ຂ່າວສານ

ແຜນພັດທະນາໃໝ່ຂອງ ສປປ ລາວ ເພື່ອຊຸກຍູ້ການຜະລິດ ແລະ ການສົ່ງອອກຜະລິດຕະພັນໄມ້ປຸງແຕ່ງແບບຍືນຍົງ

29 ພະຈິກ 2021

(ນະຄອນຫຼວງວຽງຈັນ, 29 ພະຈິກ 2021) ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ເປີດຕົວແຜນພັດທະນາການສົ່ງອອກສະບັບທຳອິດ ຂອງຂະແໜງການປຸງແຕ່ງໄມ້, ເຊິ່ງເປັນເຫດການອັນສຳຄັນສຳລັບບໍລິສັດຜະລິດໄມ້ແປຮູບພາຍໃນປະເທດ.

ແຜນພັດທະນາການສົ່ງອອກຂອງຂະແໜງການປຸງແຕ່ງໄມ້ຂອງ ສປປ ລາວ ໄດ້ນຳສະເໜີແຜນງານການສົ່ງອອກຂອງປະເທດລາວ ເພື່ອສົ່ງເສີມຜະລິດຕະພັນໄມ້ທີ່ມີມູນຄ່າເພີ່ມ, ອີງຕາມ 3 ເປົ້າໝາຍຍຸດທະສາດຄື:

(1) ສ້າງຄວາມຍືນ​ຍົງໃຫ້​ຂະ​ແໜງ​ການ​​ໂດຍປັບປຸງ​​ການ​ປະສານ​ງານ, ​ເພີ່ມ​ທະວີ​ການ​ເຂົ້າ​ເຖິງ​ໄມ້ທີ່​ຖືກຕ້ອງ​ຕາມ​ກົດໝາຍ; (2) ຊຸກຍູ້ໃຫ້ມີຄວາມຫລາກຫລາຍຂອງຜະລິດຕະພັນ ແລະ ຍົກລະດັບຄວາມອາດສາມາດໃນການປຸງແຕ່ງ ໂດຍການສ້າງທັກສະ, ສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ດຶງດູດການລົງທຶນ; ແລະ (3) ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ຂະ​ແໜງ​ການ​ໃນ​ການ​ສ້າງ ​ແລະ ​ການ​ເຊື່ອມ​ໂຍງ​ກັບຕະຫຼາດທີ່ຍືນຍົງ.

ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ປ່າໄມ້, ສ້າງໂອກາດທາງດ້ານຕະຫຼາດໃນພາກພື້ນ ແລະ ທົ່ວໂລກ. ໄມ້ສັກ ແລະ ໄມ້ດູ່ ຖືວ່າເປັນໄມ້ທີ່ມີມູນຄ່າສູງໃນຕະຫລາດສາກົນ. ອຸດສາຫະກຳປຸງແຕ່ງໄມ້ ຂອງ ສປປ ລາວ ແມ່ນມີຂະໜາດນ້ອຍ ແຕ່ມີການແຂ່ງຂັນທີ່ສູງ, ແລະ ມີ​ທ່າແຮງ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ເຂດ​ຊົນນະບົດ, ສ້າງ​ລາຍ​ໄດ້ ແລະ ຊຸກຍູ້ການຂະຫຍາຍໂຕຂອງ​ເສດຖະກິດ​ຂອງ​ປະ​ເທດ. 

ເຖິງຢ່າງໃດກໍຕາມ, ຜະລິດຕະພັນໄມ້ ຂອງ ສປປ ລາວ ແມ່ນຍັງຈຳກັດຢູ່ທີ່ຜະລິດຕະພັນທີ່ມີມູນຄ່າເພີ່ມຕໍ່າ. ຍິ່ງ​ໄປ​ກວ່າ​ນັ້ນ, ສປປ ລາວ ​ຍັງ​ປະເຊີນກັບສິ່ງທ້າທາຍໃນການແຂ່ງຂັນໃນພາກ​ພື້ນ​ທີ່ເພີ່ມສູງຂື້ນ, ເຮັດ​ໃຫ້​ ສປປ ລາວ ສາມາດເຂົ້າເຖິງໄດ້​​ພຽງແ​ຕ່ບາງຕະ​ຫລາດໃນ​ເຂດພາກ​ພື້ນເທົ່ານັ້ນ (ເປັນຕົ້ນ​ແມ່ນ ສ.ປ ​ຈີນ ແລະ ຫວຽດນາມ).

ນອກຈາກນັ້ນ, ການລະບາດຂອງພະຍາດ ໂຄວິດ-19 ຄາດວ່າຈະສົ່ງຜົນກະທົບເຮັດໃຫ້ການບໍລິໂພກຫຼຸດລົງທົ່ວໂລກ, ການສະໜອງຕິດຂັດຍ້ອນມີການປິດໂຮງງານ ແລະ ມີຄວາມຫຍຸ້ງຍາກໃນການ​ຂົນ​ສົ່ງ.

ເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂບັນດາ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ສົມທົບ​ກັບ​ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ເພື່ອສ້າງແຜນພັດທະນາການສົ່ງອອກຂະແໜງອຸດສາຫະກຳປຸງແຕ່ງໄມ້ນີ້ຂຶ້ນ ໂດຍ​​ມີການ​ປະ​ກອບ​ສ່ວນຈາກຕາງໜ້າຂະແໜງ​ອຸດ​ສາ​ຫະ​ກໍາ​, ເຈົ້າ​ຂອງ​ທຸ​ລະ​ກິດ​ຂະ​ຫນາດ​ນ້ອຍ​, ບັນດາສະ​ຖາ​ບັນ​, ແລະ ​ຕົວ​ແທນ​ພາກ​ລັດ​.

ແຜນພັດທະນາ​ນີ້ ໄດ້ສະເໜີໃຫ້​ເພີ່ມການ​ປະ​ສານ​ງານ​​ລະ​ຫວ່າງ​​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ. ຄະນະ​ຊີ້​ນຳຂອງ​ຂະ​ແໜງ​ປຸງ​ແຕ່ງ​ໄມ້​ຈະ​ປະສານ​ສົມທົບ​ບັນດາ​ວຽກງານ, ຕິດຕາມ​ກວດກາ​ຄວາມ​ຄືບ​ໜ້າ ​ແລະ ລະດົມທຶນ​ເພື່ອ​ຈັດຕັ້ງປະຕິບັດແຜນພັດທະນາດັ່ງກ່າວ.

ສູນການຄ້າສາກົນ ໄດ້ໃຫ້ຄວາມຊ່ວຍເຫຼືອທາງດ້ານວິຊາການເພື່ອສ້າງແຜນພັດທະນາດັ່ງກ່າວ, ພາຍໃຕ້ແຜນງານ ຂອງໂຄງການຊ່ວຍເຫຼືອວຽກງານດ້ານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ເພື່ອການເຊື່ອມໂຍງຂອງພາກພື້ນອາຊຽນ (ARISE Plus ປະຈຳ ສປປ ລາວ), ທີ່ສະໜັບສະໜຸນ​ໂດຍ​ສະ​ຫະ​ພາບ​ເອີ​ຣົບ ​ເພື່ອ​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ແບບທົ່ວເຖິງ​, ຫຼຸດຜ່ອນຜົນກະທົບ​ຂອງການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງ ແລະ ສ້າງວຽກເຮັດງານ ທຳໃນ ສປປ ລາວ.

ແຜນພັດທະນາ​ດັ່ງກ່າວຍັງຊ່ວຍສະໜັບສະໜູນໂຄງການ UN-REDD ເພື່ອສົ່ງເສີມການຄ້າຜະລິດຕະພັນຈາກປ່າໄມ້ທີ່ຍືນຍົງ ແລະ ຖືກຕ້ອງຕາມກົດໝາຍ ໃນພາກພື້ນລຸ່ມແມ່ນໍ້າຂອງ ລວມທັງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ ສປປ ລາວ ຕໍ່ກັບຂໍ້ຕົກລົງຄູ່ຮ່ວມມືແບບສະໝັກໃຈກັບ EU ໃນໂຄງການ ການນຳໃຊ້ກົດໝາຍປ່າໄມ້, ການປົກຄອງ ແລະ ການຄ້າ (FLEGT).

“​ແຜນພັດທະນາການສົ່ງອອກຂອງຂະແໜງອຸດສາຫະກຳປຸງແຕ່ງໄມ້ ຂອງ ສປປ ລາວ ປີ 2021-2025 ແມ່ນໄດ້ເຊື່ອມໂຍງກັບແຜນງານ ແລະ ແຜນການສຳຄັນຂອງລັດຖະບານ ໂດຍສະເພາະ ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປີ 2021-2025 ແລະ ແຜນພັດທະນາເສດຖະກິດ ແລະ ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ທີ່ຖືເອົາອຸດສາຫະກຳປຸງແຕ່ງໄມ້ ເປັນໜຶ່ງຢູ່ວຽກຈຸດສຸມ ເພື່ອສົ່ງເສີມ ແລະ ພັດທະນາໂດຍມີເປົ້າໝາຍໃຫ້ຫົວໜ່ວຍການຜະລິດ ສາມາດການສ້າງມູນຄ່າເພີ່ມສູງ ແລະ ຍົກລະດັບຜະລິດຕະພາບ ແນ່ໃສ່ເພື່ອຫຼຸດຜ່ອນການສົ່ງອອກວັດຖຸດິບ ແລະ ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ໄປສູ່ການສົ່ງອອກຜະລິດຕະພັນໄມ້ແບບສຳເລັດຮູບ ແລະ ສ້າງມູນຄ່າເພີ່ມສູງ ໂດຍປະຕິບັດໄປຄ່ຽງຄູ່ກັບການພັດທະນາຂະບວນການຜະລິດໃຫ້ເປັນມິດກັບສິ່ງແວດລ້ອມ ແລະ ສັງຄົມ ແລະ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນຍຸກອຸດສາຫະກຳ 4.0 ຢ່າງຕໍ່ເນື່ອງ ແລະ ແຂງແຮງ.” ກ່າວໂດຍ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

“ແຜນພັດທະນາ ສະບັບນີ້ ຈະຊ່ວຍສະໜັບສະໜຸນ ແລະ ສົ່ງເສີມການຈັດຕັ້ງປະຕິບັດ ນັບແຕ່ການປູກໄມ້ ໄປຈົນເຖິງການຜະລິດປຸງແຕ່ງໄມ້ ແລະ ສົ່ງອອກຜະລິດຕະພັນໄມ້ທີ່ມີມາດຕະຖານ, ຄຸນນະພາບ, ມີການສ້າງມູນຄ່າເພີ່ມສູງ ແລະ ມີຄວາມຫຼາກຫຼາຍຂອງຜະລິດຕະພັນໄມ້ ທີ່ເປັນເງື່ອນໄຂສຳຄັນໃນການສ້າງຂີດຄວາມສາມາດໃນການແຂ່ງຂັນ ຄ່ຽງຄູ່ກັບການຫັນປ່ຽນໄປນຳໃຊ້ລະບົບດີຈີຕອນ ແລະ ການຄ້າແບບອີເລັກໂຕນິກ ໃຫ້ສາມາດຮັບມືກັບການປ່ຽນແປງຂອງເສດຖະກິດ ໃນສະພາບການລະບາດຂອງພະຍາດໂຄວິດ-19 ທັງໃນ ສປປ ລາວ ແລະ ໃນທົ່ວໂລກ.” ກ່າວໂດຍ  ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີ ກະຊວງກະຊິກາ ແລະ ປ່າໄມ້

“ແຜນ​ພັດທະນາດັ່ງກ່າວ ​ຈະ​ຊ່ວຍ​ແກ້​ໄຂ​ສິ່ງ​ທ້າ​ທາຍ ​ແລະ ​ເປີດ​ກວ້າງ​ບັນດາ​ຕະຫຼາດໃໝ່ທີ່​ສຳຄັນ​, ສ້າງ​​ໂອກາດ ​ແລະ ທ່າ​ແຮງ​ໃນການພັດທະນາ​​ຂະ​ແໜງ​ການປຸງແຕ່ງໄມ້. ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກ ມີຄວາມພູມໃຈທີ່ໄດ້ປະກອບສ່ວນ ຊ່ວຍ ສປປ ລາວ ໃຫ້ສາມາດບັນນີ້ເປົ້າໝາຍທີ່ສຳຄັນນີ້, ແລະ ຈະສຶບຕໍ່ຮ່ວມມືຄຽງຂ້າງກັບລັດຖະບານຂອງ ສປປ ລາວ ເພື່ອກະກຽມຄວາມພ້ອມໃນການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດອັນໃກ້ນີ້.” ກ່າວໂດຍ ທ່ານນາງ ອີນາ ມາຈຸລໍນີແຕ (Ina Marčiulionytė), ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ.

“ຍິ່ງໄປກວ່າການວາງແຜນ, ແຜນພັດທະນາສະບັບນີ້ແມ່ນເອກະສານທີ່ສຳຄັນສໍາລັບການດໍາເນີນງານ. ໃນມື້ນີ້, ງານເປີດຕົວຂອງແຜນພັດທະນານີ້ໄດ້ສະແດງໃຫ້ເຫັນຜົນສໍາເລັດຂອງຂັ້ນຕອນການສ້າງແຜນພັດທະນາດັ່ງກ່າວ ແລະ ເປັນການລິເລີ່ມຂອງການຈັດຕັ້ງປະຕິບັດ. ຕາງໜ້າ ສູນການຄ້າສາກົນ (ITC) ພວກເຮົາມີຄວາມພູມໃຈທີ່ໄດ້ ມີສ່ວນຮ່ວມຊ່ວຍເຫຼືອໃນການບັນລຸຜົນສໍາເລັດອັນສໍາຄັນນີ້, ເຊິ່ງໄດ້ຖືກພັດທະນາຂື້ນພາຍໃຕ້ໂຄງການ ARISE Plus ປະຈຳ ສປປ ລາວ”. ກ່າວໂດຍ ທ່ານນາງ ໂດໂລທີ ເທັມໂບ (Dorothy Tembo), ຮອງຜູ້ອໍານວຍການ ສູນການຄ້າສາກົນ

ຂໍ້ມູນກ່ຽວກັບ ARISE Plus ສປປ ລາວ: ໂຄງການຊ່ວຍເຫຼືອວຽກງານການຄ້າ ຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ຫຼື ARISE Plus) ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ (EU). ມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງດ້ານເສດຖະກິດແບບກວມລວມ, ສ້າງການຟື້ນຟູຕໍ່ກັບການປ່ຽນແປງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງ ແລະ ສ້າງວຽກເຮັດງານ ທຳໃນ ສປປ ລາວ.

ຕິດຕາມພວກເຮົາໄດ້ທີ່https://www.intracen.org/arise-plus-laos/

https://www.facebook.com/groups/ariseplus/

ຂໍ້ມູນກ່ຽວກັບ ITC: ສູນການຄ້າສາກົນ (ຫຼື ITC) ແມ່ນອົງການຮ່ວມມືລະຫວ່າງ ອົງການການຄ້າໂລກ ແລະ ອົງການສະຫະປະຊາຊາດ (ສປຊ). ITC ໃຫ້ການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນການພັດທະນາ ແລະ ຫັນປ່ຽນເສດຖະກິດເຂົ້າໃນການແຂ່ງຂັນໃນຕະຫຼາດໂລກ, ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ພາຍໃນຂອບຂອງວາລະການຊ່ວຍເຫຼືອເພື່ອການຄ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ.

ເຂົ້າຊົມເວັບໄຊ ຂອງພວກເຮົາທີ່ www.intracen.org.

ຕິດຕາມ ITC ຕາມຊ່ອງທາງ Twitter Facebook LinkedIn Instagram Flickr

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ນາງ ໄກອຳພອນ ສິງຫາລາດ    

ສູນການຄ້າສາກົນ

ທີ່ປຶກສາດ້ານວຽກງານສື່ສານ

E: Ksinghalath@intracen.org

T: +61 426 474 909

Kay-amphone Singhalath

ITC
Communication Consultant

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

ITC
ສູນການຄ້າສາກົນ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້