ຂ່າວສານ

ສປປ ລາວ ເລີ່ມໃຫ້ບໍລິການສັກວັກຊີນກັນພະຍາດໂຄວິດ-19 ທີ່ໄດ້ຮັບຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility)

02 ເມສາ 2021

ລັດຖະບານ ສປປ ລາວ ລົງມືຈັດຕັ້ງປະຕິບັດເເຜນການສັກວັກຊິນ ໂດຍສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດ ເພື່ອເປັນບາດກ້າວຕໍ່ໄປໃນການຢຸດຕິການເເຜ່ລະບາດຂອງພະຍາດໂຄວິດ-19

ນະຄອນຫຼວງວຽງຈັນ, 2 ເມສາ 2021 - ໃນມື້ນີ້ ສປປ ລາວ ໄດ້ເລີ່ມຕົ້ນການໃຫ້ບໍລິການສັກວັກຊີນກັນພະຍາດໂຄວິດ-19 ທີ່ໄດ້ຮັບຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility). ການໃຫ້ບໍລິການສັກວັກຊີນຄັ້ງນີ້ເເມ່ນໄດ້ຖືກຈັດຂື້ນຢູ່ທີ່ໂຮງໝໍມິດຕະພາບ ເປັນເວລາສອງມື້, ຈາກວັນທີ 2 ຫາ 3 ເມສາ, ເເລະ ຈະສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ ຈຳນວນທັງໝົດປະມານ 4000 ຄົນ. ພາຍຫຼັງການໃຫ້ບໍລິການສັກວັກຊີນໃນຄັ້ງນີ້, ວັກຊີນເຫຼົ່ານີ້ຈະໄດ້ຖືກນຳໃຊ້ໃນໂຮງໝໍ 7 ແຫ່ງໃນນະຄອນຫລວງວຽງຈັນ ແລະ ໃນຂັ້ນແຂວງ.

ວັກຊີນທີ່ໄດ້ຖືກນຳໃຊ້ໃນການໃຫ້ບໍລິການໃນຄັ້ງນີ້ເເມ່ນໄດ້ນຳເຂົ້າມາ ສປປ ລາວ ໃນວັນທີ່ 20 ມີນາ ຜ່ານໂຄງການ COVAX Facility, ໂດຍຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO), ເຊີ່ງປະກອບມີວັກຊີນ AstraZeneca/Oxford ຈໍານວນ 132,000 ໂດສ ຜະລິດໂດຍສະຖາບັນ Serum ຂອງອິນເດຍ (Serum Institute of India). ວັກຊີນ AstraZeneca/Oxford ຊຸດນີ້ແມ່ນຊຸດທຳອິດ ຂອງຈໍານວນທັງໝົດ 480,000 ໂດສ ທີ່ຈະໄດ້ຈັດສົ່ງໃຫ້ກັບ ສປປ ລາວ ໃນປີນີ້. ໂຄງການ COVAX Facility ມີເປົ້າໝາຍທີ່ຈະສະໜອງຈຳນວນວັກຊີນໃຫ້ພຽງພໍເພື່ອໃຫ້ກວມເອົາຢ່າງໜ້ອຍ 20% ຂອງປະຊາກອນໃນປີນີ້.

ທ່ານ ດຣ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ກ່າວວ່າ “ການໃຫ້ບໍລິການສັກວັກຊີນກັນພະຍາດໂຄວິດ-19 ໂດຍນໍາໃຊ້ ວັກຊີນ AstraZeneca/Oxford ຊຸດທຳອິດຈາກໂຄງການ COVAX Facility ໃນຄັ້ງນີ້ເປັນບາດກ້າວອັນສຳຄັນສຳລັບ ສປປ ລາວ ໃນເປົ້າໝາຍການຢຸດຕິການເເຜ່ລະບາດຂອງພະຍາດໂຄວິດ-19.” ທ່ານຍັງໄດ້ກ່າວອີກວ່າ “ເພື່ອເອົາຊະນະໂຄວິດ-19, ພວກເຮົາທູກຄົນຕ້ອງຮ່ວມມືຮ່ວມໃຈກັນ. ການສັກວັກຊີນໃຫ້ກັບຜູ້ທີ່ຢູ່ໃນກຸ່ມທີ່ມີຄວາມສ່ຽງສູງທີ່ສຸດ ເເມ່ນມີຄວາມສຳຄັນເປັນຢ່າງສູງເພື່ອຊ່ວຍປົກປ້ອງຊຸມຊົນຂອງພວກເຮົາຈາກໂຄວິດ-19.”

ອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ, ກຸ່ມບູລິມະສິດສຳລັບການສັກວັກຊີນໃນ ສປປ ລາວ ເເມ່ນ ກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ. ກຸ່ມບູລິມະສິດ ປະກອບມີບຸກຄະລາກອນທາງການແພດ, ຜູ້ສູງອາຍຸທີ່ມີອາຍຸຫຼາຍກວ່າ 60 ປີ ແລະ ຄົນທີ່ເປັນພະຍາດຊໍ້າເຮື້ອ. ລວມທັງ ບຸກຄະລາກອນທີ່ມີຄວາມສ່ຽງ ໂດຍອີງໃສ່ລັກສະນະຂອງວຽກ ແລະ ຄວາມສ່ຽງຕໍ່ການ ຕິດເຊື້ອພະຍາດໂຄວິດ-19 ເຊັ່ນ ບຸກຄະລາກອນທີ່ເຮັດວຽກຢູ່ເຂດສູນຈໍາກັດບໍລິເວນ ເເລະ ພະນັກງານການທູດ.

ທ່ານ ດຣ Mark Jacobs, ຜູ້ຕາງໜ້າອົງການອະນາໄມໂລກ, ກ່າວວ່າ “ບໍ່ມີປະເທດໃດທີ່ຈະປອດໄພຈາກ ໂຄວິດ-19 ຈົນກວ່າທຸກໆປະເທດຈະໄດ້ຮັບການປ້ອງກັນ ແລະ ວັກຊີນກໍຄືກະແຈອັນສໍາຄັນທີ່ຈະຊ່ວຍພວກເຮົາບັນລຸເປົ້າໝາຍນີ້. ວັກຊີນກັນພະຍາດໂຄວິດ-19 ນີ້ແມ່ນໄດ້ກວດສອບຢ່າງລະອຽດຮອບຄອບໂດຍ ອົງການອະນາໄມໂລກ ແລະ ໄດ້ຖືກປະເມີນວ່າມີຄຸນນະພາບ, ປອດໄພ ແລະ ມີປະສິທິຜົນ.” ທ່ານຍັງໄດ້ກ່າວຕື່ມອີກວ່າ “ຂ້າພະເຈົ້າ ຂໍສະແດງຄວາມຍິນດີກັບລັດຖະບານແຫ່ງ ສປປ ລາວ ສໍາລັບການຈັດກຽມການໃຫ້ບໍລິການການສັກວັກຊີນໃນຄັ້ງນີ້ ຢ່າງມີປະສິດທິພາບ ແລະ ວ່ອງໄວ, ພາຍໃນເວລາອັນບໍ່ດົນຫລັງຈາກທີ່ໄດ້ຮັບການຈັດສົ່ງວັກຊີນໂຄວິດ-19 ຈາກ COVAX Facility.”

ວັກຊີນທີ່ຈະໃຊ້ໃນ ສປປ ລາວ ໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ ເຊິ່ງກະຊວງສາທາລະນະສຸກ - ກົມອາຫານ ແລະ ຢາ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງຕ່າງໆແລ້ວ. ວັກຊີນ AstraZeneca ທີ່ໄດ້ຮັບອະນຸຍາດໃຫ້ສະຖາບັນ Serum ຂອງອິນເດຍ ທີ່ໄດ້ສະໜອງຜ່ານໂຄງການ COVAX Facility ໄດ້ຖືກອະນຸມັດໃຫ້ນໍາໃຊ້ສຸກເສີນ ໂດຍກະຊວງສາທາລະນະສຸກ ໃນວັນທີ 22 ກຸມພາ, ຫຼັງຈາກໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 15 ກຸມພາ.

ທ່ານນາງ ດຣ ເພຍ ເຣເບນໂຣ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ກ່າວວ່າ “ອົງການຢູນິເຊັບມີຄວາມພາກພູມໃຈທີ່ໄດ້ມີບົດບາດໃນການຈັດຊື້ວັກຊີນໂຄວິດ-19 ສໍາລັບ ສປປ ລາວ ຜ່ານໂຄງການ COVAX Facility ເເລະ ການສະໜັບສະໜູນຈາກຄູ່ຮ່ວມງານ. ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ເຫັນວ່າວັກຊີນທີ່ອົງການພວກເຮົາໄດ້ຊ່ວຍຈັດຊື້ນັ້ນເເມ່ນໄດ້ນຳໃຊ້ເເລ້ວຢູ່ໃນ ສປປ ລາວ ເພື່ອຊ່ວຍຢຸດຕິການເເຜ່ລະບາດຂອງພະຍາດໂຄວິດ-19 ເເລະ ສົ່ງເສີມສຸຂະພາບດີສຳລັບທຸກຄົນ.” ທ່ານນາງ ໄດ້ກ່າວຕື່ມອີກວ່າ “ອົງການຢູນິເຊັບ ເເລະ ອົງການອະນາໄມໂລກ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດ ແລະ ໃຫ້ການຊ່ວຍເຫຼືອດ້ານວິຊາການ ແກ່ລັດຖະບານແຫ່ງ ສປປ ລາວ ເພື່ອຮັບປະກັນການເຂົ້າເຖິງວັກຊິນ ໂຄວິດ-19 ຢ່າງທົ່ວເຖິງໃນປະເທດ.”

--- ຈົບບົດຂ່າວ ---

ຂໍ້ມູນຕິດຕໍ່

ທ່ານ ວິຊິດ ຄຳລືຊາ, ຫົວໜ້າສູນສື່ສານເພື່ອສຸຂະພາບ ເເລະ ສຸຂະສຶກສາ, +856 20 2250 2862, vkhamlusa@yahoo.com

Maria Fernandez, ຫົວໜ້າພະແນກສື່ສານ, ອົງການຢູນິເຊັບ ປະຈໍາ ສປປ ລາວ, ໂທ +856 20 5551 9681, ອີເມວ mfernandez@unicef.org

Vannaseng Insal, ທີ່ປຶກສາດ້ານການສື່ສານ, ອົງການອະນາໄມໂລກປະຈໍາ ສປປ ລາວ, ໂທ +856 20 2811 8180, ອີເມວ insalv@who.int

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ
WHO
ອົງການອະນາໄມໂລກ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້