ຂ່າວສານ

ການຝຶກອົບຮົມດ້ານການບໍລິຫານ ແລະ ການນຳໃຊ້ ຂໍ້ມູນການບໍລິໂພກອາຫານໃນ ສປປ ລາວ

05 ສິງຫາ 2021

ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 5 ສິງຫາ 2021 - ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ (ສສກ), ກະຊວງສາທາລະນະສຸກ, ຮ່ວມມືກັບອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ຈັດຝຶກອົບຮົມດ້ານການບໍລິຫານ ແລະ ການນຳໃຊ້ ຂໍ້ມູນການບໍລິໂພກອາຫານໃນ ສປປ ລາວ ຂຶ້ນໃນລະຫວ່າງວັນທີ 13 ຫາ 30 ກໍລະກົດ 2021 ທີ່ຜ່ານມາ. ການຝຶກອົບຮົມທີ່ສຳຄັນນີ້ແມ່ນເປັນກິດຈະກຳໜຶ່ງພາຍໃຕ້ແຜນງານການຮ່ວມມືດ້ານວິຊາການຂອງ FAO ເພື່ອຍົກລະດັບຄວາມອາດສາມາດໃນການສ້າງຂໍ້ມູນການບໍລິໂພກອາຫານຢູ່ລະດັບປະເທດເພື່ອປະກອບສ່ວນໃນການສ້າງນະໂຍບາຍແບບອີງໃສ່ຂໍ້ມູນທີ່ເປັນຫຼັກຖານພິສູດຈາກການຄົ້ນຄວ້າວິທະຍາສາດ. ໃນການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ ເຊິ່ງເປັນຕົວແທນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງພາຍໃນກະຊວງສາທາລະນະສຸກເຊັ່ນ: ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ສູນໂພຊະນາການ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ. ການຝຶກອົບຮົມຄັ້ງນີ້ນຳພາໂດຍທີມປະເມີນໂພຊະນາການຂອງຂະແໜງອາຫານ ແລະ ໂພຊະນາການ ສຳນັກງານໃຫຍ່ອົງການອາຫານ ແລະ ການກະເສດ ຢູ່ໂຣມ, ປະເທດອິຕາລີ ແລະ ມີບາງຫົວຂໍ້ການຝຶກອົບຮົມແມ່ນບັນຍາຍໂດຍຊ່ຽວຊານດ້ານໂພຊະນາການ, ຊ່ຽວຊານດ້ານອາຫານປອດໄພ ແລະ ຊ່ຽວຊານດ້ານນະໂຍບາຍ.

FAO ແລະ ອົງການອະນາໄມໂລກ (WHO) ໄດ້ພັດທະນາຖານຂໍ້ມູນການບໍລິໂພກອາຫານແບບປະລິມານລາຍບຸກຄົນຢູ່ໃນທົ່ວໂລກຂຶ້ນພາຍໃຕ້ແຜນງານລິເລີ່ມຮ່ວມກັນທີ່ເອີ້ນວ່າ FAO/WHO GIFT (ສາມາດເຂົ້າເຖິງແບບອອນລາຍໄດ້ທີ່ http://www.fao.org/gift-individual-food-consumption/inventory-of-surveys/en/). ເຄື່ອງມືນີ້ແມ່ນອອກແບບໃຫ້ເຂົ້າກັບຄວາມຕ້ອງການຂອງຜູ້ສ້າງນະໂຍບາຍ ແລະ ສະໜອງຂໍ້ມູນທີ່ສາມາດຊ່ວຍການຕັດສິນໃຈໂດຍການຕອບຄຳຖາມທ່ີ່ວ່າ ຄົນເຮົາກິນຫຍັງແດ່? ຖານຂໍ້ມູນ FAO/WHO GIFT ຍັງສາມາດສະໜອງຂໍ້ມູນທີ່ມີກ່ຽວກັບສິ່ງທີ່ຄົນເຮົາກິນ ແລະ ດື່ມ ໃນຮູບແບບທີ່ເຂົ້າໃຈງ່າຍ ພ້ອມທັງມີໂຕຊີ້ວັດດ້ານການບໍລິໂພກອາຫານ ແລະ ໂພຊະນາການທີ່ຈຳແນກອາຍຸ ແລະ ເພດເພື່ອໃຫ້ຜູ້ໃຊ້ທີ່ບໍ່ແມ່ນຜູ້ຊ່ຽວຊານສາມາດນຳໃຊ້ໄດ້ງ່າຍ ພ້ອມທັງມີຊຸດຂໍ້ມູນຈຸນລະສານອາຫານແບບຄົບຖ້ວນສຳລັບຜູ້ໃຊ້ທີ່ມີຄວາມຊ່ຽວຊານທີ່ຕ້ອງການວິເຄາະຂໍ້ມູນດ້ວຍຕົນເອງອີກດ້ວຍ.

ໃນຫຼາຍປະເທດທົ່ວໂລກ, ຂໍ້ຫຍຸ້ງຍາກອັນໜຶ່ງຕໍ່ກັບການກິນອາຫານໃຫ້ມີສຸຂະພາບທີ່ດີສຳລັບທຸກຄົນແມ່ນຂໍ້ມູນທີ່ມີຢູ່ ແລະ ສາມາດເຂົ້າເຖິງໄດ້ກ່ຽວກັບສິ່ງທີ່ຄົນເຮົາກິນ ຫຼື ດື່ມແມ່ນບໍ່ພຽງພໍ ເພື່ອຈະໃຊ້ເຂົ້າໃນການສ້າງແຜນງານ ແລະ ນະໂຍບາຍທີ່ມີປະສິດທິພາບແບບອີງໃສ່ຂໍ້ມູນທີ່ເປັນຫຼັກຖານພິສູດຈາກການຄົ້ນຄວ້າວິທະຍາສາດ. ຢູ່ໃນ ສປປ ລາວ, ສສກ ໄດ້ຈັດຕັ້ງປະຕິບັດການສຳຫຼວດຂໍ້ມູນການບໍລິໂພກອາຫານລະດັບຊາດຂຶ້ນໃນປີ 2016 ແລະ 2017. ການສຳຫຼວດນີ້ໄດ້ເກັບກຳຂໍ້ມູນກ່ຽວກັບສິ່ງທີ່ຜູ້ຄົນກິນ ແລະ ດື່ມໂດຍນຳໃຊ້ວິທີການບັນທຶກການກິນອາຫານ 24 ຊົ່ວໂມງຍ້ອນຫຼັງ. ຈຳນວນປະຊາກອນສຳຫຼວດແມ່ນກວມເອົາທັງ 3 ພາກຂອງລາວ ເພື່ອເປັນຕົວແທນຄວາມຫຼາກຫຼາຍຂອງແຕ່ລະຂົງເຂດໃນທົ່ວປະເທດທີ່ມີຄວາມແຕກຕ່າງທາງດ້ານສະພາບອາກາດ ແລະ ກະສິກໍາ. ຈຳນວນຜູ້ຕອບແບບສອບຖາມທັງໝົດມີ 2016 ຄົນ ໃນອາຍຸລະຫວ່າງ 0 ຫາ 89 ປີ, ທັງຍິງ ແລະ ຊາຍ, ກວມເອົາຜູ້ຍິງຖືພາ ແລະ ຜູ້ຍິງທີ່ກຳລັງໃຫ້ນົມລູກ. ທີມງານຂອງອົງການ FAO ທີ່ນໍາພາການຝຶກອົບຮົມຄັ້ງນີ້ກໍ່ໄດ້ມີສ່ວນຮ່ວມໃນການຊ່ວຍເຫຼືອດ້ານວິຊາການໂດຍການອອກແບບ ແລະ ການຈັດຕັ້ງປະຕິບັດການສໍາຫຼວດ ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືກັບ WHO ແລະ ໂຄງການ Codex Trust Fund ທີ່ໄດ້ໃຫ້ທຶນໃນການສໍາຫຼວດຄັ້ງນີ້. ການສໍາຫຼວດນີ້ສະໜອງຂໍ້ມູນຫຼ້າສຸດ ແລະ ຄອບຄຸມທີ່ສຸດກ່ຽວກັບການບໍລິໂພກອາຫານຂອງປະຊາກອນຢູ່ໃນ ສປປ ລາວ. ຊຸດຂໍ້ມູນແບບຄົບຖ້ວນກ່ຽວກັບການກິນອາຫານ ແລະ ສານອາຫານທີ່ໄດ້ຮັບຈາກການສຳຫຼວດນີ້ແມ່ນມີຢູ່ໃນຖານຂໍ້ມູນ FAO/WHO GIFT.

ເປົ້າໝາຍຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອສະໜັບສະໜູນປະເທດເຮົາໃນການນຳໃຊ້ຂໍ້ມູນນີ້ໃນທາງທີ່ເປັນໄປໄດ້ໃຫ້ດີທີ່ສຸດ. ໃນການປິດການຝຶກອົບຮົມວັນທີ 29 ກໍລະກົດ 2021 ທີ່ຜ່ານມາ, ທ່ານນາຊາ ຮາຢັັດ, ຜູ້ຕາງໜ້າອົງການ FAO ປະຈໍາລາວ ໄດ້ຢ້າຕື່ມວ່າ: ມັນສຳຄັນຫຼາຍທີ່ຂໍ້ມູນເຫຼົ່ານີ້ຈະຖືກປະສົມປະສານ, ເຜີຍແຜ່ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ. ໃນລະຫວ່າງການຝຶກອົບຮົມເປັນເວລາ 3 ອາທິດ, ບັນດາຜູ້ເຂົ້າຮ່ວມໄດ້ມີການຮຽນຮູ້ ແລະ ສົນທະນາແນວທາງການນຳໃຊ້ຂໍ້ມູນເຫຼົ່ານີ້ໃຫ້ເກີດປະໂຫຍດສູງສຸດໃນຕໍ່ໜ້າ. ດຣ. ລັດສະໝີ ສຽງສູນທອນ, ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ໄດ້ໃຫ້ຮູ້ເຖິງແນວຄວາມຄິດໃນການນຳໃຊ້ຂໍ້ມູນເຫຼົ່ານີ້ຈາກການສົນທະນາລະຫວ່າງຝຶກອົບຮົມວ່າ ພວກເຮົາອາດຈະນໍາໃຊ້ຂໍ້ມູນນີ້ເຂົ້າໃນການຄົ້ນຄວ້າສະເພາະປະເທດ, ການສ້າງບົດສັງລວມເພື່ອນະໂຍບາຍ, ການປະເມີນປັດໄຈສ່ຽງໃນການວິເຄາະອາຫານປອດໄພ, ພັດທະນາຄູ່ມືການບໍລິໂພກອາຫານ ແລະ ຕາຕະລາງສ່ວນປະກອບອາຫານ ຂອງ ສປປ ລາວ, ແລະ ການຝຶກອົບຮົມຕ່າງໆໃນຕໍ່ໜ້າ.  

ຂໍ້ມູນເພີ່ມເຕີມ ຕິດຕໍ່ໄດ້ທີ່

ທ່ານ ວິໄລລັກ ຂຸນວິສິດ

ທີ່ປຶກສາດ້ານການສື່ສານ

Vilaylack.khounvisith@fao.org

Vilaylack Khounvisith

ວິໄລລັກ ຂຸນວິສິດ (ກຸກ)

FAO
ທີ່ປຶກສາດ້ານການສື່ສານ

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

FAO
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ
WHO
ອົງການອະນາໄມໂລກ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້