ເລື່ອງລາວຈາກໂຄງການ ພາຍໃຕ້ ກອງທຶນຮ່ວມຫຼາຍພາກສ່ວນເພື່ອຕອບໂຕ້ ແລະ ຟື້ນຟູຄືນຈາກພະຍາດໂຄວິດ-19 ຂອງ ສປ.
ຄົ້ນຫາ
ເລື່ອງລາວຈາກ ກອງທຶນຮ່ວມຫຼາຍພາກສ່ວນເພື່ອຕອບໂຕ້ ແລະ ຟື້ນຟູຄືນຈາກ ພະຍາດໂຄວິດ-19 ຂອງ ສປຊ
ຮຽນຮູ້ເພີ່ມຕື່ມກ່ຽວກັບ ແຜນງານຮ່ວມ ສປຊ ດ້ານການປົກປ້ອງທາງສັງຄົມໃນ ສປປ ລາວ.
ລັດຖະບານ ສປປ ລາວ ລົງມືຈັດຕັ້ງປະຕິບັດເເຜນການສັກວັກຊິນ ໂດຍສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດ ເພື່ອເປັນບາດກ້າວຕໍ່ໄປໃນການຢຸດຕິການເເຜ່ລະບາດຂອງພະຍາດໂຄວິດ-19
ນະຄອນຫຼວງວຽງຈັນ, 2 ເມສາ 2021 - ໃນມື້ນີ້ ສປປ ລາວ ໄດ້ເລີ່ມຕົ້ນການໃຫ້ບໍລິການສັກວັກຊີນກັນພະຍາດໂຄວິດ-19 ທີ່ໄດ້ຮັບຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility). ການໃຫ້ບໍລິການສັກວັກຊີນຄັ້ງນີ້ເເມ່ນໄດ້ຖືກຈັດຂື້ນຢູ່ທີ່ໂຮງໝໍມິດຕະພາບ ເປັນເວລາສອງມື້, ຈາກວັນທີ 2 ຫາ 3 ເມສາ, ເເລະ ຈະສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ ຈຳນວນທັງໝົດປະມານ 4000 ຄົນ. ພາຍຫຼັງການໃຫ້ບໍລິການສັກວັກຊີນໃນຄັ້ງນີ້, ວັກຊີນເຫຼົ່ານີ້ຈະໄດ້ຖືກນຳໃຊ້ໃນໂຮງໝໍ 7 ແຫ່ງໃນນະຄອນຫລວງວຽງຈັນ ແລະ ໃນຂັ້ນແຂວງ.
ນະຄອນຫຼວງວຽງຈັນ, ວັນທີ 31 ມີນາ 2021 - ເມື່ອພິຈາລະນາບັນຫາທ້າທາຍຕ່າງໆທີ່ ສປປ ລາວ ກຳລັງປະເຊີນດ້ານການສະໜອງທຶນເຂົ້າໃນບູລີມາສິດດ້ານການພັດທະນາ, ໂດຍສະເພາະແມ່ນຜົນກະທົບທາງເສດຖະກິດອັນຕໍ່ເນື່ອງຈາກ ພະຍາດໂຄວິດ-19, ລັດຖະບານ ໂດຍຜ່ານການຮ່ວມມືກັບ ອົງການ ສປຊ ໃນມື້ນີ້ໄດ້ລິເລີ່ມແຜນຮ່ວມມື ເພື່ອສ້າງຄວາມເຂັ້ມແຂງເພີ່ມຕື່ມໃຫ້ແກ່ການສະໜອງທຶນຕໍ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແຕ່ປີ 2021-2025.
ພະນັກງານສາທາລະນະສຸກຜູ້ໄປຕາມບ້ານຕ່າງໆເພື່ອສັກຢາກັນພະຍາດໃຫ້ເດັກນ້ອຍ
- ໃນວັນທີ 26 ກຸມພາ 2021, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ (ສປຊ) ປະຈຳ ສປປ ລາວ, ໄດ້ຈັດກອງປະຊຸມວິຊາການຄະນະກໍາມະການຊີ້ນຳຮ່ວມລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ຢູ່ທີ່ ສູນການຝຶກອົບຮົມ ແລະ ການຮ່ວມມື (ICTC), ນະຄອນຫຼວງວຽງຈັນ
ການສຶກສານີ້ ວິເຄາະກ່ຽວກັບຕ່ອງໂສ້ມູນຄ່າສາລີ ສໍາລັບການສົ່ງອອກ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.