ໃນ ສປປ ລາວ, ໄວໜຸ່ມແມ່ນຜູ້ນຳເອົາທັດສະນະຄິດ ແລະ ປະສົບການອັນສຳຄັນ ທີ່ຈະສາມາດຊ່ວຍເປັນຂໍ້ມູນໃຫ້ແກ່ແນວທາງການພັດທະນາປະເທດຊາດ, ເຊິ່ງລວມທັງໃນສະພາບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແລະ ຄວາມພະຍາຍາມໃນວົງກວ້າງ ເພື່ອຊຸກຍູ້ການພັດທະນາທັກສະ, ການມີວຽກເຮັດງານທຳທີ່ສົມສັກສີ, ການຍົກຍ້າຍຖິ່ນຖານທີ່ປອດໄພ, ສຸຂະພາບ, ການສຶກສາທີ່ມີຄຸນນະພາບ, ການປັບຕົວເຂົ້າກັບສະພາບດິນຟ້າອາກາດ, ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ.
ຂົງເຂດວຽກງານເຫຼົ່ານີ້ ແມ່ນມີຄວາມຜູກພັນຢ່າງໃກ້ຊິດຕໍ່ກັບການດຳເນີນງານຂອງ ອົງການສະຫະປະຊາຊາດ ໃນ ສປປ ລາວ ພາຍໃຕ້ກອບການຮ່ວມມືເພື່ອການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ແລະ ຍຸດທະສາດການເປັນຄູ່ຮ່ວມມື, ເຊິ່ງເນັ້ນໜັກໃສ່ການເປັນຄູ່ຮ່ວມມືແບບມີສ່ວນຮ່ວມຈາກຫຼາຍຝ່າຍ ແລະ ຫຼັກການບໍ່ຖິ້ມໃຜໄວ້ເບື້ອງຫຼັງ.