ຊີວິດຂອງພະນັກງານສັກຢາກັນພະຍາດໃນ ສປປ ລາວ

ພະນັກງານສາທາລະນະສຸກຜູ້ໄປຕາມບ້ານຕ່າງໆເພື່ອສັກຢາກັນພະຍາດໃຫ້ເດັກນ້ອຍ

ປະມານ 50 ກິໂລແມັດໄປທາງເໜືອຂອງເມືອງຫຼວງຂອງ ສປປ ລາວ, ນະຄອນຫຼວງວຽງຈັນ, ແມ່ນທີ່ຕັ້ງຂອງສຸກສາລາຫຼັກ 52. ສຸກສາລາດັ່ງກ່າວຄອບຄຸມ 9 ບ້ານທີ່ປະກອບມີເດັກນ້ອຍຫຼາຍກວ່າ 2,000 ຄົນ. ທ່ານນາງ ຈັນສີ ຈັນດາລາ ອາຍຸ 37 ປີແມ່ນໜຶ່ງໃນບັນດາພະຍາບານປະຈຳສຸກສາລາແຫ່ງນີ້, ເຊິ່ງແມ່ນໜຶ່ງໃນຜູ້ທີ່ຮັບຜີິດຊອບບໍລິຫານໂຄງການສັກຍາກັນພະຍາດຢ່າງເປັນປະຈຳໃນບັນດາບ້ານເຫຼົ່ານີ້.

ຕະຫຼອດ 11 ປີທີ່ຜ່ານມາ, ເພິ່ນໄດ້ສັກຢາກັນພະຍາດໃຫ້ແມ່ຍິງ ແລະ ເດັກນ້ອຍໃນຫຼາຍບ້ານທີ່ຕັ້ງຢູ່ໃກ້ກັບ ສຸກສາລາຫຼັກ 52. ຕັ້ງແຕ່ເກີດໄປຈົນເຖິງ 2 ປີ, ເດັກນ້ອຍຈະໄດ້ຮັບການສັກຢາກັນພະຍາດຢ່າງເປັນປະຈຳ.

“ທີມງານ ແລະ ຂ້າພະເຈົ້າເອງມີໜ້າທີ່ຮັບຜິດຊອບສັກຢາກັນພະຍາດໃຫ້ແກ່ເດັກນ້ອຍທັງໝົດ 2,000 ຄົນໃນ 400 ຄົວເຮືອນ,” ທ່ານນາງ ຈັນສີ ກ່າວ.

ໃນທຸກເດືອນ, ສຸກສາລາແຫ່ງນີ້ຈະສັກຢາກັນພະຍາດຢ່າງເປັນປະຈຳໃຫ້ແກ່ເດັກນ້ອຍທຸກຄົນໃນເມືອງ. ເຖິງຢ່າງໃດກໍ່ຕາມ, ບັນຫາທ້າທາຍແມ່ນພໍ່ແມ່ ແລະ ລູກຂອງພວກເຂົາມັກຈະບໍ່ມາຕາມນັດ.

“ມີຫຼາຍຄອບຄົວທີ່ມັກຈະບໍ່ມາສຸກສາລາໃນເວລາທີ່ລູກຂອງພວກເຂົາຕ້ອງສັກຢາກັນພະຍາດ. ຫຼາຍຄອບຄົວຫຍຸ້ງວຽກຢູ່ສວນ, ໃນຂະນະທີ່ບາງຄອບຄົວກໍ່ບໍ່ເຂົ້າໃຈເຖິງຄວາມສຳຄັນຂອງການສັກຢາກັນພະຍາດໃຫ້ລູກຂອງຕົນຢ່າງຄົບຖ້ວນ.”

ເພື່ອຮັບປະກັນໃຫ້ເດັກນ້ອຍໄດ້ຮັບການສັກຢາກັນພະຍາດທີ່ສຳຄັນແກ່ຊີວິດຂອງພວກເຂົາ, ທີມງານທີ່ປະກອບມີສະມາຊິກ 4 ຄົນ, ລວມທັງ ທ່ານນາງ ຈັນສີ, ໄດ້ອອກໄປຕາມຄົວເຮືອນຕ່າງໆທີ່ມີເດັກນ້ອຍທີ່ຍັງບໍ່ທັນໄດ້ຮັບການສັກຢາກັນພະຍາດປະຈຳເດືອນເທື່ອ. ເພິ່ນຈະນຳເອົາຢາປ້ອງກັນພະຍາດຈຳນວນ 90 ຫຼອດໃສ່ໄວ້ໃນຖັງເກັບຄວາມເຢັນ ແລະ ຖືໄປນຳສະເໝີ.

ເພິ່ນເດີິນທາງດ້ວຍລົດຈັກໄປຕາມບ້ານແຕ່ລະຫຼັງເພື່ອສັກຢາກັນພະຍາດໃຫ້ແກ່ເດັກນ້ອຍ. ໃນບາງຄັ້ງ, ເມື່ອຕ້ອງສັນຈອນໃນເສັ້ນທາງທີ່ຍາກລຳບາກ, ເພິ່ນຈະຈອດລົດຈັກໄວ້ຢູ່ຫ້ອງການບ້ານ ແລະ ຍ່າງໄປແທນ.

ທ່ານນາງ ຈັນສີ ສະໜອງຢາກັນພະຍາດຫຼາຍປະເພດ, ເຊັ່ນວ່າ: ພະຍາດຕັບອັກເສບ B, ວັນນະໂລກ, ໄຂ້ໝາກແດງໃຫຍ່, ຢາໂປລີໂອແບບສັກ, ຢາໂປລີໂອແບບກິນ, ຢາປ້ອງກັນ 5 ພະຍາດສຳຄັນ, ເຕຕານົດ, ແລະ  ອື່ນໆ. ເພິ່ນຍັງໄດ້ຮັບການຝຶກອົບຮົມດ້ານການເກັບຮັກສາອຸນຫະພູມໃຫ້ແກ່ຢາປ້ອງກັນພະຍາດ ແລະ ວິທີໃນການສັກຢາໃຫ້ແກ່ເດັກນ້ອຍ.

ທັນທີທີ່ເດັກນ້ອຍໄດ້ຮັບການສັກຢາຄັ້ງທຳອິດໄປແລ້ວ, ພວກເຂົາຈະຖືກບັນທຶກເຂົ້າໃນບົດບັນທຶກຂອງສຸກສາລາ. ພ້ອມກັນນັ້ນ, ສຸກສາລາກໍ່ຈະອອກບັດສັກຢາສີເຫຼືອງໃຫ້ແກ່ພໍ່ແມ່.

ໃນອະດີດ, ສປປ ລາວ ໄດ້ປະເຊີນກັບບັນດາພະຍາດຮ້າຍແຮງ, ເຊັ່ນວ່າຝີດາດ, ໂປລີໂອ, ໄຂ້ໝາກແດງໃຫຍ່ ແລະ ໄຂ້ໝາກແດງນ້ອຍ. ຍ້ອນຈຸດປະສົງຢາກສັກຢາກັນພະຍາດໃຫ້ແກ່ເດັກນ້ອຍ ແລະ ລຶບລ້າງພະຍາດຕ່າງໆ, ໂຄງການເສີມສ້າງພູມຄຸ້ມກັນພະຍາດແຫ່ງຊາດ (EPI) ຈຶ່ງຖືກສ້າງຂຶ້ນໃນປີ 1982, ໂດຍແນໃສ່ເດັກນ້ອຍອາຍຸຕໍ່າກວ່າ 2 ປີ ແລະ ແມ່ຍິງອາຍຸລະຫວ່າງ 15-45 ປີທົ່ວປະເທດ. ອົງການ UNICEF ແມ່ນໜ່ວຍງານທີ່ນຳພາວຽກງານການຄຸ້ມຄອງ ແລະ ປະສານງານດ້ານຢາປ້ອງກັນພະຍາດໃນ ສປປ ລາວ.

ຍ້ອນໄດ້ຮັບການສະໜັບສະໜຸນອັນດີຈາກຜູ້ໃຫ້ທຶນ, ເຊັ່ນວ່າ ຄະນະກຳມະການຮ່ວມມືຍີ່ປຸ່ນ-UNICEF, ໂຄງການ EPI ຈຶ່ງສາມາດລຶບລ້າງພະຍາດຝີດາດ ແລະ ໂປລີໂອໄດ້. ເຖິງຢ່າງໃດກໍ່ຕາມ, ຍັງຈະຕ້ອງໄດ້ຕໍ່ສູ້ກັບພະຍາດໄຂ້ໝາກແດງໃຫຍ່ ແລະ ໄຂ້ໝາກແດງນ້ອຍຕໍ່ໄປ.

ນັບຕັ້ງແຕ່ປີ 2007, ອົງການ UNICEF ປະຈຳ ຍີ່ປຸ່ນ ໄດ້ສະໜອງທຶນຈຳນວນ $200,000 ຕໍ່ປີໃຫ່ແກ່ໂຄງການ EPI ເພື່ອໄວ້ຈັດຊື້ຢາປ້ອງກັນພະຍາດ.

ໂຄງການ EPI ໄດ້ວາງເປົ້າໝາຍບັນລຸຈຳນວນເດັກນ້ອຍທີ່ໄດ້ຮັບການສັກຢາກັນພະຍາດຢ່າງເປັນປະຈຳໃຫ້ໄດ້ 95 ສ່ວນຮ້ອຍ. ເພື່ອບັນລຸເປົ້າໝາຍນີ້, ໄດ້ມີການດຳເນີນງານການວາງແຜນເພື່ອການເຂົ້າເຖິງແບບກວມລວມ, ການຝຶກອົບຮົມພະນັກງານສາທາລະນະສຸກ, ການຝຶກອົບຮົມໃນຊຸມຊົນຕ່າງໆ ແລະ ການລະດົມການສະໜັບສະໜຸນຈາກສັງຄົມໃນຂອບເຂດທົ່ວປະເທດ.

“ຂ້າພະເຈົ້າຈະສືບຕໍ່ເຮັດວຽກເພື່ອຮັບປະກັນໃຫ້ເດັກນ້ອຍໄດ້ຮັບການສັກຢາກັນພະຍາດຢ່າງເປັນປະຈຳ. ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າຄິດວ່າວຽກງານນີ້ຍັງຕ້ອງໄດ້ຮັບການປັບປຸງ. ເພື່ອຈະໃຫ້ເຂົ້າເຖິງເດັກນ້ອຍທຸກຄົນ, ພວກເຮົາຕ້ອງໄດ້ພະຍາຍາມເພິ່ມຕື່ມອີກເພື່ອສ້າງຄວາມຕື່ນໂຕກ່ຽວກັບຄວາມສຳຄັນຂອງຢາປ້ອງກັນພະຍາດໃຫ້ພໍ່ແມ່ເຂົ້າໃຈ, ໂດຍເລີ່ມຕັ້ງແຕ່ໄລຍະແມ່ຖືພາເປັນຕົ້ນໄປ,” ທ່ານນາງ ຈັນສີ ກ່າວ

ດ້ວຍການສະໜັບສະໜຸນຈາກຄູ່ຮ່ວມພັດທະນາ, ເຊັ່ນວ່າ ອົງການອະນາໄມໂລກ (WHO), ອົງການພັນທະມິດເພື່ອຢາປ້ອງກັນພະຍາດ (GAVI), ອົງການຮ່ວມມືສາກົນເກົາຫຼີ (KOICA), ອົງການລຸກຊຳບວກເພື່ອການຮ່ວມມືພັດທະນາ (Lux-Development), ອົງການຊ່ວຍເຫຼືອເດັກ ແຫ່ງ ອົດສະຕາລີ້,  ແລະ ອົງການກາແດງສະວິດ, ລັດຖະບານ ສປປ ລາວ ຈຶ່ງສາມາດສະໜອງຢາປ້ອງກັນພະຍາດຢ່າງເປັນປະຈຳໃຫ້ແກ່ເດັກນ້ອຍທຸກຄົນໄດ້ແບບບໍ່ເສຍຄ່າ. ເຖິງຢ່າງໃດກໍ່ຕາມ, ວຽກງານດ້ານການສັກຢາກັນພະຍາດຍັງຕ້ອງໄດ້ຮັບການສະໜັບສະໜຸນດ້ານເງິນທຶນເພື່ອນຳໃຊ້ເຂົ້າໃນການຝຶກອົບຮົມ, ການຄຸ້ມຄອງ, ການປະສານງານ, ແລະ ອື່ນໆ. ຄວາມຕ້ອງການການຊ່ວຍເຫຼືອດ້ານການເງິນຍິ່ງຈະເພີ່ມຂຶ້ນຕື່ມຍ້ອນ ສປປ ລາວ ກຳລັງກະກຽມທີ່ຈະແນະນຳຢາປ້ອງກັນພະຍາດ COVID-19 ໃນຊ່ວງຕົ້ນປີ 2021 ນີ້.

--

ບົດຄວາມ ແລະ ຮູບພາບໂດຍ ອະຍຸສ ກາຣກີ, ພະນັກງານສື່ສານ ປະຈຳ ອົງການ UNICEF ໃນ ສປປ ລາວ.

ອ່ານຂໍ້ມູນເພີ່ມເຕີມກ່ຽວກັບ ອົງການ UNICEF ແລະ ວຽກງານການປະກອບສ່ວນຕໍ່ເດັກນ້ອຍໃນ ສປປ ລາວ ໄດ້ທີ່ https://www.unicef.org/laos/

ຊ່ວຍຕິດຕາມ ອົງການ UNICEF ໃນ ສປປ ລາວ ໄດ້ຜ່ານ Twitter, Instagram ແລະ Facebook.

ຂຽນໂດຍ
ຜູ້ຂຽນ
ອະຍຸສ ກາຣກີ
ພະນັກງານສື່ສານ
UNICEF
Ayush Karki_Photo
ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້
UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ