ກອງປະຊຸມທົບທວນຄືນປະຈຳພາກພື້ນອາຊີ-ປາຊີຟິກ ເພື່ອກະກຽມໃຫ້ແກ່ ກອງປະຊຸມ LDC ຄັ້ງທີ 5
ບົດກ່າວໂດຍ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ທ່ານນາງ ຊາຣາ ເຊັກເກນເນສ
ຮຽນ ປະທານ ທີ່ເຄົາລົບ
ຜູ້ເຂົ້າຮ່ວມທີ່ມີກຽດ, ຄູ່ຮ່ວມຕຳແໜ່ງຈາກຝ່າຍລັດຖະບານ, ເພື່ອນຮ່ວມງານ, ທ່ານຍິງ ແລະ ທ່ານຊາຍທີ່ນັບຖື,
ສະບາຍດີຕອນເຊົ້າ, ສະບາຍດີຕອນບ່າຍ, ແລະ ຂໍສະແດງຄວາມຂອບໃຈມາຍັງ ປະທານ ສຳລັບໂອກາດໄດ້ຂຶ້ນກ່າວບາງບັນຫາສຳຄັນ, ໂດຍຕາງໜ້າໃຫ້ແກ່ ອົງການ ສປຊ ປະຈຳ ສປປ ລາວ.
ດັ່ງທີ່ທຸກທ່ານຈະໄດ້ຮັບຮູ້, ນອກຈາກ ບັງກະລາເທດ ແລະ ເນປານ ແລ້ວ, ສປປ ລາວ ກໍ່ແມ່ນໜຶ່ງໃນສາມປະເທດ - ໂດຍທັງໝົດແມ່ນລັດສະມາຊິກຂອງ ESCAP - ທີ່ໄດ້ຮັບການແນະນຳຢ່າງເປັນທາງການໂດຍ ຄະນະກຳມະການດ້ານນະໂຍບາຍການພັດທະນາ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ໃນລະຫວ່າງ ກອງປະຊຸມທົບທວນຄືນປະຈຳ 3 ປີ ທີ່ຖືກຈັດຂຶ້ນໃນປີນີ້, ທີ່ຕໍ່ມາກໍ່ໄດ້ຮັບການຮັບຮອງຈາກ ECOSOC. ນີ້ແມ່ນບາດກ້າວທີ່ສຳຄັນໃນການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ, ແລະ, ດ້ວຍການເຮັດວຽກຢ່າງມຸ້ງໝັ້ນ, ມັນຍັງຈະເປັນສ່ວນໜຶ່ງທີ່ຊ່ວຍສົ່ງເສີມການພັດທະນາແບບຍືນຍົງໃຫ້ແກ່ທຸກຄົນໄດ້.
ນີ້ຖືແມ່ນຂີດໝາຍປະຫວັດສາດສຳລັບ ສປປ ລາວ, ທີ່ໄດ້ກຳນົດເອົາການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາເປັນບຸລິມະສິດແຫ່ງຊາດມາຢ່າງຍາວນານ, ດັ່ງທີ່ໄດ້ກຳນົດໄວ້ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະສະໄໝ, ໂດຍສະເພາະໃນແຜນຄັ້ງທີ 9 ສະບັບຫຼ້າສຸດນີ້.
ເຖິງຢ່າງໃດກໍ່ຕາມ, ດັ່ງທີ່ຄະນະກຳມະການໄດ້ຊີ້ແຈງ, ຂໍ້ແນະນຳນີ້ແມ່ນຖືກສ້າງຂຶ້ນໃນຊ່ວງໄລຍະເວລາທີ່ບໍ່ຄາດຄິດມາກ່ອນ. ລາວ ຈະຕ້ອງໄດ້ກະກຽມດ້ານການຫຼຸດພົ້ນໄປພ້ອມໆກັບການວາງແຜນດ້ານການຟື້ນຟູຄືນຫຼັງການແຜ່ລະບາດຂອງ ພະຍາດໂຄວິດ-19 ແລະ ທັງຍັງຕ້ອງໄດ້ຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ເພື່ອແກ້ໄຂຜົນເສຍຫາຍດ້ານເສດຖະກິດ-ສັງຄົມທີ່ເກີດຂຶ້ນຈາກການແຜ່ລະບາດຂອງເຊື້ອພະຍາດໃນທົ່ວໂລກທີ່ກຳລັງເກີດຂຶ້ນ ແລະ ບໍ່ສາມາດຄາດເດົາໄດ້.
ຍ້ອນຜົນກະທົບອັນໃຫຍ່ຫຼວງດ້ານສັງຄົມ ແລະ ເສດຖະກິດ ພ້ອມທັງວິກິດການດ້ານສາທາລະນະສຸກທີ່ພວມປາກົດໂຕຂຶ້ນ, ຈຶ່ງກໍ່ໃຫ້ເກີດຂໍ້ຈຳກັດດ້ານພື້ນທີ່ງົບປະມານ. ດ້ວຍລະດັບໜີ້ທີ່ສູງຢູ່ແລ້ວ ພ້ອມທັງອັດຕາການສະໜອງທຶນຈາກພາກເອກະຊົນທີ່ຫຼຸດລົງ -- ຈຶ່ງເຮັດໃຫ້ເກີດຂໍ້ຈຳກັດດ້ານນະໂຍບາຍໃນການຕອບໂຕ້ຕໍ່ ພະຍາດໂຄວິດ ແລະ ການຟື້ນຟູຄືນ ລວມທັງບັນດາມາດຕະການທີ່ຈຳເປັນອື່ນໆ ເພື່ອກຳຈັດຜົນກະທົບຕ່າງໆທີ່ເກີດຈາກສາມວິກິດການດ້ານສະພາບດິນຟ້າອາກາດ, ທຳມະຊາດ, ແລະ ມົນລະພິດ, ໃນລະດັບຊາດ. ບັນດານະໂຍບາຍເຫຼົ່ານີ້ແມ່ນສອດຄ່ອງກັບ ຂໍ້ຕົກລົງປາຣີ ທີ່ຮຽກຮ້ອງໃຫ້ມີການຍົກເລີກການຈັດຕັ້ງປະຕິບັດຫຼາຍໆນະໂຍບາຍທີ່ມີໃນປັດຈຸບັນ ທີ່ກຳນົດຂຶ້ນເພື່ອຊ່ວຍຂັບເຂື່ອນການຂະຫຍາຍໂຕເສດຖະກິດໃຫ້ໄດ້ຢ່າງວ່ອງໄວໃນຊ່ວງຊຸມປີທີ່ຜ່ານມາ, ເຊັ່ນ: ນະໂຍບາຍທີ່ກ່ຽວຂ້ອງກັບການຂຸດຄົ້ນຊັບພະຍາກອນທຳມະຊາດ, ທີ່ອີງໃສ່ບໍ່ແຮ່ ແລະ ປ່າໄມ້ເປັນຕົ້ນຕໍ, ການທົບທວນຄືນບັນດານະໂຍບາຍກະສິກຳທີ່ກ່ຽວຂ້ອງກັບການນຳໃຊ້ຢາປາບສັດຕູພືດ ແລະ ການຍົກສູງມາດຕະການດ້ານມົນລະພິດໃຫ້ເຂັ້ມແຂງຂຶ້ນ.
ໃນປີທີ່ຜ່ານມາ, ອັດຕາການຂະຫຍາຍໂຕໃນ ສປປ ລາວ, ໃນທົ່ວພາກພື້ນ ແລະ ທົ່ວໂລກ, ຊະລໍໂຕລົງຢ່າງໄວວາ. ຄວາມທຸກຍາກເພີ່ມຂຶ້ນ, ແລະ ຜົນກະທົບດ້ານລົບຂອງການແຜ່ລະບາດຂອງເຊື້ອພະຍາດກໍ່ບໍ່ໄດ້ສົ່ງຜົນຢ່າງເທົ່າທຽມໃນທົ່ວທຸກກຸ່ມປະຊາກອນ. ບັນຫາທັງໝົດເຫຼົ່ານີ້ໄດ້ເຮັດໃຫ້ການບັນລຸ ປພຍ, ເຊິ່ງໃນລະດັບພາກພື້ນທີ່ຫຼຸດຄາດໝາຍຢູ່ແລ້ວ, ຍິ່ງມີຄວາມທ້າທາຍຂຶ້ນໄປອີກ. ເພື່ອຈະໃຫ້ສາມາດບັນລຸວຽກງານດັ່ງກ່າວໄດ້ຈຳເປັນຕ້ອງໄດ້ສຸມໃສ່ຄວາມພະຍາມ ແລະ ນະວັດຕະກຳໃໝ່ໆຕື່ມອີກ.
ດ້ວຍເຫດນັ້ນ, ຂ້າພະເຈົ້າຈຶ່ງຢາກຖືໂອກາດນີ້ເນັ້ນໜັກຄວາມສຳຄັນຕໍ່ຄູ່ຮ່ວມພັດທະນາຂອງ ສປປ ລາວ ທັງໝົດ ແລະ ຂໍຮຽກຮ້ອງໃຫ້ພວກເຂົາຈົ່ງເພີ່ມທະວີການມີສ່ວນຮ່ວມໃນຊ່ວງເວລາອັນສຳຄັນນີ້ດ້ວຍ.
ໄລຍະກະກຽມທີ່ຖືກຂະຫຍາຍອອກໄປອີກ 5 ປີແມ່ນແນໃສ່ສະໜອງເວລາເພີ່ມຕື່ມ ເພື່ອໃຫ້ສາມາດແກ້ໄຂຜົນກະທົບຕ່າງໆທີ່ເກີດຈາກການແຜ່ລະບາດ ແລະ ເພື່ອຈັດຕັ້ງປະຕິບັດມາດຕະການຕ່າງໆໃນການປ່ຽນຜ່ານຢ່າງລຸລ່ວງ.
ເພື່ອຈະບັນລຸເປົ້າໝາຍນີ້ໄດ້, ມັນຈຶ່ງຂຶ້ນຢູ່ກັບການເຮັດວຽກຢ່າງມີປະສິດທິພາບ ແລະ ການປະສານງານທີ່ເພີ່ມຂຶ້ນຂອງພວກເຮົາ ເພື່ອຊ່ວຍສະໜັບສະໜຸນ ລັດຖະບານ ໃນການຮັບມືກັບບັນຫາທີ່ທ້າທາຍນີ້.
ຂ້າພະເຈົ້າຮັບຮູ້ເຖິງຄວາມມຸ້ງໝັ້ນຂອງ ຄະນະກຳມະການດ້ານນະໂຍບາຍການພັດທະນາ ໃນການຍົກສູງການຕິດຕາມ ແລະ ການປະເມີນຜົນກະທົບຂອງການແຜ່ລະບາດ ແລະ ເພື່ອສະໜອງການສະໜັບສະໜຸນດ້ານການປ່ຽນຜ່ານອັນສະເພາະ, ໂດຍສົມທົບກັບພາກສ່ວນອື່ນໆຂອງ ລະບົບພັດທະນາແຫ່ງ ສປຊ ພາຍໃຕ້ ຄະນະສະເພາະກິດລະຫວ່າງໜ່ວຍງານເພື່ອການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.
ເຊັ່ນດຽວກັນ, ຂ້າພະເຈົ້າກໍ່ຮັບຮູ້ເຖິງການສ້າງຕັ້ງ ໂຄງການສະໜັບສະໜຸນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ທີ່ກຳລັງດຳເນີນການທົດລອງໂດຍ UN DESA, ພ້ອມທັງວຽກງານການວິເຄາະທີ່ດຳເນີນການໂດຍ ITC, UNCTAD, ESCAP, ແລະ OHRLLS.
ນີ້ໄດ້ສະໜອງພື້ນຖານທີ່ດີໃນເສີມຂະຫຍາຍການເຮັດວຽກຮ່ວມກັນກັບ ລັດຖະບານ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງອື່ນໆ, ເພື່ອປູທາງໄປສູ່ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃຫ້ໄດ້ຢ່າງລ່ຽນໄຫຼ ແລະ ຍືນຍົງ.
ທັງໝົດນີ້ຈຳເປັນຕ້ອງໄດ້ອາໄສພວກເຮົາໝົດທຸກຄົນ, ລວມທັງຄູ່ຮ່ວມພັດທະນາໃໝ່ ແລະ ດັ້ງເດີມທັງໃນລະດັບຊາດ, ພາກພື້ນ, ແລະ ສາກົນ, ເພື່ອເຮັດວຽກຮ່ວມກັນ ໂດຍເນັ້ນໜັກໃສ່ ແລະ ຮ່ວມມືກັນຢ່າງໃກ້ຊິດເພີ່ມຂຶ້ນ, ເພື່ອຊ່ວຍກຳນົດທິດທາງທີ່ຖືກຕ້ອງສຳລັບການຂ້າມຜ່ານທີ່ກຳລັງຈະເກີດຂຶ້ນ.
ສຳລັບພວກເຮົາ, ໃນລະດັບຊາດ - ຕາມການຮຽກຮ້ອງຂອງ ລັດຖະບານລາວ - ພວກເຮົາໄດ້ລວມເອົາການສະໜັບສະໜຸນຂອງ ສປຊ ໃຫ້ກາຍເປັນອົງປະກອບວຽກອັນໜຶ່ງໃນທົ່ວທີມງານ ສປຊ ປະຈຳ ສປປ ລາວ[1] ພາຍໃຕ້ ຂອບການຮ່ວມມືຂອງ ສປຊ ເພື່ອການພັດທະນາແບບຍືນຍົງ (UNSDCF) ສະບັບໃໝ່ ທີ່ຖືກສ້າງຂຶ້ນເພື່ອຈັດຕັ້ປະຕິບັດໃນໄລຍະເວລາຈົນຮອດປີ 2026 ແລະ ພວກເຮົາຈະແນໃສ່ລວມເອົາຂໍ້ແນະນຳທີ່ກ່ຽວຂ້ອງຕ່າງໆຂອງ ແຜນງານ Doha ເພື່ອມາສະໜັບສະໜຸນການພັດທະນາຍຸດທະສາດຂ້າມຜ່ານ.
ພວກເຮົາຍັງໄດ້ພະຍາຍາມເຊື່ອມໂຍງກັບທີມງານ ສປຊ ປະຈຳ ບັງກະລາເທດ ແລະ ເນປານ ເພື່ອລະດົມການສະໜັບສະໜຸນ, ການເຮັດວຽກຮ່ວມກັນ ແລະ ຫຼັກປະຕິບັດທີ່ເປັນໄປໄດ້ເຂົ້າໃນການສະໜັບສະໜຸນໂຕຈິງທີ່ພວກເຮົາສະໜອງໃຫ້ໃນລະດັບຊາດ.
ແລະ ຂ້າພະເຈົ້າຢາກຂໍຖືໂອກາດນີ້, ໃນຊ່ວງຕົ້ນຂອງຂັ້ນຕອນການວາງແຜນສຳລັບ 5 ປີຕໍ່ໜ້າ, ທີ່ຈະຖືກຍົກຂຶ້ນມາໂອ້ລົມໃນລະຫວ່າງ ກອງປະຊຸມໂຕະມົນລະດັບສູງ ໃນ ສປປ ລາວ ໃນເດືອນພະຈິກ, ຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາທັງໝົດຂອງ ສປປ ລາວ ຈົ່ງຮີບຮ້ອນເຄື່ອນໄຫວ ເພື່ອຮັບປະກັນໃຫ້ໄລຍະການກະກຽມນີ້ຖືກນຳໃຊ້ຢ່າງມີປະສິດທິພາບສູງສຸດ, ແລະ ໃຫ້ 5 ປີຕໍ່ໜ້ານີ້ -- ສປປ ລາວ ຈະສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງແທ້ຈິງ ແລະ ປະສົບຜົນສຳເລັດຢ່າງຍືນຍົງຕາມທີ່ຄວນຈະເປັນ.
ຂໍຂອບໃຈ.
[1] ສະມາຊິກຂອງ UNCT ໃນ ສປປ ລາວ ປະກອບມີ: FAO, IFAD, ILO, IOM, ITC, OHCHR, UNAIDS, UNCDF, UNCITRAL, UNCTAD, UN DESA, UNDP, UNDRR, UNEP, UNESCO, UNFPA, UN Habitat, UNHCR, UNICEF, UNIDO, UNODC, UNOPS, UNV, WFP ແລະ WHO