ຂ່າວສານ

ຫົວໜ້າຫ້ອງການ ອົງການ IOM ຄົນໃໝ່ໄດ້ເຂົ້າຍື່ນຈົດໝາຍແຕ່ງຕັ້ງ ຕໍ່ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ

12 ກຸມພາ 2021

  • ນະຄອນຫຼວງວຽງຈັນ - ໃນມື້ນີ້ (ວັນທີ 11 ກຸມພາ) ທ່ານ ນາງ ຊາຣີນ ທູຣາດາຣ, ຫົວໜ້າຫ້ອງການຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ຮັບການແຕ່ງຕັ້ງມາປະຈໍາການໃໝ່ ໄດ້ເຂົ້າຍື່ນຈົດໝາຍແຕ່ງຕັ້ງຕໍ່ ພະນະທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.
Caption: ທ່ານ ນາງ ຊາຣີນ ທູຣາດາຣ, ຫົວໜ້າຫ້ອງການຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານປະຈໍາ ສປປ ລາວ ໄດ້ເຂົ້າຍື່ນຈົດໝາຍແຕ່ງຕັ້ງຕໍ່ ພະນະທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.
Photo: © ໂຊຢູນ ພາກ / IOM

ທ່ານ ນາງ ທູຣາດາຣ, ໄດ້ຮັບແຕ່ງຕັ້ງຈາກ ທ່ານ ອັນໂຕນີໂອ ວິໂຕຣິໂນ, ຫົວໜ້າອົງການ IOM ໃນວັນ 15 ມິຖຸນາ 2020. ພາຍຫຼັງທີ່ໄດ້ຮັບໜ້າທີ່, ທ່ານ ນາງ ທຸຣາດາຣ ຈະສຸ່ມໃສ່ຈັດຕັ້ງປະຕິບັດວຽກງານ ໂດຍສະເພາະພັນທະຂອງ IOM ກໍ່ຄື ການເຄື່ອນຍ້າຍຖິ່ນຖານທີ່ມີມະນຸດສະທໍາ ແລະ ເປັນລະບຽບ ເພື່ອຜົນປະໂຫຍດສຳລັບທຸກຄົນ. ພາຍໃຕ້ການຊີ້ນໍານໍາພາຂອງ ທ່ານ ນາງ ທູຣາດາຣ ນີ້, ຈະເປັນບາດກ້າວໃນການສ້າງຄວາມເຕີບໃຫຍ່ຂະຫຍາຍຕົວຂອງອົງການ IOM ເພື່ອສືບຕໍ່ຄວາມພະຍາຍາມໃນວຽກງານການເຄື່ອນຍ້າຍຖິ່ນຖານແບບປອດໄພໃນຂົງເຂດຕ່າງໆ, ລວມທັງ: ການຕອບໂຕ້ກັບ ໂຄວິດ-19, ການເຄື່ອນຍ້າຍແຮງງານ, ການຕ້ານການຄ້າມະນຸດ, ການຊ່ວຍເຫຼືອ ແລະ ປົກປ້ອງຜູ້ເຄື່ອນຍ້າຍຖິ່ນຖານ, ແລະ ການຄຸ້ມຄອງຄົນເຂົ້າ-ອອກເມືອງ ແລະ ດ່ານຊາຍແດນ.

ສາທາລະນະລັດ ປະທິປະໄຕ ປະຊາຊົນລາວ ເຂົ້າເປັນສະມາຊິກຂອງອົງການ IOM ຕັ້ງແຕ່ປີ 2018 ແລະ ເປັນປະເທດທີ່ມີຊາຍແດນຕິດຈອດກັບ 5 ປະເທດ, ການຄຸ້ມຄອງການເຄື່ອນຍ້າຍຖິ່ນຖານໃຫ້ມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍແມ່ນຖືເປັນບູລິມະສິດທີ່ສຳຄັນ.  ດັ່ງທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍການເຄື່ອນຍ້າຍຖິ່ນຖານແບບປອດໄພ, ເປັນລະບຽບ, ແລະ ປົກກະຕິ (GCM), ອົງການ IOM ກຳນົດໃຫ້ມີການສະໜັບສະໜູນແກ່ລັດຖະບານແຫ່ງ ສປປ ລາວ ໃນການນໍາເອົາຜົນປະໂຫຍດອັນດີທີ່ສຸດໃນການເຄື່ອນຍ້າຍຖິ່ນຖານ ເພື່ອສົ່ງເສີມໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ບັນລຸເປົ້າໝາຍ 2030.

ນັບແຕ່ປີ 2015, ທ່ານ ນາງ ທູຣາດາຣ ໄດ້ຮັບໜ້າທີ່ເປັນຜູ້ບໍລິຫານໂຄງການ ຂອງອົງການ IOM ປະຈໍາປະເທດມານດິບ ແລະ ໄດ້ຮັບໜ້າທີ່ເປັນຫົວໜ້າໜ່ວຍງານການຊ່ວຍເຫຼືອ ແລະ ປົກປ້ອງຜູ້ເຄື່ອນຍ້າຍຖິ່ນຖານ ຂອງອົງການ IOM ປະຈໍາປະເທດອາແຊກໄບຈານ ກ່ອນທີ່ຈະໄດ້ຮັບການມອບໝາຍໃຫ້ມາປະຈໍາການຢູ່ ສປປ ລາວ.

ທ່ານ ນາງ ທູຣາດາຣ ຍັງໄດ້ຮັບໜ້າທີ່ເປັນຜູ້ຊ່ຽວຊານໃນການປະເມີນກາງພາກຂອງໂຄງການຕ້ານການຄ້າມະນຸດ ໂດຍຮັບທຶນຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID), ໃນໄລຍະນັ້ນ ຍັງໄດ້ທີ່ຮັບໜ້າທີ່ນໍາພາການຄົ້ນຄວ້າຫຼາຍປະເພດກ່ຽວກັບການເຄື່ອນຍ້າຍແຮງງານ, ຕ້ານການຄ້າມະນຸດ ແລະ ສາທາລະນະສຸກ ທີ່ປະເທດເນປານ. ນອກນັ້ນ ກໍ່ຍັງໄດ້ຮັບໜ້າທີ່ເປັນຜູ້ບໍລິການໂຄງການ ເປັນໄລຍະເວລາ 5 ປິ ໃຫ້ແກ່ມູນລະນິທິເອເຊຍ ປະຈໍາປະເທດເນປານ, ທ່ານ ນາງ ທູຣາດາຣ ມີປະສົບການຫຼາຍໆດ້ານໃນການຄຸ້ມຄອງໂຄງການຕ້ານການຄ້າມະນຸດ ແລະ ການເຄື່ອນຍ້າຍຖິ່ນຖານແບບປອດໄພ.

ທ່ານ ນາງ ທູຣາດາຣແມ່ນຖືສັນຊາດເນປານ, ໄດ້ຮັບປະລິນຍາໂທສາຂາທຸລະກິດສາກົນ ຈາກມະຫາວິທະຍາໄລໂມນາສ, ເມືອງເມວເບີນ, ປະເທດອົດສະຕາລີ ທີ່ລົງເລິກດ້ານເສດຖະກິດ. ທ່ານ ນາງ ທູຣາດາຣ ສາມາດສື່ສານພາສາອັງກິດ, ພາສາເນປາລີ ແລະ ຮິນດີ.                                                                                                                                                                                                                                               

ສຳລັບຂໍ້ມູນເພີ່ມເຕີ່ມ, ສາມາດຕິຕໍ່ ໂຊຢູນ ພາກ, ອົງການ IOM ປະຈໍານະຄອນຫຼວງວຽງຈັນ, ເບີໂທຕິດຕໍ່: + 856 (0)55 136 294, ອີເມວ: spark@iom.int

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

IOM
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້