ການຮັບປະກັນໃຫ້ປະຊາກອນຜູ້ມີຄວາມສ່ຽງສາມາດເຂົ້າເຖິງການປິ່ນປົວທີ່ຈຳເປັນໄດ້ໃນໄລຍະເກີດການແຜ່ລະບາດຂອງ ພະຍາດໂຄວິດ-19
ເລື່ອງລາວຈາກ ກອງທຶນຮ່ວມຫຼາຍພາກສ່ວນເພື່ອຕອບໂຕ້ ແລະ ຟື້ນຟູຄືນຈາກ ພະຍາດໂຄວິດ-19 ຂອງ ສປຊ
ໂດຍໄດ້ຮັບການສະໜັບສະໜຸນຈາກ ກອງທຶນຮ່ວມຫຼາຍພາກສ່ວນເພື່ອຕອບໂຕ້ ແລະ ຟື້ນຟູຄືນຈາກ ພະຍາດໂຄວິດ-19 ຂອງ ສປຊ, ການຊ່ວຍເຫຼືອດ້ານວິຊາການທີ່ນຳພາໂດຍ ອົງການ UNFPA ແລະ UNAIDS, ແລະ UNICEF ໃນການສົ່ງເສີມບໍລິການສຸຂະພາບທີ່ຈຳເປັນໃນໄລຍະເກີດການແຜ່ລະບາດຂອງ ພະຍາດໂຄວິດ-19 ໄດ້ກາຍເປັນອົງປະກອບທີ່ສຳຄັນໃຫ້ແກ່ການຕອບໂຕ້ພະຍາດຂອງ ສປປ ລາວ. ໜຶ່ງໃນອົງປະກອບຕົ້ນຕໍແມ່ນການທົດລອງນຳສະເໜີຄວາມອາດສາມາດດ້ານການປິ່ນປົວທາງໄກໃນລະດັບທ້ອງຖິ່ນ, ຊ່ວຍໃຫ້ປະຊາຊົນທຸກຄົນສາມາດເຂົ້າເຖິງການປິ່ນປົວທີ່ມີຄວາມຍືດຍຸ່ນ ແລະ ຕອບສະໜອງໄດ້ຕໍ່ຄວາມຕ້ອງການຂອງຜູ້ທີ່ຕ້ອງໄດ້ແຍກປ່ຽວ ຫຼື ບ່ອນທີ່ຕ້ອງການຈຳກັດການບໍລິການແບບໂຕຕໍ່ໂຕ. ການທົດລອງດັ່ງກ່າວຖືກອອກແບບມາເພື່ອຊ່ວຍໃຫ້ແມ່ທີຖືພາ ແລະ ແມ່ທີ່ກຳລັງໃຫ້ນົມລູກສາມາດເຂົ້າເຖິງການບໍລິການ ແລະ ຂໍ້ມູນຂ່າວສານດ້ານສຸຂະພາບ, ທັງຍັງຮັບປະກັນໃຫ້ຜູ້ປ່ວຍ HIV ສາມາດເຂົ້າເຖິງຢາທີ່ຊ່ວຍຮັກສາຊີວິດຂອງພວກເຂົາ ແລະ ຂໍ້ມູນດ້ານການປິ່ນປົວໄດ້ນຳອີກ.
ຜູ້ສະໜອງບໍລິການສຸຂະພາບໃນ 3 ເມືອງທີ່ຖືກຄັດເລືອກຂອງ ແຂວງຫຼວງພະບາງ ແມ່ນໄດ້ຮັບການສະໜັບສະໜຸນ ແລະ ການຝຶກອົບຮົມດ້ານວິຊາການ ເພື່ອຮັບປະກັນໃຫ້ສະຖານທີ່ປິ່ນປົວແຕ່ລະບ່ອນມີຂີດຄວາມສາມາດໃນການຈັດຕັ້ງປະຕິບັດການປ້ອງກັນ ແລະ ຄວບຄຸມການຕິດເຊື້ອທີ່ຈຳເປັນ, ການແຍກປ່ຽວຜູ້ປ່ວຍ ແລະ ການຄັດກອງຄວາມສ່ຽງ. ຍັງມີການສະໜອງຄວາມຊ່ວຍເຫຼືອເພີ່ມເຕີມດ້ານການປະເມີນຄວາມສ່ຽງ ເພື່ອກຳນົດຄວາມເປັນໄປໄດ້ໃນການຫັນປ່ຽນຈາກການສະໜອງບໍລິການສຸຂະພາບກ່ອນ ແລະ ຫຼັງເກີດໃນຮູບແບບນັດເວລາລ່ວງໜ້າ ມາເປັນວິທີການສື່ສານທາງໄກແທນ, ທີ່ລວມມີການໃຫ້ຄຳປຶກສາ ແລະ ສົນທະນາທາງໄກ. ເພື່ອໃຫ້ສາມາດສະໜອງການບໍລິການດັ່ງກ່າວໃນ 3 ເມືອງຂອງ ແຂວງຫຼວງພະບາງ ໄດ້ນັ້ນ, ພວກເຂົາຈຳເປັນຕ້ອງໄດ້ມີຂໍ້ມູນທີ່ຖືກຕ້ອງກ່ຽວກັບຈຳນວນຂອງແມ່ຍິງຖືພາໃນພື້ນທີ່ ແລະ ພັດທະນາເຄື່ອງມື ແລະ ການຝຶກອົບຮົມທີ່ເໝາະສົມຂຶ້ນ ເພື່ອຮັບປະກັນໃຫ້ສາມາດສົ່ງຕໍ່ຂໍ້ມູນດ້ານສຸຂະພາບ ແລະ ຫຼັກປະຕິບັດທີ່ສະໜັບສະໜຸນດ້ານຈິດຕະສັງຄົມ ຜ່ານທາງໂທລະສັບໄດ້. ການສະໜອງການສະໜັບສະໜຸນດ້ານຈິດຕະສັງຄົມໃຫ້ແກ່ແມ່ຍິງ ໂດຍຜ່ານສາຍດ່ວນແຫ່ງຊາດ ໂດຍຮ່ວມມືກັບ ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມ ແລະ, ສູນໄວໜຸ່ມນະຄອນຫຼວງ ຍັງຄົງສືບຕໍ່ປະຕິບັດຢ່າງມີປະສິດທິພາບ.
ທ່ານນາງ ແຂກກໍ ໄຊຍະເດດ, ຫົວໜ້າສຸກສາລາຜາເກັ່ງ, ເມືອງພູຄູນ, ແຂວງຫຼວງພະບາງ, ໄດ້ກ່າວວ່າ: “ພວກເຮົາໄດ້ຮັບຄວາມຮູ້ໃໝ່ຜ່ານການຝຶກອົບຮົມ ທັງຍັງໄດ້ຮັບເຄື່ອງມື ແລະ ອຸປະກອນທີ່ຈຳເປັນຕ່າງໆ, ເຊັ່ນ: ນ້ຳຢາລ້າງມື, ອຸປະກອນຂ້າເຊື້ອ ແລະ ເຄື່ອງມືສື່ສານ ທີ່ລວມມີໂທລະໂຂ່ງ ແລະ ໂທລະສັບມືຖື ເພື່ອຕິດຕາມວຽກງານສູຂະພາບແມ່ ແລະ ເດັກ. ພາຍຫຼັງການຝຶກອົບຮົມ, ພວກເຮົາໄດ້ປະຕິບັດການເວັ້ນໄລຍະຫ່າງທາງສັງຄົມ ແລະ ຈັດຕັ້ງຈຸດຄັດກອງ ແລະ ອ່າງລ້າງມືຢູ່ໃນສູນຂອງພວກເຮົາ. ພວກເຮົາຍັງໄດ້ສືບຕໍ່ປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ທັງຍັງຊຸກຍູ້ໃຫ້ຜູ້ມາໃຊ້ບໍລິການຢູ່ສູນລ້າງມືໃຫ້ສະອາດ.”
ເຕັກໂນໂລຊີດັ່ງກ່າວຊ່ວຍໃຫ້ທຸກຂະແໜງການໃນ ສປປ ລາວ ສາມາດພິຈາລະນາວິທີທີ່ດີທີ່ສຸດໃນການສະໜອງບໍລິການໃຫ້ແກ່ຊຸມຊົນ. ວິທີການດ້ານນະວັດຕະກຳນີ້ແມ່ນສ່ວນໜຶ່ງຂອງແຜນງານ ເພື່ອຊ່ວຍຮັກສາບໍລິການດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ເຍົາວະຊົນ. ການທົດລອງດັ່ງກ່າວໄດ້ສ້າງຜົນໄດ້ຮັບດ້ານບວກ ແລະ ຜູ້ໃຫ້ບໍລິການສຸຂະພາບກໍ່ໄດ້ຖືເອົາຄວາມອາດສາມາດດ້ານການປິ່ນປົວທາງໄກເປັນວິທີທີ່ມີປະສິດທິພາບ ແລະ ປະສິດທິຜົນໃນການສະໜອງການປິ່ນປົວ, ໂດຍສະເພາະໃນ ເມືອງໂພນທອງ ບ່ອນທີ່ເຂົ້າເຖິງບໍລິການສຸຂະພາບໄດ້ຍາກ, ແມ້ແຕ່ໃນຊ່ວງທີ່ບໍ່ມີການລະບາດຂອງ ພະຍາດໂຄວິດ-19. ສຳຄັນແມ່ນຕ້ອງໃຫ້ຜູ້ປ່ວຍໄດ້ຮັບການຊ່ວຍເຫຼືອ ຫຼື ຖືກສົ່ງໂຕໄປປິ່ນປົວໂດຍທັນທີຕາມຄວາມຈຳເປັນ ແລະ ໃຫ້ຜູ້ໃຫ້ບໍລິການສຸຂະພາບໄດ້ຮັບການພັດທະນາຄວາມຮູ້ ແລະ ທັກສະທີ່ກ່ຽວຂ້ອງກັບການກວດສຸຂະພາບແຕ່ຫົວທີໃຫ້ແມ່ຍິງຖືພາທີ່ມີຄວາມສ່ຽງ ແລະ ເດັກນ້ອຍທີ່ສົ່ງສັນຍານອັນຕະລາຍ. ມາຮອດປັດຈຸບັນ, ແມ່ຍິງຖືພາ 1,762 ຄົນແມ່ນໄດ້ຮັບຄຳປຶກສາທາງໄກກ່ຽວກັບສຸຂະພາບກ່ອນ ແລະ ຫຼັງເກີດລູກ ພ້ອມທັງແມ່ນຍິງອີກ 35,988 ຄົນທີ່ໄດ້ຮັບບໍລິການດ້ານສຸຂະພາບຈະເລີນພັນທີ່ຈຳເປັນ.
ທ່ານນາງ ແຂກກໍ ໄຊຍະເດດ ໄດ້ກ່າວຕື່ມອີກວ່າ: “ພວກເຮົາໄດ້ໂທລະສັບແບບເຫັນພາບ ແລະ ໂທລະສັບແບບທົ່ວໄປຫາບັນດາແມ່ທີ່ເກີດລູກ ແລະ ຜູ້ຍິງຖືພາ ເພື່ອໃຫ້ພວກເຂົາສາມາດຖາມຄຳຖາມ ແລະ ຕິດຕາມສຸຂະພາບກັບພະນັກງານແພດໝໍ, ເຖິງແມ່ນວ່າຈະບໍ່ສາມາດເດີນທາງມາສູນປິ່ນປົວໄດ້ກໍ່ຕາມ. ຖ້າພວກເຮົາບໍ່ສາມາດຕິດຕໍ່ຫາພວກເຂົາໄດ້, ພວກເຮົາກໍ່ຈະໂທຫາອຳນາດການປົກຄອງບ້ານ ເພື່ອເຮັດນັດໝາຍຕິດຕາມການຖືພາ ຫຼື ການໃຫ້ນົມລູກຫຼັງເກີດຂອງພວກເຂົາ. ການບໍລິການສຸຂະພາບທາງໄກແມ່ນວິທີທີ່ມີປະສິດທິພາບໃນການສືບຕໍ່ຕິດຕາມສຸຂະພາບຂອງແມ່ ແລະ ເດັກ ເພື່ອຮັບປະກັນໃຫ້ພວກເຂົາປອດໄພ.”
ການໃຫ້ຄຳປຶກສາທາງໄກດ້ານບໍລິການສຸຂະພາບກ່ອນ ແລະ ຫຼັງເກີດລູກ
ໃນຂະນະທີ່ການບໍລິການປິ່ນປົວທາງໄກແມ່ນມີປະໂຫຍດເປັນຢ່າງສູງຕໍ່ຜູ້ໃຫ້ບໍລິການ ແລະ ຜູ້ປ່ວຍທີ່ໃຊ້ບໍລິການ, ຍັງຄົງມີຂໍ້ຫຍຸ້ງຍາກບາງປະການ ທີ່ລວມມີເຄືອຂ່າຍໂທລະຄົມມະນາຄົມທີ່ຈຳກັດໃນເຂດຫ່າງໄກສອກຫຼີກ ແລະ ຂໍ້ຫຍຸ້ງຍາກດ້ານພາສາໃນການເຮັດວຽກຢ່າງໃກ້ຊິດກັບກຸ່ມຊົນເຜົ່າເຊັ່ນ: ມົ້ງ ຫຼື ຂະມຸ. ເຖິງແມ່ນວ່າບາງບ່ອນຈະບໍ່ສາມາດເຂົ້າເຖິງອິນເຕີເນັດໄດ້, ແຕ່ກໍ່ຍັງສາມາດໃຫ້ບໍລິການຜ່ານໂທລະສັບຕັ້ງໂຕະ ແລະ ຜ່ານອາສາສະໝັກປິ່ນປົວຂັ້ນບ້ານ ຫຼື ຄອບຄົວໃຫ້ຊ່ວຍແປພາສາໃຫ້ໃນກໍລະນີທີ່ພົບພໍ້ກັບຄວາມຫຍຸ້ງຍາກດ້ານພາສາ.
ເພື່ອທົດສອບບໍລິການປິ່ນປົວທາງໄກເພີ່ມຕື່ມ, ການທົດລອງຈຶ່ງໄດ້ຖືກລວມເຂົ້າໄວ້ໃນ ແຜນງານສົ່ງເສີມສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ເຍົາວະຊົນ 2021 ເພື່ອຊ່ວຍໃຫ້ອີກ 5 ແຂວງ, ທີ່ລວມມີ ສະຫວັນນະເຂດ, ບໍລິຄຳໄຊ, ບໍ່ແກ້ວ, ຈຳປາສັກ ແລະ ອຸດົມໄຊ, ໄດ້ຮັບການຝຶກອົບຮົມ ແລະ ຊັບພະຍາກອນທີ່ເໝາະສົມ ແລະ ໃຫ້ສາມາດເລີ່ມຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້. ວຽກງານປິ່ນປົວທາງໄກຍັງໄດ້ຖືກແນະນຳໃຫ້ສືບຕໍ່ປະຕິບັດເປັນສ່ວນໜຶ່ງຂອງການບໍລິການສຸຂະພາບແບບປົກກະຕິພາຍຫຼັງວິກິດການ ໂຄວິດ-19 ສິ້ນສຸດລົງ, ໂດຍສະເພາະໃນຊ່ວງເກີດໄພນ້ຳຖ້ວມ ທີ່ແມ່ຍິງອາດຖືກໂດດດ່ຽວ.
ສຳລັບຜູ້ປ່ວຍ HIV, ການເຂົ້າເຖິງການປິ່ນປົວແມ່ນໄດ້ຮັບການປັບປຸງດີຂຶ້ນ ໂດຍຜ່ານການສະໜບັສະໜຸນຈາກ 2 ອົງການຈັດຕັ້ງທາງສັງຄົມ. ຜູ້ປ່ວຍ HIV ປະມານ 1,000 ຄົນແມ່ນໄດ້ຮັບການສະໜັບສະໜຸນໃຫ້ໄດ້ຮັບ ຢາຕ້ານເຊື້ອພະຍາດ (ARV) ໂດຍຜ່ານ 3 ຊ່ອງທາງຮັບຢາ ເພື່ອຊ່ວຍຫຼຸດຜ່ອນຄວາມແອອັດຢູ່ສະຖານປິ່ນປົວ ແລະ ຮັບປະກັນໃຫ້ຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກເຂົ້າເຖິງຢາໄດ້ໃນໄລຍະປິດເຂດແດນລະຫວ່າງແຂວງ, ທີ່ລວມມີຊ່ອງທາງດ່ວນ, ຊ່ອງທາງຮັບຢາແບບໂຕຕໍ່ໂຕ ແລະ ຊ່ອງທາງແບບກຸ່ມ. ຜູ້ປ່ວຍ HIV ສາມາດຮັບຢາໂດຍຜ່ານຊ່ອງທາງການແຈກຢາຍແບບກຸ່ມ, ນຳໃຊ້ເຄືອຂ່າຍທ້ອງຖິ່ນ ຫຼື ເຮັດວຽກຮ່ວມກັບຜູ້ສະໜອງຢາ ເພື່ອຮັບປະກັນໃຫ້ຢາຜ່ານຊ່ອງທາງດ່ວນ ແລະ ທີ່ໄດ້ສັ່ງໄວ້ລ່ວງໜ້າຖືກແຈກຢາຍກ່ອນເກີດການແຜ່ລະບາດຂອງ ພະຍາດໂຄວິດ-19.
ຄຳແນະນຳຂັ້ນຊຸມຊົມໃນການສະໜອງບໍລິການປິ່ນປົວທາງໄກໃຫ້ແກ່ຜູ້ປ່ວຍ HIV ໃນສະຖານທີ່ປິ່ນປົວດ້ວຍຢາ ARV ກໍ່ໄດ້ຖືກສ້າງຂຶ້ນ. ໃນນັ້ນປະກອບມີຜູ້ເຂົ້າຮ່ວມປະມານ 50 ຄົນ ທີ່ລວມມີຜູ້ປ່ວຍ HIV, ພະຍາບານ ແລະ ໝໍ ທີ່ກຳລັງເຮັດວຽກໃນສະຖານປິ່ນປົວ ໄດ້ຮັບການຝຶກອົບຮົມກ່ຽວກັບຄຳແນະນຳໃນການສະໜອງການສະໜັບສະໜຸນທາງໄກດ້ານການສ້າງຄວາມເຂົ້າໃຈຕໍ່ຢາ ARV, ລວມທັງການສະໜັບສະໜຸນດ້ານການປິ່ນປົວ ແລະ ຈິດຕະສັງຄົມໃນລະຫວ່າງການແຜ່ລະບາດ. ຜູ້ເຂົ້າຮ່ວມໄດ້ຮັບການຝຶກອົບຮົມກ່ຽວກັບເຕັກນິກໃນການສະໜອງບໍລິການປິ່ນປົວທາງໄກ, ລວມທັງການສະໜອງຂໍ້ຄວາມທີ່ໄດ້ຮັບການປັບປຸງກ່ຽວກັບສະຖານະການໂຄວິດ-19 ແລະ ຂໍ້ມູນຂ່າວສານລ່າສຸດກ່ຽວກັບການປິ່ນປົວໃຫ້ແກ່ກຸ່ມເປົ້າໝາຍ.
ທ່ານນາງ ດາວວອນ ອຸໄທວົງ, ອາສາສະໝັກຈາກ ແຂວງຫຼວງພະບາງ, ໄດ້ແບ່ງປັນວ່າ “ກ່ອນເກີດການແຜ່ລະບາດ, ຜູ້ປ່ວຍທຸກຄົນແມ່ນໄດ້ມາຮັບຢາ ARV ດ້ວຍຕົນເອງ. ແຕ່ໃນໄລຍະປິດເມືອງໄດ້ເຮັດໃຫ້ການຮັບຢາໃນຮູບແບບດັ່ງກ່າວບໍ່ສາມາດເປັນໄປໄດ້ແລ້ວ. ພວກເຮົາມີຜູ້ປ່ວຍ 30 ຄົນ ທີ່ມາຈາກກຸ່ມຜູ້ດ້ອຍໂອກາດ ແລະ ມີລາຍຮັບຕ່ຳ ແລະ ອາໄສຢູ່ເມືອງທີ່ຢູ່ຫ່າງໄກຂອງ ແຂວງຫຼວງພະບາງ. ເພື່ອຮັບປະກັນໃຫ້ພວກເຂົາທັງໝົດໄດ້ຮັບຢາ, ພວກເຮົາຈຶ່ງໄດ້ນຳສົ່ງຢາໃຫ້ແກ່ພວກເຂົາ ໂດຍຜ່ານລົດຈັກ ແລະ ບໍລິການຮັບສົ່ງທ້ອງຖິ່ນ. ພາຍຫຼັງການປິດເມືອງສິ້ນສຸດລົງ, ພວກເຮົາກໍ່ໄດ້ສືບຕໍ່ສະໜອງຂໍ້ມູນ ແລະ ຄວາມຮູ້ກ່ຽວກັບການປ້ອງກັນການແຜ່ລະບາດຂອງ ພະຍາດໂຄວິດ-19. ພວກເຮົາຍັງໄດ້ຮັບການຝຶກອົບຮົມກ່ຽວກັບວິທີໃນການສະໜອງບໍລິການປິ່ນປົວທາງໄກໃຫ້ແກ່ກຸ່ມເປົ້າໝາຍ ແລະ ຂ້າພະເຈົ້າກໍ່ພົບວ່າມັນມີປະໂຫຍດຫຼາຍ.”
“ໂຄງການນີ້ແມ່ນນຳໃຊ້ວິທີການທີ່ມີຄວາມຍືນຍົງ, ສ້າງຄວາມເປັນເຈົ້າການ ແລະ ສົ່ງເສີມນະວັດຕະກຳ. ຜູ້ເຄື່ອນໄຫວວຽກງານໃນທ້ອງຖິ່ນແມ່ນໄດ້ຮັບການສະໜັບສະໜຸນໃນການວາງແຜນວຽກງານ ໂດຍອີງຕາມຫຼັກປະຕິບັດທີ່ດີຂອງສາກົນ. ຂີດຄວາມສາມາດແຫ່ງຊາດທີ່ໄດ້ຮັບການພັດທະນາພາຍໃຕ້ໂຄງການນີ້ແມ່ນໄດ້ຮັບການຮັກສາ ແລະ ເພີ່ມພູນຂຶ້ນ ໂດຍສ່ອງແສງຜ່ານບາງກໍລະນີຂອງການບໍລິການສຸຂະພາບເຊັ່ນ: ການປິ່ນປົວກ່ອນ ແລະ ຫຼັງເກີດລູກ, ເຖິງແມ່ນວ່າຈະຢູ່ໃນສະພາບວິກິດການ ໂຄວິດ-19 ກໍ່ຕາມ. ອີງຕາມຜົນໄດ້ຮັບ, ຫຼັກປະຕິບັດດັ່ງກ່າວຈະຖືກເສີມຂະຫຍາຍ ເພື່ອໃຫ້ບໍລິການສຸຂະພາບກວມເອົາກຸ່ມປະຊາຊົນຜູ້ມີຄວາມສ່ຽງສູງສຸດໃນທົ່ວປະເທດ,” ທ່ານນາງ Mariam A. Khan, ຜູ້ຕາງໜ້າອົງານ UNFPA, ກ່າວ