ໃນຂະນະທີ່ ສປປ ລາວ ແລະ ປະເທດຕ່າງໆທົ່ວໂລກກໍາລັງສືບຕໍ່ສະກັດກັ້ນ ພະຍາດໂຄວິດ-19 ແລະ ຜົນກະທົບທາງກົງຂອງມັນຕໍ່ກັບສຸຂະພາບ ແລະ ການພັດທະນາເສດຖະກິດ-ສັງຄົມນັ້ນ, ພວກເຮົາກໍ່ຍັງບໍ່ສາມາດລະເລີຍບັນຫາ ແລະ ສິ່ງທ້າທາຍອື່ນໆ ທີ່ກໍາລັງນາບຂູ່ສິ່ງມີຊີວິດທັງໝົດໃນໂລກ - ກໍ່ຄື: ສາມວິກິດການສຳຄັນຂອງໂລກ - ທີ່ບໍ່ມີວັກຊີນໃດສາມາດຊ່ວຍໄດ້.. ດ້ວຍພາວະໂລກຮ້ອນ, ການທໍາລາຍລະບົບນິເວດ ແລະ ການເສື່ອມໂຊມຂອງສິ່ງແວດລ້ອມ, ພວກເຮົາກໍາລັງປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນຍຸກສະໄໝໃໝ່ນີ້, ເຊິ່ງບັນຫາເຫຼົ່ານີ້, ສຸດທ້າຍແລ້ວ, ຈະຕົກເປັນພາລະຂອງປະຊາກອນກຸ່ມສ່ຽງທີ່ສຸດ ແລະ ລູກຫຼານລຸ້ນຕໍ່ໄປຂອງພວກເຮົາໃນອະນາຄົດ.
ຄົ້ນຫາ
(ນະຄອນຫຼວງວຽງຈັນ, 29 ພະຈິກ 2021) ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ເປີດຕົວແຜນພັດທະນາການສົ່ງອອກສະບັບທຳອິດ ຂອງຂະແໜງການປຸງແຕ່ງໄມ້, ເຊິ່ງເປັນເຫດການອັນສຳຄັນສຳລັບບໍລິສັດຜະລິດໄມ້ແປຮູບພາຍໃນປະເທດ.
ນະຄອນຫຼວງວຽງຈັນ, 17 ພະຈິກ 2021 - ໃນມື້ນີ້, ລັດຖະບານ ສປປ ລາວ ພ້ອມດ້ວຍບັດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົົນ, ອຳນາດການປົກຄອງຂັ້ນແຂວງ ແລະ ຕາງໜ້າຈາກພາກສັງຄົມ ແລະ ພາກເອກະຊົນ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ທາງອອລາຍ ພາຍໃຕ້ຫົວຂໍ້: “ ເພີ່ມທະວີການເປັນຄູ່ຮ່ວມເພື່ອ ຍົກສູງປະສິດທິຜົນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແນ່ໃສ່ເລັ່ງລັດການບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນໄລຍະຟື້ນຟູຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19. ”
ນະຄອນຫຼວງວຽງຈັນ, ວັນທີ 16 ພະຈິກ 2021 - ລັດຖະບານ ສປປ ລາວ, ຕາງໜ້າໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ແລະ ອົງການສະຫະປະຊາຊາດ (ສປຊ), ຕາງໜ້າໂດຍ ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ໄດ້ລົງນາມຢ່າງເປັນທາງການຕໍ່ ຂອບການຮ່ວມມືລະຫວ່າງ ສປປ ລາວ-ສປຊ ໄລຍະ 2022-2026 ເພື່ອການພັດທະນາແບບຍືນຍົງ (UNSDCF).
ພິທີລົງນາມໄດ້ຖືກຈັດຂຶ້ນ 1 ວັນກ່ອນຮອດ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13, ທີ່ ກະຊວງການຕ່າງປະເທດ, ໃນ ນະຄອນຫຼວງວຽງຈັນ, ດ້ວຍມາດຕະການຈຳກັດຜູ້ເຂົ້າຮ່ວມ ໂດຍຄຳນຶງເຖິງການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ກຳລັງເພີ່ມຂຶ້ນໃນນະຄອນຫຼວງ.
ນະຄອນຫຼວງວຽງຈັນ, 15 ພະຈິກ - ໃນມື້ນີ້, ກະຊວງແຜນການ ແລະ ການລົງທຶນ, ໂດຍໄດ້ຮັບການສະໜັບສະໜຸນຈາກ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ໄດ້ຈັດກອງປະຊຸມປຶກສາຫາລືລະດັບສູງວ່າດ້ວຍການສ້າງຂອບວຽກການຟື້ນຟູຄືນຈາກ ພະຍາດໂຄວິດ-19 ຂຶ້ນ, ເຊິ່ງເປັນກອງປະຊຸມປິ່ນອ້ອມໃຫ້ແກ່ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13. ກອງປະຊຸມດັ່ງກ່າວເປັນປະທານຮ່ວມໂດຍ ພະນະທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ແລະ ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ.
ວັນທີ 9 ພະຈິກ 2021, ກະຊວງກະສິກຳ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດປະຈຳ ສປປ ລາວ (UN), ໄດ້ຮ່ວມຈັດກອງປະຊຸມການລິເລີ່່ມ ການຈັດຕັ້ງປະຕິບັດບົດລາຍງານ ການວິໄຈເສັ້ນທາງສູ່ ລະບົບສະບຽງອາຫານ ທີ່ຍືນຍົງ ຂອງ ສປປ ລາວ. ບົດລາຍງານດັ່ງກ່າວແມ່ນໄດ້ນຳເອົາເນື້ອໃນ ຂອງ ຜົນການຈັດກອງປະຊຸມລະດັບຊາດໃນ ສປປ ລາວ, ທີ່ໄດ້ຈັດຂຶ້ນໃນ ເດືອນມິຖຸນາ 2021 ທີ່ຜ່ານມາ. ຊື່ງບົດລາຍງານດັ່ງກ່າວແມ່ນໄດ້ຖືກຮ່າງຂຶ້ນບົນພື້ນຖານຄວາມຄວາມພະຍາຍາມ ແລະ ຄຳໝັ້ນສັນຍາຮ່ວມກັນ ລະຫວ່າງ ລັດຖະບານ ສປປ ລາວ, ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນທຸກຂັ້ນ ທີ່ມີໜ້າທີ່ພົວພັນກັບ ລະບົບສະບຽງອາຫານ ຂອງ ປະເທດ ເພື່ອການບັນລຸວຽກງານການພັດທະນາລະບົບສະບຽງອາຫານໂດຍລວມ, ກຳນົດກະລະໂອກາດທີ່ສະເພາະເຈາະຈົງ, ບັນດາສິ່ງທ້າທາຍຕ່າງໆ, ປຶກສາຫາລືການເຮັດວຽກ ຮ່ວມກັນ ແລະ ຜົນໄດ້ ຜົນເສຍ ລະຫວ່າງ ຄວາມແຕກຕ່າງໃນ ບັນດາຫົວຂໍ້ ແລະ ອົງປະກອບ ຂອງ ລະບົບສະບຽງອາຫານ ເພື່ອແນໃສ່ໃນການກຳນົດເສັ້ນທາງສູ່ລະບົບສະບຽງອາຫານທີ່ຍືນຍົງ ໃຫ້ຫຼາຍຂຶ້ນໃນ ສປປ ລາວ.
ວັນທີ 4 ພະຈິກ 2021, ນະຄອນຫຼວງວຽງຈັນ - ສປປ ລາວ ສຶບຕໍ່ຄວາມພະຍາຍາມເພື່ອກວດຫາ ແລະ ຫຼຸດຜ່ອນພະຍາດ COVID-19 ຈາກການຊ່ວຍເຫຼືອຂອງຄູ່ຮ່ວມງານສາກົນ.
ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ສົ່ງມອບຊຸດກວດແບບໄວ Panbio COVID-19 rapid test kits ແລະ ນໍ້າຢາ AgPath-ID™ One-Step RT-PCR Reagents ເພື່ອກວດຫາເຊື້ອພະຍາດ COVID-19 ໃຫ້ແກ່ກະຊວງສາທາລະນະສຸກ.
ນະຄອນຫຼວງວຽງຈັນ, 27 ຕຸລາ 2021 - ມື້ນີ້, ກະຊວງແຜນການ ແລະ ການລົງທຶນ, ໂດຍໄດ້ຮັບການສະໜັບສະໜຸນຈາກ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ໄດ້ຈັດກອງປະຊຸມວ່າດ້ວຍການສ້າງແຜນຟື້ນຟູຄືນຈາກ ພະຍາດໂຄວິດ-19, ເພື່ອກະກຽມໃຫ້ແກ່ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13, ທີ່ຈະຖືກຈັດຂຶ້ນໃນວັນທີ 17 ພະຈິກ. ກອງປະຊຸມໂຕະມົນລະດັບສູງ ໄດ້ຈັດຂຶ້ນທຸກໆ 5 ປີ, ແລະ ເປັນເວທີໃຫ້ ລັດຖະບານ ສປປ ລາວ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາໄດ້ມາປຶກສາຫາລືກັນ ໃນຂອດການສະໜັບສະໜຸນການອອກແບບ ແລະ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ຂະບວນການຕ່າງໆໃນການພັດທະນາ.