ຂ່າວສານ

FAO ແລະ USAID ມອບ 12,000 ຊຸດກວດພະຍາດ COVID-19 ແບບໄວ ໃຫ້ແກ່ ສປປ ລາວ

04 ພະຈິກ 2021

ວັນທີ 4 ພະຈິກ 2021, ນະຄອນຫຼວງວຽງຈັນ - ສປປ ລາວ ສຶບຕໍ່ຄວາມພະຍາຍາມເພື່ອກວດຫາ ແລະ ຫຼຸດຜ່ອນພະຍາດ COVID-19 ຈາກການຊ່ວຍເຫຼືອຂອງຄູ່ຮ່ວມງານສາກົນ.

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID)  ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ສົ່ງມອບຊຸດກວດແບບໄວ Panbio COVID-19 rapid test kits ແລະ ນໍ້າຢາ AgPath-ID™ One-Step RT-PCR Reagents ເພື່ອກວດຫາເຊື້ອພະຍາດ COVID-19 ໃຫ້ແກ່ກະຊວງສາທາລະນະສຸກ.

ພາຍໄຕ້ “ ການຊ່ວຍເຫຼືອສຸກເສີນເພື່ອເສີມສ້າງຄວາມສາມາດໃນການກວດຫາພະຍາດ COVID-19 ໃນ ສປປ ລາວ” ດ້ວຍທືນທີ່ຜ່ານມາທັງໝົດ 300,000 USD ຈາກອົງການ USAID, ອົງການ FAO ໄດ້ສະໜອງອຸປະກອນຫຼາຍຢ່າງໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາຂອງກົມຄວບຄຸມພະຍາດຕິດຕໍ່ເພື່ອສະໜັບສະໜູນຄວາມສາມາດໃນການກວດຫາເຊັ່ນວ່າ: ຕູ້ເກັບຕົວຢ່າງ, ນໍ້າຢາກວດຫາເຊື້ອ ແລະ ອຸປະກອນອື່ນໆ ສຳລັບກວດຫາພະຍາດ COVID-19.

ຊຸດກວດແບບໄວເຫຼົ່ານີ້ແມ່ນໄດ້ຮັບທຶນສະໜັບສະໜູນຈາກອົງການ USAID ເພື່ອເສີມສ້າງຄວາມສາມາດຂອງລັດຖະບານລາວໃນການຄົ້ນຫາ ແລະ ຕອບໂຕ້ພະຍາດ COVID-19 ທີ່ກຳລັງລະບາດຢູ່ໃນຂະນະນີ້.

ໃນພິທີມອບ-ຮັບເຂົ້າຮ່ວມໂດຍທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ; ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສ.ປ.ປ.ລາວ ທ່ານ ດຣ ປີເຕີ ເຮມ໋ອນ ແລະ ທ່ານ ນາຊາຣ໌ ຮາຢັດ, ຜູ້ຕ່າງໜ້າອົງການ FAO ປະຈຳລາວ.

ກ່າວໃນພິທີ, ທ່ານ ດຣ ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ສະແດງຄວາມຂອບໃຈໃນການສະໜັບສະໜູນເພື່ອຊ່ວຍເຫຼືອລັດຖະບານລາວຕໍ່ສູ້ກັບພະຍາດ COVID-19 ທີ່ກຳລັງລະບາດ. “ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈຕໍ່ອົງການ USAID ແລະ ອົງການ FAO ແລະ ທີມງານໃນການສະໜັບສະໜູນອັນມີຄ່າ ແລະ ຄຳໝັ້ນສັນຍາໃນການສືບຕໍ່ສະໜັບສະໜູນ ແລະ ເຮັດວຽກຢ່າງໄກ້ຊິດກັບກະຊວງສາທາລະນະສຸກເພື່ອຕອບໂຕ້ການລະບາດຂອງພະຍາດ COVID-19 ໃນ ສປປ ລາວ”.

“ການມອບ-ຮັບໃນມື້ນີ້ ຢືນຢັນຄືນຄວາມມຸ່ງໝັ້ນຂອງພວກເຮົາໃນການສະໜັບສະໜູນ ສປປ ລາວ ໃນການຢຸດຕິການແຜ່ລະບາດ. ພວກເຮົາພາກພູມໃຈໃນການຮ່ວມມືກັບລັດຖະບານ ສປປ ລາວ ແລະ ອົງການ FAO ໃນວຽກງານທີ່ສຳຄັນນີ້,” ທ່ານເອກະອັກຄະລັດຖະທູດ ເຮມ໋ອນ ກ່າວ.“

“ນອກ​ຈາກ​ການ​ແກ້​ໄຂ​ຜົນ​ກະ​ທົບ​ດ້ານ​ສຸ​ຂະ​ພາບ​ຈາກ​ພະ​ຍາດ​ໂຄວິດ-19, ສະຫະລັດອາ​ເມ​ລິ​ກາກຳລັງ​ສະ​ຫນັບ​ສະ​ຫນູນ​ລັດ​ຖະ​ບານ​ໃນ​ການ​ແກ້​ໄຂ​ຜົນ​ກະ​ທົບທາງດ້ານວຽກງານ​ເສດ​ຖະ​ກິດ, ວຽກງານລະ​ບົບ​ການ​ສຶກ​ສາ ​ແລະ ວຽກງານດ້ານ​ກົດ​ຫມາຍ​ຂອງ​ລາວ. ປີນີ້ແມ່ນສະເຫຼີມສະຫຼອງຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືຮອບດ້ານລະຫວ່າງສະຫະລັດອາເມລິກາ- ສປປ ລາວ, ແລະ ພວກເຮົາພູມໃຈທີ່ໄດ້ຊ່ວຍເຫຼືອ ສປປ ລາວ ໃຫ້ມີການພັດທະນາດີຂຶ້ນ ແລະ ກ້າວໄປໄກກວ່າພະຍາດໂຄວິດ-19. ”

ຜູ້ຕ່າງໜ້າອົງການ FAO ປະຈຳ ລາວ ທ່ານ ນາຊາຣ໌ ຮາຢັດໄດ້ກ່າວວ່າພະຍາດ COVID-19 ສົ່ງ​ຜົນ​ກະ​ທົບ​ຮ້າຍ​ແຮງ​​ບໍ່​ພຽງ​ແຕ່​ຕໍ່​ສຸ​ຂະ​ພາບ​ຂອງ​ຄົນ​, ແຕ່​ຍັງກະທົບຕໍ່​ລະ​ບົບ​ສະ​ບຽງ​ອາ​ຫານ​, ຄວາມ​ໝັ້ນຄົງທາງດ້ານສະບຽງ​ອາ​ຫານ​ ແລະ ​ໂພ​ຊະ​ນາ​ການ​. ຄ້ຳປະກັນຜົນກະທົບທາງດ້ານການດຳລົງຊີວິດ ແລະ ລາຍຮັບໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບທີ່ເປັນກຸ່ມຄົນທຸກຍາກ ແລະ ກຸ່ມທີ່ມິຄວາມຕ້ານທານຕ່ຳຫລາຍໃນ ສປປລາວ

“ມີພຽງແຕ່ການຮ່ວມມື ແລະ ການມີສ່ວນຮ່ວມເທົ່ານັ້ນ, ພວກເຮົາຈື່ງຈະສາມາຕໍ່ສູ້ກັບການລະບາດໃຫ້ໄດ້ຢ່າງມີປະສິດຕິພາບ, ການຮັກສາຊີວິດ ແລະ ຄ່ອຍໆຟື້ນຟູສະພາບພາຍໃຕ້ການໃຊ້ຊີວິດແບບໃໝ່. “ ທ່ານ ໄດ້ກ່າວ.

ທ່ານ ນາຊາຣ໌ ໄດ້ກ່າວວ່າອົງການ FAO ຢືນຢັນຄຳໝັ້ນສັນຍາໃນການສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອດ້ານວິຊາການແກ່ລັດຖະບານໃນການຈັດການກັບການແຜ່ລະບາດຂອງພະຍາດ COVID-19, ທ່ານໄດ້ສະແດງຄວາມຂອບໃຈເປັນພິເສດຕໍ່ການປະກອບສ່ວນຂອງອົງການ USAID ໃນການເປັນຄູ່ຮ່ວມງານ ແລະ ໃຫ້ການສະໜັບສະໜູນລັດຖະບານລາວໃນການຕໍ່ສູ້ກັບການລະບາດຂອງພະຍາດ COVID-19.

ໂຄງການໄດ້ຝຶກອົບຮົມເຈົ້າໜ້າທີ່ປະຈຳດ່ານຊາຍແດນໃນບັນດາແຂວງພາກເໜືອ, ພາກກາງ, ແລະ ພາກໃຕ້ໃນການການເຝົ້າລະວັງ, ການຄົ້ນຫາພະຍາດ, ການເກັບຕົວຢ່າງ, ການປ້ອງກັນການຕິດເຊື້ອ, ການຄວບຄຸມ ແລະ ການປະຕິບັດອະນາໄມຂ້າເຊື້ອພະຍາດ COVID-19.

ຈັດກອງປະຊຸມຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການກ່ຽວກັບການປ້ອງກັນ ແລະ ໂຕ້ຕອບພະຍາດ COVID-19. ນັກສຳມະນາກອນທີ່ເຂົ້າຮ່ວມມີພະນັກງານສາທາລະນະສຸກ, ສັດຕະວະແພດ, ແລະ ຕຳຫຼວດກວດຄົນເຂົ້າ-ອອກເມືອງ. ນອກຈາກນັ້ນ, ຍັງໄດ້ໃຫ້ການສະໜັບສະໜູນການຢັ້ງຢືນ ແລະ ກວດສອບຄວາມຖືກຕ້ອງຂອງຕູ້ຄວາມປອດໄພທາງດ້ານຊີວະວິທະຍາ.

 

Vilaylack Khounvisith

ວິໄລລັກ ຂຸນວິສິດ (ກຸກ)

FAO
ທີ່ປຶກສາດ້ານການສື່ສານ

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

FAO
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້