ຂ່າວສານ

ການຮັບຮອງແຜນພັດທະນາໃໝ່ ເພື່ອເພີ່ມ ການສົ່ງອອກກາເຟລາວໄປສູ່ຕະຫຼາດ EU

08 ກໍລະກົດ 2021

ນະຄອນປາກເຊ, ສປປ ລາວ - ລັດຖະບານ ສປປ ລາວ ໄດ້ຈັດພິທີເປີດໂຕ ແຜນພັດທະນາສົ່ງເສີມການສົ່ງອອກກາເຟລາວ ໃນມື້ນີ້. ແຜນພັດທະນາດັ່ງກ່າວ ແມ່ນສຸມໃສ່ການເພີ່ມຜະລິດຕະພາບ ແລະ ຄວາມຍືນຍົງໃນການຜະລິດ ແລະ ການປຸງແຕ່ງ ແລະ ທັງເພີ່ມຂີດຄວາມສາມາດຂອງຜູ້ສົ່ງອອກກາເຟລາວ, ປັບປຸງສະພາບເສດຖະກິດ ແລະ ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊົນນະບົດໃຫ້ດີຂື້ນ.

ອຸດສາຫະກຳກາເຟ ຢູ່ ສປປ ລາວ ແມ່ນມີທ່າແຮງສູງ ໂດຍສະເພາະແມ່ນທາງດ້ານມູນຄ່າ ໂດຍກາເຟຜົນຜະລິດຫຼັກທີ່ສາມາດສ້າງລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍຫຼາຍແຫ່ງ. ດັ່ງນັ້ນ, ຈຶ່ງບໍ່ສົງໄສເລີຍວ່າ ກາເຟກາຍ ເປັນຜະລິດຕະພັນສົ່ງອອກສິນຄ້າກະສິກຳ ອັນດັບ 3 ຂອງ ສປປ ລາວ ແລະ ສົ່ງອອກໄປຫຼາຍກວ່າ 26 ປະເທດໃນທະວີບອາຊີ, ເອີຣົບ ແລະ ອາເມລິກາ ເໜືອ.

ເຖິງຢ່າງໃດກໍ່ຕາມ, ຂະແໜງກາເຟ ຍັງປະສົບກັບບັນດາສິ່ງທ້າທາຍທີ່ເປັນຂີດຈຳກັດໃຫ້ແກ່ການຄ້າກາເຟຢູ່ລະດັບພາກພື້ນ ແລະ ທົ່ວໂລກ. ຂໍ້ຈຳກັດເຫຼົ່ານີ້ລວມມີ ການເຂົ້າເຖິງຜູ້ຊື້ໃນຕະຫຼາດທີ່ມີທ່າແຮງສູງ, ການປັບປຸງການຄຸ້ມຄອງຄຸນະພາບທີ່ເປັນລະບົບ, ແລະ ການເພີ່ມຜົນຜະລິດ ແລະ ຄວາມຍືນຍົງຂອງຂະແໜງການ. ນອກຈາກນີ້, ການລະບາດຂອງພະຍາດ ໂຄວິດ-19 ຍັງເພີ່ມຄວາມຮ້າຍແຮງໃຫ້ບັນຫາທີ່ເປັນອຸປະສັກ ແລະ ເພີ່ມຄວາມບໍ່ໝັ້ນຄົງໃຫ້ແກ່ອະນາຄົດຂອງຊາວກະສິກອນ ແລະ ທຸລະກິດກາເຟລາວ.

ແຜນພັດທະນາສົ່ງເສີມການສົ່ງອອກກາເຟລາວ ເປັນແນວທາງເພື່ອຍົກລະດັບຄຸນນະພາບໃຫ້ສອດຄ່ອງກັບມາດຕະຖານສາ ກົນ, ສົ່ງເສີມດ້ານນະໂຍບາຍຂະແໜງການ ແລະ ເຊື່ອມໂຍງກັບກາລະໂອກາດໃນສາກົນ. ຜູ້ຜະລິດຂະໜາດນ້ອຍ ແລະ ຫົວໜ່ວຍທຸລະກິດຍັງຈະຮັບຜົນປະໂຫຍດໃນດ້ານຕ່າງໆ ເຊັ່ນ: ການສ້າງຂີດຄວາມສາມາດ, ການຈັດຕັ້ງຂອງອົງກອນ, ຂໍ້ມູນການຄ້າ ແລະ ອື່ນໆ.

ໃນຂະນະດຽວກັນ, ແຜນການຈັດຕັ້ງປະຕິບັດງານຂອງແຜນພັດທະນາ ແມ່ນສ້າງໂອກາດໃຫ້ຜູ້ຜະລິດຂະໜາດນ້ອຍເຊັ່ນ: ສະຫະກອນກາເຟ ວັນໃໝ່ ໃນການຄວບຄຸມການເໜັງຕີງຂອງລາຄາ ແລະ ການແຂ່ງຂັນທີ່ເພີ່ມຂື້ນໂດຍການເພີ່ມຄວາມສາມາດໃນການແຂ່ງຂັນ ແລະ ເຂົ້າເຖິງຕະຫຼາດທີ່ມີທ່າແຮງ ໂດຍຄຳນຶງເຖິງການແບ່ງສ່ວນຕະຫຼາດ ແລະ ຄວາມຕ້ອງການດ້ານຄຸນະພາບ ແລະ ຄວາມສະໝ່ຳສະເໝີ. ສະຫະກອນວັນໃໝ່ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການ UNODC, ພາຍໃຕ້ໂຄງການທີ່ມີຈຸດປະສົງເພື່ອຊ່ວຍເຫຼືອຊຸມຊົນທີ່ຕ້ອງການຫັນປ່ຽນຈາກການປູກຝິ່ນ ມາປູກກາເຟ, ແລະ ສົ່ງເສີມການຄ້າທາງກາເຟເພື່ອແທດເໝາະກັບຕະຫຼາດສາກົນ.

ໃນງານພິທີເປີດໂຕນີ້ ມີຜູ້ເຂົ້າຮ່ວມ 80 ຄົນ ໂດຍເຂົ້າຮ່ວມພາຍໃນງານ ແລະ ຜ່ານລະບົບທາງໄກ. ຂະບວນສ້າງແຜນພັດທະນາ ແມ່ນຢູ່ພາຍໃຕ້ການຊີ້ນຳຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍປະສານສົມທົບກັບ ກະຊວງກະສິກຳ ແລະ ປ່າໄມ້. ສູນການຄ້າສາກົນໄດ້ໃຫ້ການຊ່ວຍເຫລືອທາງດ້ານວິຊາການ ເຊິ່ງເປັນພາກສ່ວນໜຶ່ງຂອງ ໂຄງການຊ່ວຍເຫຼືອວຽກງານການຄ້າ ຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE Plus ປະຈຳ ສປປ ລາວ) ໂດຍໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບເອີຣົບ ພາຍໃຕ້ຈຸດປະສົງເພື່ອປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງດ້ານເສດຖະກິດແບບກວມລວມ, ສ້າງການຟື້ນຟູຕໍ່ກັບການປ່ຽນແປງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງ ແລະ ສ້າງວຽກເຮັດງານ ທຳໃນ ສປປ ລາວ.

“ແຜນພັດທະນາສົ່ງເສີມການສົ່ງອອກກາເຟລາວ ແມ່ນສອດຄ່ອງກັບບູລິມະສິດຂອງລັດຖະບານ ແລະ ກຳລັງຈັດຕັ້ງປະຕິບັດຂະແໜງການດັ່ງກ່າວ ແລະ ທັງເປັນການສະໜັບສະໜູນການຈັດຕັ້ງປະຕິບັດເປົ້າໝາຍຍຸດທະສາດການພັດທະນາຂະແໜງກາເຟລາວພາຍໃນປີ 2025. ໃນຊ່ວງເວລາທີ່ບໍ່ສາມາດຄາດເດົາໄດ້ນີ້, ມັນແມ່ນມີຄວາມສຳຄັນຫຼາຍ ທີ່ພວກເຮົາຕ້ອງສືບຕໍ່ການຮ່ວມມືໃນການຈັດຕັ້ງປະຕິບັດແຜນພັດທະນາດັ່ງກ່າວ.” ກ່າວໂດຍ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ.

"ຂະແໜງກາເຟໄດ້ກາຍເປັນແຫຼ່ງສຳຄັນຂອງການຜະລິດ ແລະ ສົ່ງອອກສິນຄ້າກະສິກຳ. ໃນຕໍ່ໜ້າ, ຂະແໜງການນີ້ຈະກາຍເປັນທ່າແຮງທີ່ສຳຄັນຫຼາຍ ໃນການປະກອບສ່ວນເຂົ້າໃນການເຕີບໂຕທາງດ້ານເສດຖະກິດ ແລະ ການສ້າງວຽກເຮັດງານທຳ. ແຜນພັດທະນາສະບັບນີ້ ໄດ້ນຳສະເໜີແຜນການດຳເນີນງານແບບລະອຽດເພື່ອສົ່ງເສີມກຳລັງແຮງທີ່ມີຢູ່ ແລະ ກຳນົດຂໍ້ຈຳກັດຄວາມສາມາດແຂ່ງຂັນພາຍໃນປະເທດ. ກ່າວໂດຍ ທ່ານ ເພັດ ພົມພິທັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້.

"ການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ເພີ່ມທະວີປັນຫາ ແລະ ສິ່ງທ້າທາຍຢ່າງຫລີກລ້ຽງບໍ່ໄດ້, ຮຽກຮ້ອງໃຫ້ມີການປັບປຸງຄວາມສາມາດໃນການແຂ່ງຂັນ, ການປັບໂຕ ແລະ ການເຂົ້າເຖິງຂໍ້ມູນທີ່ທັນສະໄໝກ່ຽວກັບສະພາບການຂອງຕະຫຼາດຢ່າງຮີບດ່ວນ." ກ່າວໂດຍ ທ່ານ ວິໄລວົງ ບຸດດາຄຳ, ເຈົ້າຄອງນະຄອນຈຳປາສັກ.

ພວກເຮົາເຫັນທ່າແຮງອັນໃຫຍ່ຫຼວງໃນການເພີ່ມທະວີການສົ່ງອອກກາເຟ ໄປສະຫະພາບເອີຣົບ ໂດຍສະເພາະແມ່ນກາເຟທີ່ໄດ້ຮັບການຢັ້ງຢືນການຄ້າຍຸດຕິທຳ ແລະ ກາເຟປອດສານພິດ. ຜູ້ບໍລິໂພກຊາວເອີຣົບພ້ອມທີ່ຈະຈ່າຍເງິນເພີ່ມ ສຳລັບກາເຟປອດສານພິດ ແລະ ຕິດພັນກັບການຮັກສາສິ່ງແວດລ້ອມ, ແລະ ທັງສາມາດສ້າງວຽກເຮັດງານທຳ ແລະ ມີຜົນກະທົບທີ່ດີຕໍ່ຊຸມຊົນ. ກ່າວໂດຍ ທ່ານ ນາງ Ina Marčiulionytė, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ.

"ຜ່ານວິທີການແບບກວມລວມນີ້ ເຮົາສາມາດແນ່ໃຈໄດ້ວ່າແຜນພັດທະນາແມ່ນໄດ້ຖືກອອກແບບມາເພື່ອສະທ້ອນໃຫ້ເຫັນເຖິງເປົ້າໝາຍຂອງຂະແໜງການ ແລະ ກຳນົດທີດທາງທີ່ແທ້ຈິງ ແລະ ມີປະສິດທິຜົນເພື່ອບັນລຸເປົ້າໝາຍດັ່ງກ່າວ." ກ່າວໂດຍ ທ່ານ ນາງ Pamela Coke-Hamilton, ຜູ້ອຳນວຍການ, ສູນການຄ້າສາກົນ

ໃນມື້ກ່ອນໜ້ານີ້, ໄດ້ມີກອງປະຊຸມປຶກສາຫາລືຈາກບັນດາພາກສ່ວນກ່ຽວຂ້ອງໃນຂະແໜງກາເຟໄດ້ປຶກສາຫາລືກ່ຽວກັບວິທີການຈັດຕັ້ງປະຕິບັດແຜນປະຕິບັດງານຂອງແຜນພັດທະນາ. ກອງປະຊຸມ 1 ວັນດັ່ງກ່າວ ໄດ້ເຜີຍແຜ່ຂໍ້ມູນແກ່ພາກສ່ວນກ່ຽວຂ້ອງ, ກຳນົດຂົງເຂດບຸລິມະສິດທີ່ສຳຄັນ, ສ້າງຕັ້ງ ແລະ ກຳນົດຄວາມຮັບຜິດຊອບຂອງຄະນະຊີ້ນຳແຜນພັດທະນາ. ຫົວຂໍ້ສົນທະນາໃນກອງປະຊຸມແມ່ນໄດ້ເວົ້າເຖິງ 4 ຈຸດປະສົງຍຸດທະສາດຄື:

  • ການແຂ່ງຂັນດ້ານການຜະລິດ ແລະ ການປຸງແຕ່ງ;
  • ຄຸນນະພາບ ແລະ ມາດຕະຖານ;
  • ການຂະຫຍາຍຕົວ ແລະ ຄວາມຫຼາກຫຼາຍຂອງຂະແໜງການ;
  • ການເຊື່ອມຕໍ່ ແລະ ການຄ້າ ກັບສາກົນ.

ຂໍ້ມູນກ່ຽວກັບ ITC: ສູນການຄ້າສາກົນ (ຫຼື ITC) ແມ່ນອົງການຮ່ວມມືລະຫວ່າງ ອົງການການຄ້າໂລກ ແລະ ອົງການສະຫະປະຊາຊາດ (ສປຊ). ITC ໃຫ້ການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນການພັດທະນາ ແລະ ຫັນປ່ຽນເສດຖະກິດເຂົ້າໃນການແຂ່ງຂັນໃນຕະຫຼາດໂລກ, ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ພາຍໃນຂອບຂອງວາລະການຊ່ວຍເຫຼືອເພື່ອການຄ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ.

ເຂົ້າຊົມເວັບໄຊ ຂອງພວກເຮົາທີ່ www.intracen.org.

ຕິດຕາມ ITC ຕາມຊ່ອງທາງ Twitter Facebook LinkedIn Instagram Flickr

ຂໍ້ມູນກ່ຽວກັບ ARISE Plus ສປປ ລາວ: ໂຄງການຊ່ວຍເຫຼືອວຽກງານການຄ້າ ຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ຫຼື ARISE Plus) ແມ່ນໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ (EU). ມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນການຂະຫຍາຍຕົວທາງດ້ານເສດຖະກິດແບບກວມລວມ, ສ້າງການຟື້ນຟູຕໍ່ກັບການປ່ຽນແປງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງ ແລະ ສ້າງວຽກເຮັດງານ ທຳໃນ ສປປ ລາວ.

ຕິດຕາມພວກເຮົາໄດ້ທີ່https://www.intracen.org/arise-plus-laos/

https://www.facebook.com/groups/ariseplus/

ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:

ນາງ ໄກອຳພອນ ສິງຫາລາດ           

ສູນການຄ້າສາກົນ

ທີ່ປຶກສາດ້ານວຽກງານສື່ສານ

E: Ksinghalath@intracen.org

T: +61 426 474 909

 

Kay-amphone Singhalath

ITC
Communication Consultant

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

ITC
ສູນການຄ້າສາກົນ
UNODC
ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້