ຂ່າວສານ

ການສືບຕໍ່ຮ່ວມມືການພັດທະນາດ້ານຂະແໜງກາເຟລາວ

17 ກຸມພາ 2021

  • ສປປ ລາວ ໄດ້ປຶກສາຫາລືກ່ຽວກັບທິດທາງແຜນງານ ການຈັດຕັ້ງປະຕິບັດການສົ່ງອອກກາເຟລາວ, ເພື່ອປັບປຸງໂຄງຮ່າງ ແລະ ກອບການບໍລິຫານຄຸ້ມຄອງຂະແໜງກາເຟລາວ ພ້ອມທັງນຳສະເໜີບົດປະເມີນຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ຂະແໜງກາເຟ ໃນເທດສະການກາເຟລາວປີ 2021:
Caption: Lao PDR discusses Coffee Export Roadmap
Photo: © Khamsone Sysanhouth

(ທີ່ນະຄອນປາກເຊ, ສປປ ລາວ) - ເທດສະການກາເຟລາວໃນປີນີ້ ໄດ້ປະສົບຜົນສຳເລັດກັບການປັບຕົວເຂົ້າກັບ “ສະພາບການແບບໃໝ່” ໂດຍຜ່ານການຈັດກອງປະຊຸມແບບປະສົມປະສານ (ໂດຍການເຂົ້າຮ່ວມໃນຫ້ອງປະຊຸມ ແລະ ຈາກທາງໄກ ຫຼື ອອນລາຍ) ເພື່ອຮ່ວມກັນໂຄສະນາສົ່ງເສີມກາເຟລາວໄປທົ່ວໂລກ.

ລັດຖະບານ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາໄດ້ຮ່ວມແຮງຮ່ວມໃຈໃຫ້ການສະໜັບສະໜູນ ບັນດາພາກສ່ວນທີ່ກ່ຽວຂ້ອງໃນຂະແໜງກາເຟ ເພື່ອຟື້ນຟູເສດຖະກິດຫຼັງຈາກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19. ກອງປະຊຸມດັ່ງກ່າວນີ້ ແມ່ນໄດ້ປຶກສາຫາລືກ່ຽວກັບແຜນການຈັດຕັ້ງປະຕິບັດໃນອະນາຄົດ ຂອງຂະແໜງກາເຟ, ໃຫ້ກຽດເປັນປະທານຮ່ວມໃນງານໂດຍ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງ ແຂວງ ຈຳປາສັກ. ເຂົ້າຮ່ວມໂດຍ ທ່ານນາງ Ina Marčiulionytė, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ; ທ່ານນາງ Julie Gabet-Ouahioune ຜູ້ອຳນວຍການອົງການພັດທະນາປະເທດຝຣັ່ງ (AFD); ແລະ ທ່ານນາງ Barbara Ramos, ຫົວໜ້າພະແນກຄົ້ນຄວ້າ ແລະ ຍຸດທະສາດການສົ່ງອອກ ປະຈຳ ສູນການຄ້າສາກົນ (ITC) ແລະ ຍັງມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງໃນຂະແໜງກາເຟຫຼາຍໆທ່ານກໍໃຫ້ກຽດເຂົ້າຮ່ວມ.

 

ກອງປະຊຸມໄດ້ ມີການນຳສະເໜີ ແລະ ປຶກສາຫາລື ກ່ຽວກັບ ທິດທາງແຜນງານການຈັດຕັ້ງປະຕິບັດການສົ່ງອອກກາເຟ ຂອງ ສປປ ລາວ, ບົດຄົ້ນຄວ້າກ່ຽວກັບການປັບປຸງສະມາຄົມກາເຟລາວ ແລະ ການປະເມີນຜົນຢ່າງຮີບດ່ວນກ່ຽວກັບຜົນກະທົບຂອງພະຍາດ ໂຄວິດ-19’ ຕໍ່ຂະແໜງກາເຟລາວ.

ທິດທາງແຜນງານການຈັດຕັ້ງປະຕິບັດການສົ່ງອອກກາເຟ ຂອງ ສປປ ລາວ ແມ່ນໄດ້ຮັບການສ້າງຂຶ້ນໂດຍຜ່ານການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ແລະ ຄາດວ່າຈະໄດ້ຮັບການເປີດຕົວຢ່າງເປັນທາງການໃນໄຕມາດທຳອິດຂອງປີ 2021. ແຜນງານການຈັດຕັ້ງປະຕິບັດດັ່ງກ່າວນີ້ ໄດ້ລະບຸເຖິງບັນດາສິ່ງທ້າທາຍຕ່າງໆທີ່ຂະແໜງການພວມປະເຊີນຢູ່, ລວມທັງບັນດາໂອກາດ, ພ້ອມທັງນຳສະເໜີແຜນດຳເນີນງານທີ່ເປັນຮູບປະທຳເພື່ອປັບປຸງການສົ່ງອອກກາເຟ.

ການສົ່ງອອກກາເຟຂອງ ສປປ ລາວ ສາມາດເຕີບໂຕໄປໃນທາງທີ່ດີໃນອະນາຄົດ. ອີງຕາມການຄາດຄະເນຂອງ ສູນການຄ້າສາກົນ (ITC), ສປປ ລາວ ມີຄວາມສາມາດໃນການສົ່ງກາເຟໄປອາຊຽນເຖິງ 69 % ແຕ່ຄວາມສາມາດດັ່ງກ່າວແມ່ນຍັງບໍ່ທັນໄດ້ນຳໃຊ້ເທົ່າທີ່ຄວນ ແລະ ການຄ້າຂາຍກັບຕະຫຼາດສາກົນທີ່ກຳລັງຂະຫາຍຕົວ ກໍ່ສາມາດເພີ່ມຂຶ້ນໄດ້ເຊັ່ນດຽວກັນ. ຢູ່ ສປປ ລາວ, ກາເຟແມ່ນອຸດສະຫະກຳທີ່ສາມາດສ້າງໂອກາດໃຫ້ກັບຂະແໜງການ ແລະ ພາກສ່ວນອື່ນໆ ເຊັ່ນ: ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ໄວໜຸ່ມ ແລະ ຍັງສາມາດເພີ່ມກິດຈະກຳດ້ານການທ່ອງທ່ຽວ. ສະຫະພາບເອີຣົບແມ່ນມີຄວາມຍິນດີ ທີ່ຈະໃຫ້ການສະໜັບສະໜູນ ການເຕີບໂຕຂອງຂະແໜງການ ເພື່ອນຳໃຊ້ໂອກາດທີ່ມີຢູ່ໃຫ້ປະສົບຜົນສຳເລັດ”  ກ່າວໂດຍ ທ່ານ ນາງ Ina Marčiulionytė, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ.

ທິດທາງແຜນງານດັ່ງກ່າວ ເປັນອີກໜຶ່ງວຽກງານພາຍໃຕ້ ໂຄງການຊ່ວຍເຫຼືອວຽກງານການຄ້າ ຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE Plus - ສປປ ລາວ), ເຊິ່ງລວມມີການນຳສະເໜີ ຄວາມອາດສາມາດໃນການຟື້ນຟູຕໍ່ກັບຄວາມທ້າທາຍທີ່ຂະແໜງການກາເຟຕ້ອງພົບພໍ້ ຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ໂດຍຂໍ້ມູນຈາກ  ‘ການປະເມີນຜົນຢ່າງຮີບດ່ວນກ່ຽວກັບຜົນກະທົບຂອງພະຍາດ ໂຄວິດ-19’  ທີ່ໄດ້ດຳເນີນໃນປີ 2020. ການປະເມີນດັ່ງກ່າວແມ່ນມາຈາກຂໍ້ມູນຂອງຫຼາຍໆບໍລິສັດຂອງຂະແໜງກາເຟ ເຊິ່ງໄດ້ຊີ້ບອກເຖິງບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ແລະ ຂົງເຂດບູລິມະສິດສຳລັບການຟື້ນຟູຂອງຂະແໜງການ.

ນອກນັ້ນ, ກອງປະຊຸມດັ່ງກ່າວຍັງໄດ້ປຶກສາຫາລືກ່ຽວກັບການປັບປຸງໂຄງຮ່າງບໍລິຫານຂອງຂະແໜງກາເຟ ໂດຍອີງໃສ່ບົດຄົ້ນຄວ້າ ແລະ ແຜນການຈັດປະຕິບັດ ຕໍ່ກັບການພັດທະນາສະມາຄົມກາເຟລາວ, ທີ່ໄດ້ຮັບການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ໃນເດືອນມີນາ ປີ 2020 ທີ່ຜ່ານມາ. ບົດຄົ້ນຄວ້ານີ້ແມ່ນໄດ້ຮັບການສະໜັບສະໜູນພາຍໃຕ້ກິດຈະກຳການເສີມສ້າງ ແລະ ຂະຫຍາຍຕົວຂອງຂະແໜງກາເຟໃນໂຄງການ RECOSEL-ລາວ ໂດຍອົງການພັດທະນາປະເທດຝຣັ່ງ (AFD), ເຊິ່ງຮ່ວມມືກັບໂຄງການ GIZ-RELATED. ທິດທາງແຜນການດຳເນີນງານສຳລັບການພັດທະນາສະມາຄົມກາເຟລາວ ຈະຖືກຈັດຕັ້ງປະຕິບັດພາຍໃຕ້ໂຄງການໃໝ່ສຳລັບຂະແໜງກາເຟທີ່ໄດ້ຮັບທຶນສະໜັບສະໜູນ ຈາກອົງການ AFD, ເລີ່ມແຕ່ກາງປີ 2021.

ຕິດຕາມພວກເຮົາຜ່ານສື່ອອນລາຍໄດ້ທີ່: https://www.intracen.org/arise-plus-laos/

 https://www.facebook.com/groups/ariseplus/

ຂໍ້ມູນກ່ຽວກັບ ARISE Plus ສປປ ລາວ: ໂຄງການຊ່ວຍເຫຼືອວຽກງານການຄ້າ ຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ຫຼື ARISE Plus) ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ (EU). ມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງດ້ານເສດຖະກິດແບບກວມລວມ, ສ້າງການຟື້ນຟູຕໍ່ກັບການປ່ຽນແປງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງ ແລະ ສ້າງວຽກເຮັດງານທຳໃນ ສປປ ລາວ

ຂໍ້ມູນກ່ຽວກັບ ITC: ສູນການຄ້າສາກົນ (ຫຼື ITC) ແມ່ນອົງການຮ່ວມຂອງ ອົງການການຄ້າໂລກ ແລະ ສະຫະປະຊາຊາດ (ສປຊ). ເປົ້າໝາຍຫຼັກຂອງ ITC ແມ່ນການໃຫ້ຄວາມຊ່ວຍເຫຼືອແກ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນການພັດທະນາ ແລະ ຫັນປ່ຽນເສດຖະກິດເຂົ້າໃນການແຂ່ງຂັນໃນຕະຫຼາດໂລກ ແລະ ໃນຂະນະດຽວກັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ພາຍໃນຂອບຂອງຂໍ້ຕົກລົງການຊ່ວຍເຫຼືອດ້ານການຄ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ.

ຂໍ້ມູນເພີ່ມເຕີມ, ຕິດຕາມໄດ້ທີ່ www.intracen.org.

ຕິດຕາມສື່ອອນລາຍຂອງ ITC ໄດ້ທີ່ Twitter  | Facebook  | LinkedIn  | Instagram | Flickr

ຂໍ້ມູນເພີ່ມເຕີມກ່ຽວກັບບົດຂ່າວ ກະລຸນາຕິດຕໍ່:

ນາງ ໄກອຳພອນ ສິງຫາລາດ

ສູນການຄ້າສາກົນ

ທີ່ປຶກສາດ້ານວຽກງານສື່ສານ

E: Ksinghalath@intracen.org

T: +61 426 474 909

 

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

ITC
ສູນການຄ້າສາກົນ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້