ປັບປຸງການລວມເຂົ້າຮ່ວມຂອງຄົນພິການເທື່ອລະກ້າວ
ຢູ່ທົ່ວໂລກມີເດັກນ້ອຍໜຶ່ງໃນ 160 ຄົນທີ່ເປັນໂອທິສຕິກ, ເຊິ່ງເລີ່ມຕົ້ນຕັ້ງແຕ່ໄວເດັກ ແລະ ມັກຈະສືບຕໍ່ໄປໃນໄລຍະທີ່ເປັນໄວໜຸ່ມ ແລະ ຜູ້ໃຫຍ່. ຄົນໂອທິສຕິກມີຫຼາຍລະກັບ.
ຄົນໂອທິສຕິກຫຼາຍຄົນສາມາດດຳລົງຊີວິດທີ່ເປັນເອກະລາດ ແລະ ສຳເລັດດ້ວຍຄວາມຊ່ວຍເຫຼືອໜ້ອຍ, ແຕ່ກໍ່ຍັງມີຜູ້ທີ່ຕ້ອງການການດູແລ ແລະ ການຊີ້ນໍາຢ່າງຕໍ່ເນື່ອງ ແລະ ເຂັ້ມງວດ. ການເຂົ້າເຖິງບໍລິການທີ່ພຽງພໍແມ່ນຍັງຍາກ ແລະ ຄົນໂອທິສຕິກຍັງປະເຊີນກັບອຸປະສັກທາງດ້ານສັງຄົມ, ວັດທະນະທຳ, ເສດຖະກິດ, ສະຖາບັນ ແລະ ທາງດ້ານຮ່າງກາຍທີ່ກີດຂວາງໃຫ້ພວກເຂົາໄດ້ຮັບສິດທິຢ່າງເຕັມ.
ຢູ່ ສປປ ລາວ, ຄົນໂອທິສຕິກບໍ່ມີການຮັບຮູ້ຫຼາຍ ແລະ ບໍ່ໄດ້ຖືກກຳນົດຢ່າງດີ. ອາການດັ່ງກ່າວຍັງບໍ່ໄດ້ຖືກຮັບຮອງເປັນຄົນພິການຢູ່ໃນ ສປປ ລາວ, ເຮັດໃຫ້ຄອບຄົວມີຄວາມຫຍຸ້ງຍາກໃນການເຂົ້າເຖິງການບໍລິການພິເສດ, ລວມທັງການເບິ່ງແຍງສຸຂະພາບ, ການບໍລິການກວດ ແລະ ຜູ້ຊ່ຽວຊານດ້ານການສຶກສາ.
ສະເພາະວັນສາກົນເພື່ອຄົນພິການ, ອົງການສະຫະປະຊາຊາດປະຈໍາ ສປປ ລາວ ໄດ້ໄປຢ້ຽມຢາມສະມາຄົມເພື່ອຄົນໂອທິສຕິກ (ສພອ) ເພື່ອໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບໂອກາດ ແລະ ການບໍລິການຕ່າງໆທີ່ມີຢູ່ສຳລັບຄົນຄົນໂອທິສຕິກ ແລະ ວິທີທີ່ ສປຊ ແລະຄົນອື່ນໆສາມາດເຮັດວຽກກັບອົງການຈັດຕັ້ງທາງສັງຄົມເຊັ່ນ ສພອ, ເພື່ອສະໜັບສະໜູນຄົນໂອທິສຕິກ ແລະ ຄອບຄົວຂອງພວກເຂົາທີ່ອາໃສຢູ່ໃນ ສປປ ລາວ, ໂດຍສະເພາະໃນໄລຍະການແຜ່ລະບາດຂອງ ໂຄວິດ-19 ໃນປະຈຸບັນ.
ສພອ ໄດ້ລະບຸວ່າໃນຖານະທີ່ເປັນອົງການຈັດຕັ້ງຂອງພໍ່ແມ່, ຍັງມີຫຼາຍຢ່າງທີ່ຕ້ອງໄດ້ເຮັດເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ຄົນໂອທິສຕິກຢູ່ໃນ ສປປ ລາວ. ເຊິ່ງລວມທັງການປູກຈິດສໍານຶກກ່ຽວກັບຄົນໂອທິສຕິກ ແລະ ຂະຫຍາຍການເຂົ້າເຖິງຂອງການສຶກສາໃນໂຮງຮຽນ, ລວມທັງການສຶກສາວິຊາຊີບແລະ ການຝຶກອົບຮົມໃນການກະກຽມຄວາມເປັນຜູ້ໃຫຍ່, ເພື່ອຢຸດຄວາມຄຽດແຄ້ນ ແລະ ສາມາດໃຫ້ເດັກນ້ອຍໂອທິສຕິກໄດ້ຮຽນຄຽງຄູ່ກັບເພື່ອນຮ່ວມ ແລະ ມີສິດທິໃນການຮຽນຕະຫຼອດຊີວິດ.
ການສຶກສານີ້ບໍ່ສາມາດຢຸດຢູ່ຂັ້ນຕອນເລີ່ມຕົ້ນເທົ່ານັ້ນ, ຕາມທີ່ພວກເຮົາໄດ້ເຫັນຈາກຜົນກະທົບຂອງ ໂຄວິດ-19. ສປຊ ແລະ ສພອ ໄດ້ຕົກລົງເຫັນດີວ່າຄົນພິການຄວນມີສິດເຂົ້າເຖິງການຮັບຝຶກອົບຮົມ ແລະ ໂອກາດການຈ້າງງານຢ່າງເທົ່າທຽມໃນຂະນະທີ່ປະເທດກຳລັງສ້າງຕະຫຼາດແຮງງານຄືນ. ເພື່ອໃຫ້ມີໂອກາດເທົ່າທຽມ, ອຸດສະຫະກຳຕ້ອງເຮັດວຽກຮ່ວມກັບ ອົງການຈັດຕັ້ງຂອງຄົນພິການ ເພື່ອຮັບປະກັນຄວາມສະດວກພື້ນຖານແມ່ນໄດ້ຮັບການຕອບສະໜອງ ແລະ ພ້ອມມີໄວ້ໃຫ້.
ພໍ່ແມ່ທີ່ມີລູກໂອທິສຕິກໄດ້ລາຍງານວ່າມີເວລາສ່ວນຕົວທີ່ຈຳກັດ, ຮູ້ສຶກເຄັ່ງຄຽດ, ອຸກອັ່ງ ແລະໂດດດ່ຽວ. ຄວາມກົດດັນນີ້ໄດ້ເພີ່ມຂຶ້ນເມື່ອຄ່າໃຊ້ຈ່າຍສ່ວນຫຼາຍເເມ່ນມາຈາກຄອບຄົວນັ້ນເອງ ຖ້າບໍ່ແມ່ນທັງໝົດ, ໂດຍສະເພາະເມື່ອຄວາມພິການບໍ່ໄດ້ຮັບການຍອມຮັບຢ່າງເຕັມທີ່ໃນປະເທດ. ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ສພອ ໄດ້ສະແດງຄວາມກັງວົນຕໍ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນທີ່ເພີ່ມເຕີມຈາກຜົນຂອງ ໂຄວິດ-19, ເຊິ່ງນຳໄປສູ່ເພີ່ມຂື້ນຂອງຄວາມສ່ຽງດ້ານສຸຂະພາບຈິດ.
ບັນດາຕົວແທນໄດ້ກ່າວເນັ້ນວ່າໃນປະຈຸບັນມີຄວາມສຳຄັນຫຼາຍກວ່າເກົ່າໃຫ້ພວກເຮົາສ້າງຊຸມຊົນທີ່ສົ່ງເສີມໃຫ້ປະຊາຊົນທຸກຄົນເປັນຕົວເອງ ແລະ ມີສ່ວນຮ່ວມຢ່າງເຕັມ. ໄດ້ມີການຕົກລົງເຫັນດີວ່າສິ່ງນີ້ເລີ່ມຕົ້ນດ້ວຍການຮັບຮູ້ ແລະ ການມີບັດປະຈຳຕົວສະເພາະຄົນພິການລະດັບຊາດ ສາມາດເປັນບາດກ້າວທີ່ສຳຄັນໃນການສະໜັບສະໜູນໃຫ້ຄົນໂອທິສຕິກ ແລະ ຄົນພິການອື່ນໆສາມາດຊອກການດູແລພິເສດໂດຍບໍ່ມີການຕັດສິນ, ໃນຂະນະທີ່ປັບປຸງຄວາມສາມາດ ແລະ ການເຂົ້າເຖິງການບໍລິການທີ່ ຈຳເປັນເຊັ່ນສຸຂະພາບ ແລະ ການສຶກສາ.
ທ່ານ ສີຫວ່າງ ໄຊຍະວົງ, ປະທານສະມາຄົມເພື່ອຄົນໂອທິສຕິກ ໄດ້ກ່າວວ່າ: “ຊຸມຊົນມີບົດບາດສຳຄັນໃນການສະໜັບສະໜູນຄົນໂອທິສຕິກ. ເຊິ່ງແມ່ນເຫດຜົນທີ່ ສພອ ໄດ້ສຸມໃສ່ຄວາມພະຍາຍາມຂອງພວກເຮົາໃນການຍົກສູງຄວາມຮັບຮູ້ຂອງສັງຄົມ, ສົ່ງເສີມສິດທິຂອງເດັກນ້ອຍໂອທິສຕິກ, ປັບປຸງການເຂົ້າເຖິງການບໍລິການທີ່ເໝາະສົມ, ແລະ ສະໜອງການສຶກສາ, ການບຳບັດແລະ ການຝຶກອົບຮົມໃຫ້ເເກ່ພວກເຂົາ ແລະ ຄອບຄົວ. ພວກເຮົາໄດ້ເຫັນເຖິງການປະກອບສ່ວນອັນລໍ້າຄ່າຂອງຄົນໂອທິສຕິກໃນຊຸມຊົນຂອງພວກເຮົາເມື່ອພວກເຂົາໄດ້ຮັບໂອກາດ."
ໃນຕົ້ນປີນີ້, ລັດຖະບານໄດ້ຍອມຮັບເອົາຄຳແນະລວມທັງໝົດ 7 ຂໍ້ຈາກກົນໄກທົບທວນປະຈໍາໄລຍະດ້ານສິດທິມະນຸດຄັ້ງທີ 3 ຂອງປະເທດ ແລະ ສປປ ລາວ ໃນໄວໆນີ້ຈະໄດ້ຮັບການທົບທວນກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິຄົນພິການ (ປີ 2008) ໃນປີ 2021. ທັງສອງກອບເເຜນງານນີ້ມີຄວາມສຳຄັນສຳລັບ ສປຊ ເພື່ອການເຮັດວຽກຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນການສົ່ງເສີມສິດທິຂອງຄົນພິການ; ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ, ນະໂຍບາຍ ແລະ ການລົງທືນດ້ານການພັດທະນາເພື່ອຮັບປະກັນວ່າ ປະຊາຊົນທຸກຄວາມສາມາດໄດ້ຖືກລວມເຂົ້າໃນຂະບວນການຕັດສິນໃຈ ແລະ ຮຽນຮູ້ຈາກອົງການຈັດຕັ້ງສັງຄົມເຊັ່ນ ສພອ ໃນການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ, ເຮັດໃຫ້ສິດທິຕ່າງໆເປັນຄວາມຈິງເພື່ອປະຊາຊົນ.
ທ່ານ ນາງ ຊາຣາ ເສັກເກເນສ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ຄວາມມຸ້ງໝັ້ນໃນການຮັບຮູ້ສິດທິຂອງເດັກພິການບໍ່ພຽງແຕ່ແມ່ນເລື່ອງຍຸດຕິທຳເທົ່ານັ້ນ; ມັນແມ່ນການລົງທືນໃນອະນາຄົດທີ່ດີກວ່າເກົ່າໃຫ້ພວກເຮົາພ້ອມກັນກ້າວໄປ. ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ກຳລັງເຮັດວຽກເພື່ອເພີ່ມທະວີການລວມ ແລະ ການມີສ່ວນຮ່ວມຂອງທຸກຄົນ, ພວກເຮົາໄດ້ຮຽນຮູ້ຈາກປະສົບການຊີວິດຂອງຄົນພິການ ແລະ ກໍາລັງຊອກຫາວິທີການທີ່ມີນະວັດຕະກຳເພື່ອເປັນຄູ່ຮ່ວມກັບເຄືອຂ່າຍຂອງອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງຂອງຄົນພິການທີ່ສະໜັບສະໜູນພວກເຂົາ. ກາລະໂອກາດໃນການສ້າງຄືນ ສປປ ລາວ ໃຫ້ດີກວ່າເກົ່າ, ທີ່ມີຄວາມສາມາດເຂົ້າເຖິງ, ຄວາມຍືນຍົງທີ່ ເເລະ ລວມທຸກຄົນພາຍຫຼັງການໂລກລະບາດຂອງ ໂຄວິດ-19 ເລີ່ມຕົ້ນດ້ວຍການຮັບປະກັນວ່າທຸກຄົນສາມາດມີສ່ວນຮ່ວມເທົ່າທຽມກັນ”
ໃນລະຫວ່າງການຢ້ຽມຢາມ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ຍັງໄດ້ມອບເຄື່ອງຫຼີ້ນການພັດທະນາການຮຽນຮູ້ທີ່ຈຳເປັນ ແລະ ອຸປະກອນການສຶກສາ ໃຫ້ແກ່ນັກຮຽນຂອງສູນໂອທິສຕິກຢູ່ ປາກເຊ ເເລະ ນະຄອນຫຼວງວຽງຈັນ ໃນນາມຂອງການບໍລິຈາກທີ່ໄດ້ຮັບໂດຍຄູ່ຮ່ວມມືໃນງານ UN75 ທີ່ໄດ້ຈັດໃນປີນີ້. ປະຈຸບັນ ສພອ ກຳລັງວາງແຜນທີ່ຈະພັດທະນາສະຖານທີ່ທີ່ມີຄຸນປະໂຫຍດຫຼາຍກວ່າເກົ່າໃນນະຄອນຫຼວງວຽງຈັນເພື່ອຂະຫຍາຍການເຂົ້າເຖິງ, ການບໍລິການ ແລະ ທາງເລືອກການສຶກສາສຳລັບເດັກນ້ອຍໂອທິສຕິກ
ຕົວແທນຈາກ UNDP, UNICEF, UNIDO, ເເລະ WHO ໄດ້ເຂົ້າຮ່ວມງານພ້ອມ.
---
ກົນໄກທົບທວນປະຈໍາໄລຍະດ້ານສິດທິມະນຸດ (UPR) ແມ່ນຂະບວນການທີ່ມີເອກະລັກສະເພາະທີ່ຂັບເຄື່ອນໂດຍລັດທີ່ມີການທົບທວນຄືນບົດບັນທຶກສິດທິມະນຸດຂອງທຸກໆປະເທດສະມາຊິກ ສປຊ. ພາຍໃຕ້ການສະໜັບສະໜູນຂອງສະພາສິດທິມະນຸດ ເຊິ່ງເປີດໂອກາດໃຫ້ລັດຖະບານແຕ່ລະປະເທດປະກາດວ່າພວກເຂົາໄດ້ປະຕິບັດຫຍັງເພື່ອປັບປຸງສະຖານະການດ້ານສິດທິມະນຸດໃນປະເທດຂອງພວກເຂົາ ແລະ ປະຕິບັດພັນທະສິດທິມະນຸດ.
ແຫຼ່ງ: www.ohchr.org