ຂ່າວສານ

ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພີ່ມທະວີການຮ່ວມມືສອງຝ່າຍ

01 ກັນຍາ 2021

ນະຄອນຫຼວງວຽງຈັນ - ວັນທີ 1 ເດືອນກັນຍາ 2021, ທີ່ກະຊວງການຕ່າງປະເທດ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ(IOM) ໄດ້ເຊັນສັນຍາການຮ່ວມມື ເພື່ອເພີ່ມທະວີການຮ່ວມມືໃນວຽກງານການເຄື່ອນຍ້າຍຖິ່ນຖານ ແລະ ເສີມຂະຫຍາຍສາຍພົວພັນ ລະຫວ່າງສອງຝ່າຍ.

ໃນພິທີດັ່ງກ່າວ,​ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຂອງອົງການ IOM ໃຫ້ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ. ທ່ານໄດ້ກ່າວວ່າ “ການເຄື່ອນຍ້າຍຖິ່ນຖານໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າອົງການ IOM ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນຕໍ່ໜ້າ ໂດຍສະເພາະໃນວຽກງານການເຄື່ອນຍ້າຍຖິ່ນຖານ ເຊິ່ງກວມເອົາບັນດາວຽກງານຕ່າງໆໃນການສ້າງຂີດຄວາມອາດສາມາດດ້ານວິຊາການສໍາລັບບັນຫາການເຄື່ອນຍ້າຍຖິ່ນຖານ, ການເຄື່ອນຍ້າຍແຮງງານ, ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ”.  ໃນຂະນະດຽວກັນ ທ່ານ ນາງ ຊາຣີນ ທູລາດາຣ, ຫົວໜ້າຫ້ອງການ ອົງການ IOM ປະຈຳ ສປປ ລາວ ກໍໄດ້ກ່າວວ່າ, "ສປປ ລາວ ໄດ້ເຂົ້າເປັນສະມາຊິກ ລຳດັບທີ່ 171 ຂອງອົງການ IOM ໃນເດືອນມິຖຸນາ 2018 ເຊິ່ງເປັນບາດກ້າວອັນສໍາຄັນສໍາລັບການເສີມຂະຫຍາຍການຮ່ວມມືທັງສອງຝ່າຍໃຫ້ນັບມື້ນັບສູງຂຶ້ນ. ນັບຕັ້ງແຕ່ ປີ 2002 ທີ່ມີການຈັດຕັ້ງປະຕິບັດໂຄງການຢູ່ໃນ ສປປ ລາວ, ພວກເຮົາເຫັນໄດ້ເຖິງຄວາມສົນໃຈຂອງລັດຖະບານທີ່ເພີ່ມຂຶ້ນ ແລະ ບາດກ້າວໃນການຈັດຕັ້ງປະຕິບັດກິດຈະກຳທີ່ຕໍ່ເນື່ອງ ເພື່ອສ້າງລະບົບການບໍລິຫານຈັດການການເຄື່ອນຍ້າຍຖິ່ນຖານໃນຍຸກສະໄໝໃໝ່ໃຫ້ມີປະສິດທິພາບ.

ຜ່ານການເຊັນສັນຍາການຮ່ວມມືໃນຄັ້ງນີ້, ອົງການ IOM ໄດ້ຮັບເອກະສິດ ແລະ ອະພິສິດ ຈາກລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃນຂອບເຂດທົ່ວປະເທດ ໃນລັກສະນະດຽວກັນກັບບັນດາອົງກອນເຄືອຂ່າຍຂອງອົງການສະຫະປະຊາຊາດທີ່ໄດ້ຮັບໃນ ສປປ ລາວ ທີ່ລະບຸໄວ້ ໃນ ສົນທິສັນຍາ ວ່າດ້ວຍເອກະສິດ ແລະ ອະພິສິດ ຂອງອົງກອນເຄືອຂ່າຍຂອງອົງການສະຫະປະຊາຊາດ.

ພາຍໃຕ້ສັນຍາສະບັບນີ້, ອົງການ IOM ຈະສືບຕໍ່ເສີມຂະຫຍາຍ ແລະ ດຳເນີນການຈັດຕັ້ງປະຕິບັດບັນດາກິດຈະກຳ ກ່ຽວກັບການເຄື່ອນຍ້າຍຖິ່ນຖານ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນແມ່ນວຽກງານການສ້າງຂີດຄວາມອາດສາມາດ, ການໃຫ້ຄໍາປຶກສາ ແລະ ການຮ່ວມມືດ້ານວິຊາການສຳລັບບັນຫາການເຄື່ອນຍ້າຍຖິ່ນຖານ, ໃນຂົງເຂດການເຄື່ອນຍ້າຍຖິ່ນຖານ ແລະ ສາທາລະນະສຸກ, ກົດໝາຍສາກົນວ່າດ້ວຍການເຄື່ອນຍ້າຍຖິ່ນຖານ, ການເຄື່ອນຍ້າຍຖິ່ນຖານ ແລະ ສິ່ງແວດລ້ອມ, ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ການຄຸ້ມຄອງດ່ານຊາຍແດນ ແລະ ກວດຄົນເຂົ້າເມືອງ, ການຊ່ວຍເຫຼືອການສົ່ງກັບຄືນປະເທດດ້ວຍຄວາມສະໝັກໃຈ ແລະ ການກັບຄືນສູ່ຄອບຄົວ ແລະ ສັງຄົມ, ແລະ ການຮັບມືກັບເຫດການສຸກເສີນ ຫຼື ສະຖານະການພາຍຫຼັງເຫດການສຸກເສີນ.

ການແຜ່ລະບາດຂອງພະຍາດ COVID-19 ໄດ້ສະແດງໃຫ້ເຫັນເຖິງຄວາມຕ້ອງການກ່ຽວກັບການເສີມຂະຫຍາຍການຮ່ວມມືໃຫ້ຫຼາຍຂຶ້ນ ລະຫວ່າງປະເທດຕົ້ນທາງ, ທາງຜ່ານ ແລະ ປາຍທາງຂອງຜູ້ເຄື່ອນຍ້າຍ, ພ້ອມທັງການຮ່ວມມືລະຫວ່າງໜ່ວຍງານພາກລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ຂະແໜງການເອກະຊົນ. ການເຊັນສັນຍາການຮ່ວມມືໃນມື້ນີ້ເປັນຂີດໝາຍສໍາຄັນກ່ຽວກັບການຜັນຂະຫຍາຍການຮ່ວມມືດັ່ງກ່າວ. ນອກຈາກການຮ່ວມມືກັບລັດຖະບານແລ້ວ, ອົງການ IOM ກໍໄດ້ຮ່ວມເຮັດວຽກຮ່ວມກັບ ອົງການເຄືອຂ່າຍຂອງອົງການສະຫະປະຊາຊາດເຊັ່ນ ອົງການແຮງງານສາກົນ (ILO), ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC), ອົງການສະຫະປະຊາຊາດ ຄະນະກຳມະທິການຂັ້ນສູງ ເພື່ອຜູ້ລີ້ໄພ (UNHCR), ອົງການອະນາໄມໂລກ (WHO), ໃນວຽກງານທີ່ກ່ຽວຂ້ອງ ຕາມຫຼັກການການພັດທະນາແບບຍືນຍົງ ທີ່ໄດ້ລະບຸໄວ້ຢູ່ໃນ ຍຸດທະສາດຂອງ ສປຊ ເພື່ອການພັດທະນາ ແລະ ການຮ່ວມມືໃນ ສປປ ລາວ.

ຈຸດປະສົງຂອງການເປັນຄູ່ຮ່ວມພັດທະນາ ແມ່ນເພື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ປີ 2030, ແລະ ເພື່ອເປີດໂອກາດໃຫ້ລັດຖະບານ ສປປ ລາວ ແລະ ອົງການ IOM ຈັດຕັ້ງປະຕິບັດວຽກງານຮ່ວມກັນພາຍໃຕ້ຂະບວນການທາງພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ຜ່ານຂໍ້ຕົກລົງສໍາລັບການເຄື່ອນຍ້າຍຢ່າງປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ເປັນປົກກະຕິ (the Global Compact for Safe, Orderly and Regular Migration).

“ການເຊັນສັນຍາການຮ່ວມມືໃນມື້ນີ້ ຖືວ່າເປັນບາດກ້າວໃໝ່ທີ່ສໍາຄັນຫຼາຍສໍາລັບອົງການ IOM ແລະ ລັດຖະບານ ສປປ ລາວ ເຊິ່ງເປັນການເຫັນດີຈາກທັງສອງຝ່າຍໃນການເພີ່ມທະວີການຮ່ວມມື ແລະ ເຮັດວຽກຮ່ວມກັນກ່ຽວກັບບັນຫາການເຄື່ອນຍ້າຍຖິ່ນຖານ ເພື່ອສົ່ງເສີມການພັດທະນາຊັບພະຍາກອນມະນຸດ ແລະ ຄວາມສີວິໄລຂອງປະເທດ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງທຸກໆຝ່າຍສໍາລັບການລົງນາມໃນສັນຍາສະບັບນີ້ ແລະ ຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະສືບຕໍ່ໃຫ້ການຊ່ວຍເຫຼືອຈາກອົງການ IOM ໃຫ້ແກ່ລັດຖະບານ ສປປ ລາວ”, ກ່າວໂດຍ ທ່ານ ນາງ ທູລາດາຣ.

 

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ ທ່ານ ນາງ ຊາຣີນ ທູລາດາຣ, ຫົວໜ້າຫ້ອງການ ທີ່ shtuladhar@iom.int ຫຼື ກໍລະເກດ ຕັນເສລີ ໄດ້ທີ່ ktanseri@iom.int

 

UN in Lao PDR_Frofile Picture

ທ່ານນາງ ຊາຣີນ ຕຸລາດາ

IOM
ຫົວໜ້າຄະນະ
ທ່ານນາງ ຊາຣີນ ຕຸລາດາ ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຄະນະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ປະຈຳ ສປປ ລາວ ໃນເດືອນມິຖຸນາປີ 2020. ກ່ອນທີ່ຈະລົງປະກາດໃນ ສປປ ລາວ, ທ່ານນາງໄດ້ເຮັດວຽກເປັນຊ່ຽວຊານລະດັບຊາດກ່ຽວກັບການປະເມີນຜົນໄລຍະກາງສຳລັບໂຄງການຄ້າມະນຸດທີ່ໄດ້ຮັບທຶນຈາກ USAID. ນາງຍັງໄດ້ເຂົ້າຮ່ວມຢ່າງຈິງຈັງໃນການຄົ້ນຄວ້າກ່ຽວກັບການເຄື່ອນຍ້າຍແຮງງານ ແລະ ການຄ້າມະນຸດໃນປະເທດ ເນປານ. ແຕ່ປີ 2010 ຫາປີ 2015, ນາງເປັນຜູ້ບໍລິຫານໂຄງການທີ່ສຳນັກງານອົງການມູນນິທິເອເຊຍ ຂອງເນປານ ທີ່ມີຜົນງານຫຼາຍດ້ານໃນການຄຸ້ມຄອງການຄ້າມະນຸດ ແລະ ໂຄງການເຄື່ອນຍ້າຍທີ່ປອດໄພທີ່ໄດ້ຮັບທຶນສະໜັບສະໜູນຈາກ USAID. ກ່ອນນີ້, ນາງໄດ້ເຮັດວຽກໃຫ້ບໍລິສັດຄົ້ນຄ້ວາໃນປະເທດ ເນປານ ທີ່ສຸມໃສ່ສຸຂະພາບສາທາລະນະ. ທ່ານນາງ ຕຸລາດາ ໄດ້ຮັບປະລິນຍາໂທສາຂາ ທຸລະກິດສາກົນ ໂດຍເນັ້ນໜັກດ້ານເສດຖະກິດ.

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

IOM
ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້