ນະຄອນຫຼວງວຽງຈັນ, ວັນທີ 31 ຕຸລາ 2021 - ມື້ນີ້ ສປປ ລາວ ໄດ້ຮັບວັກຊີນກັນພະຍາດ ໂຄວິດ-19 Astra Zeneca/Oxford ຊຸດໃໝ່ ຈໍານວນ 523,200 ໂດສ໌ ໂດຍຜ່ານ COVAX Facility, ຊຶ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ
ຄົ້ນຫາ
ນະຄອນຫຼວງວຽງຈັນ, ວັນທີ 26 ຕຸລາ 2021 - ມື້ນີ້, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ໄດ້ຖະແຫລງຂ່າວ ເພື່ອແຈ້ງຄວາມຄືບໜ້າ ໃນການກະກຽມຈັດ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13, ທີ່ຈະມີຂຶ້ນໃນວັນທີ 17 ພະຈິກ. ເຂົ້າຮ່ວມ ກອງປະຊຸມໂຕະມົນ ດັ່ງກ່າວຈະປະກອບມີບັນດາການນໍາຂັ້ນສູງສຸດຂອງ ລັດຖະບານ ສປປ ລາວ ລວມທັງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຈະຮ່ວມກັນປືກສາຫາລື ແລະກຳນົດທິດທາງໃຫ້ແກ່ການພັດທະນາໃນອີກ 5 ປີຕໍ່ໜ້າ.
ບົດກ່າວເປີດກອງປະຊຸມ
ທ່ານນາງ ຊາຣາ ເຊເກນເນສ, ຜູ້ປະສານງານອົງການ ສປຊ
ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ (NSPS) ນິຍາມວິໄສທັດສຳລັບການເຂົ້າເຖິງຄວາມຍືນຍົງໃນການປົກປ້ອງສັງຄົມສຳລັບຄົນລາວທຸກຄົນ.
ທີ່ ນະຄອນຫຼວງວຽງຈັນ, ວັນທີ 8 ຕຸລາ 2021 – ໃນມື້ນີ້ ກະຊວງແຜນການ ແລະ ການລົງທຶນ, ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການ ສະຫະປະຊາຊາດ ປະຈໍາ ສປປ ລາວ ແລະ ການສະໜັບສະໜູນດ້ານການຈັດກອງປະຊຸມໂດຍ ອົງການສະຫະປະຊາຊາດ ເພື່ອການພັດທະນາ (ສປຊ), ໄດ້ຈັດກອງປະຊຸມທົບທວນປະຈໍາປີຜ່ານທາງອອນລາຍ ເພື່ອກະກຽມຕໍ່ກອງປະຊຸມ ໂຕະມົນລະດັບສູງ, ເຊິ່ງຈະໄດ້ຈັດຂຶ້ນໃນກາງເດືອນ ພະຈິກ 2021. ກອງປະຊຸມໂຕະມົນລະດັບສູງ ແມ່ນຈັດຂຶ້ນທຸກໆ 5 ປີ, ເຊິ່ງເປັນກອງປະຊຸມທີ່ລວມເອົາຜູ້ເຂົ້າຮ່ວມຈາກທຸກພາກສ່ວນ ເພື່ອເປັນການສະໜັບສະໜູນ ໃຫ້ແກ່ການອອກແບບ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ນະຄອນຫຼວງວຽງຈັນ - ວັນທີ 1 ເດືອນກັນຍາ 2021, ທີ່ກະຊວງການຕ່າງປະເທດ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ(IOM) ໄດ້ເຊັນສັນຍາການຮ່ວມມື ເພື່ອເພີ່ມທະວີການຮ່ວມມືໃນວຽກງານການເຄື່ອນຍ້າຍຖິ່ນຖານ ແລະ ເສີມຂະຫຍາຍສາຍພົວພັນ ລະຫວ່າງສອງຝ່າຍ.
ຖະແຫຼງການຮ່ວມຂອງທີມງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ
ບົດກ່າວໂດຍ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ທ່ານນາງ ຊາຣາ ເຊັກເກນເນສ