ຂ່າວສານ

ກອງປະຊຸມລະດັບຊາດກ່ຽວກັບລະບົບສະບຽງອາຫານ 2021 - ຮ່ວມມືກັນເພື່ອສ້າງລະບົບສະບຽງອາຫານທີ່ຍືນຍົງ

02 ມິຖຸນາ 2021

ນະຄອນຫຼວງວຽງຈັນ, 2 ມິຖຸນາ 2021 - ໃນມື້ນີ້, ກະຊວງກະສິກຳ ແລະ ປ່າໄມ້ (MAF), ໂດຍຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ອົງການ ສປຊ (UN), ໄດ້ຈັດ ກອງປະຊຸມລະດັບຊາດກ່ຽວກັບລະບົບສະບຽງອາຫານ 2021 ຂຶ້ນ ເພື່ອກະກຽມໃຫ້ແກ່ ກອງປະຊຸມສຸດຍອດລະບົບສະບຽງອາຫານໂລກ 2021. ກອງປະຊຸມລະດັບຊາດນີ້ຮ່ວມເປັນປະທານໂດຍ ລັດຖະມົນຕິກະຊວງກະສິກຳ ແລະ ປ່າໄມ້, ພະນະທ່ານ ປອ. ເພັດ ພົມພິພັກ, ແລະ ທ່ານນາງ ຊາຣາ ເຊັກເກນເນສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ທີ່ໄດ້ລວບລວມເອົາຄູ່ຮ່ວມງານທີ່ຫຼາກຫຼາຍຈາກທຸກລະດັບຂອງລະບົບສະບຽງອາຫານພາຍໃນປະເທດ ແລະ ເນັ້ນໜັກໃສ່ການປຶກສາຫາລືກັນຢ່າງຮອບດ້ານລະຫວ່າງຄູ່ຮ່ວມງານ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດໃນປີນີ້.

ເພື່ອເປັນສ່ວນໜຶ່ງຂອງ ແຜນງານ 10 ປີໃນການບັນລຸ ປພຍ ພາຍໃນປີ 2030, ກອງປະຊຸມສຸດຍອດລະບົບສະບຽງອາຫານ 2021 ແມ່ນແນໃສ່ສ້າງລະບົບສະບຽງອາຫານໃນອະນາຄົດໃນທົ່ວໂລກໃຫ້ມີຄວາມຍືນຍົງ ແລະ ທັງຍັງຈຸດປະກາຍວິທີທາງໃນການໄປເຖິງເປົ້າໝາຍດັ່ງກ່າວນຳອີກ. ທ່ານ Nasar Hayat, ຜູ້ຕາງໜ້າອົງການ FAO, ໄດ້ແບ່ງປັນວ່າ ລະບົບສະບຽງອາຫານ ແມ່ນການສ້າງຄວາມກ້າວໜ້າທີ່ສອດຄ່ອງ ແລະ ກວມລວມກັບການບັນລຸວິໄສທັດຂອງ ວາລະການພັດທະນາແບບຍືນຍົງ 2030. ມັນແມ່ນວຽກງານທີ່ກວມເອົາຫຼາຍຂະແໜງການ ແລະ ຄູ່ຮ່ວມງານທຸກຝ່າຍໃນລະບົບ - ນັບຕັ້ງແຕ່ການປູກຝັງໄປຈົນເຖິງການວາງແຜນ. “ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບສະບຽງອາຫານ ໃນທຸກລະດັບ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ”, ທ່ານ Nasar ກ່າວ.

ເພື່ອເປັນສ່ວນໜຶ່ງຂອງ ແຜນງານ 10 ປີໃນການບັນລຸ ປພຍ ພາຍໃນປີ 2030, ກອງປະຊຸມສຸດຍອດລະບົບສະບຽງອາຫານ 2021 ແມ່ນແນໃສ່ສ້າງລະບົບສະບຽງອາຫານໃນອະນາຄົດໃນທົ່ວໂລກໃຫ້ມີຄວາມຍືນຍົງ ແລະ ທັງຍັງຈຸດປະກາຍວິທີທາງໃນການໄປເຖິງເປົ້າໝາຍດັ່ງກ່າວນຳອີກ. ທ່ານ Nasar Hayat, ຜູ້ຕາງໜ້າອົງການ FAO, ໄດ້ແບ່ງປັນວ່າ ລະບົບສະບຽງອາຫານ ແມ່ນການສ້າງຄວາມກ້າວໜ້າທີ່ສອດຄ່ອງ ແລະ ກວມລວມກັບການບັນລຸວິໄສທັດຂອງ ວາລະການພັດທະນາແບບຍືນຍົງ 2030. ມັນແມ່ນວຽກງານທີ່ກວມເອົາຫຼາຍຂະແໜງການ ແລະ ຄູ່ຮ່ວມງານທຸກຝ່າຍໃນລະບົບ - ນັບຕັ້ງແຕ່ການປູກຝັງໄປຈົນເຖິງການວາງແຜນ. “ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບສະບຽງອາຫານ ໃນທຸກລະດັບ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ”, ທ່ານ Nasar ກ່າວ.

ໃນລະຫວ່າງກອງປະຊຸມລະດັບຊາດນີ້, ພະນະທ່ານ ປອ. ເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ໄດ້ເນັ້ນໜັກວ່າ “ກອງປະຊຸມລະດັບຊາດກ່ຽວກັບລະບົບສະບຽງອາຫານ ໃນຄັ້ງນີ້ແມ່ນບາດກ້າວເລີ່ມຕົ້ນທີ່ສຳຄັນໃນການລວບລວມເອົາຂະແໜງການລັດໃນທຸກລະດັບ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ເພື່ອມາຮ່ວມກັນປຶກສາຫາລືກ່ຽວກັບລະບົບສະບຽງອາຫານໃນ ສປປ ລາວ ແລະ ເພື່ອຕົກລົງເປັນເອກະພາບກັນດ້ານທິດທາງໃນການບັນລຸ ປພຍ 1 ແລະ ປພຍ 2.” ທ່ານລັດຖະມົນຕີຍັງໄດ້ເນັ້ນໜັກວ່າກອງປະຊຸມພາຍໃຕ້ຫົວຂໍ້ຫຼັກໃນຄັ້ງນີ້ຍັງສອດຄ່ອງກັບບຸລິມະສິດແຫ່ງຊາດຂອງ ສປປ ລາວ ທີ່ສະທ້ອນຜ່ານ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ (NSEDP) ແລະ ຍຸດທະສາດການພັດທະນາກະສິກຳ (ADS).

ໃນຊ່ວງຊຸມປີທີ່ຜ່ານມາ, ສປປ ລາວ ໄດ້ສ້າງຄວາມຄືບໜ້າຢ່າງໃຫຍ່ຫຼວງຕໍ່ກັບ ປພຍ ແລະ ການສ້າງລະບົບສະບຽງອາຫານໃຫ້ມີຄວາມຍືນຍົງຂຶ້ນຕື່ມ. ເຖິງແມ່ນວ່າ ສປປ ລາວ ຕ້ອງໄດ້ປະເຊີນກັບບັນຫາທ້າທາຍຫຼາຍປະການ ແລະ ຍັງມີຄວາມອ່ອນໄຫວຕໍ່ການປ່ຽນແປງດ້ານສະພາບອາກາດຢູ່ກໍ່ຕາມ, ລັດຖະບານກໍ່ໄດ້ຈັດຕັ້ງປະຕິບັດຫຼາຍນະໂຍບາຍ ແລະ ກອບວຽກ ທີ່ຊ່ວຍສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການສ້າງລະບົບສະບຽງອາຫານໃຫ້ມີຄວາມຍືນຍົງຂຶ້ນຕື່ມໃນ ສປປ ລາວ.

ທ່ານນາງ ຊາຣາ ເຊັກເກນເນສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ໄດ້ເນັ້ນຢ້ຳເຖິງຄວາມສຳຄັນຂອງກອງປະຊຸມລະດັບຊາດໃນຄັ້ງນີ້, ໂດຍເນັ້ນໜັກໃສ່ການຮ່ວມມືກັນໃນຂັ້ນຕອນນີ້ ແລະ ຄວາມເປັນໄປໄດ້ໃນການເລັ່ງລັດຄວາມຄືບໜ້າຂອງ ປພຍ ໃນ ລາວ, “4 ຫົວຂໍ້ຫຼັກຂອງການປຶກສາຫາລືໃນຄັ້ງນີ້ແມ່ນສ່ວນເສີມທີ່ດີຕໍ່ກອບວຽກ ‘5P’ ຂອງ ປພຍ ທີ່ກ່ຽວຂ້ອງກັບປະຊາຊົນ, ໂລກ, ຄວາມຈະເລີນຮູ່ງເຮືອງ, ສັນຕິພາບ ແລະ ການເປັນຄູ່ຮ່ວມມື. ທັງສອງກອບວຽກແມ່ນມີຄວາມກ່ຽວພັນກັນ, ແລະ ບໍ່ແມ່ນກຸ່ມເປົ້າໝາຍທີ່ແຍກຈາກກັນ, ທັງຍັງສົ່ງເສີມກັນເປັນຢ່າງດີ. ໃນດ້ານກອງປະຊຸມລະດັບຊາດນີ້, ເປົ້າໝາຍຂອງພວກເຮົາແມ່ນເພື່ອດັດປັບຈຸດປະສົງຂອງແຕ່ລະຫົວຂໍ້ໃຫ້ມີຄວາມດຸ່ນດ່ຽງກັນ ແລະ ຊອກຫາຊ່ອງທາງທີ່ດີທີ່ສຸດໃນການກ້າວໄປທາງໜ້າ ເພື່ອສ້າງລະບົບສະບຽງອາຫານໃນ ສປປ ລາວ ໃຫ້ມີຄວາມຍືຶນຍົງຂຶ້ນຕື່ມ. ຂັ້ນຕອນນີ້ແມ່ນສົ່ງເສີມຄວາມກວມລວມ, ການປຶກສາຫາລືກັນ ແລະ ການຮ່ວມມື ພ້ອມທັງຍັງສອດຄ່ອງກັບ ຂອບການຮ່ວມມືລະຫວ່າງ ສປປ ລາວ-ສປຊ ຄັ້ງໃໝ່, ໂດຍສະເພາະດ້ານວິທີການທີ່ເອົາປະຊາຊົນເປັນແກນກາງ ເພື່ອຮັບປະກັນໃຫ້ພວກເຮົາທຸກຄົນພ້ອມກັນກ້າວໄປໃນຊ່ວງໄລຍະທີ່ສຳຄັນຂອງການພັດທະນາປະເທດ.”

ໃນລະຫວ່າງກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ຕົກລົງເປັນເອກະພາບກັນກ່ຽວກັບທິດທາງກ້າວໄປທາງໜ້າ, ການສ້າງຄວາມເຂັ້ມແຂງດ້ານຄຳໝັ້ນສັນຍາທີ່ກ່ຽວຂ້ອງກັບທິດທາງແຫ່ງຊາດໃນການສ້າງລະບົບສະບຽງອາຫານໃນ ສປປ ລາວ ໃຫ້ມີຄວາມຍືນຍົງຂຶ້ນຕື່ມ. ບົດລາຍງານລວມດ້ານການດຳເນີນງານຈະຖືກນຳສະເໜີໂດຍຄະນະຈັດຕັ້ງກອງປະຊຸມລະດັບຊາດໃຫ້ແກ່ ຄະນະກະກຽມກອງປະຊຸມສຸດຍອດ ຢູ່ ໂຣມ ໃນເດືອນກໍລະກົດ ກ່ອນຈະສົ່ງຕໍ່ໃຫ້ ກອງປະຊຸມສຸດຍອດລະດັບໂລກ ພາຍໃຕ້ຂອບຂອງ ກອງປະຊຸມສະມັດຊາໃຫຍ່ ສປຊ ທີ່ຈະຖືກຈັດຂຶ້ນໃນເດືອນກັນຍາ 2021.

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

FAO
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ
RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ
UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ
WFP
ອົງການອາຫານໂລກ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້