ນະຄອນຫຼວງວຽງຈັນ, ວັນທີ 6 ກັນຍາ 2021 – ພວກເຮົາມີຄວາມຍິນດີທີ່ໄດ້ເຫັນການປະກາດເມື່ອບໍ່ດົນມານີ້ຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ແລະ ຂອງກະຊວງສຶກສາທິການ ແລະ ກິລາ ເພື່ອເປີດສົກຮຽນ ໃໝ່ໃນຂອບເຂດທົ່ວປະເທດ ໃນວັນທີ 06 ກັນຍາ 2021 ແລະ ຮຽກຮ້ອງໃຫ້ມີການເປີດຮຽນໃນຫ້ອງຮຽນໃນເຂດທີ່ບໍ່ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ 14 ວັນຜ່ານມາເທົ່ານັ້ນ ສ່ວນເຂດທີ່ມີການລະບາດໃນຊຸມຊົນແມ່ນໃຫ້ສະຖານການສຶກສາຈັດການຮຽນ-ການສອນທາງໄກ ແລະ ໃນຮູບແບບທີ່ເໝາະສົມ.
ໃນຂະນະທີ່ເຊື້ອພະຍາດ COVID-19 ຍັງສືບຕໍ່ຂະຫຍາຍຕົວ ແລະ ມີຂໍ້ມູນທີ່ຊີ້ໃຫ້ເຫັນວ່າຍັງມີເດັກນ້ອຍກໍາລັງຕິດເຊື້ອຢູ່ນັ້ນ, ການຕັດສິນໃຈໂຈະການຮຽນ-ການສອນ ຄວນຄໍານຶງເຖິງບັນຫາດ້ານສຸຂະພາບ ພ້ອມກັບ ຄວາມຕ້ອງການດ້ານການສຶກສາ ໃນທັນທີທັນໃດ ເຊັ່ນດຽວກັນກັບຜົນກະທົບຕໍໍ່ ການຮຽນ-ການສອນ, ການພັດທະນາ, ການສຶກສາ ແລະ ຕໍ່ກັບດ້ານເສດຖະກິດ ທີ່ເກີດຈາກການປິດກິດຈະການຕ່າງໆເຫຼົ່ານີ້. ສະນັ້ນ, ພວກເຮົາຂໍຖືໂອກາດນີ້ ຂໍກ່າວຊົມເຊີຍມາຍັງລັດຖະບານແຫ່ງ ສປປ ລາວ ໂດຍສະເພາະ ກະຊວງສຶກສາທິການ ແລະ ກິລາ ຕໍ່ກັບການຕັດສິນໃຈໃນຄັ້ງນີ້ ທີ່ຈະອະນຸຍາດໃຫ້ນັກຮຽນເກືອບສອງລ້ານຄົນ ນັບແຕ່ສາຍການສຶກສາກ່ອນໄວຮຽນໄປຈົນເຖິງການສຶກສາຊັ້ນສູງ ໃຫ້ກັບຄືນເຂົ້າຮຽນໃນສະຖານການສຶກສາໃນຂົງເຂດທີ່ບໍ່ມີກໍລະນີການແຜ່ລະບາດໃໝ່ ໃນຊຸມຊົນ 14 ວັນຜ່ານມາ ແລະ ນໍາໃຊ້ວິທີການຮຽນ-ການສອນໃນຮູບແບບທາງໄກ ແລະ ທາງເລືອກອື່ນທີ່ເໝາະສົມໃນຂົງເຂດທີ່ໂຮງຮຽນຖືກສັ່ງໂຈະຊົ່ວຄາວ. ພ້ອມທັງ ຮັບປະກັນການເປີດຮຽນຄືນໃຫ້ມີຄວາມປອດໄພທີ່ສຸດ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງປະເທດເຊິ່ງເປັນເສົາຄໍ້າຂອງແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຄັ້ງທີ IX ແລະ ເປັນບາດກ້າວທີ່ຖືກຕ້ອງເພື່ອຮັບປະກັນອະນາຄົດຂອງຮຸ່ນຄົນຕໍ່ໄປ. ພ້ອມກັນນັ້ນ, ມັນເປັນສິ່ງທີ່ສໍາຄັນຫຼາຍທີ່ຈະສືບຕໍ່ຄວາມພະຍາຍາມເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບລະຫວ່າງຍິງ - ຊາຍ, ເນື່ອງຈາກວ່າການລະບາດໄດ້ສົ່ງຜົນກະທົບຕໍ່ແມ່ຍິງ ແລະ ເດັກຍິງ ທັງກະທົບຕໍ່ການພັດທະນາ ແລະ ສະຖານະພາບດ້ານເສດຖະກິດຂອງເຂົາເຈົ້າເອງ ນຳອີກ.
ປະຈຸບັນນີ້, ພວກເຮົາຕົກຢູ່ໃນປີທີສອງຂອງວົງຈອນການແຜ່ລະບາດຂອງພະຍາດ COVID-19, ເຊິ່ງໄດ້ກໍ່ໃຫ້ເກີດຜົນກະທົບເປັນວົງກວ້າງຕໍ່ການດໍາລົງຊີວິດຂອງແຕ່ລະຄອບຄົວ ໃນ ສປປ ລາວ ລວມທັງເດັກນ້ອຍ. ຜົນໄດ້ຮັບທີ່ ພວກເຮົາ ໄດ້ສ້າງມາເພື່ອເຮັດໃຫ້ເດັກນ້ອຍມີສະຫວັດດີພາບທີ່ດີ ແມ່ນພວມຕົກຢູ່ພາຍໃຕ້ໄພຂົ່ມຂູ່ ເນື່ອງຈາກການຂັດຂວາງການເຂົ້າຮຽນຮ່ວມກັນໃນຫ້ອງຮຽນ ທີ່ເກີດຈາກ COVID-19. ເປັນທີ່ຈະແຈ້ງແລ້ວວ່າ ຖ້າພວກເຮົາຈະປົກປ້ອງອະນາຄົດຂອງເດັກນ້ອຍທຸກຄົນ ຢູ່ໃນ ສປປ ລາວ, ໂຮງຮຽນຕ້ອງໄດ້ເປີດຄືນໃໝ່ຢ່າງປອດໄພໂດຍມີຍຸດທະສາດການປົກປ້ອງ ແລະ ປ້ອງກັນຈາກ ພະຍາດ COVID-19 ແລະ ມາດຕະການໂຈະການຮຽນໃນໂຮງຮຽນຕ້ອງເປັນມາດຕະການພຽງຊົ່ວຄາວ ແລະ ເປັນທາງເລືອກສຸດທ້າຍເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ກ່ອນໄລຍະການແຜ່ລະບາດຂອງພະຍາດ COVID-19, ກໍມີຄວາມຈໍາເປັນທີ່ຈະຕ້ອງແກ້ໄຂ ແລະ ປັບປຸງການຮຽນຂອງນັກຮຽນໃຫ້ມີຄຸນນະະພາບ ແຕ່ໃນເມື່ອໂຮງຮຽນຖືກປິດ ເດັກນ້ອຍສ່ວນໃຫຍ່ແມ່ນບໍ່ໄດ້ຮຽນໜັງສືຢ່າງຕໍ່ເນື່ອງ ຊຶ່ງອາດຈະເຮັດໃຫ້ຜົນການຮຽນຂອງນັກຮຽນຜູ້ທີ່ຮຽນບໍ່ໄດ້ດີຢູ່ແລ້ວ ຍິ່ງມີບັນຫາໜັກຂຶ້ນກວ່າເກົ່າ.
ເພື່ອເຮັດໃຫ້ສຸຂະພາບ, ການປົກປ້ອງ ແລະ ຄວາມເປັນຢູ່ຂອງເດັກນ້ອຍ ໃຫ້ໄດ້ດີທີ່ສຸດ ເພື່ອສ້າງສະພາບແວດລ້ອມໃນໂຮງຮຽນທີ່ມີຄວາມປອດໄພນັ້ນ, ພວກເຮົາສະເໜີວິທີການປ້ອງກັນເປັນຂັ້ນຕອນ. ການປົກປ້ອງຂັ້ນທໍາອິດເພື່ອຮັບປະກັນການເປີດໂຮງຮຽນຄືນໃໝ່ທີ່ປອດໄພ ນັ້ນກໍ່ແມ່ນການສັກຢາວັກແຊັງໃຫ້ກັບຄູ ແລະ ຈະສືບຕໍ່ສັກໃຫ້ແກ່ເດັກນ້ອຍໃນເກນອາຍຸ 12 ຫາ 18 ປີ ໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້ (ດັ່ງທີ່ອົງການອະນາໄມໂລກໄດ້ແນະນຳ).
ການປົກປ້ອງຂັ້ນທີສອງເພື່ອເຮັດໃຫ້ເດັກນ້ອຍ ແລະ ຄູອາຈານມີຄວາມປອດໄພ ແມ່ນການໃຊ້ຜ້າອັດປາກ-ອັດດັງ ແລະ ການຮັກສາໄລຍະຫ່າງທາງສັງຄົມຕະຫຼອດເວລາຢູ່ໃນໂຮງຮຽນ ໂດຍທີ່ຫ້ອງຮຽນຕ້ອງມີອາກາດຖ່າຍເທສະດວກ ແລະ ສາມາດລະບາຍອາກາດໄດ້ດີ. ຕ້ອງໄດ້ກວດກາເບິ່ງວ່າ ໄດ້ມີການລ້າງມືໃສ່ສະບູ ຫຼື ການໃຊ້ເຈວລ້າງມື ເປັນປະຈໍາ ແລະ ອະນາໄມສິ່ງຂອງທີ່ຫຼາຍຄົນໃຊ້ຮ່ວມກັນ ໃຫ້ເປັນປົກກະຕິ. ໃຫ້ຄູສອນ ແລະ ນັກຮຽນເຮັດກິດຈະກຳເປັນກຸ່ມນ້ອຍ, ໃຫ້ລິເລີ່ມມີມາດຕະການປ້ອງກັນໃນເວລາພັກຜ່ອນກາງໂມງ, ເວລາໄປຫ້ອງນໍ້າ, ໃນເວລາຮັບປະທານອາຫານ ແລະ ເວລາເລີກໂຮງຮຽນ ຄຽງຄູ່ກັນກັບ ກົນໄກການແບ່ງປັນຂໍ້ມູນຂ່າວສານກັບພໍ່ແມ່ນັກຮຽນ, ນັກຮຽນ ແລະ ຄູອາຈານ. ຕ້ອງໄດ້ຊອກຫາທາງເລືອກໃນການຈັດການຮຽນ-ການສອນແບບທາງໄກໃຫ້ແກ່ນັກຮຽນ ພ້ອມກັບການສະໜັບສະໜູນໃນການພັດທະນາຄວາມອາດສາມາດສໍາລັບຄູ-ອາຈານສອນ ເພື່ອຮັບປະກັນຄວາມຕໍ່ເນື່ອງຂອງການຮຽນ ລວມທັງການນໍາໃຊ້ເຕັກໂນໂລຊີເຂົ້າຊ່ວຍ.
ດ້ວຍການສະໜັບສະໜູນ ຂອງອົງການເຄືອຂ່າຍຂອງສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ, ເຄື່ອງໃຊ້ປະເພດຕ່າງໆ ເຊັ່ນ: ເຄື່ອງວັດແທກອຸນຫະພູມແບບດິຈິຕອລ, ເຈວລ້າງມື, ການເຊື່ອມຕໍ່ນໍ້າ ແລະ ຮາງລ້າງມືໃຫ້ນັກຮຽນແບບເປັນກຸ່ມ, ສະບູ ແລະ ຜ້າອັດປາກ-ດັງ ແມ່ນຖືກນໍາໄປແຈກຢາຍໃຫ້ແກ່ໂຮງຮຽນແຫ່ງຕ່າງໆ. ກະຊວງສຶກສາທິການ ແລະ ກິລາ ໄດ້ມີມາດຕະການຄວາມປອດໄພສໍາລັບໂຮງຮຽນໂດຍອີງຕາມຄໍາແນະນໍາຂອງ ອົງການອະນາໄມໂລກ, ອົງການວັດທະນະທໍາ ວິທະຍາສາດ ແລະ ການສຶກສາແຫ່ງສະຫະປະຊາຊາດ, ກອງທຶນເດັກແຫ່ງອົງການສະຫະປະຊາຊາດ ແລະ ອົງການອາຫານໂລກ. ຍິ່ງໄປກວ່ານັ້ນ, ການຕັດສິນໃຈຂອງ ສປປ ລາວ ໃນການໃຫ້ບຸລິມະສິດການສັກວັກແຊັງປ້ອງກັນພະຍາດໃຫ້ແກ່ຄູອາຈານ ຍັງແມ່ນການສະໜອງການປົກປ້ອງເພີ່ມເຕີມ ແລະ ຈະຊ່ວຍປ້ອງກັນການແຜ່ເຊື້ອພາຍໃນຊຸມຊົນນຳອີກ.
ໂຮງຮຽນບໍ່ເປັນພຽງແຕ່ອາຄານບ່ອນທີ່ເດັກນ້ອຍໄດ້ຮໍ່າຮຽນເທົ່ານັ້ນ ແຕ່ໂຮງຮຽນຍັງເປັນເຄຫະສະຖານ ທີ່ປອດໄພ ທີ່ມີຄວາມສໍາຄັນຕໍ່ກັບການພັດທະນາ, ຄວາມປອດໄພ ແລະ ຄວາມເປັນຢູ່ຂອງເດັກນ້ອຍນໍາອີກ. ຜົນປະໂຫຍດຂອງການຢູ່ໃນໂຮງຮຽນແມ່ນຫຼາຍກວ່າຄວາມສ່ຽງ ແລະ ຜົນສະທ້ອນທີ່ອາດຈະເກີດຂຶ້ນໃນເວລາທີ່ເດັກນ້ອຍຂາດການຮຽນຮູ້ໃນໂຮງຮຽນ, ຈາກການສູນເສຍການຮຽນຮູ້, ຜົນກະທົບທາງດ້ານຈິດໃຈ, ຄວາມສ່ຽງທີ່ຈະປະເຊີນກັບຄວາມຮຸນແຮງ ແລະ ການລ່ວງລະເມີດ, ການບໍ່ໄດ້ຮັບອາຫານທ່ຽງຢູ່ໂຮງຮຽນ ແລະ ການສັກຢາວັກແຊັງປ້ອງກັນພະຍາດ ຫຼື ການສູນເສຍໂອກາດໃນການພັດທະນາທັກສະທາງສັງຄົມ.
ໃນຂະນະທີ່ການເປີດໂຮງຮຽນຄືນໃໝ່ແມ່ນເປັນບາດກ້າວທໍາອິດທີ່ສໍາຄັນ, ພວກເຮົາຍັງຕ້ອງຮັບປະກັນວ່ານັກຮຽນໂດຍສະເພາະຜູ້ທີ່ມີຄວາມອ່ອນແອທີ່ສຸດຈະສາມາດເຊື່ອມຕໍ່ກັບເສັ້ນທາງການຮຽນຂອງເຂົາເຈົ້າຄືນ ພາຍຫຼັງທີ່ໂຮງຮຽນຖືກປິດມາດົນ ແລະ ຕື່ມເຕັມການຮຽນທີ່ສູນເສຍໄປ. ພວກເຮົາຂໍຊົມເຊີຍກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ໃນຄວາມພະຍາຍາມຂອງເຂົາເຈົ້າເພື່ອຮັບປະກັນການເປີດໂຮງຮຽນໃຫ້ມີຄວາມປອດໄພຕາມເວລາ ສຳລັບການເລີ່ມຕົ້ນສົກຮຽນໃໝ່ ແລະ ການສະໜອງທາງເລືອກໃນການຮຽນແບບອື່ນໆໃນຂົງເຂດທີ່ມີໂຮງຮຽນຫຼາຍແຫ່ງຖືກສັ່ງໂຈະການຮຽນ-ການສອນຊົ່ວຄາວ. ອົງການສະຫະປະຊາຊາດຍັງມີຄວາມມຸ້ງໝັ້ນທີ່ຈະເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ເພື່ອຮັບປະກັນວ່າ ສະຖານການສຶກສາໃນທົ່ວປະເທດຈະສາມາດເປີດຮຽນຄືນໄດ້ ໂດຍມີມາດຕະການຕ່າງໆໃນການປ້ອງກັນພະຍາດ COVID-19 ແລະ ສະໜັບສະໜູນຜູ້ທີ່ມີຄວາມອ່ອນແອທີ່ສຸດໃຫ້ກັບເຂົ້າຮຽນຄືນ ແລະ ສືບຕໍ່ຮຽນຢູ່ໃນໂຮງຮຽນ.