ຂ່າວສານ

Terms of Reference (ToR): ຄະນະກຳມະການທີ່ປຶກສາຊາວໜຸ່ມ (YAB) ຕໍ່ເຄືອຂ່າຍຂອງອົງການສະຫະປະຊາຊາດ (UNCT) ໃນ ສປປ ລາວ

09 ມິຖຸນາ 2026

ໃນ ສປປ ລາວ, ໄວໜຸ່ມແມ່ນຜູ້ນຳເອົາທັດສະນະຄິດ ແລະ ປະສົບການອັນສຳຄັນ ທີ່ຈະສາມາດຊ່ວຍເປັນຂໍ້ມູນໃຫ້ແກ່ແນວທາງການພັດທະນາປະເທດຊາດ, ເຊິ່ງລວມທັງໃນສະພາບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແລະ ຄວາມພະຍາຍາມໃນວົງກວ້າງ ເພື່ອຊຸກຍູ້ການພັດທະນາທັກສະ, ການມີວຽກເຮັດງານທຳທີ່ສົມສັກສີ, ການຍົກຍ້າຍຖິ່ນຖານທີ່ປອດໄພ, ສຸຂະພາບ, ການສຶກສາທີ່ມີຄຸນນະພາບ, ການປັບຕົວເຂົ້າກັບສະພາບດິນຟ້າອາກາດ, ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ. 

ຂົງເຂດວຽກງານເຫຼົ່ານີ້ ແມ່ນມີຄວາມຜູກພັນຢ່າງໃກ້ຊິດຕໍ່ກັບການດຳເນີນງານຂອງ ອົງການສະຫະປະຊາຊາດ ໃນ ສປປ ລາວ ພາຍໃຕ້ກອບການຮ່ວມມືເພື່ອການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ແລະ ຍຸດທະສາດການເປັນຄູ່ຮ່ວມມື, ເຊິ່ງເນັ້ນໜັກໃສ່ການເປັນຄູ່ຮ່ວມມືແບບມີສ່ວນຮ່ວມຈາກຫຼາຍຝ່າຍ ແລະ ຫຼັກການບໍ່ຖິ້ມໃຜໄວ້ເບື້ອງຫຼັງ.

1. ຄວາມເປັນມາ ແລະ ເຫດຜົນຄວາມຈຳເປັນ
ອົງການສະຫະປະຊາຊາດ, ລວມທັງທະນາຄານໂລກ, ໄດ້ຮັບຮູ້ວ່າ ໄວໜຸ່ມແມ່ນຄູ່ຮ່ວມມືທີ່ສຳຄັນໃນການບັນລຸການພັດທະນາແບບຍືນຍົງ ແລະ ການຊຸກຍູ້ການຈັດຕັ້ງປະຕິບັດວາລະປີ 2030. ຍຸດທະສາດຊາວໜຸ່ມຂອງອົງການສະຫະປະຊາຊາດ (UN Youth Strategy Youth2030) ໄດ້ກຳນົດໃຫ້ໄວໜຸ່ມເປັນຕົວແທນແຫ່ງການປ່ຽນແປງ ແລະ ເນັ້ນໜັກເຖິງຄວາມຈຳເປັນໃນການມີສ່ວນຮ່ວມທີ່ມີຄວາມໝາຍຂອງຊາວໜຸ່ມໃນທຸກລະດັບຂອງການຕັດສິນໃຈ.

ໃນ ສປປ ລາວ, ໄວໜຸ່ມແມ່ນຜູ້ນຳເອົາທັດສະນະຄິດ ແລະ ປະສົບການອັນສຳຄັນ ທີ່ຈະສາມາດຊ່ວຍເປັນຂໍ້ມູນໃຫ້ແກ່ແນວທາງການພັດທະນາປະເທດຊາດ, ເຊິ່ງລວມທັງໃນສະພາບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ແລະ ຄວາມພະຍາຍາມໃນວົງກວ້າງ ເພື່ອຊຸກຍູ້ການພັດທະນາທັກສະ, ການມີວຽກເຮັດງານທຳທີ່ສົມສັກສີ, ການຍົກຍ້າຍຖິ່ນຖານທີ່ປອດໄພ, ສຸຂະພາບ, ການສຶກສາທີ່ມີຄຸນນະພາບ, ການປັບຕົວເຂົ້າກັບສະພາບດິນຟ້າອາກາດ, ແລະ ການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ. ຂົງເຂດວຽກງານເຫຼົ່ານີ້ ແມ່ນມີຄວາມຜູກພັນຢ່າງໃກ້ຊິດຕໍ່ກັບການດຳເນີນງານຂອງ ອົງການສະຫະປະຊາຊາດ ໃນ ສປປ ລາວ ພາຍໃຕ້ກອບການຮ່ວມມື ເພື່ອການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ແລະ ຍຸດທະສາດການເປັນຄູ່ຮ່ວມມື, ເຊິ່ງເນັ້ນໜັກໃສ່ການເປັນຄູ່ຮ່ວມມືແບບມີສ່ວນຮ່ວມຈາກຫຼາຍຝ່າຍ ແລະ ຫຼັກການບໍ່ຖິ້ມໃຜໄວ້ເບື້ອງຫຼັງ.

ຫຼາຍອົງການຈັດຕັ້ງພາຍໃຕ້ສະຫະປະຊາຊາດ ໄດ້ມີການຮ່ວມມືກັບໄວໜຸ່ມຜ່ານຂໍ້ລິເລີ່ມສະເພາະຂະແໜງການ, ການປຶກສາຫາລື, ແລະ ກິດຈະກຳຕ່າງໆຂອງແຜນງານ. ເຖິງວ່າຄວາມພະຍາຍາມເຫຼົ່ານີ້ຈະມີຄຸນຄ່າ, ແຕ່ສ່ວນຫຼາຍແມ່ນຖືກຈັດຕັ້ງປະຕິບັດພາຍໃຕ້ພາລະບົດບາດຂອງແຕ່ລະອົງການ ແລະ ອາດຈະບໍ່ໄດ້ສະໜອງຊ່ອງທາງທີ່ເປັນເອກະພາບ ແລະ ກວມລວມໃນທົ່ວລະບົບ ເພື່ອໃຫ້ທັດສະນະຂອງຊາວໜຸ່ມໄດ້ເປັນຂໍ້ມູນແກ່ບູລິມະສິດ ແລະ ການຕັດສິນໃຈ ໃນລະດັບເຄືອຂ່າຍຂອງອົງການສະຫະປະຊາຊາດ (UNCT).

ດັ່ງນັ້ນ, ຄະນະກຳມະການທີ່ປຶກສາຊາວໜຸ່ມ (YAB) ຈຶ່ງຖືກສ້າງຕັ້ງຂຶ້ນ ໃນຮູບແບບກົນໄກທີ່ປຶກສາທີ່ມີໂຄງສ້າງ ແລະ ປະສານງານກວມລວມ ເພື່ອນຳເອົາທັດສະນະອັນຫຼາກຫຼາຍຂອງຊາວໜຸ່ມມາສູ່ UNCT. ກົນໄກນີ້ຈະຊ່ວຍຮວບຮວມຄວາມຄິດເຫັນຈາກໄວໜຸ່ມທີ່ມີພື້ນຖານ ແລະ ມາຈາກສະຖານທີ່ຕ່າງໆ, ເສີມສ້າງການຕອບສະໜອງຕໍ່ຄວາມຕ້ອງການຂອງຊາວໜຸ່ມໃນນະໂຍບາຍ ແລະ ແຜນງານຂອງ UN, ພ້ອມທັງເຕີມເຕັມກົນໄກການມີສ່ວນຮ່ວມຂອງຊາວໜຸ່ມທີ່ມີຢູ່ແລ້ວໃນລະດັບອົງການ. ຜ່ານ YAB ນີ້, UNCT ມີເປົ້າໝາຍທີ່ຈະເຮັດໃຫ້ການມີສ່ວນຮ່ວມຂອງຊາວໜຸ່ມມີຄວາມເປັນລະບົບ, ມີສ່ວນຮ່ວມຈາກທຸກຝ່າຍ ແລະ ມີຄວາມໝາຍຫຼາຍຂຶ້ນ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງໃນ ສປປ ລາວ.

2. ຈຸດປະສົງຮວມ
ຄະນະກຳມະການທີ່ປຶກສາຊາວໜຸ່ມ (YAB) ຈະເຮັດໜ້າທີ່ເປັນອົງກອນທີ່ປຶກສາຢ່າງເປັນທາງການໃຫ້ແກ່ UNCT ໃນ ສປປ ລາວ, ໂດຍການສະໜອງຂໍ້ມູນຍຸດທະສາດ, ຄຳຄິດເຫັນ, ແລະ ຂໍ້ສະເໜີແນະ ເພື່ອຮັບປະກັນວ່ານະໂຍບາຍ, ແຜນງານ, ແລະ ການເປັນຄູ່ຮ່ວມມືຂອງ UN ແມ່ນມີການຕອບສະໜອງຕໍ່ຊາວໜຸ່ມ, ມີສ່ວນຮ່ວມຈາກທຸກຝ່າຍ ແລະ ສ້າງຜົນກະທົບທີ່ດີ.

3. ເປົ້າໝາຍສະເພາະ
ເປົ້າໝາຍຂອງຄະນະກຳມະການທີ່ປຶກສາຊາວໜຸ່ມ ມີຄື:

  • ສະໜອງຄຳແນະນຳທາງດ້ານຍຸດທະສາດໃຫ້ແກ່ UNCT ກ່ຽວກັບບູລິມະສິດ, ນະໂຍບາຍ, ແລະ ແຜນງານທີ່ຕິດພັນກັບຊາວໜຸ່ມ.
  • ຍົກໃຫ້ເຫັນບັນຫາ ແລະ ຊ່ອງຫວ່າງທີ່ສົ່ງຜົນກະທົບຕໍ່ໄວໜຸ່ມຈາກພື້ນຖານ ແລະ ສະຖານທີ່ຕ່າງໆ ເພື່ອເປັນຂໍ້ມູນໃຫ້ແກ່ບູລິມະສິດຂອງ UNCT.
  • ສະໜັບສະໜູນການເປັນຄູ່ຮ່ວມມື, ການສື່ສານ ແລະ ວຽກງານການຊຸກຍູ້ສົ່ງເສີມ (Advocacy) ທີ່ກ່ຽວຂ້ອງກັບຊາວໜຸ່ມ.

4. ໜ້າທີ່ ແລະ ຄວາມຮັບຜິດຊອບ
ບົດບາດການເປັນທີ່ປຶກສາ: ສະໜອງຂໍ້ມູນ, ຄຳຄິດເຫັນ, ແລະ ຂໍ້ສະເໜີແນະໃຫ້ແກ່ UNCT ຕໍ່ກັບນະໂຍບາຍ, ແຜນງານ, ຍຸດທະສາດ, ການເປັນຄູ່ຮ່ວມມື, ແລະ ຂໍ້ລິເລີ່ມຕ່າງໆທີ່ຖືກຄັດເລືອກ ເພື່ອຮັບປະກັນວ່າສິ່ງເຫຼົ່ານັ້ນມີການຕອບສະໜອງ, ມີສ່ວນຮ່ວມ, ແລະ ສອດຄ່ອງກັບຄວາມຕ້ອງການ ແລະ ບູລິມະສິດຂອງໄວໜຸ່ມໃນ ສປປ ລາວ. ເຊິ່ງອາດຈະລວມມີ:

  • ເຂົ້າຮ່ວມ ແລະ ສະໜອງທັດສະນະຂອງຊາວໜຸ່ມໃນການປຶກສາຫາລື, ການສົນທະນາ, ແລະ ກິດຈະກຳຕ່າງໆຂອງ UN ທີ່ຖືກຄັດເລືອກ.
  • ປະສານງານກັບເຄືອຂ່າຍຊາວໜຸ່ມ ແລະ ຊຸມຊົນໃນວົງກວ້າງ ເພື່ອຮວບຮວມຂໍ້ມູນກ່ຽວກັບບັນຫາສຳຄັນ, ຊ່ອງຫວ່າງ ແລະ ບູລິມະສິດທີ່ພົ້ນເດັ່ນ.
  • ປະກອບສ່ວນຂໍ້ສະເໜີແນະ ທີ່ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ ເພື່ອເສີມສ້າງປະສິດທິຜົນ ແລະ ຄວາມສອດຄ່ອງຂອງຂໍ້ລິເລີ່ມຕ່າງໆຂອງ UN ທີ່ສະໜັບສະໜູນໄວໜຸ່ມໃນ ສປປ ລາວ.
  • ວຽກງານຊຸກຍູ້ສົ່ງເສີມ ແລະ ການເຂົ້າເຖິງຊຸມຊົນ (Advocacy and Outreach): ສະໜັບສະໜູນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບບູລິມະສິດ, ຂັ້ນຕອນການດຳເນີນງານ, ແລະ ໂອກາດໃນການມີສ່ວນຮ່ວມຂອງຊາວໜຸ່ມກັບ UN ໃຫ້ແກ່ຜູ້ນຳໄວໜຸ່ມອື່ນໆ, ພ້ອມທັງສົ່ງເສີມຄວາມຮັບຮູ້ ແລະ ການມີສ່ວນຮ່ວມໃນວົງກວ້າງ. ເຊິ່ງອາດຈະລວມມີ:
  • ເປັນຕົວແທນ (Champions) ໃນການສົ່ງເສີມຄຸນຄ່າຂອງ UN ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).
  • ສະໜັບສະໜູນ ການສ້າງຈິດສຳນຶກ ແລະ ຂໍ້ລິເລີ່ມຕ່າງໆ.
  • ສົ່ງເສີມການມີສ່ວນຮ່ວມຂອງຊາວໜຸ່ມແບບມີສ່ວນຮ່ວມ ແລະ ບໍ່ຈຳແນກ.

5. ອົງປະກອບ ແລະ ສະມາຊິກ
ຈຳນວນ: YAB ຈະປະກອບມີສະມາຊິກທັງໝົດ 10 ຄົນ. ຈຳນວນນີ້ແມ່ນກຳນົດຂຶ້ນ ເພື່ອຮັບປະກັນການເຮັດວຽກທີ່ມີປະສິດທິພາບກັບ UNCT ພ້ອມທັງຮັບປະກັນຄວາມຫຼາກຫຼາຍຂອງທັດສະນະຄິດທີ່ມີຄວາມໝາຍ.

ຫຼັກການເປັນຕົວແທນ: ອົງປະກອບຂອງ YAB ຈະສະທ້ອນເຖິງຄວາມຫຼາກຫຼາຍຂອງໄວໜຸ່ມໃນ ສປປ ລາວ. ນີ້ລວມມີການພິຈາລະນາທີ່ສົມດຸນທາງດ້ານພູມສັນຖານ, ເພດ (ແມ່ຍິງຢ່າງໜ້ອຍ 50%), ຄວາມຫຼາກຫຼາຍດ້ານຄວາມສາມາາດ (ການສຶກສາ, ຄວາມພິການ, ຊົນເຜົ່າ ແລະ ອື່ນໆ), ແລະ ພື້ນຖານທາງດ້ານເສດຖະກິດ-ສັງຄົມທີ່ແຕກຕ່າງກັນ.

ອາຍຸ: ສະມາຊິກຕ້ອງມີອາຍຸຢູ່ໃນເກນໄວໜຸ່ມ ຄືລະຫວ່າງ 18–24 ປີ ເພື່ອຮັບປະກັນການມີສ່ວນຮ່ວມຢ່າງເຕັມສ່ວນໃນຂັ້ນຕອນການເປັນທີ່ປຶກສາຢ່າງເປັນທາງການ.

ຮູບແບບການຄັດເລືອກ: ການຄັດເລືອກຈະດຳເນີນໄປຢ່າງເປີດເຜີຍ ແລະ ມີຄວາມໂປ່ງໃສ, ເຊິ່ງລວມມີການປະກາດຮັບສະໝັກທົ່ວໄປ ແລະ/ຫຼື ການສະເໜີຊື່. ຜູ້ສະໝັກທີ່ມີຄຸນສົມບັດຈະຖືກປະເມີນໂດຍອີງໃສ່ແຮງຈູງໃຈ, ຄວາມມຸ່ງໝັ້ນ, ແລະ ຄວາມສາມາດໃນການປະກອບສ່ວນຢ່າງສ້າງສັນ. ຄວາມສົມດຸນທາງດ້ານພູມສັນຖານຈະຖືກພິຈາລະນາໂດຍການກວດກາຜູ້ສະໝັກຈາກເຂດຕ່າງໆຂອງ ສປປ ລາວ, ໂດຍເນັ້ນໃສ່ອົງປະກອບລວມຫຼາຍກວ່າການກຳນົດໂຄຕາແບບຕາຍຕົວ. ຂັ້ນຕອນດັ່ງກ່າວຍັງຈະຮັບປະກັນຄວາມຫຼາກຫຼາຍດ້ານເພດ, ຄວາມສາມາາດ, ແລະ ພື້ນຖານທາງສັງຄົມ. ການຄັດເລືອກຂັ້ນສຸດທ້າຍຈະດຳເນີນໂດຍການປຶກສາຫາລືກັບ UNCT/RCO (ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ) ເພື່ອຮັບປະກັນໃຫ້ໄດ້ກຸ່ມສະມາຊິກແບບມີສ່ວນຮ່ວວມ ແລະ ສົມດຸນ.

6. ເງື່ອນໄຂຜູ້ສະໝັກ
ຜູ້ສະໝັກຕ້ອງ:

  • ມີອາຍຸຢູ່ໃນເກນໄວໜຸ່ມ (18–24 ປີ) ໃນເວລາຍື່ນໃບສະໝັກ ແລະ ຕະຫຼອດວາລະການເປັນສະມາຊິກ.
  • ອາໄສຢູ່ໃນ ສປປ ລາວ.
  • ສາມາດສື່ສານຢ່າງມີປະສິດທິພາບເປັນພາສາລາວ ແລະ/ຫຼື ພາສາອັງກິດ.
  • ມີຄວາມພ້ອມ ແລະ ສາມາດເຂົ້າຮ່ວມກິດຈະກຳ ແລະ ການສົນທະນາຕ່າງໆຂອງ YAB ຢ່າງຫ້າວຫັນ.
  • ສາມາດເຂົ້າເຖິງເຄື່ອງມືການສື່ສານພື້ນຖານໄດ້ (ເຊັ່ນ: ໂທລະສັບ ແລະ/ຫຼື ອິນເຕີເນັດ).

7. ໄລຍະເວລາຂອງການເປັນສະມາຊິກ
ແຕ່ເດືອນສິງຫາ 2026 – ເດືອນກໍລະກົດ 2028 (ໄລຍະເວລາ 2 ປີ) ແລະ ມີຄວາມເປັນໄປໄດ້ທີ່ຈະໄດ້ຮັບການຕໍ່ວາລະ.

8. ຮູບແບບການເຮັດວຽກ
ມີການປະຊຸມຢ່າງໜ້ອຍ 2 ຄັ້ງຕໍ່ປີ (ແບບເຊິ່ງໜ້າ ຫຼື ແບບທາງໄກ/ອອນລາຍ), ພ້ອມທັງເຂົ້າຮ່ວມກິດຈະກຳ, ການຝຶກອົບຮົມ, ແລະ ວຽກງານອື່ນໆ.

9. ການສະໜັບສະໜູນຈາກອົງການສະຫະປະຊາຊາດ (UN)
ສະມາຊິກຈະໄດ້ຮັບ:

  • ການຮັບຮອງຢ່າງເປັນທາງການໃນຖານະສະມາຊິກຄະນະກຳມະການທີ່ປຶກສາຊາວໜຸ່ມ.
  • ຈົດໝາຍເຊີນ ຫຼື ຈົດໝາຍແຕ່ງຕັ້ງທີ່ລົງນາມໂດຍ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ (UN Resident Coordinator).
  • ອຸປະກອນສະແດງຕົນຂອງ UN/YAB ເຊັ່ນ: ເຂັມກັດທາງການ (ໃນກໍລະນີທີ່ມີ).
  • ໂອກາດໃນການຮ່ວມປະຖົມນິເທດ, ການຝຶກອົບຮົມ, ແລະ ການສ້າງຂີດຄວາມສາມາດ.
  • ໂອກາດໃນການເຂົ້າຮ່ວມການປຶກສາຫາລື, ການສົນທະນາ, ກິດຈະກຳ, ແລະ ຂໍ້ລິເລີ່ມຕ່າງໆທີ່ຖືກຄັດເລືອກຂອງ UN.
  • ໃບຢັ້ງຢືນການຍ້ອງຍໍ (Certificate of Appreciation) ຢ່າງເປັນທາງການຈາກ UN ເມື່ອສິ້ນສຸດວາລະການເປັນສະມາຊິກ.

ຄະນະ UNCT ຈະ:

  • ຈັດຊ່ວງເວລາປະຖົມນິເທດ ແລະ ການສ້າງຂີດຄວາມສາມາດ.
  • ອຳນວຍຄວາມສະດວກໃນການມີສ່ວນຮ່ວມໃນຂັ້ນຕອນການດຳເນີນງານຕ່າງໆຂອງ UN.
  • ຮັບປະກັນການມີສ່ວນຮ່ວມທີ່ປອດໄພ, ກວມລວມ, ແລະ ໃຫ້ກຽດເຊິ່ງກັນແລະກັນ, ລວມທັງເອົາໃຈໃສ່ຕໍ່ຫຼັກການປົກປ້ອງ (Safeguarding) ແລະ ຫຼັກການບໍ່ສ້າງຜົນກະທົບທາງລົບ (Do-no-harm).
  • ຮັບຜິດຊອບຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ ທີ່ກ່ຽວຂ້ອງກັບການເຂົ້າຮ່ວມກິດຈະກຳ (ໃນກໍລະນີທີ່ມີ).

10. ຫຼັກການຊີ້ນຳ
YAB ຈະດຳເນີນງານພາຍໃຕ້ຫຼັກການດັ່ງຕໍ່ໄປນີ້:

  • ການມີສ່ວນຮ່ວມທີ່ມີຄວາມໝາຍ (Meaningful participation)
  • ຄວາມມີສ່ວນຮ່ວວມ ແລະ ຄວາມຫຼາກຫຼາຍ (Inclusivity and diversity)
  • ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ (Transparency and accountability)
  • ຫຼັກການບໍ່ສ້າງຜົນກະທົບທາງລົບ ແລະ ການປົກປ້ອງ (Do no harm and safeguarding)
  • ວິທີການແບບມີຊາວໜຸ່ມເປັນຜູ້ນຳ ແລະ ອີງໃສ່ສິດທິ (Youth-led and rights-based approach)
  • ຫຼັກການເຫຼົ່ານີ້ແມ່ນສອດຄ່ອງກັບຍຸດທະສາດ Youth2030 ແລະ ຄຳແນະນຳຂອງສະຫະພາບເອີຣົບ (EU) ກ່ຽວກັບໂຄງສ້າງການເປັນທີ່ປຶກສາຂອງຊາວໜຸ່ມ.

11. ຜົນໄດ້ຮັບທີ່ຄາດໄວ້

  • ການມີສ່ວນຮ່ວມຂອງຊາວໜຸ່ມໃນຂັ້ນຕອນການດຳເນີນງານຂອງ UN ໄດ້ຮັບການເສີມສ້າງ, ລວມທັງການປັບປຸງຜົນງານຂອງດັດສະນີຊາວໜຸ່ມ (Youth scorecard).
  • ການປັບປຸງຄວາມສອດຄ່ອງ ແລະ ການຕອບສະໜອງຂອງແຜນງານ, ນະໂຍບາຍ, ແລະ ການເປັນຄູ່ຮ່ວມມືຂອງ UN ຕໍ່ກັບບູລິມະສິດຂອງຊາວໜຸ່ມ.
  • ເສີມສ້າງການເປັນຄູ່ຮ່ວມມື ແລະ ການສື່ສານແບບສອງທາງ ລະຫວ່າງ UN ແລະ ຜູ້ມີສ່ວນຮ່ວມທັງຝ່າຍຊາວໜຸ່ມ.
  • ເພີ່ມຄວາມໂດດເດັ່ນໃຫ້ແກ່ບູລິມະສິດຂອງຊາວໜຸ່ມໃນຂັ້ນຕອນການພັດທະນາລະດັບຊາດ.
  • ມີການເຊື່ອມສານທັດສະນະຂອງຊາວໜຸ່ມເຂົ້າໃນການວາງແຜນ, ການກຳນົດແຜນງານ, ການຊຸກຍູ້ສົ່ງເສີມ ແລະ ຄວາມພະຍາຍາມໃນການເປັນຄູ່ຮ່ວມມືຂອງ UNCT ໄດ້ດີຂຶ້ນ.

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

FAO
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ
IFAD
ກອງທຶນສາກົນ ເພື່ອການພັດທະນາກະສິກຳ
UN-Habitat
ແຜນງານສະຫະປະຊາຊາດ ໃນການຕັ້ງຖິ່ນຖານຂອງມະນຸດ
UNDP
ອົງການສະຫະປະຊາຊາດ ເພື່ອການພັດທະນາ
UNFPA
ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ
UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ
WFP
ອົງການອາຫານໂລກ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້