາ ເຊັກເກເນສ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: ໃນທົ່ວໂລກ, ພະຍາດໂຄວິດ-19 ໄດ້ເຮັດໃຫ້ຮູ້ເຖິງຄວາມບໍ່ສະເໝີພາບ ໃນສັງຄົມຂອງພວກເຮົາ ໂດຍສະເພາະສົ່ງຜົນກະທົບໂດຍຕົງຕໍ່ກັບກຸ່ມຄົນທີ່ທຸກຍາກ ດ້ອຍໂອກາດ ແລະ ມີຄວາມສ່ຽງທີ່ສຸດ ເຊີ່ງພວກເຮົາໄດ້ເຫັນຢ່າງຊັດເຈນຈາກຜົນກະທົບຂອງບັນຫາໂລກເອດ. ຫົວຂໍ້ສໍາລັບວັນສາກົນຕ້ານເອດສປີນີ້ ແມ່ນຮຽກຮ້ອງໃຫ້ມີຄວາມສາມັກຄີສາກົນ ແລະ ມີຄວາມຮັບຜິດຊອບຮ່ວມກັນ ເນື່ອງຈາກວ່າ ບໍ່ມີບຸກຄົນໃດ, ອົງການຈັດຕັ້ງໃດ ຫຼື ປະເທດໃດ ທີ່ຈະສາມາດແກ້ໄຂບັນຫາໃຫຍ່ທາງດ້ານສາທາລະນະສຸກ ແລະ ລຶບລ້າງຄວາມບໍ່ສະເໝີພາບດັ່ງກ່າວດ້ວຍພຽງລຳພັງ. ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນ ເພື່ອ ປັບປຸງການເຂົ້າເຖິງການບໍລິການທາງດ້ານສາທາລະນະສຸກ ຂອງກຸ່ມຄົນທີ່ມີຄວາມສ່ຽງ ແລະ ຮຽກຮ້ອງສິດທິໃນການຮັບບໍລິການຮັກສາສຸຂະພາບຂອງພວກເຮົາ ຖ້າພວກເຮົາຕ້ອງການທີ່ຈະບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທີ່ມີເປົ້າໝາຍບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ ພາຍໃນ 2030.

 

ເພື່ອຊ່ວຍ ສປປ ລາວ ໃນການແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ຕໍ່ກັບການສະໜອງການໃຫ້ບໍລິການດູແລເບີ່ງແຍງຜູ້ຕິດເຊື້ອ HIV, ອົງການສະຫະປະຊາຊາດ ໄດ້ນໍາໃຊ້ງົບປະມານຈາກ ກອງທຶນ ຮ່ວມພະຫຸພາຄີຂອງອົງການສະຫະປະຊາຊາດ (UN COVID-19 Response and Recovery Multi-Partner Trust Fund) ເພື່ອສ້າງຄວາມເຂັ້ມແຂງໃນການກຽມຄວາມພ້ອມຂອງຊຸມຊົນໃນການຕອບໂຕ້ກັບເຊື້ອ HIV. ວຽກດັ່ງກ່າວ ແມ່ນການສ້າງແບບຢ່າງ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ເພື່ອປັບປຸງການເຖີງວຽກງານສາທາລະນະສຸກ,  ປັບປຸງຄຸນນະພາບຂອງການບໍລິການ ແລະ ຫຼຸດຜ່ອນຄວາມແອອັດຂອງຄົນເຈັບມາຮັບບໍລິການ ເພື່ອຫຼີກລ່ຽງຄວາມສ່ຽງການແຜ່ເຊື້ອພະຍາດໂຄວິດ-19.

 

ຢູ່ ສປປ ລາວ, ຄາດວ່າມີຜູ້ຕິດເຊື້ອ HIV ປະມານ 13,000 ຄົນທີ່ຍັງມີຊີວິດ ແຕ່ມີພຽງແຕ່ 55 ເປີເຊັນເທົ່ານັ້ນ ທີ່ໄດ້ເຂົ້າເຖິງການປິ່ນປົວ. ການເຂົ້າເຖິງການປິ່ນປົວດູແລເບິ່ງແຍງຄົນເຈັບ ເປັນບັນຫາສຳຄັນຕໍ່ກັບການມີສຸຂະພາບທີ່ດີ. ທ່ານ ດຣ ມາກ ເຈຄົບສ, ຜູ້ຕາງໜ້າຈາກອົງການອະນາໄມໂລກ ປະຈຳ ສປປ ລາວ, ໄດ້ກ່າວວ່າ ພວກເຮົາຕ້ອງໄດ້ສືບຕໍ່ໃຫ້ບໍລິການກວດຫາເຊື້ອ ແລະ ປິ່ນປົວຜູ້ຕິດເຊື້ອ ແລະ ເຂົ້າເຖີງຜູ້ທີ່ມີຄວາມສ່ຽງທີ່ຈະຕິດເຊື້ອ HIV ໂດຍອໍານວຍຄວາມສະດວກໃນການເຂົ້າເຖິງການໃຫ້ບໍລິການໃນລະດັັບຊຸມຊົນ. ສິ່ງດັ່ງກ່າວນີ້ ໝາຍເຖິງ ການຮັບປະກັນບໍ່ໃຫ້ມີບັນຫາຕໍ່ການສະໜອງບໍລິການ ແລະ ຕອບສະໜອງອຸປະກອນການແພດໃຫ້ພຽງພໍແກ່ສະຖານທີ່ໃຫ້ບໍລິການຮັກສາສຸຂະພາບ.

 

ເພື່ອຊ່ວຍໃຫ້ບັນລຸວິໄສທັດແຫ່ງຊາດ ແລະ ສາກົນ ໃນ “ການລຶບລ້າງພະຍາດເອດສ ພາຍໃນປີ 2030”, ຕ້ອງໄດ້ເພີ່ມທະວີຄວາມພະຍາຍາມຂຶ້ນຕື່ມໃນການສ້າງຄວາມເຂັ້ມແຂງໃນການສະໜອງການບໍລິການໃນລະດັບຊຸມຊົນ ເພື່ອໃຫ້ກຸ່ມເປົ້າໝາຍໄດ້ເຂົ້າເຖິງການປິ່ນປົວຫຼາຍຂຶ້ນ ເນື່ອງຈາກວ່າການປິ່ນປົວບໍ່ພຽງແຕ່ຊ່ວຍຮັກສາຊີວິດພວກເຂົາເຈົ້າເທົ່ານັ້ນ ແຕ່ຍັງຊ່ວຍຫຼຸດຜ່ອນຄວາມສ່ຽງສຳລັບຜູ້ອື່ນນຳອີກ.

 

 ຊຸມຊົນມີບົດບາດສຳຄັນໃນການໂຕ້ຕອບກັບເຊື້ອ HIV. ນັ້ນເປັນເຫດຜົນ ອົງການ UNAIDS ພ້ອມກັບຄູ່ຮ່ວມງານ ໄດ້ໃຫ້ຄວາມສຳຄັນໃນການສ້າງຄວາມອາດສາມາດໃຫ້ແກ່ຊຸມຊົນໃນການຕອບໂຕ້ ແລະ ຫຼຸດຜ່ອນການສົ່ງເຊື້ອ HIV ແລະ ຈະສາມາດສືບຕໍ່ປິ່ນປົວຄົນເຈັບໄລຍະການລະບາດຂອງພະຍາດໂຄວິດ-19.” ທ່ານ ທອງແດງ ສີລາກຸນ, ຜູ້ຈັດການອົງການ UNAIDS ປະຈຳ ສປປ ລາວ. 

 

ສຳລັບຂໍ້ມູນເພີ່ມຕື່ມ, ກະລຸນາຕິດຕໍ່:

ທ່ານ ທອງແດງ ສີລາກຸນ

ຜູ້ຈັດການອົງການ UNAIDS ປະຈຳ ສປປ ລາວ

Silakounet@unaids.org

ໂທລະສັບ: 856-20-2220 6110

 

ທ່ານ ນາງ ໄອລີນ ທັນ

ຊ່ຽວຊານດ້ານການສື່ສານ ຂອງອົງການອະນາໄມໂລກ

tanir@who.int

ໂທລະສັບ: 856-20-2135 3905

 

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

UNAIDS
ໂຄງການຕ້ານເຮສໄອວີ ແລະ ເອດສ ແຫ່ງສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້