ຂ່າວສານ

ກອງປະຊຸມປຶກສາຫາລືລະດັບສູງ ກ່ຽວກັບຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX (2021-2025) ເພື່ອກະກຽມໃຫ້ແກ່ ກອງປະຊຸມໂຕະມົນລະດັບສູງ ຄັັ້ງທີ 13

11 ທັນວາ 2020

  • ກອງປະຊຸມປຶກສາຫາລືລະດັບສູງ ກ່ຽວກັບ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX (2021-2025) ເພື່ອກະກຽມໃຫ້ແກ່ ກອງປະຊຸມໂຕະມົນລະດັບສູງ ຄັັ້ງທີ 13 ໄດ້ໄຂຂື້ນ ໃນວັນທີ 11 ທັນວາ 2020 ທີ່ ສູນປະຊຸມ ICTC, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນ. ຊາຣ່າ ເຊກເກເນສ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ/ຮອງກົມ ຈາກບັນດາກະຊວງ-ຂະແໜງການຕ່າງໆ, ຫົວໜ້າພະແນກ/ຮອງພະແນກແຜນການ ແລະ ການລົງທຶນແຂວງ, ບັນດາທ່ານທູດ, ທຸຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕ້ງສາກົນ ລວມທັງຜູ້ເຂົ້າຮ່ວມຜ່ານລະບົບອອນລາຍ ທັງໝົດ 195 ທ່ານ.

ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ 6 ເປົ້າໝາຍ ແລະ 25 ແຜນວຽກຈຸດສຸມ ຂອງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX ໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບບູລິມະສິດການພັດທະນາ ແລະ ສະພາບບັນຫາສິ່ງທ້າທາຍທີ່ເກີດຂື້ນໃໝ່ ລວມທັງການລະບາດຂອງພະຍາດ COVID-19 ເຊິ່ງໄດ້ມີຜົນກະທົບຢ່າງໜັກໜ່ວງຕໍ່ຫຼາຍປະເທດ ລວມທັງ ສປປ ລາວ ແລະ ປະເທດເພື່ອນບ້ານ. ນອກນີ້, ສປປ ລາວ ຍັງຕ້ອງສືບຕໍ່ຮັບມືກັບຜົນກະທົບທີ່ເກີດຈາກໄພພິບັດທຳມະຊາດ ໃນໄລຍະສອງປີຊ້ອນ (2018 ແລະ 2019) ຜ່ານມາ ໂດຍສະເພາະໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ. ໃນນີ້, ທ່ານ ຮອງລັດຖະມົນຕີ ປອ ກິແກ້ວ ຈັນທະບູຣີ ໄດ້ເນັ້ນ ກ່ຽວກັບ ຄວາມຈຳເປັນໃນການສ້າງຄວາມພ້ອມ ເພື່ອຮັບມືກັບບັນຫາພະຍາດ COVID-19 ທີ່ຍັງສືບຕໍ່ລະບາດໃນຫຼາຍພາກພື້ນຂອງໂລກ ໃນທ່າມກາງທີ່ ສປປ ລາວ ໄດ້ປະເຊີນກັບບັນຫາ ຂໍ້ຈຳກັດດ້ານງົບປະມານ ກ່ອນວິກິດການລະບາດ COVID-19 ເຊິ່ງເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ການລົງທຶນໃສ່ການພັດທະນາເສດຖະກິດ-ສັງຄົມ.



ດັ່ງນັ້ນ, ທິດທາງລວມຂອງ ແຜນການ 5 ປີ ຄັ້ງທີ IX ຈຶ່ງແນໃສ່ຮັບປະກັນການສືບຕໍ່ພັດທະນາ ແລະ ເຕີບໂຕແບບຍືນຍົງ ແລະ ກວມລວມ ໂດຍສຸມໃສ່ການພັດທະນາມະນຸດ, ໂຄງລ່າງພື້ນຖານທີ່ຈຳເປັນ ແລະ ການນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງສົມບູນແບບ ແລະ ຍືນຍົງ.



ທ່ານ ນາງ ຊາຣ່າ ເຊກເກເນສ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ຢ້ຳວ່າ: “ເນື້ອໃນຂອງຮ່າງສະບັບທີ 5 ຂອງແຜນການ 5 ປີ ຄັັ້ງທີ IX ໃນປັດຈຸບັນໄດ້ກຳນົດຢ່າງຊັດເຈນ ກ່ຽວກັບ ຂອບຍຸດທະສາດສຳລັບບຸລິມະສິດການພັດທະນາທີ່ສອດຄ່ອງກັບສະພາບເສດຖະກິດ-ສັງຄົມຂອງ ສປປ ລາວ ແນໃສ່ສົ່ງເສີມ ແລະ ພັດທະນາເດັກນ້ອຍ, ໄວໜຸ່ມ, ແມ່ຍິງ ແລະ ບັນດາກຸ່ມຄົນທີ່ມີຄວາມສ່ຽງ ໂດຍບໍ່ປະຖີ້ມໃຜໄວ້ທາງຫຼັງ.”

ນອກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບ ກ່ຽວກັບ ກົນໄກການຈັດຕັັ້ງປະຕິບັດ ໂດຍສະເພາະການກຳນົດຂອບການຕິດຕາມ ແລະ ປະເມີນຜົນ, ຍຸດທະສາດການເງິນ ແລະ ການປະເມີນຄ່າໃຊ້ຈ່າຍຂອງແຜນການ 5 ປີ ຄັັ້ງທີ IX ເພື່ອຮັບປະກັນໃຫ້ແຜນການດັ່ງກ່າວສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.



ກອງປະຊຸມຄັ້ງນີ້ ເປັນຄັ້ງສຸດທ້າຍ ໃນການປຶກສາຫາລືລະດັບສູງ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ກ່ຽວກັບ ນະໂຍບາຍ ແລະ ບູລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ເນື່ອງຈາກກອງປະຊຸມໂຕະມົນລະດັບສູງພາກປົກກະຕິ ໃນປີ 2020 ບໍ່ສາມາດຈັດໄດ້ ເນື່ອງຈາກບັນຫາສະພາບ COVID-19, ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືຄັ້ງນີ້ ເພື່ອການເຫັນດີເປັນເອກະພາບ ກ່ຽວກັບ ເນື້ອໃນຂອງແຜນການ 5 ປີ ຄັັ້ງທີ IX.



ພາຍຫຼັງໄດ້ຮັບຄຳຄິດຄຳເຫັນຈາກກອງປະຊຸມຄັ້ງນີ້, ຄະນະຮັບຜິດຊອບສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຈະນຳໄປປັບປຸງຮ່າງແຜນ 5 ປີ ຄັ້ງທີ IX ເນື້ອໃນຄົບຖ້ວນ, ສົມບູນຂື້ນ ແລະ ຄາດວ່າ ຈະໄດ້ນຳສະເໜີລັດຖະບານພິຈາລະນາ ແລະ ສະເໜີຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຮັບຮອງເອົາຢ່າງເປັນທາງການ ໃນຕົ້ນປີ 2021 ແລະ ຄາດວ່າຈະນຳສະເໜີຕໍ່ກອງປະຊຸມໂຕະມົນລະດັບສູງ ເຊີ່ງທີ່ຈະຈັດຂື້ນໃນກາງປີ 2021.

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

UN
ສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້