ຜູ້ນຳໂລກພົບປະກ່ຽວກັບແຫຼ່ງທຶນເພື່ອການພັດທະນາ ແລະ ການຄຸ້ມຄອງໜີ້ສິນ ເພື່ອຮັບມືກັບຜົນກະທົບຈາກ ພະຍາດໂຄວິດ-19
30 ມີນາ 2021
ນະຄອນຫຼວງວຽງຈັນ, ວັນທີ 30 ມີນາ 2021 - ຕັ້ງແຕ່ເລີ່ມມີການແຜ່ລະບາດຂອງ ພະຍາດໂຄວິດ-19 ໃນທົ່ວໂລກ, ໂລກກໍ່ຍັບເຂົ້າໃກ້ວິກິດການໜີ້ສິນຢູ່ຕະຫຼອດ. 6 ປະເທດບໍ່ສາມາດຊຳລະໜີ້ໄດ້. ສປປ ລາວ ແມ່ນໜຶ່ງໃນ 42 ປະເທດທີ່ຖືກຫຼຸດຜ່ອນອັນດັບຄວາມໜ້າເຊື່ອຖືລົງ, ແລະ ຕ້ອງໄດ້ພົບພໍ້ກັບບັນຫາທ້າທາຍດ້ານການເຂົ້າເຖິງເງິນທຶນໃຫ້ໄດ້ຢ່າງພຽງພໍເພື່ອແກ້ໄຂບັນຫາໜີ້ສິນ.
ຍ້ອນວ່າຫຼາຍປະເທດພວມພະຍາຍາມຢ່າງໜັກເພື່ອຂ້າມຜ່ານຜົນເສຍຫາຍທີ່ເກີດຈາກ ພະຍາດໂຄວິດ-19, ເລຂາທິການໃຫຍ່ອົງການ ສປຊ, ທ່ານ António Guterres, ຈຶ່ງໄດ້ຈັດກອງປະຊຸມລະຫວ່າງຜູ້ນຳໂລກໃນວັນຈັນທີ 29 ມີນາ ເພື່ອຊຸກຍູ້ໃຫ້ປະຊາຄົມໂລກເຄື່ອນໄຫວຢ່າງຮີບດ່ວນ ເພື່ອຮັບປະກັນຄວາມເຂັ້ມແຂງດ້ານການຟື້ນຟູເສດຖະກິດ.
ກອງປະຊຸມລະດັບສູງທາງໄກທີ່ຖືກຈັດຂຶ້ນໂດຍ ເລຂາທິການໃຫຍ່ອົງການ ສປຊ ຮ່ວມກັບ ນາຍົກລັດຖະມົນຕີການາດາ, ທ່ານ Justin Trudeau, ແລະ ນາຍົກລັດຖະມົນຕີຈາໄມກາ, ທ່ານ Andrew Holness, ນີ້ແມ່ນເພື່ອເນັ້ນໜັກຄວາມສຳຄັນອັນຮີບດ່ວນຕໍ່ການດຳເນີນແຜນປະຕິບັດງານອັນເຂັ້ມແຂງ ເພື່ອສ້າງຄວາມຄ່ອງໂຕ ແລະ ແກ້ໄຂບັນຫາໜີ້ສິນໃຫ້ແກ່ບັນດາປະເທດກຳລັງພັດທະນາທີ່ມີຄວາມສ່ຽງສູງ.
“ພວກເຮົາກຳລັງຍັບເຂົ້າໃກ້ວິກິດການໜີ້ສິນ. 6 ປະເທດບໍ່ສາມາດຊຳລະໜີ້ໄດ້. ໜຶ່ງສ່ວນສາມຂອງປະເທດເສດຖະກິດເກີດໃໝ່ພວມປະເຊີນກັບຄວາມສ່ຽງຕໍ່ວິກິດການທາງການເງິນ. ແລະ ສະຖານະການຂອງບັນດາປະເທດດ້ອຍພັດທະນາ ແລະ ມີລາຍຮັບຕ່ຳຍິ່ງມີຄວາມໜັກໜ່ວງ,” ເລຂາທິການໃຫຍ່ອົງການ ສປຊ, ທ່ານ António Guterres ກ່າວ.
ໂດຍສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງ ສປປ ລາວ, ທ່ານນາງ ຊາຣາ ເຊັກເກັນເນສ, ຜູ້ຕາງໜ້າອົງການ ສປຊ ປະຈຳ ສປປ ລາວ, ໄດ້ຢ້ຳຕື່ມອີກວ່າ “ການຊອກຫາຊ່ອງທາງຮັບປະກັນເງິນທຶນໃຫ້ໄດ້ຢ່າງພຽງພໍເຂົ້າໃນການປະຕິບັດນະໂຍບາຍຈຸດສຸມຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9, ພາຍໃຕ້ສະພາບແວດລ້ອມທີ່ມີຄວາມທ້າທາຍທາງການເງິນນີ້, ຈະເປັນໜຶ່ງໃນປັດໄຈຕັດສິນອັນສຳຄັນດ້ານຄວາມຄືບໜ້າຂອງການພັດທະນາໃນອີກ 5 ປີຕໍ່ໜ້າ.”
ແຜນລິເລີ່ມ G20 ທີ່ຈັດຕັ້ງປະຕິບັດຜ່ານມາຍັງບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການດ້ານການພັດທະນາ ແລະ ການຟື້ນຟູຄືນຂອງໂລກໄດ້ຢ່າງພຽງພໍເທື່ອ. ແຜນລິເລີ່ມການລະງັບການຊໍາລະໜີ້ ແລະ ກອບວຽກອື່ນໆແມ່ນຊ່ວຍແກ້ໄຂ ແລະ ບັນເທົາບັນຫາໜີ້ສິນເປົ້າໝາຍໄດ້ພຽງບາງສ່ວນ ແລະ ບາງໄລຍະເທົ່ານັ້ນ.
ເພື່ອຕອບສະໜອງຕໍ່ບັນຫາດັ່ງກ່າວ, ເລຂາທິການໃຫຍ່ ຈຶ່ງໄດ້ຮຽກຮ້ອງໃຫ້ມີການປະຕິຮູບໂຄງສ້າງໜີ້ສາກົນຄືນໃໝ່ ເພື່ອໃຫ້ສາມາດທົນທານຕໍ່ວິກິດການຕ່າງໆ ແລະ ຫຼີກລ້ຽງການສູນເສຍເວລາຫຼາຍທົດສະວັດເພື່ອການພັດທະນາ. ມັນຈະຕ້ອງຢູ່ເທິງພື້ນຖານຂອງຫຼັກເກນທີ່ເຫັນດີຮ່ວມກັນ: ຄວາມຕ້ອງການດ້ານຄວາມໂປ່ງໃສ ແລະ ການຄຸ້ມຄອງໜີ້; ຄວາມຍືນຍົງ; ການກູ້ຢືມຢ່າງມີຄວາມຮັບຜິດຊອບ; ແລະ ການແບ່ງປັນຄວາມຮັບຜິດຊອບ ແລະ ພາລະຢ່າງຍຸຕິທຳໃນກຸ່ມເຈົ້າໜີ້ ແລະ ລະຫວ່າງລູກໜີ້ ແລະ ເຈົ້າໜີ້.
ທ່ານສາມາດອ່ານຂໍ້ສະຫຼຸບດ້ານນະໂຍບາຍກ່ຽວກັບຄວາມຄ່ອງໂຕ ແລະ ວິທີແກ້ໄຂບັນຫາໜີ້ສິນ ລວມທັງຂໍ້ຮຽກຮ້ອງຂອງ ເລຂາທິການໃຫຍ່ ໄດ້ທີ່ ລິ້ງນີ້. ທ່ານຍັງສາມາດອ່ານບົດກ່າວເປີດ ກອງປະຊຸມລະດັບສູງດ້ານໜີ້ສິນ ແລະ ຄວາມຄ່ອງໂຕ ຂອງ ເລຂາທິການໃຫຍ່ ໄດ້ທີ່ ລິ້ງນີ້.