ຂ່າວສານ

ອົງການ IOM ເຂົ້າຮັບຫຼຽນກາ 30 ປີ ທີ່ໄດ້ປະກອບສ່ວນສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ຈາກອົງການໄອຍະການປະຊາຊົນສູງສຸດ

22 ກຸມພາ 2021

  • ນະຄອນຫຼວງວຽງຈັນ - ໃນມື້ນີ້ (ວັນທີ 19 ກຸມພາ) ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ເຂົ້າຮັບໃບກຽດຕິຄຸນ ແລະ ຫຼຽນກາ 30 ປີ ຈາກອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການຢັ້ງຢືນເຖິງການຮ່ວມມືອັນດີ ທີ່ມີມາແຕ່ດົນນານກັບ ອອປສ ໂດຍສະເພາະແມ່ນຂົງເຂດວຽກງານຕ້ານການຄ້າມະນຸດ.
Caption: 1) ພະນະທ່ານ ບຸນຍັງ ຈັນດາລາສານ ໄດ້ມອບໃບກຽດຕິຄຸນ ແກ່ທ່ານ ນາງ ຊາຣີນ ທູຣາດາຣ
Photo: © Suhyun Park / IOM

ປີ 2020 ທີ່ຜ່ານມານ, ອົງການໄອຍະປະຊາຊົນ ໄດ້ສະເຫຼີມສະຫຼອງຄົບຮອບ 30 ປີ ໂດຍມີການມອບຫຼຽນໄຊ ເພື່ອເປັນການສະແດງຄວາມຂອບໃຈຕໍ່ການສະໜັບສະໜູນອັນດີຈາກຄູ່ຮ່ວມງານໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນຊ່ວຍເຫຼືອວຽກງານການເພິ່ມທະວີການປະຕິບັດກົດໝາຍໃນຫຼາຍຂົງເຂດວຽກງານ, ອອປສ ໄດ້ຖືໂອກາດມອບໃບກຽດຕິຄຸນ ແລະ ຫຼຽນດັ່ງກ່າວ ໃຫ້ແກ່ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສາກົນທີ່ໄດ້ໃຫ້ການສະໜັບສະໜູນໃນວຽກງານການບັງຄັບໃຊ້ກົດໝາຍທີ່ເປັນພັນທະຂອງ ອອປສ.

ໃນພິີທີດັ່ງກ່າວນີ້ ໄດ້ຮັບກຽດຈາກ ພະນະທ່ານ ບຸນຍັງ ຈັນດາລາສານ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ມອບຫຼຽນ ແລະ ໃບກຽດຕິຄຸນດັ່ງກ່າວ ໃຫ້ແກ່ທ່ານນາງ ຊາຣີນ ທູຣາດາຣ, ຫົວໜ້າຫ້ອງການ ຕາງໜ້າອົງການ IOM ພ້ອມທັງກ່າວວ່າ: “ຂ້າພະເຈົ້າຫວັງວ່າຈະໄດ້ສືບຕໍ່ຮັດແໜ້ນສາຍສໍາພັນ ແລະ ການຮ່ວມມືທີ່ດີຂອງທັງສອງອົງການ. ອົງການ IOM ມີຄວາມພ້ອມໃນການໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ພາກລັດຖະບານ ເພື່ອບັນລຸເປົ້າໝາຍວຽກງານຂອງການດຳເນີນຄະດີ ແລະ ການປົກປ້ອງ ໃນຂົງເຂດວຽກງານການຄ້າມະນຸດ.”

ອົງການ IOM ໄດ້ຮັບທຶນສະໜັບສະໜູນ ຈາກພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ ກະຊວງການຕ່າງປະເທດຂອງສະຫະລັດອາເມລິກາ ໃນການຈັດຕັ້ງປະຕິບັດໂຄງການເພີ່ມຂີດຄວາມສາມາດໃນການພິຈາລະນາຄະຕ້ານການຄ້າມະນຸດ (CHARJ) ໂດຍໃຫ້ການຊ່ວຍເຫຼືອລັດຖະບານໃນການຊຸກຍູ້ຄວາມພະຍາຍາມໃນການບັງຄັບໃຊ້ກົດໝາຍໃນວຽກງານການສະກັດກັ້ນ, ສືບສວນສອບສວນ ແລະ ດຳເນີນຄະດີຕ້ານການຄ້າມະນຸດ ໃຫ້ມີຄວາມໜັກແໜ້ນຂື້ນ. ອົງການ IOM ໄດ້ເຮັດວຽກຢ່າງໃກ້ຊິດກັບ ອອປສ ໃນການຈັດຝຶກອົບຮົມໃຫ້ແກ່ຂະແໜງການຍຸຕິທໍາ ກ່ຽວກັບເຕັກນິກການລະບຸຕົວຜູ້ຖືກເຄາະຮ້າຍ, ການສືບສວນສອບສວນ ແລະ ການດຳເນີນຄະດີການຄ້າມະນຸດ ແລະ ຍັງໄດ້ຮ່ວມກັນພັດທະນາປື້ມຄູ່ມືຫຼາຍດ້ານ ລວມທັງປື້ມຄູ່ການເກັບກຳສະຖິຕິຄະດີການຄ້າມະນຸດ. ນັບແຕ່ປີ 2001, ອົງການ IOM ເປັນອົງການຈັດຕັ້ງສາກົນໜື່ງທີ່ມີຜົນງານພົ້ນເດັ່ນໃນວຽກງານຕ້ານການຄ້າມະນຸດຢູ່ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ອົງການ IOM ແລະ ອົງການໄອຍະການປະຊາຊົນສູງສຸດ ຍັງຄົງສືບຕໍ່ເຮັດວຽກຮ່ວມກັນໃນການສ້າງຄວາມອາດສາມາດໃຫ້ແກ່ຂະແໜງການຍຸຕິທໍາຂອງລາວໃຫ້ມີຄວາມໂປ່ງໃສ ແລະ ຕ້ານອາຊະຍະກຳຂ້າມຊາດທີ່ເກີດຂື້ນໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ສຳລັບຂໍ້ມູນເພີ່ມເຕີ່ມ, ສາມາດຕິຕໍ່ ໂຊຢູນ ພາກ, ອົງການ IOM ປະຈໍານະຄອນຫຼວງວຽງຈັນ, ເບີໂທຕິດຕໍ່: + 856 (0)55 136 294, ອີເມວ: spark@iom.int

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

IOM
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້