ຊາວກະສິກອນຢູ່ ແຂວງຫົວພັນ ປັບປ່ຽນຊີວິດດ້ວຍການປູກກາເຟ
ສະຫະກອນກາເຟວັນໃໝ່ ແມ່ນຊຸມຊົນຂອງຄອບຄົວຕ່າງໆຢູ່ ແຂວງຫົວພັນ ທາງພາກເໜືອຂອງ ລາວ, ທີ່ມາໂຮມໂຕກັນ ເພື່ອປູກກາເຟ ເພື່ອປະລະອະດີດທີ່ເປັນບັນຫາໄວ້ທາງຫຼັງ.
ສະຫະກອນກາເຟວັນໃໝ່ ແມ່ນຊຸມຊົນຂອງຄອບຄົວຕ່າງໆຢູ່ ແຂວງຫົວພັນ ທາງພາກເໜືອຂອງ ລາວ, ທີ່ມາໂຮມໂຕກັນ ເພື່ອປູກກາເຟ ເພື່ອປະລະອະດີດທີ່ເປັນບັນຫາໄວ້ທາງຫຼັງ. ວັນໃໝ່ ແມ່ນຄຳສັບໃນພາສາລາວທີ່ມີຄວາມໝາຍຕາມໂຕຂອງມັນເລີຍ.
ດ້ວຍການສະໜັບສະໜຸນຈາກ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ແລະ ຄະນະກຳມະການແຫ່ງຊາດລາວ ເພື່ອກວດກາ ແລະ ຄວບຄຸມຢາເສບຕິດ (LCDC), ຊາວກະສິກອນ ວັນໃໝ່ 383 ຄົນຈຶ່ງໄດ້ລິເລີ່ມຫັນປ່ຽນໄປສູ່ການປູກກາເຟໃນຊ່ວງທ້າຍປີ 2016. ນັບແຕ່ນັ້ນມາ, ພວກເຂົາກໍ່ປະສົບຜົນສຳເລັດໃນຫຼາຍດ້ານ. ດ້ວຍການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ແລະ ນັກກະເສດສາດວິທະຍາຂອງ UNODC, ຊາວກະສິກອນຈຶ່ງສາມາດປູກກາເຟໃນພື້ນທີ່ປະມານ 400 ເຮັກຕ້າ ແລະ ສ້າງຕັ້ງສະຫະກອນຂອງຕົນຂຶ້ນ ເພື່ອດຳເນີນການແປຮູບ ແລະ ຂາຍຜະລິດຕະພັນກາເຟດ້ວຍຕົນເອງ ໃຫ້ແກ່ຕະຫຼາດລະດັບສູງໃນໂລກ.
ພາຍໃຕ້ໂຄງການພັດທະນາທາງເລືອກຂອງ UNODC, ສູນແຍກເມັດກາເຟຈຶ່ງໄດ້ຖືກສ້າງຕັ້ງຂຶ້ນໃນ 12 ຊຸມຊົນທີ່ປູກກາເຟ. ການກໍ່ສ້າງສາງ, ໂຮງບົດກາເຟ ແລະ ຫ້ອງການໃຫ້ແກ່ສະຫະກອນ - ເພື່ອໃຊ້ໄວ້ເປັນຮ້ານກາເຟຂອງຕົນເອງນຳ - ມີແຜນຈະເລີ່ມຕົ້ນໃນປີ 2021.
ວັນທີ 6 ເມສາ 2021 ຖືເປັນບາດກ້າວທີ່ສຳຄັນຂອງກຸ່ມກະສິກອນ ວັນໃໝ່. ໄດ້ມີການລົງນາມໃນສັນຍາຮ່ວມມືໄລຍະ 5 ປີຮ່ວມກັບ ບໍລິສັດຜະລິດກາເຟມາລົງໂກ ຈາກ ຝຣັ່ງ. ຄາດວ່າປະລິມານສົ່ງອອກກາເຟຈະເພີ່ມຂຶ້ນໃນຕະຫຼອດ 5 ປີ, ຈາກ 20 ໂຕນໃນປີ 2021 ເປັນ 200 ໂຕນໃນປີ 2025.
"ພວກເຮົາຈະປັບປຸງຄຸນນະພາບຂອງກາເຟຂອງພວກເຮົາ, ກໍ່ຄືຜະລິດກາເຟອິນຊີທີ່ປອດສານເຄມີອັນຕະລາຍ, ຍ້ອນພວກເຮົາຄິດວ່ານີ້ແມ່ນວິທີໃນການສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າ ແລະ ທັງຍັງເປັນການປົກປັກຮັກສາສິ່ງແວດລ້ອມນຳອີກ,“ ທ່ານ ສະໄຫວທອງ ຄູນສະຫວັນ, ປະທານສະຫະກອນວັນໃໝ່, ກ່າວ. “ພວກເຮົາເຊື່ອວ່າໂຄງການນີ້ຈະຊ່ວຍຊາວບ້ານໃນພື້ນທີ່ຕ່າງໆ, ໂດຍສະເພາະໃນບັນດາກຸ່ມບ້ານເປົ້າໝາຍທີ່ນອນຢູ່ໃນ 4 ເມືອງຂອງ ແຂວງຫົວພັນ, ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນໃນອະນາຄົດ.”
ໂດຍໄດ້ຮັບການສະໜັບສະໜຸນຈາກໂຄງການ, ວັນໃໝ່ ຈຶ່ງໄດ້ສ້າງຕັ້ງເຄືອຂ່າຍແມ່ຍິງຂຶ້ນ ແລະ ຄັດເລືອກເອົາສະມາຊິກ 12 ຄົນເຂົ້າໃນເຄືອຂ່າຍດັ່ງກ່າວ. ດ້ວຍຈຸດປະສົງໃນການສ້າງກຸ່ມນຳພາທີ່ເປັນແມ່ຍິງ, ໂຄງການນີ້ຈຶ່ງໄດ້ສະໜອງການຝຶກອົບຮົມແບບເລິກເຊິ່ງໃຫ້ແກ່ກຸ່ມດັ່ງກ່າວກ່ຽວກັບທຸລະກິດກາເຟ. ພາຍໃຕ້ການເປັນສະມາຊິກຂອງເຄືອຂ່າຍແມ່ຍິງ ແລະ ສະຫະກອນວັນໃໝ່, ທ່ານນາງ ເຊຍທໍ ເຢຍລາວ ຮູ້ສືກດີໃຈທີ່ສາມາດເຂົ້າຮ່ວມໃນໂຄງການຕັ້ງແຕ່ເລີ່ມຕົ້ນ. ລາວເຊື່ອວ່າໂຄງການນີ້ຈະສາມາດຊ່ວຍຄອບຄົວຂອງລາວ ແລະ ຄອບຄົວອື່ນໆໃນກຸ່ມບ້ານເປົ້າໝາຍ ໃຫ້ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້. “ຂ້າພະເຈົ້າຢາກຫາເງິນ ເພື່ອສົ່ງລູກໄປໂຮງຮຽນ ແລະ ໄວ້ຊື້ສິ່ງຂອງຈຳເປັນຢູ່ຕະຫຼາດ. ກ່ອນມີໂຄງການນີ້, ຂ້າພະເຈົ້າບໍ່ມີເງິນພໍທີ່ຈະເດີນທາງອອກຈາກແຂວງບ້ານເກີດເລີຍ. ໃນປັດຈຸບັນ, ຂ້າພະເຈົ້າສາມາດເດີນທາງໄປແຂວງຕ່າງໆໄດ້ແລ້ວ. ແລະ ໃນມື້ໜຶ່ງ, ຂ້າພະເຈົ້າຄິດວ່າຈະຫາເງິນໄດ້ພຽງພໍ ເພື່ອເດີນທາງໄປຕ່າງປະເທດ.” ລາວຍັງກ່າວຕື່ມອີກວ່າ: “ແຕ່ໃນຖານະແມ່ຍິງ, ພວກເຮົາກໍ່ມີຄວາມຫຍຸ້ງຍາກຢູ່. ແມ່ຍິງຫຼາຍຄົນໃນບ້ານຂອງຂ້າພະເຈົ້າບໍ່ສາມາດເວົ້າພາສາລາວໄດ້ຢ່າງຫຼ່ຽນໄຫຼ. ນີ້ຈຶ່ງເປັນສາເຫດຂອງຄວາມຫຍຸ້ງຍາກໃນການສື່ສານ ແລະ ໄດ້ຮັບຂໍ້ມູນທັງໝົດກ່ຽວກັບໂຄງການ.”
ທ່ານນາງ ແສງວິດາ ແສງມະນີວົງ, ຈາກ ບ້ານນາອໍ, ຜູ້ນຳເຄືອຂ່າຍແມ່ຍິງຂອງ ສະຫະກອນວັນໃໝ່, ພົບວ່າໂຄງການນີ້ມີປະໂຫຍດຫຼາຍສຳລັບທັງຕົນເອງ ແລະ ແມ່ຍິງຄົນອື່ນໆ ຍ້ອນວ່າດຽວນີ້ບໍ່ມີການປູກຝິ່ນອີກຕໍ່ໄປແລ້ວ. ລາວເຊື່ອໝັ້ນວ່າ: “ພວກເຮົາສາມາດສ້າງລາຍຮັບໂດຍບໍ່ຕ້ອງປູກຝິ່ນໄດ້. ຕ້ອງຂອບໃຈໂຄງການນີ້, ດຽວນີ້ພວກເຮົາມີລາຍຮັບທີ່ສູງຂຶ້ນກວ່າເກົ່າແລ້ວ. ພວກເຮົາສາມາດຊື້ຢາ ແລະ ເຄື່ອງໃຊ້ພາຍໃນຄົວເຮືອນໄດ້.” ບັນດາສະມາຊິກເຄືອຂ່າຍແມ່ຍິງຈາກ 12 ບ້ານຍັງໄດ້ເຂົ້າຮ່ວມການຝຶກອົບຮົມທົດສອບລົດຊາດກາເຟ ແລະ ຍົກສູງບົດບາດຍິງ-ຊາຍ ແລະ ພວກເຂົາຫວັງວ່າຈະມີໂອກາດໄດ້ເຂົ້າຮ່ວມການຝຶກອົບຮົມອື່ນໆອີກໃນອະນາຄົດ. ເຄືອຂ່າຍແມ່ຍິງຍັງໄດ້ສ້າງຕັ້ງກຸ່ມໄວ້ເພື່ອແລກປ່ຽນຄວາມຮູ້ລະຫວ່າງກັນເອງ. ທ່ານນາງ ແສງວິດາ ກ່າວຕື່ມອີກວ່າ: “ພວກເຮົາບໍ່ພຽງແຕ່ໂອ້ລົມກັນກ່ຽວກັບການປູກກາເຟເທົ່ານັ້ນ, ແຕ່ຍັງປຶກສາ ແລະ ແລກປ່ຽນກັນກ່ຽວກັບຫົວຂໍ້ຕ່າງໆທີ່ຕິດພັນກັບການດຳລົງຊີວີດ. ຮູ້ສືກວ່າພວກເຮົາມີຄວາມສາມັກຄີຍິ່ງຂຶ້ນ ໂດຍຜ່ານກິດຈະກຳເຫຼົ່ານີ້.”
ໂຄງການທີ່ນຳພາໂດຍ UNODC ນີ້ແມ່ນໄດ້ຖືກຂະຫຍາຍອອກໄປຮອດເດືອນທັນວາ 2023 ໂດຍອີງຕາມງົບປະມານທີ່ມີ, ເຊິ່ງມີຈຸດປະສົງທີ່ຈະສືບຕໍ່ສະໜັບສະໜຸນຄວາມພະຍາຍາມຂອງທ້ອງຖິ່ນໄປຈົນຮອດຢ່າງໜ້ອຍປີ 2025. ໃນຮອບວຽນຂອງໂຄງການທີ່ຈະມາເຖິງນີ້, UNODC ຈະສືບຕໍ່ສ້າງທັກສະການຄຸ້ມຄອງໃຫ້ແກ່ ສະຫະກອນວັນໃໝ່, ໂດຍອີງຕາມພື້ນຖານດ້ານປະຊາທິປະໄຕທີ່ເຂັ້ມແຂງ ທີ່ແນໃສ່ສົ່ງເສີມບົດບາດໃຫ້ແກ່ແມ່ຍິງ. ໂຄງການດັ່ງກ່າວຍັງແນໃສ່ເພີ່ມທະວີພື້ນທີ່ປູກກາເຟໃຫ້ໄດ້ 2 ເທົ່າໃນຊຸມປີຕໍ່ໜ້າ, ໂດຍມີເປົ້າໝາຍຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນປະໂຫຍດເພີ່ມຕື່ມໃນບັນດາຊຸມຊົມທີ່ຕ້ອງການຢຸດເຊົາການປູກຝິ່ນ, ໃນຂະນະດຽວກັນກໍ່ສ້າງສະຫະກອນທີ່ມີຄວາມຍືນຍົງ ແລະ ທົນທານດ້ານການເງິນ. ໂຄງການນີ້ໄດ້ຮັບການສະໜັບສະໜຸນດ້ານການເງິນຈາກ ລັດຖະບານລຸກຊຳບວກ, ສ. ອາເມລິກາ, ເຢຍລະມັນ, ແລະ ຍີ່ປຸ່ນ.