ຂ່າວສານ

ກອງປະຊຸມທົບທວນປະຈໍາປີກ່ຽວກັບຂະບວນການໂຕະມົນ ຜ່ານທາງອອນລາຍ

08 ຕຸລາ 2021

ທີ່ ນະຄອນຫຼວງວຽງຈັນ, ວັນທີ 8 ຕຸລາ 2021 – ໃນມື້ນີ້ ກະຊວງແຜນການ ແລະ ການລົງທຶນ, ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການ ສະຫະປະຊາຊາດ ປະຈໍາ ສປປ ລາວ ແລະ ການສະໜັບສະໜູນດ້ານການຈັດກອງປະຊຸມໂດຍ ອົງການສະຫະປະຊາຊາດ ເພື່ອການພັດທະນາ​​ (ສປຊ), ໄດ້ຈັດກອງປະຊຸມທົບທວນປະຈໍາປີຜ່ານທາງອອນລາຍ ເພື່ອກະກຽມຕໍ່ກອງປະຊຸມ ໂຕະມົນລະດັບສູງ, ເຊິ່ງຈະໄດ້ຈັດຂຶ້ນໃນກາງເດືອນ ພະຈິກ 2021. ກອງປະຊຸມໂຕະມົນລະດັບສູງ ແມ່ນຈັດຂຶ້ນທຸກໆ 5 ປີ, ເຊິ່ງເປັນກອງປະຊຸມທີ່ລວມເອົາຜູ້ເຂົ້າຮ່ວມຈາກທຸກພາກສ່ວນ ເພື່ອເປັນການສະໜັບສະໜູນ ໃຫ້ແກ່ການອອກແບບ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ກອງປະຊຸມທົບທວນປະຈໍາປີຄັ້ງນີ້ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ທ່ານ ນາງ ຊາຣາ ເຊັກເກນເນສ, ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກບັນດາຄູ່ຮ່ວມພັດທະນາ ລວມທັງ ຜູ້ເຂົ້າຮ່ວມຈາກພາກເອກະຊົນ ແລະ ອົງການສັງຄົມພົນລະເຮືອນ.

ຜູ້ຕາງໜ້າຈາກ ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການຕ່າງປະເທດ ໄດ້ນໍາສະເໜີຕໍ່ກອງປະຊຸມ ກ່ຽວກັບການກະກຽມກອງປະຊຸມໂຕະມົນລະດັບສູງ, ເຊິ່ງຖືເປັນໂອກາດອັນດີໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກັນກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນວຽກຈຸດສຸມທີ່ໄດ້ກໍານົດຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ລວມທັງແຜນການຟື້ນຟູປະເທດ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ການກະກຽມຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ. ກອງປະຊຸມດັ່ງກ່າວຍັງໄດ້ສຸມໃສ່ປຶກສາຫາລື ກ່ຽວກັບກົນໄກການຈັດຕັ້ງປະຕິບັດ ແຜນການ 5 ປີ ຄັ້ງທີ IX ໂດຍສະເພາະແມ່ນຂອບຕິດຕາມ ແລະ ປະເມີນຜົນຂອງແຜນ ກໍ່ຄືການປຶກສາຫາລືກັນກ່ຽວກັບບັນດາທາງເລືອກໃນການສ້າງຍຸດທະສາດທາງດ້ານການເງິນສໍາລັບຈັດຕັ້ງປະຕິບັດແຜນທີ່ສາມາດນໍາໃຊ້ໄດ້ ແລະ ແທດເໝາະກັບສະພາບຕົວຈິງ.

ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລືດ້ານອື່ນໆ ທີ່ຕິດພັນກັບກອງປະຊຸມໂຕະມົນລະດັບສູງທີ່ໃກ້ຈະມາເຖິງອີກດ້ວຍ ເປັນຕົ້ນ ການປຶກສາຫາລືດ້ານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ), ຜົນສໍາເລັດ ແລະ ສິ່ງທ້າທາຍຂອງການຈັດຕັ້ງປະຕິບັດແຜນການ 5 ປີ ຄັ້ງທີ VIII ລວມທັງການປຶກສາຫາລືກ່ຽວກັບການສ້າງ ຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືເພື່ອການພັດທະນາ ອີງຕາມການສະເໜີໃນບົດລາຍງານການປະເມີນແຜນດໍາເນີນງານ ແຫ່ງຊາດກ່ຽວກັບຖະແຫຼງການວຽງຈັນ, ເຊິ່ງໄດ້ຖືກຮ່າງຂຶ້ນເພື່ອແນະນໍາການຈັດຕັ້ງປະຕິບັດຖະແຫຼງການວຽງຈັນວ່າດ້ວຍ ການເປັນຄູ່ຮ່ວມງານ ເພື່ອການພັດທະນາທີ່ມີປະສິດທິຜົນ.

ໃນບົດກ່າວເປີດຂອງ ພະນະທ່ານ ນາງ ພອນວັນ ອຸທະວົງ ໄດ້ເນັ້ນໜັກເຖິງສະຖານະການອັນທ້າທາຍ ທີ່ປະເທດຊາດເຮົາ ພວມປະເຊີນໜ້າຢູ່, ເຮັດໃຫ້ການຈັດຕັ້ງປະຕິບັດ ປພຍ ແລະ ບັນດາຄາດໝາຍສູ້ຊົນແຫ່ງຊາດທີ່ໄດ້ວາງອອກ ແລະ ກໍານົດໄວ້ຢູ່ໃນແຜນການ 5 ປີ ຄັ້ງທີ IX ໃນບັນດາປະເທດໃນໂລກ ແລະ ໃນພາກພື້ນອາຊີ-ປາຊີຟິກ ລວມທັງ ສປປ ລາວ ບໍ່ໄປຕາມແຜນທີ່ກໍານົດໄວ້. ວິກິດການລະບາດຂອງພະຍາດໂຄວິດ-19 ບວກກັບໄພພິບັດຈາກການປ່ຽນແປງດິນຟ້າອາກາດ ທີ່ເຮັດໃຫ້ເກີດການສູນເສຍທາງດ້ານຊີວະນາໆພັນ ແລະ ຊີວິດຂອງປະຊາກອນ ເປັນເຫດໃຫ້ການບັນລຸບັນດາຄາດໝາຍ ທີ່ຕ້ອງບັນລຸພາຍໃນປີ 2030 ເປັນສິ່ງທ້າທາຍຫຼາຍຂຶ້ນກວ່າເກົ່າ.

ທ່ານ ນາງ ພອນວັນ ອຸທະວົງ ຍັງໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນການປັບຕົວເຂົ້າກັບ “ວິຖີຊີວິດແບບໃໝ່ ຫຼື “new normal”, ເນື່ອງຈາກພະຍາດໂຄວິດ-19 ມີທ່າອ່ຽງວ່າຈະຍັງເປັນບັນຫາສືບຕໍ່ໄປອີກຫຼາຍປີ. ໃນຂະນະທີ່ເຫັນເຖິງຄວາມຈໍາເປັນໃນການປະຕິບັດວຽກງານທີ່ເປັນບູລິມະສິດກ່ອນນັ້ນ, ລັດຖະບານແຫ່ງ ສປປ ລາວ ຍັງຕ້ອງຮັບປະກັນໃຫ້ບັນລຸຈຸດໝາຍລວມຂອງແຜນ, ເຊິ່ງຈະຕ້ອງສືບຕໍ່ຄວາມພະຍາຍາມໃນການບັນລຸ ປພຍ ກໍ່ຄື ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ເພື່ອສ້າງພື້ນຖານໃຫ້ແກ່ການຫຼຸດພົ້ນສະຖານະພາບຄວາມດ້ອຍພັດທະນາ ແລະ ການກາຍເປັນປະເທດທີ່ມີລາຍຮັບປານກາງ-ສູງ.

ທ່ານ ທ່ານ ນາງ ຊາຣາ ເຊັກເກນເນສ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ກໍ່ໄດ້ຮັບຮູ້ເຖິງສິ່ງທ້າທາຍທີ່ ສປປ ລາວ ກໍາລັງປະເຊີນໜ້າ ແລະ ໄດ້ເນັ້ນໜັກວ່າ ການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ສິ່ງທ້າທາຍທີ່ປະເທດ ພົບພໍ້ນັ້ນ ທ້າທາຍຂຶ້ນໄປກວ່າເກົ່າອີກ. ຕໍ່ກັບບັນຫາດັ່ງກ່າວ, ທ່ານ ນາງ ຊາຣາ ໄດ້ ກ່າວວ່າ ໄລຍະຂອງການຈັດຕັ້ງປະຕິບັດແຜນການ 5 ປິ ຄັ້ງທີ IX ແມ່ນ ໄລຍະທີ່ ສປປ ລາວ ຕົກຢູ່ໃນໄລຍະທີ່ຫຍຸ້ງຍາກຫຼາຍທີ່ສຸດ, ແຕ່ມັນກໍ່ເປັນໂອກາດທີ່ເຮັດໃຫ້ ສປປ ລາວ ໄດ້ມີການລົງທຶນເພື່ອການຫັນປ່ຽນ ເປັນຕົ້ນການລົງທຶນໃສ່ຊັບພະຍາກອນມະນຸດ, ການເຊື່ອມໂຍງກັບພາກພື້ນ ແລະ ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ສະພາບສິ່ງແວດລ້ອມມີຄວາມເສື່ອມໂຊມ. ການລົງທຶນດັ່ງກ່າວ ຈະເປັນພື້ນຖານໃຫ້ແກ່ເສັ້ນທາງແຫ່ງການພັດທະນາທີ່ມີຄວາມທົນທານ, ທົ່ວເຖິງ ແລະ ຍືນຍົງ ໂດຍບໍ່ປະໃຜໄວ້ຂ້າງຫຼັງ.

ເຖິງວ່າຈະມີສິ່ງທ້າທາຍຫຼາຍຢ່າງ, ທ່ານ ນາງ ຊາຣາ ໄດ້ເນັ້ນໜັກວ່າ ໂດຍການເສຍສະຫຼະ, ພະຍາຍາມ ແລະ ມີຫົວຄິດສ້າງສັນ, ບັນດາຄູ່ຮ່ວມງານຂອງຂະບວນການໂຕະມົນສາມາດເຮັດວຽກຮ່ວມກັນເພື່ອຮັບປະກັນໃຫ້ການພັດທະນາ ຂອງລາວມີຜົນສໍາເລັດ ກໍ່ຄືການປະຕິບັດວາລະເພື່ອການພັດທະນາຮອດ 2030 ແລະ ໃນຕໍ່ໜ້າ.

ກອງປະຊຸມທົບທວນຄັ້ງນີ້ ແມ່ນສ່ວນໜຶ່ງຂອງກິດຈະກໍາການກະກຽມກອງປະຊຸມໂຕະມົນລະດັບສູງ ແລະ ກິດຈະກໍາຂອງແຜນງານຮ່ວມມືລະຫວ່າງກະຊວງ ແຜນການແລະການລົງທຶນ ແລະ ກະຊວງການຕ່າງປະເທດ ເຊິ່ງມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນຂະບວນການຈັດຕັ້ງປະຕິບັດແຜນ ພັດທະນາແຫ່ງຊາດ ກໍ່ຄືການຫຼຸດພົ້ນຈາກສະຖານະພາບຄວາມດ້ອຍພັດທະນາ, ການກາຍເປັນປະເທດທີ່ມີລາຍຮັບປານກາງ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍການສະໜັບສະໜູນຈາກ ລັດຖະບານນິວຊີແລນ, ລັດຖະບານລຸກຊໍາບວກ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ.

 

ສໍາລັບຂໍ້ມູນເພີ່ມເຕີມ ກະລູນາຕິດຕໍ່:

 

ທ່ານ ອາລຸນສິດ ມະນີຜົນ, ຫົວໜ້າພະແນກອົງການຈັດຕັ້ງສາກົນ, ກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ.

ອີເມວ: alounsith.dic@gmail.com

ໂທລະສັບ: +856 (20) 5999 9153

 

 

 

 

 

 

 

 

 

 

 

 

 

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້