ຂ່າວສານ

ກອງປະຊຸມປິ່ນອ້ອມກ່ຽວກັບ ຂະບວນການສ້າງຍຸດທະສາດຂ້າມຜ່ານ ສໍາລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ເພື່ອກະກຽມເຂົ້າຮ່ວມກອງປະຊຸມໂຕະມົນ ຄັ້ງທີ 13

11 ພະຈິກ 2021

ໃນຕອນເຊົ້າຂອງວັນທີ 11 ພະຈິກ 2021, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດ ກອງປະຊຸມປິ່ນອ້ອມກ່ຽວກັບ ຂະບວນການສ້າງຍຸດທະສາດຂ້າມຜ່ານ ສໍາລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ລາວ  ເພື່ອກະກຽມເຂົ້າຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ເຊິ່ງໂດຍມີຜູ້ເຂົ້າຮ່ວມຕາງໜ້າຈາກພາກລັດ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ, ບັນດາສະຖານທູດ, ຄູ່ຮ່ວມພັດທະນາ,​ ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຫຼາຍກ່ວາ 100 ທ່ານ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງໃນການກະກຽມສ້າງຍຸດທະສາດຂ້າມຜ່ານ ເພື່ອກະກຽມໃຫ້ແກ່ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນຂະບວນການສືບຕໍ່ຈາກພາຍຫຼັງທີ່ ສປປ ລາວ ສາມາດຜ່ານການທົບທວນຮອບວຽນ 3 ປີ ໂດຍ ຄະນະກໍາມະທິການນະໂຍບາຍການພັດທະນາ ຂອງອົງການ ສປຊ ໄດ້ປະເມີນ ສປປ ລາວ ໃນຕົ້ນປີທີ່ຜ່ານມານີ້ ແລະ ຖືວ່າເປັນການຜ່ານການປະເມີນ ຄັ້ງທີ 2 ຕິດຕໍ່ກັນ ຫຼັງຈາກຄັ້ງທຳອິດໃນປີ 2018. ສະນັ້ນ, ສປປ ລາວ ຈຶ່ງໄດ້ຮັບການສະເໜີ ໃຫ້ສາມາດບັນລຸເງື່ອນໄຂການກ້າວຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ໂດຍມີໄລຍະການກະກຽມສຳລັບການຂ້າມຜ່ານ 5 ປີ ຈົນຮອດປີ 2026. ແຕ່ເຖິງຢ່າງໃດກໍຕາມ, ຍ້ອນການລະບາດຂອງ ພະຍາດໂຄວິດ-19 ເຊິ່ງໄດ້ສ້າງສິ່ງທ້າທາຍ ແລະ ຜົນກະທົບໂດຍກົງ ຕໍ່ກັບທຸກມິຕິຂອງການພັດທະນາເສດຖະກິດ-ສັງຄົມ, ແລະ ຍິ່ງເຮັດໃຫ້ປະເທດເຮົາມີຄວາມບອບບາງຫຼາຍຂື້ນກ່ວາເກົ່າ ແລະ ອາດຈະປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນອະນາຄົດ.ເກົ່າ.

ຕໍ່ໜ້າສະພາບການດັ່ງກ່າວນີ້,  ທ່ານ ຮອງລັດຖະມົນຕິ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງສືບຕໍ່ກະກຽມຄວາມພ້ອມຂອງຂະແໜງການຂອງຕົນ ໂດຍສະເພາະຂະແໜງການທີ່ຕິດກ່ຽວພັນ ກັບການບັນລຸສາມທັງ 3 ເງື່ອນໄຂ ໃນການກ້າວຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເຊິ່ງລວມເຖິງການລົງທຶນທີ່ຈໍາເປັນຕໍ່ການພັດທະນາຊັບພະຍາກອນມະນຸດ, ຄຽງຄູ່ກັບວຽກງານຟື້ນຟູຈາກຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19. ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວວ່າ ຄວາມພະຍາຍາມເລົ່ານີ້ຕ້ອງໄດ້ສືບຕໍ່ມີການຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອຮັບປະກັນວ່າ ການສູນເສຍການສະໜັບສະໜູນຈາກນະໂຍບາຍພິເສດສະເພາະ ສຳລັບປະເທດດ້ອຍພັດທະນາ ຈະບໍ່ສົ່ງຜົນກະທົບຕໍ່ຈັງຫວະການພັດທະນາຂອງປະເທດ, ການນຳໃຊ້ມາດຕະການສະໜັບສະໜູນສະເພາະ ຈະຖືກນຳໃຊ້ຢ່າງມີປະສິດທິຜົນສູງສຸດໃນໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ເພື່ອຮັບປະກັນຄວາມພ້ອມໃຫ້ດີທີ່ສຸດ, ແນ່ໃສ່ເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ມີລັກສະນະໂລ່ງລຽນ ແລະ ຍືນຍົງ.

ພ້ອມກັນນັ້ນ,​ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍ່ກໍໄດ້ກ່າວວ່າ ການຈັດກອງປະຊຸມປິ່ນອ້ອມໃນຄັ້ງນີ້ ຍັງເປັນໂອກາດອັນດີໃນການຊີ້ແຈ້ງ, ອະທິບາຍ ແລະ ເຜີຍແຜ່ຂໍ້ມູນ ໃຫ້ແກ່ທຸກຂະແໜງການຂອງພາກລັດ ລວມທັງ ຄູ່ຮ່ວມພັດທະນາ ກ່ຽວກັບຜົນປະໂຫຍດ ແລະ ກາລະໂອກາດ ທີ່ຈະໄດ້ຮັບຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ແລະ ພ້ອມທັງເປັນການກະກຽມເພື່ອເຂົ້າຮ່ວມ ກອງປະຊຸມລະດັບສູງ ອົງການ ສປຊ ວ່າດ້ວຍ ປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນເດືອນມັງກອນ ປີ 2022 ທີ່ ປະເທດ ກາຕ້າ ເຊິ່ງຈະຖືເປັນໂອກາດສຳຄັນ ສໍາລັບ ສປປ ລາວ ໃນການສະເໜີຮ່າງຍຸດທະສາດຂ້າມຜ່ານ ເພື່ອການສືບຕໍ່ລະດົມຂົນຂວາຍການຮ່ວມມື ແລະ ສະໜັບສະໜູນຈາກສາກົນ ຕະຫຼອດໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ໄປຈົນເຖິງໄລຍະຂ້າມຜ່ານຫຼັງຈາກປີ 2026.

ໃນທາງດຽວກັນ, ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ກໍ່ໄດ້ເນັ້ນໜັກຄວາມສຳຄັນຂອງ ກອງປະຊຸມໂດຮາວ່າດ້ວຍປະເທດດ້ອຍພັດທະນາ (LDC5) ອັນເປັນໂອກາດໃນການກຽມຄວາມພ້ອມໃຫ້ແກ່ບັນດາເງື່ອນໄຂຈຳເປັນຕໍ່ການຂ້າມຜ່ານຢ່າງຫຼ່ຽນໄຫຼ ພ້ອມທັງຮຽກຮ້ອງການສະໜັບສະໜຸນອັນສຳຄັນຕໍ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຈາກວົງຄະນະຍາດສາກົນ. ທ່ານນາງ ເຊເກນເນັສ ຍັງໄດ້ເນັ້ນຢ້ຳຕື່ມອີກວ່າ ເພື່ອຈະໃຫ້ກາຍເປັນປະເທດທີ່ມີລາຍຮັບປານກາງ ດ້ວຍເສດຖະກິດທີ່ມີຄວາມເຂັ້ມແຂງຂຶ້ນ ຈະຕ້ອງໄດ້ອາໄສທຶນມະນຸດ ແລະ ການຂະຫຍາຍໂຕຂອງ GDP ທີ່ມີຄວາມເຂັ້ມແຂງຫຼາຍກວ່າເກົ່າ ເພື່ອເປັນປັດໄຈຂັບເຄື່ອນປະເທດໃຫ້ສາມາດບັນລຸການພັດທະນາແບບຍືນຍົງໄດ້ຢ່າງແທ້ຈິງໃຫ້ແກ່ທຸກຄົນ ແລະ ເພື່ອໃຫ້ພວກເຮົາສາມາດສືບຕໍ່ພ້ອມກັນກ້າວໄປ. ທ່ານນາງ ເຊເກນເນັສ ຍັງໄດ້ຕີລາຄາສູງຕໍ່ກອງປະຊຸມໃນມື້ນີ້ ທີ່ຖືກຈັດຂຶ້ນເພື່ອໂອ້ລົມກ່ຽວກັບຂັ້ນຕອນການວາງແຜນການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາຂອງ ສປປ ລາວ, ແລະ ເພື່ອຊ່ວຍໃຫ້ຜູ້ມີອຳນາດຕັດສິນໃຈໃນລະດັບຊາດ ແລະ ຄູ່ຮ່ວມພັດທະນາມີຄວາມເຂົ້າໃຈຢ່າງຄົບຖ້ວນກ່ຽວກັບຄາດໝາຍຄວາມປ່ຽນແປງ, ບັນຫາທ້າທາຍ ແລະ ໂອກາດຕ່າງໆທີ່ອາດເກີດຂຶ້ນຈາກການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ.

ຫຼັງຈາກນັ້ນ, ກອງປະຊຸມ ກໍ່ກໍໄດ້ຮັບຟັງການນໍາສະເໜີບົດໂດຍ ອົງການ ສປຊ ກ່ຽວກັບ ການປະເມີນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍເນັ້ນໜັກເຖິງ ຜົນກະທົບ ແລະ ຄວາມບອບບາງ ຂອງ ສປປ ລາວ. ພ້ອມກັນນັ້ນ, ກະຊວງການຕ່າງປະເທດ ໂດຍຕາງໜ້າໃຫ້ແກ່ ກອງເລຂາຄະນະຊີ້ນຳລະດັບຊາດ ກໍ່ໄດ້ລາວ ນໍາສະເໜີໂດຍ ອົງການ ສປຊ ແລະ ການນໍາສະເໜີບົດກ່ຽວກັບ ຂະບວນການສ້າງຍຸດທະສາດຂ້າມຜ່ານ ເພື່ອກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ສະເໜີໂດຍ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ເຊິ່ງເຊິ່ງກໍ່ໄດ້ຮັບຟັງການປຶກສາຫາລື ແລະ ໄດ້ຮັບຟັງປະກອບຄຳຄິດຄຳເຫັນຢ່າງກວ້າງຂວາງ ຈາກທຸກພາກສ່ວນທັງພາກລັດ ແລະ ສາກົນ ກ່ຽວກັບຂະບວນການທີ່ໄດ້ສຳເລັດຜ່ານມາ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດໃນອະນາຄົດ ເພື່ອຮັບປະກັນວ່າ ຍຸດທະສາດຂ້າມຜ່ານດັ່ງກ່າວ ແມ່ນອີງໃສ່ບົນພື້ນຖານການມີສ່ວນຮ່ວມຂອງທຸກພາກສ່ວນ. ຜົນ ຂອງກອງປະຊຸມປິ່ນອ້ອມໃນຄັ້ງນີ້ ແມ່ນຈະສືບຕໍ່ນຳໄປສະເໜີຢູ່ໃນໜຶ່ງໃນວາລະຂອງ ການປຶກສາຫາລືລະດັບສູງ ທີ່ໄດ້ຮັບຟັງກ່ຽວກັບ ຄວາມຄືບໜ້າຜ່ານມາ, ການກະກຽມສຳລັບ ກອງປະຊຸມລະດັບສູງໂຕະມົນ ແລະ ແນວທາງການສ້າງຍຸດທະສາດ). ​ ພ້ອມກັນນັ້ນ, ກອງປະຊຸມກໍໄດ້ມີການປຶກສາຫາລືຂອງຜູ້ເຂົ້າຮ່ວມຢ່າງກ້ວາງຂວາງປະຈຳປີ 2021.

For more information, please contact:

Mr. Khamphinh Philakone

Director of UN Socio-Economic Division, Department of International Organisations, Ministry of Foreign Affairs

Mob: + 856 20 5942 6262        Email: kp.phinh@gmail.com

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້