ກອງປະຊຸມປຶກສາຫາລືດ້ານໂຄງສ້າງຄັ້ງທຳອິດວ່າດ້ວຍ ຍຸດທະສາດການສະໜອງທຶນໃຫ້ແກ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9
ບົດກ່າວເປີດກອງປະຊຸມ
ທ່ານນາງ ຊາຣາ ເຊເກນເນສ, ຜູ້ປະສານງານອົງການ ສປຊ
ຮຽນ ພະນະທ່ານນາງ ພອນວັນ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ,
ຄູ່ຮ່ວມມືຝ່າຍລັດຖະບານທີ່ນັບຖື,
ເອກອັກຄະລັດຖະທູດຜູ້ມີກຽດ,
ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ,
ເພື່ອນຮ່ວມງານ,
ທ່ານຍິງ ແລະ ທ່ານຊາຍ,
ໂດຍຕາງໜ້າໃຫ້ແກ່ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ຂ້າພະເຈົ້າຮູ້ສຶກຍິນດີທີ່ໄດ້ຮ່ວມກັບ ທ່ານຮອງລັດຖະມົນຕີ ຕ້ອນຮັບບັນດາທ່ານເຂົ້າສູ່ກອງປະຊຸມປຶກສາຫາລືດ້ານໂຄງສ້າງຄັ້ງທຳອິດ ທີ່ມີແຜນຈະຈັດຂຶ້ນສາມຄັ້ງ ທີ່ແນໃສ່ອຳນວຍຄວາມສະດວກໃຫ້ແກ່ການພັດທະນາຍຸດທະສາດການສະໜອງທຶນໃຫ້ແກ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແລະ ວາລະ 2030.
ທຳອິດ, ຂ້າພະເຈົ້າຢາກຂໍຂອບໃຈບັນດາທ່ານທີ່ເຂົ້າຮ່ວມ, ທັງຜ່ານທາງອອນລາຍ ແລະ ບາງທ່ານທີ່ເຂົ້າຮ່ວມໂຕຈິງໃນມື້ນີ້. ພາຍຫຼັງທີ່ມີການອອກມາດຕະການດ້ານ ພະຍາດໂຄວິດ-19, ກໍ່ຄືດັ່ງທີ່ພວກທ່ານຮູ້, ຈຶ່ງເຮັດໃຫ້ເກີດຂໍ້ຈຳກັດດ້ານຈຳນວນຜູ້ທີ່ຈະສາມາດເຂົ້າຮ່ວມກອງປະຊຸມໂຕຈິງໄດ້.
ຖ້າບັນດາທ່ານອານຸຍາດ, ຂ້າພະເຈົ້າຢາກຂໍກ່າວຄືນຫຼັງໜ້ອຍໜຶ່ງ. ດັ່ງທີ່ໄດ້ສະຫຼຸບໄວ້ໃນ ກອງປະຊຸມປຶກສາຫາລືລະດັບສູງ ກ່ຽວກັບ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ໃນເດືອນທັນວາໃນປີທີ່ຜ່ານມາ, ພາຍຫຼັງທີ່ມີການປຶກສາຫາລືຢ່າງເປີດກວ້າງແລ້ວ, ແຜນດັ່ງກ່າວຈຶ່ງໄດ້ກຳນົດບັນດາບຸລິມະສິດດ້ານການພັດທະນາແຫ່ງຊາດຂຶ້ນ ໂດຍສະທ້ອນໃຫ້ເຫັນເຖິງເປົ້າໝາຍອັນສູງສົ່ງດ້ານການພັດທະນາຂອງ ລັດຖະບານ ໃນໄລຍະ 5 ປີຕໍ່ໜ້າ. ພາຍຫຼັງໄດ້ຮັບການທົບທວນຄືນໃນລະຫວ່າງ ກອງປະຊຸມໃຫຍ່ຂອງພັກ ແລະ ຕໍ່ມາກໍ່ໄດ້ຮັບການຮັບຮອງໂດຍ ສະພາແຫ່ງຊາດ ໃນເດືອນມີນາແລ້ວ, ແຜນແຫ່ງຊາດດັ່ງກ່າວຈຶ່ງໄດ້ຖືກເຜີຍແຜ່ສູ່ທຸກພາກສ່ວນ.
ສິ່ງທີ່ໄດ້ຕົກລົງກັນ ແລະ ຈຳເປັນໃນຕໍ່ໜ້າກໍ່ຄືແຜນການອັນຊັດເຈນໃນການຜັນຂະຫຍາຍບັນດາບຸລິມະສິດເຫຼົ່ານີ້ໃຫ້ກາຍເປັນການວຽກງານໂຕຈິງ, ໂດຍໃຊ້ປະໂຫຍດຈາກຈຸດແຂັງ ແລະ ຄວາມອາດສາມາດຂອງຄູ່ຮ່ວມງານທຸກຝ່າຍ. “ການກຽມພ້ອມໃຫ້ແກ່ການຈັດຕັ້ງປະຕິບັດ” ໄດ້ແນະນຳໃຫ້ລວມເອົາຄວາມພະຍາຍາມໃນການປະເມີນ ຄ່າໃຊ້ຈ່າຍ ຂອງການຈັດຕັ້ງປະຕິບັດເປົ້າໝາຍແຫ່ງຊາດໃຫ້ປາກົດຜົນເປັນຈິງ ພ້ອມທັງກຳນົດ ຍຸດທະສາດການສະໜອງທຶນ ເພື່ອໃຫ້ເຫັນເຖິງວິທີໃນການສະໜອງທຶນເຂົ້າໃນວຽກງານດັ່ງກ່າວຢ່າງຈະແຈ້ງ. ນອກຈາກນັ້ນ, ພວກເຮົາຍັງຕ້ອງໄດ້ພັດທະນາຂອບວຽກດ້ານການຕິດຕາມ ແລະ ການປະເມີນຜົນທີ່ເຂັ້ມແຂງ ເພື່ອຊ່ວຍໃຫ້ສາມາດວັດແທກຄວາມຄືບໜ້າ ແລະ ຜົນໄດ້ຮັບຂອງເປົ້າໝາຍຕ່າງໆໄດ້.
ສະນັ້ນ, ໃນມື້ນີ້, ພວກເຮົາໄດ້ກ້າວມາເຖິງຊ່ວງເວລາທີ່ສຳຄັນສຳລັບວຽກງານທີ່ໄດ້ຮັບມອບໝາຍມາເກືອບໜຶ່ງປີທີ່ຜ່ານມາ, ແລະ ຍັງຍັບເຂົ້າໃກ້ຂີດໝາຍສຳຄັນອັນຕໍ່ໄປດ້ວຍບົດສະເໜີຕໍ່ ກອງປະຊຸມໂຕະມົນລະດັບສູງ.
ວຽກງານນີ້ແມ່ນມີຄວາມສຳຄັນຫຼາຍ ເມື່ອພິຈາລະນາເຖິງສະພາບການພັດທະນາທີ່ມີຄວາມທ້າທາຍ ທີ່ ສປປ ລາວ ພວມປະເຊີນຢູ່.
ການແຜ່ລະບາດຂອງ ພະຍາດໂຄວິດ-19 ໄດ້ກໍ່ໃຫ້ເກີດວິກິດການເສດຖະກິດຖົດຖອຍຄັ້ງຍິ່ງໃຫຍ່ທີ່ສຸດໃນຮອບ 90 ປີ, ທັງຍັງໄດ້ກີດຂວາງຜົນໄດ້ຮັບ ແລະ ຄວາມຄືບໜ້າດ້ານການພັດທະນາທີ່ສ້າງມາຢ່າງຍາກລຳບາກ ພາຍໃຕ້ເປົ້າໝາຍຂອງ ວາລະ 2030, ທີ່ໃນທົ່ວໂລກ, ແລະ ໂດຍສະເພາະ, ໃນພາກພື້ນອາຊີ-ປາຊິຟິກ, ແມ່ນຫຼຸດຄາດໝາຍຢູ່ກ່ອນແລ້ວ.
ດັ່ງທີ່ ເລຂາທິການໃຫຍ່ສປຊ, ທ່ານ António Guterres, ໄດ້ເນັ້ນໜັກໃນເດືອນກໍລະກົດທີ່ຜ່ານມາ, ວ່າ:
“ວິກິດການນີ້ໄດ້ກໍ່ໃຫ້ເກີດຄວາມສ່ຽງດ້ານຄວາມແຕກໂຕນອັນໃຫຍ່ຫຼວງໃນທົ່ວໂລກ, ທີ່ບາງກຸ່ມປະເທດສາມາດຟື້ນໂຕຄືນໄດ້ ສ່ວນອີກຫຼາຍປະເທດຍັງຕ້ອງປະເຊີນກັບຄວາມທຸກຍາກ, ໜີ້ສິນທີ່ບໍ່ຍືນຍົງ ແລະ ການຈຳກັດການໃຊ້ຈ່າຍທີ່ໜັກໜ່ວງກວ່າເກົ່າ, ແລະ ອາດຕ້ອງປະເຊີນກັບການສູນເສຍເວລາໃນການພັດທະນາແບບຍືນຍົງໄປອີກໜຶ່ງທົດສະວັດ.”
ດັ່ງນັ້ນ, ສປປ ລາວ, ທີ່ມີສະພາບການທີ່ແຕກຕ່າງໄປຈາກຫຼາຍປະເທດໃນທົ່ວໂລກ, ຕ້ອງໄດ້ປະເຊີນກັບບັນຫາທ້າທາຍດ້ານການປັບໂຕ, ການຫຼຸດຜ່ອນ ແລະ ການຟື້ນຟູຄືນຈາກການແຜ່ລະບາດຂອງ ພະຍາດໂຄວິດ-19 - ທັງໃນດ້ານສາທາລະນະສຸກ ແລະ ຜົນກະທົບທີ່ວິກິດການດັ່ງກ່າວມີຕໍ່ເສດຖະກິດ-ສັງຄົມຂອງປະເທດ.
ຍິ່ງໄປກວ່ານັ້ນ, ສາມວິກິດການສຳຄັນຂອງໂລກດ້ານການປ່ຽນແປງສະພາບດິນຟ້າອາກາດ, ຄວາມເສຍຫາຍຕໍ່ຊີວະນາໆພັນ, ແລະ ຄວາມເສື່ອມໂຊມຂອງສະພາບແວດລ້ອມ ໄດ້ເຮັດໃຫ້ການສ້າງຄວາມຄືບໜ້າຫຍຸ້ງຍາກຂຶ້ນ ແລະ ການບັນລຸເປົ້າໝາຍດ້ານການພັດທະນາແບບຍືນຍົງ ແລະ ສີຂຽວ ທີ່ຄາດໝາຍໄວ້ພາຍໃຕ້ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ມີຄວາມສຳຄັນ ແລະ ຮີບດ່ວນຫຼາຍຂຶ້ນກວ່າເກົ່າ.
ຄະນະກຳມະການຮ່ວມມືຫຼາຍຝ່າຍດ້ານການປ່ຽນແປງສະພາບດິນຟ້າອາກາດ ໄດ້ເນັ້ນໜັກໃຫ້ເຫັນຢ່າງຊັດເຈນແລ້ວວ່າການປ່ຽນແປງສະພາບດິນຟ້າອາກາດແມ່ນກຳລັງສົ່ງຜົນກະທົບຕໍ່ທຸກໆພາກພື້ນໃນໂລກ, ໃນລະດັບທີ່ບໍ່ຄາດຄິດມາກ່ອນ ແລະ ຈະສືບຕໍ່ເປັນເວລາອີກຫຼາຍພັນປີ, ຫຼື ອາດຈະເປັນຫຼາຍແສນປີໃນຕໍ່ໜ້າ.
ເຖິງຢ່າງໃດກໍ່ຕາມ, ໃນທົ່ວໂລກ, ຍັງຄົງມີການລົງທຶນເຂົ້າໃນວຽກງານການຄຸ້ມຄອງວິກິດການໃນລະດັບທີ່ຕ່ຳຢູ່, ໂດຍໄດ້ປະເມີນໄວ້ວ່າຊ່ອງຫວ່າງດ້ານງົບປະມານລະຫວ່າງທີ່ຕ້ອງການ ແລະ ທີ່ມີຢູ່ແມ່ນຢູ່ໃນລະດັບ 4.1 ພັນຕື້ໂດລາ.
ນອກຈາກນັ້ນ, ໃນຊ່ວງຕົ້ນປີນີ້, -- ທີ່ເງື່ອນໄຂທຸກຢ່າງຍັງເອື້ອອຳນວຍຢູ່, -- ສປປ ລາວ ໄດ້ຖືກແນະນຳໃຫ້ຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ໃນປີ 2026. ຂໍ້ແນະນຳດັ່ງກ່າວນອກຈາກຈະສະທ້ອນໃຫ້ເຫັນເຖິງຜົນສຳເລັດອັນສຳຄັນທີ່ປະຕິບັດໄດ້ມາຮອດປັດຈຸບັນແລ້ວ, ໂດຍຄຳນຶງເຖິງບັນດາສະຖານະການທີ່ເກີດຂຶ້ນໃນຊ່ວງທີ່ຜ່ານມາ - ຍັງໄດ້ສະແດງໃຫ້ເຫັນເຖິງການຂ້າມຜ່ານທີ່ຊັບຊ້ອນ ທີ່ຈຳເປັນຕ້ອງໄດ້ຮັບການຄຸ້ມຄອງໃນຊ່ວງໄລຍະ 5 ປີຕໍ່ໜ້າ ແລະ ປີຕໍ່ໆໄປ ເພື່ອຮັບປະກັນໃຫ້ການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວມີຄວາມຍືນຍົງ, ມີຄຸນນະພາບສູງ, ແລະ ບໍ່ຖອຍຫຼັງຄືນ.
ດັ່ງນັ້ນ, ບຸລິມະສິດຕົ້ນຕໍ ແລະ ເປົ້າໝາຍຫຼັກຂອງພວກເຮົາໃນມື້ນີ້ ຈຶ່ງແມ່ນການພິຈາລະນາຄວາມພະຍາຍາມຮ່ວມກັນດ້ານການສະໜອງທຶນ.
ດັ່ງທີ່ ຮອງລັດຖະມົນຕີ, ທ່ານນາງ ພອນວັນ, ແລະ ຂ້າພະເຈົ້າໄດ້ເນັ້ນໜັກໄວ້ໃນບົດຄວາມທີ່ຕີພິມມື້ວານນີ້ວ່າ 4 ແຫຼ່ງທຶນທີ່ມີຢູ່ໃນສັງຄົມ - ຍົກຕົວຢ່າງ: ງົບປະມານລັດ, ແຫຼ່ງທຶນພາກເອກະຊົນພາຍໃນ, ແຫຼ່ງທຶນພາກເອກະຊົນສາກົນ ແລະ ການຊ່ວຍເຫຼືອທາງການເພື່ອການພັດທະນາ, ມັກຈະບໍ່ໄດ້ຮັບການລະດົມຢ່າງພຽງພໍ ແລະ ມີປະສິດທິພາບ ເພື່ອມາແກ້ໄຂບັນຫາທ້າທາຍທີ່ສຳຄັນດ້ານການພັດທະນາ.
ດັ່ງນັ້ນ, ວຽກງານທີ່ພວກເຮົາຈະປຶກສາຫາລືກັນໃນມື້ນີ້, ແມ່ນຖືເປັນບາດກ້າວທຳອິດຂອງຄວາມພະຍາຍາມໃນການພັດທະນາຍຸດທະສາດການສະໜອງທຶນໃຫ້ແກ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ທີ່ຈະຊ່ວຍໃຫ້ສາມາດລະດົມ ແລະ ຈັດສັນແຫຼ່ງທຶນທັງໝົດໄດ້ຢ່າງສ້າງສັນ ແລະ ມີປະສິດທິພາບຫຼາຍຂຶ້ນ ເພື່ອສະໜັບສະໜຸນການພັດທະນາແບບຍືນຍົງ.
ໂດຍໄດ້ຮັບການຊີ້ນຳຈາກ ວາລະການດຳເນີນງານ Addis Ababa ແລະ ຂອບວຽກດ້ານການສະໜອງທຶນແຫ່ງຊາດແບບເຊື່ອມສານ, ສິ່ງທີ່ສຳຄັນທີ່ສຸດແມ່ນການປະຕິບັດແນວທາງແບບກວມລວມ ແລະ ການຊຸກຍູ້ການສະໜັບສະໜຸນ ແລະ ການມີສ່ວນຮ່ວມຈາກຄູ່ຮ່ວມງານທີ່ມາຈາກຫຼາກຫຼາຍຂະແໜງການ ເພື່ອມາເຮັດວຽກ ແລະ ບັນລຸເປົ້າໝາຍນີ້ຮ່ວມກັນ.
ດັ່ງນັ້ນ, ພວກເຮົາຈຶ່ງມີຄວາມຍິນດີເປັນຢ່າງຍິ່ງທີ່ພວກທ່ານເຂົ້າຮ່ວມໃນການປຶກສາຫາລືດ້ານໂຄງສ້າງຄັ້ງທຳອິດນີ້ ເພື່ອໂອ້ລົມກັນກ່ຽວກັບວຽກງານທີ່ປະຕິບັດໄດ້ຜ່ານມາ, ປະເມີນຂໍ້ຈຳກັດ ແລະ ຄວາມຕ້ອງການດ້ານການເງິນທີ່ຈຳເປັນໃນການບັນລຸ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແລະ ປພຍ, ພ້ອມທັງຕົກລົງຮ່ວມກັນກ່ຽວກັບບາດກ້າວໃນຂັ້ນຕໍ່ໜ້າ.
ນີ້ແມ່ນຂີດໝາຍອັນໃຫຍ່ຫຼວງ, ເຊິ່ງເປັນການສະຫຼຸບໄລຍະທຳອິດຂອງຂັ້ນຕອນການກຳນົດຍຸດທະສາດ ໂດຍຜ່ານການນຳສະເໜີວຽກງານການວິເຄາະທັງໝົດ ທີ່ເພື່ອນຮ່ວມງານຂອງພວກເຮົາໄດ້ດຳເນີນການໃນຊ່ວງຫຼາຍເດືອນທີ່ຜ່ານມາ.
ສິ່ງນີ້ຈະກາຍເປັນພື້ນຖານສຳຄັນໃຫ້ແກ່ຂັ້ນຕອນຕໍ່ໄປ, ທີ່ພວກເຮົາຈະໂອ້ລົມກັນກ່ຽວກັບທາງເລືອກດ້ານນະໂຍບາຍ ເຊິ່ງກໍ່ເປັນພາກສ່ວນໜຶ່ງໃນການກຳນົດຍຸດທະສາດການສະໜອງທຶນ.
ນີ້ແມ່ນວຽກງານທີ່ສຳຄັນ ແລະ ສາມາດປະຕິບັດໄດ້ຍ້ອນການນຳພາທີ່ເຂັ້ມແຂງຂອງ ກະຊວງແຜນການ ແລະ ການລົງທຶນ, ທີ່ເຮັດວຽກຢ່າງໃກ້ຊິດຮ່ວມກັບ ກະຊວງການເງິນ, ແລະ ກະຊວງສາທາລະນະສຸກ.
ອົງການ ສປຊ ພູມໃຈທີ່ໄດ້ເປັນຜູ້ສະໜອງການສະໜັບສະໜຸນດ້ານວິຊາການເຂົ້າໃນຄວາມພະຍາຍາມນີ້, ໂດຍເສີມຂະຫຍາຍຈາກ ແຜນງານຮ່ວມ ອັນເປັນພື້ນຖານສຳຄັນ ເຊິ່ງນຳພາໂດຍ UNDP ໂດຍຮ່ວມມືກັບ UNCDF ແລະ UNFPA, ພ້ອມທັງຍັງໃຊ້ປະໂຫຍດຈາກການປະກອບສ່ວນຂອງ DESA, UNESCO, UNICEF, WHO ແລະ ທີມງານ ສປຊ ໃນທົ່ວປະເທດ.
ເຖິງແມ່ນວ່າການທີ່ຈະມາຮອດຈຸດນີ້ໄດ້ແມ່ນຕ້ອງອາໄສຄວາມພະຍາຍາມຢ່າງໜັກ, ແຕ່ຂັ້ນຕອນຕໍ່ໄປຍິ່ງຕ້ອງການຄວາມພະຍາຍາມສູງກວ່າເກົ່າ, ແລະ ຂ້າພະເຈົ້າຫວັງວ່າບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນມື້ນີ້, ພ້ອມທັງທຸກສະຖາບັນທີ່ທ່ານສັງກັດຢູ່ ຈະສືບຕໍ່ມີສ່ວນຮ່ວມ ແລະ ຊ່ວຍຊຸກຍູ້ໃຫ້ຂັ້ນຕອນດັ່ງກ່າວສາມາດຄືບໜ້າຕໍ່ໄປໄດ້.
ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ຂ້າພະເຈົ້າເຊື່ອໝັ້ນວ່າພວກເຮົາຈະສາມາດສ້າງຍຸດທະສາດການສະໜອງທຶນທີ່ມີຄວາມເຂັ້ມແຂງ ແລະ ໜ້າເຊື່ອຖື ທີ່ຈະສາມາດຊ່ວຍໃຫ້ ສປປ ລາວ ບໍ່ພຽງແຕ່ຟື້ນຟູຄືນຈາກ ພະຍາດໂຄວິດ-19 ໄດ້, ແຕ່ຍັງສາມາດກັບຄືນສູ່ທິດທາງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແລະ ທັງຍັງສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026 ໄດ້ຢ່າງມີຄຸນນະພາບສູງ, ກາຍເປັນປະເທດທີ່ມີລາຍຮັບປານກາງ, ທີ່ສາມາດປັບໂຕ, ຫຼຸດຜ່ອນ ແລະ ຮັບມືກັບສາມວິກິດການສຳຄັນຂອງໂລກໄດ້ຢ່າງມີປະສິດທິພາບ, ແລະ ທັງຍັງສາມາດເລັ່ງລັດຄວາມຄືບໜ້າດ້ານການຈັດຕັ້ງປະຕິບັດ ວາລະ 2030 ແລະ ບັນດາບຸລິມະສິດດ້ານການພັດທະນາແຫ່ງຊາດໃນຊ່ວງຊຸມປີຕໍ່ໜ້າ.
ຂ້າພະເຈົ້າພ້ອມແລ້ວທີ່ຈະປຶກສາຫາລືກັບບັນດາທ່ານໃນມື້ນີ້, ລວມທັງບັນດາບາດກ້າວຕ່າງໆ ທີ່ພວກເຮົາຈະດຳເນີນຮ່ວມກັນໃນຂັ້ນຕໍ່ໄປ.
ຂໍຂອບໃຈ.