ກອງປະຊຸມບັນດາຄູ່ຮ່ວມມືສົນທິສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 27 (COP27) - ພວກເຮົາທຸກຄົນຕ້ອງໄດ້ຍົກລະດັບ ການເຄື່ອນໄຫວຈັດຕັ້ງປະຕິບັດ ເພື່ອຮັບມືກັບ ສາມບັນຫາວິກິດການໃຫຍ່ດ້ານສິ່ງແວດລ້ອມໂລກ
27th United Nations Climate Change Conference (COP27) - We must all step up action to overcome the Triple Planetary Crisis
ຄຳຂວັນຂອງຍຸດທະສາດການເຕີບໂຕຕາມທິດສີຂຽວຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ດັ່ງທີ່ວ່າ “ເພື່ອບັນລຸການຂະຫຍາຍຕົວທາງເສດຖະກິດທີ່ມີປະສິດທິພາບ, ສະອາດ, ກວ້າງຂວາງ, ກວມລວມ, ທ່ຽງທຳ ແລະ ຄົງທົນຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຄວາມຜັນແປຂອງສະພາບເສດຖະກິດໂລກ”, ເຊິ່ງເນັ້ນໜັກເຖິງການເຕີບໂຕທີ່ສະອາດ ແລະ ຄົງທົນຕໍ່ກັບການປ່ຽນແປງດິນຟ້າອາກາດນັ້ນ ແມ່ນມີຄວາມໝາຍສຳຄັນຫຼາຍຂຶ້ນກວ່າທີ່ຜ່ານມາ ເມື່ອປະເຊີນໜ້າກັບວິກິດການໂລກຫຼາຍບັນຫາລວມກັນ ແລະ ເກີດຂຶ້ນຕໍ່ເນື່ອງເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ມົນລະພິດ - ກໍຄືສາມບັນຫາວິກິດການໃຫຍ່ດ້ານສິ່ງແວດລ້ອມໂລກ. ດັ່ງທີ່ທ່ານ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ທ່ານ ແອັນໂຕນິໂອ ກູເຕີເຣັສ ໄດ້ກ່າວວ່າ “ວິກິດການດ້ານດິນຟ້າອາກາດຖືເປັນບັນຫາສຳຄັນໃນຍຸກຂອງເຮົາ”, ຫຼືເວົ້າໃນຄວາມໝາຍກວ້າງກໍຄື “ມະນຸດຊາດແມ່ນກຳລັງເຮັດສົງຄາມກັບທຳມະຊາດ” ເຊິ່ງໄດ້ຮຽກຮ້ອງໃຫ້ມີການປ່ຽນແປງອັນຮີບດ່ວນ ແລະ ທົ່ວເຖິງ ທາງດ້ານພຶດຕິກຳທີ່ຕິດພັນກັບສິ່ງແວດລ້ອມ. ກອງປະຊຸມບັນດາຄູ່ຮ່ວມມືສົນທິສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 27 (COP27) ທີ່ໄດ້ເປີດພິທີຢ່າງເປັນທາງການໃນວັນ ອາທິດ ທີ 6 ພະຈິກທີ່ຜ່ານມາ, ທີ່ເມືອງ Sharm el Sheikh, ປະເທດເອຢິບ ໄດ້ເຮັດໃຫ້ພວກເຮົາມີໂອກາດໄດ້ມາທົບທວນຕໍ່ກັບສິ່ງທ້າທາຍທີ່ກົດໜ່ວງນີ້. ກອງປະຊຸມ COP ຄັ້ງທີ 27 ໄດ້ຈັດຂຶ້ນວັນທີ 6-18 ພະຈິກ 2022 - ດ້ວຍຈຸດປະສົງໃນການສືບຕໍ່ຄວາມພະຍາຍາມໃນທີ່ຜ່ານມາ ແລະ ວາງແຜນໃນອະນາຄົດ ເພື່ອຈັດການກັບສິ່ງທ້າທາຍລະດັບໂລກຈາກການປ່ຽນແປງດິນຟ້າອາກາດ.
ໄພນາບຂູ່ຕໍ່ກັບການພັດທະນາແບບຍືນຍົງ ທັງໃນທົ່ວໂລກ ແລະ ໃນ ສປປ ລາວ
ປັດຈຸບັນນີ້, ສາມບັນຫາວິກິດການໃຫຍ່ດ້ານສິ່ງແວດລ້ອມໂລກ ຖືເປັນອຸປະສັກອັນໃຫຍ່ຫຼວງຢ່າງໜຶ່ງ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs), ທີ່ຮອງຮັບເອົາໂດຍບັນດາຜູ້ນຳໂລກໃນປີ 2015. ຜົນທີ່ມາຈາກການປ່ອຍອາຍທາດເຮືອນແກ້ວຢ່າງຕໍ່ເນື່ອງຈາກກິດຈະກຳຂອງມະນຸດ ໄດ້ນຳໄປສູ່ພາວະໂລກຮ້ອນທີ່ສູງຂຶ້ນເຖິງ 1.1°C ເມື່ອທຽບກັບລະດັບທີ່ຢູ່ໃນຊ່ວງກ່ອນໜ້າຍຸກອຸດສາຫະກຳ. ການປ່ຽນແປງດິນຟ້າອາກາດໄດ້ພາໃຫ້ເກີດປະກົດການທາງດິນຟ້າອາກາດທີ່ຮຸນແຮງ ທີ່ເກີດຂຶ້ນຖີ່ຂຶ້ນ ແລະ ຮຸນແຮງຂຶ້ນເລື່ອຍໆ ເຊິ່ງເປັນໄພນາບຂູ່ທີ່ຈະພາໃຫ້ສູນເສຍໝາກຜົນທີ່ຄວນໄດ້ຮັບຈາກການພັດທະນາທີ່ຍາກລຳບາກນີ້. ໃນປີ 2020, ປະກົດການທາງດ້ານດິນຟ້າອາກາດ ໄດ້ເຮັດໃຫ້ຜູ້ຄົນຈຳນວນ 30 ລ້ານຄົນຕ້ອງໄດ້ໜີອອກຈາກທີ່ຢູ່ອາໄສຂອງຕົນ. ນອກນັ້ນ, ມັນຍັງສົ່ງຜົນກະທົບທີ່ຮຸນແຮງກໍ່ສຸຂະພາບຊີວິດຂອງມວນມະນຸດ - ໃນໄລຍະປີ 2030 ແລະ 2050, ການປ່ຽນແປງດິນຟ້າອາກາດຄາດວ່າຈະເປັນສາເຫດໃຫ້ມີອັດຕາການເສຍຊີວິດເພີ່ມຂຶ້ນເປັນ 250 000 ຄົນຕໍ່ປີ ຈາກ ໂຣກການຂາດສານອາຫານ, ພະຍາດມາຣາເລຍ, ຖອກທ້ອງ ແລະ ພາວະຕຶງຄຽດຈາກຄວາມຮ້ອນ. ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ຊີວິດການເປັນຢູ່ທີ່ດີຂອງປະຊາຊົນ ແມ່ນມີຄວາມກ່ຽວພັນທີ່ຕັດແຍກອອກຈາກກັນບໍ່ໄດ້ກໍຄື: ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນນັ້ນ ເປັນພື້ນຖານໃນການຊ່ວຍລະບົບນິເວດທີ່ສຳຄັນ ເຊິ່ງເປັນສິ່ງທີ່ພວກເຮົາໄດ້ເພິ່ງພາໝົດທຸກຢ່າງ ນັບຕັ້ງແຕ່ອາຫານຈົນໄປເຖິງນ້ຳສະອາດ, ຢາຮັກສາພະຍາດ ແລະ ການສະໜອງທາງດ້ານວັດຖຸດິບຕ່າງໆທີ່ນຳໃຊ້ເຂົ້າໃນບັນດາກິດຈະກຳທາງເສດຖະກິດ. ແຕ່ເຖິງຢ່າງໃດກໍຕາມ, ຄວາມຕ້ອງການທາງດ້ານຊັບພະຍາກອນທຳມະຊາດທີ່ບໍ່ສິ້ນສຸດຂອງພວກເຮົາ ແມ່ນກຳລັງທຳລາຍລະບົບນິເວດ ແລະ ເລັ່ງອັດຕາການສູນພັນຂອງສິ່ງທີ່່ມີຊີວິດສູງຂຶ້ນ, ເຊິ່ງເປັນການທຳລາຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ອະນາຄົດຂອງທຳມະຊາດທີ່ເຄີຍສາມາດໃຫ້ສິ່ງຕ່າງໆແກ່ໂລກ. ພືດພັນ ແລະ ສັດປະມານ 1 ລ້ານ ຈາກ 8 ລ້ານຊະນິດໃນໂລກກຳລັງປະເຊີນກັບຄວາມສ່ຽງຈາກການສູນພັນ. ມະນຸດເຮົາກຳລັງລົ້ມເຫຼວ ໃນການລົງມືເຄື່ອນໄຫວ ເພື່ອຫຼຸດຜ່ອນມົນລະພິດທາງອາກາດ ແລະ ທາງນ້ຳ, ການຈັດການກັບສານເຄມີຢ່າງປອດໄພ ແລະ ການຫຼຸດຜ່ອນ ແລະ ຈັດການຂີ້ເຫຍື້ອ. ຍ້ອນຜົນພວງດັ່ງກ່າວ, ມົນລະພິດຈຶ່ງພາໃຫ້ມີອັດຕາການເສຍຊີວິດກ່ອນໄວອັນຄວນ ຈຳນວນ 9 ລ້ານຄົນ ໃນແຕ່ລະປີ.
ເຊິ່ງແນ່ນອນແລ້ວ, ຫຼາຍໆປະເທດກຳລັງພັດທະນາ, ລວມທັງ ສປປ ລາວ ບໍ່ແມ່ນໜຶ່ງໃນບັນດາຜູ້ປະກອບສ່ວນໃຫຍ່ ທີ່ປະກອບສ່ວນເຂົ້າໃນການແກ້ໄຂວິກິດການດັ່ງກ່າວ. ແຕ່ອັດຕາການປ່ອຍອາຍທາດເຮືອນແກ້ວຂອງ ສປປ ລາວ ແມ່ນເປັນພຽງສ່ວນເລັກນ້ອຍເມື່ອທຽບກັບບັນດາປະເທດທີ່ພັດທະນາແລ້ວ. ເຖິງແມ່ນວ່າຈະມີທ່າອ່ຽງທີ່ໜ້າກັງວົນກ່ຽວກັບ ອັດຕາການຕັດໄມ້ທຳລາຍປ່າ ປະມານ 1% ຕໍ່ປີກໍຕາມ, ແຕ່ສະພາບທຳມະຊາດປ່າໄມ້ຂອງປະເທດລາວຍັງກວ້າງໃຫຍ່ໄພສານ ແລະ ຢູ່ພາຍໃຕ້ການຄຸ້ມຄອງທີ່ດີ ທີ່ເພີ່ມຂຶ້ນ ແລະ ເຖິງແມ່ນວ່າ ມົນລະພິດຈະເປັນບັນຫາທີ່ໃຫຍ່ຂຶ້ນຢ່າງໄວວາ, ແຕ່ມັນຍັງມີຄວາມຮຸນແຮງໜ້ອຍກວ່າບັນດາປະເທດອື່ນໆ.
ແຕ່ສາມບັນຫາວິກິດການໃຫຍ່ດ້ານສິ່ງແວດລ້ອມໂລກນັ້ນບໍ່ມີເຂດແດນ ແລະ ສປປ ລາວ ກໍຍັງບໍ່ມີສິ່ງຄຸ້ມກັນຈາກຜົນກະທົບຂອງພາວະສຸກເສີນລະດັບໂລກນີ້. ການປ່ຽນແປງດິນຟ້າອາກາດສົ່ງຜົນກະທົບກັບທຸກບັນດາປະເທດ: ສປປ ລາວ ຄາດວ່າຈະມີອຸນຫະພູມເພີ່ມຂຶ້ນ 2-3°C ພາຍໃນປີ 2050, ແລະ ພາຍຸລະດູຮ້ອນເຊັ່ນ ພາຍຸມູລານ ແລະ ໂນຣຸ ທີ່ເກີດຂຶ້ນໃນເດືອນ ສິງຫາ ແລະ ກັນຍາທີ່ຜ່ານມາ ໄດ້ເນັ້ນໃຫ້ເຫັນເຖິງຄວາມບອບບາງຂອງປະເທດຕໍ່ກັບບັນດາປະກົດການທາງດິນຟ້າອາກາດທີ່ຮຸນແຮງ. ວິກິດການທາງດ້ານອາຫານໃນປັດຈຸບັນກໍໄດ້ເຮັດໃຫ້ເຫັນສະພາບຕົວຈິງຂອງຄວາມໝັ້ນຄົງທາງອາຫານ. ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນນັ້ນ - ເຊິ່ງເປັນໄພນາບຂູ່ຕໍ່ຜົນຜະລິດພືດພັນທົ່ວໂລກຕໍ່ປີ ທີ່ມີມູນຄ່າ 235 ຕື້ໂດລ້າສະຫະລັດ ແລະ 577 ຕື້ໂດລ້າສະຫະລັດ ອັນເປັນເຫດມາຈາກການຫຼຸດລົງຂອງກຸ່ມແມງໄມ້ປະສົມພັນເກສອນ - ຈະເຮັດໃຫ້ຄວາມບໍ່ໝັ້ນຄົງທາງອາຫານຮ້າຍແຮງຂຶ້ນຕື່ມໃນທຸກປະເທດ ລວມທັງ ສປປ ລາວ. ມົນລະພິດກໍເປັນບັນຫາຂ້າມເຂດແດນເຊັ່ນດຽວກັນ: ມົນລະພິດທາງອາກາດຂະຫຍາຍຂ້າມພົມແດນ ແລະ ມົນລະພິດທາງນ້ຳກໍໄຫຼລົງສູ່ບັນດາແມ່ນ້ຳຕ່າງໆ, ເຊິ່ງບໍ່ພຽງແຕ່ແມ່ນ້ຳຂອງ ແລະ ສາຂາຕ່າງໆທີ່ມີຄວາມສຳຄັນຢູ່ໃນພາກພື້ນ.
ພວກເຮົາທຸກຄົນຕ້ອງໄດ້ມີການເຄື່ອນໄຫວຈັດຕັ້ງປະຕິບັດເພື່ອປົກປັກຮັກສາສິ່ງແວດລ້ອມ
ການຈັດການກັບສາມບັນຫາວິກິດການໃຫຍ່ດ້ານສິ່ງແວດລ້ອມໂລກນັ້ນ ໄດ້ຮຽກຮ້ອງໃຫ້ມີການລົງມືເຄື່ອນໄຫວຈາກທຸກປະເທດ ແລະ ທຸກຄົນ. ສປປ ລາວ ກໍສຸມຄວາມພະຍາຍາຍາມຢ່າງຈິງຈັງຕໍ່ກັບບັນຫາດັ່ງກ່າວ. ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ສົກປີ 2021-2025 ປະກອບມີ ບັນດາເປົ້າໝາຍ ແລະ ບັນດາວຽກງານ ເພື່ອຫຼຸດຜ່ອນຜົນກະທົບໃນທຸກດ້ານຈາກວິການ: ການປ່ຽນແປງດິນຟ້າອາກາດ, ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ມົນລະພິດ. ຄວາມສຳຄັນໃນການພິຈາລະນາກ່ຽວກັບສິ່ງແວດລ້ອມເຂົ້າໃນການພັດທະນາກໍໄດ້ສະທ້ອນໃຫ້ເຫັນເຖິງ ແຜນຍຸດທະສາດການເຕີບໂຕຕາມທິດສີຂຽວແຫ່ງຊາດ. ເພື່ອຮັບປະກັນໃນການຫັນໄປສູ່ການລົງມືປະຕິບັດ, ສປປ ລາວ ໄດ້ສ້າງຍຸດທະສາດການສະໜອງທຶນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ດ້ວຍ “ການເຕີບໂຕສີຂຽວ ແລະ ການເງິນເພື່ອປ້ອງກັນການປ່ຽນແປງດິນຟ້າອາກາດ” ຖືເປັນພາກສ່ວນບຸລິມະສິດ. ຢູ່ໃນເວທີສາກົນ, ສປປ ລາວ ກໍໄດ້ກຳນົດຂອບເຂດໃນລະດັບພາກພື້ນໂດຍການກາຍເປັນປະເທດທຳອິດໃນອາຊຽນ ທີ່ໃຫ້ຄຳໝັ້ນສັນຍາໃນການປ່ອຍທາດອາຍເຮືອນແກ້ວໃຫ້ເປັນສູນພາຍໃນປີ 2050 ທີ່ກອງປະຊຸມ Climate Ambitions Summit ໃນເດືອນທັນວາ ປີ 2020. ຕາມດ້ວຍທີ່ກອງປະຊຸມ COP ຄັ້ງທີ 26, ສປປ ລາວ ໄດ້ປະກາດກຳນົດເປົ້າໝາຍສຳລັບປີ 2030 ເຊິ່ງປະກອບມີການຫຼຸດຜ່ອນທາດອາຍເຮືອນແກ້ວໃຫ້ໄດ້ 60%, ການເພີ່ມເນື້ອທີ່ປ່າ ປົກຄຸມເອົາ 70% ຂອງເນື້ອທີ່ດິນທັງໝົດ, ສົ່ງເສີມໃຫ້ມີການນຳໃຊ້ພະລັງງານທົດແທນ ແລະ ພະລັງງານສະອາດໃຫ້ຫຼາຍຂຶ້ນ ໂດຍແບ່ງເປັນ ພາຫະນະໄຟຟ້າ 30% ແລະ ພາຫະນະທີ່ໃຊ້ນ້ຳມັນ 10%.
ເຖິງແມ່ນວ່າຈະມີຄວາມພະຍາຍາມດັ່ງກ່າວ, ແຕ່ກໍຍັງມີຫຼາຍໆໂອກາດ ແລະ ຄວາມຈຳເປັນອັນຮີບດ່ວນທີ່ຕ້ອງໃຫ້ມີການດຳເນີນການທັນທີ. ຈົນເຖິງປັດຈຸບັນນີ້, ຍັງບໍ່ທັນມິີປະເທດໃດທີ່ດຳເນີນການເຄື່ອນໄຫວໄດ້ຫຼາຍພໍ. ຄວາມທົນທານທີ່ມີຈຳກັດຂອງ ສປປ ລາວ ແລະ ການປະເຊີນກັບໄພທຳມະຊາດໃນໄລຍະເວລາອັນໃກ້ນີ້ ໄດ້ຮຽກຮ້ອງໃຫ້ມີການເສີມສ້າງຄວາມເຂັ້ມແຂງໃນການປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ ເພື່ອຫັນປ່ຽນຈາກວົງຈອນຂອງການບັນເທົາຈາກຜົນກະທົບ ໄປສູ່ການຫຼຸດຜ່ອນ, ກະກຽມຄວາມພ້ອມ ແລະ ປ້ອງກັນຜົນກະທົບຂອງໄພພິບັດທຳມະຊາດໃຫ້ໜ້ອຍລົງ. ແນວທາງການແກ້ໄຂບັນຫາໃນແບບການປັບຕົວຕາມລະບົບນິເວດທີ່ໄດ້ທົດລອງ ແລະ ທົດສອບຢູ່ບ່ອນອື່ນໆ ສາມາດນຳມາຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ ໄດ້ໂດຍຜ່ານການຮ່ວມມືໃຕ້-ໃຕ້ ແລະ ນຳມາເຊິ່ງຜົນປະໂຫຍດຮ່ວມກັນຈາກຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ. ທີ່ກອງປະຊຸມ COP26 ໃນປີທີ່ຜ່ານມາ ທີ່ເມືອງ Glasgow, ໂດຍສອດຄ່ອງກັບວາລະເພື່ອການພັດທະນາແບບຍືນຍົງ 2030 ແລະ ສົນທິສັນຍາປາຣີ, ລັດຖະບານ ໄດ້ຢ້ຳຄືນຄຳໝັ້ນສັນຍາໃນການປ່ອຍທາດອາຍເຮືອນແກ້ວໃຫ້ເປັນສູນພາຍໃນປີ 2050. ເພື່ອຮັບປະກັນການຈັດຕັ້ງປະຕິບັດທີ່ມີປະສິດທິພາບ, ລັດຖະບານໄດ້ເຮັດວຽກຮ່ວມກັບບັນດາສະຖາບັນທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນພັດທະນາຂອບວຽກນະໂຍບາຍທີ່ເຂັ້ມແຂງເຊັ່ນ ຍຸດທະສາດແຫ່ງຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດ ທີ່ໄດ້ຮັບການປັບປຸງຈົນເຖິງປີ 2030, Nationally Determined Contribution (2021), ແລະ ເພື່ອນຳເອົາການປັບຕົວ ແລະ ການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025). ນອກຈາກນັ້ນ, ບົດຄົ້ນຄວ້າຈາກອົງການ ສປຊ ໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ສາມາດກາຍເປັນປະເທດທີ່ມີທາດອາຍກາກບອນເປັນກາງພາຍໃນປີ 2040 ໂດຍການນຳໃຊ້ແນວທາງເສດຖະກິດໝູນວຽນ. ຍິ່ງໄປກວ່ານັ້ນ, ກອງປະຊຸມ COP27 ທີ່ປະເທດອີຢິບ - ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການ - ຈະຊ່ວຍໃຫ້ຄະນະຜູ້ເຂົ້າຮ່ວມກອງປະຊຸມຈາກ ສປປ ລາວ ສາມາດມີສ່ວນຮ່ວມເຂົ້າໃນການປຶກສາຫາລືທີ່ສຳຄັນກ່ຽວກັບວຽກງານການປ່ຽນແປງດິນຟ້າອາກາດ ຮ່ວມກັບບັນດາປະເທດອື່ນໆເພື່ອຊ່ວຍໃຫ້ເຂົ້າເຖິງການສະໜອງທຶນເຂົ້າໃນການປ້ອງກັນການປ່ຽນແປງດິນຟ້າອາກາດ ເພື່ອທີ່ຈະບັນລຸເປົ້າໝາຍຂອງປະເທດ ໃນການປ່ອຍທາດອາຍເຮືອນແກ້ວໃຫ້ເປັນສູນ. ນອກນັ້ນ, ມັນກໍຍັງເປັນເວລາທີ່ເໝາະສົມໃນການເລັ່ງລັດການຮອງຮັບເອົາ ແລະ ການຈັດຕັ້ງປະຕິບັດນະໂຍບາຍທາງດ້ານການປ່ຽນແປງດິນຟ້າອາກາດ.
ນອກເໜືອຈາກລັດຖະບານແລ້ວ, ການຈັດການກັບສາມບັນຫາວິກິດການໃຫຍ່ດ້ານສິ່ງແວດລ້ອມໂລກ ຍັງຕ້ອງການແນວທາງຮ່ວມກັນຈາກໃນທົ່ວສັງຄົມ, ເຊິ່ງກ່ຽວພັນກັບທຸກພາກສ່ວນລວມທັງ ເຈົ້າ ແລະ ພວກເຮົາທຸກຄົນ. ເພື່ອບັນລຸເປົ້າໝາຍການເຕີບສີຂຽວໃນທົ່ວປະເທດ, ການລົງທຶນຂອງພາກສ່ວນເອກະຊົນຈະຕ້ອງແນໃສ່ບັນດາເຕັກໂນໂລຊີທີ່ເປັນມິດຕໍ່ສິ່ງແວດລ້ອມ ທີ່ເພີ່ມຫຼາຍຂຶ້ນຢ່າງວ່ອງໄວ ແລະ ມີຕົ້ນທຶນທີ່ຫຼຸດລົງ. ສິ່ງເຫຼົ່ານີ້ສາມາດເລັ່ງລັດໄດ້ໂດຍການແນໃສ່ສິ່ງກະຕຸ້ນທາງການເງິນໃຫ້ແກ່ພາກສ່ວນບຸລິມະສິດ. ການນຳໃຊ້ແນວທາງທີ່ຍຶດຖືຕາມຫຼັກສິດທິມະນຸດ ເຂົ້າໃນດຳເນີນການທາງດ້ານການປ່ຽນແປງດິນຟ້າອາກາດນັ້ນ ສາມາດຊ່ວຍປັບປຸງໝາກຜົນໃຫ້ດີຂຶ້ນ ແລະ ພ້ອມທັງເສີມສ້າງຄວາມສາມາດໃຫ້ແກ່ກຸ່ມທີ່ໄດ້ຮັບຜົນກະທົບ ແລະ ທຸກຄົນໄດ້. ຄົນລຸ້ນໃໝ່ຂອງ ສປປ ລາວ ກໍສາມາດມີບົດບາດສຳຄັນໃນການຈັດການກັບວິກິດການນີ້ໄດ້ເຊັ່ນດຽວກັນ. ພວກເຂົາສາມາດສະແດງຄວາມຄິດທີ່ສ້າງສັນ ແລະ ມີນະວັດຕະກຳ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ບັນຫາສິ່ງແວດລ້ອມໃຫ້ແກ່ສັງຄົມໄດ້. ໄວໜຸ່ມທີ່ມີຄວາມໃສ່ໃຈສິ່ງແວດລ້ອມກໍສາມາດເປັນແບບຢ່າງໄດ້ - ໂດຍຮຽກຮ້ອງໃຫ້ຜູ້ໃຫຍ່ຍົກສູງຄວາມພະຍາຍາມຂອງພວກເຂົາໃຫ້ຫຼາຍຂຶ້ນ - ແລະ ເຊິ່ງໄວໜຸ່ມເຫຼົ່ານີ້ກໍຈະກາຍເປັນຜູ້ມີອຳນາດໃນການຕັດສິນໃຈໃນອະນາຄົດ ເພື່ອລົງມືໃນການປ່ຽນແປງດ້ານສິ່ງແວດລ້ອມທີ່ພວກເຮົາຕ້ອງການ.
ສິ່ງນີ້ກໍເພື່ອຜົນປະໂຫຍດຂອງທຸກຄົນທີ່ຈະຮ່ວມກັນປົກປັກຮັກສາສິ່ງແວດລ້ອມໃຫ້ກວ້າງຂວາງຂຶ້ນ. ແລະ ນອກເໜືອຈາກຜົນປະໂຫຍດຮ່ວມກັນແລ້ວ, ຄວາມຈຳເປັນອັນຮີບດ່ວນໃນການປົກປັກຮັກສາທຳມະຊາດແມ່ນຖືເປັນໂອກາດທີ່ພາໃຫ້ມີຄວາມສາມັກຄີໃນທົ່ວໂລກ. ແລະ ມັນກໍເປັນໂອກາດສຳລັບທຸກຄົນທີ່ຈະລົງມືເຮັດ ເພື່ອເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນທົ່ວໂລກໃນການຮັກສາໂລກຂອງເຮົາ ແລະ ເປັນສ່ວນໜຶ່ງໃນການນຳເອົາມະນຸດຊາດກ້າວໄປອີກກ້າວໜຶ່ງ ສູ່ດຳລົງຊີວິດຢ່າງສັນຕິ, ມີກຽດສັກສີ ແລະ ເທົ່າທຽມ ຢູ່ໃນໂລກທີ່ພວກເຮົາທັງໝົດອາໄສຢູ່.
ບົດຄວາມສະບັບນີ້ ໄດ້ຂຽນຮ່ວມກັນໂດຍ ທ່ານ ນາງ ບຸນຄຳ ວໍຣະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ນາງ ຊາຣາ ເຊກເກເນັສ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ.