ຂ່າວສານ

ເນື່ອງໃນໂອກາດງານປະກາດຜົນການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 ສະໜັບສະໜູນໂດຍ ອົງການ FAO

21 ທັນວາ 2021

ນະຄອນຫຼວງວຽງຈັນ, 21 ທັນວາ 2021  – ຜົນການສຳຫຼວດຂໍ້ມູນຂະແໜງກະສິກຳໄດ້ຖືກເຜີຍແຜ່ ໃນງານເປີດຕົວຜົນການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 ໃນວັນອັງຄານທີ 21 ທັນວາ 2021. ຜົນການສຳຫຼວດໄດ້ຖືກນຳສະເໜີໂດຍສູນສະຖິຕິແຫ່ງຊາດ (ສຖຕ), ກະຊວງແຜນການ ແລະ ການລົງທຶນຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ໄດ້ຮັບການສະໜັບສະໜູນຈາກອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO).

ຜົນການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 (LCAIII) ໄດ້ຖືກດຳເນີນການໃນປີ 2019/2020 ແລະ ຜົນການສຳຫຼວດຄັ້ງທີ 3 ນີ້ແມ່ນສືບເນື່ອງມາຈາກ ຜົນການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 2 ທີ່ໄດ້ຖືກຈັດຕັ້ງປະຕິບັດ 10 ປີກ່ອນໜ້ານີ້ ໃນປີ 2010/2011 ແລະ ຜົນສຳຫຼວດຄັ້ງທຳອິດໃນປີ 1998/1999. ຜົນການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 (LCAIII ) ແມ່ນການສຳຫຼວດຄັ້ງທຳອິດຂອງ ສປປ ລາວ ທີ່ໄດ້ມີການນຳໃຊ້ ລະບົບຄອມພິວເຕີ້ຊ່ວຍໃນການສຳພາດ ເຂົ້າໃນການເກັບກຳຂໍ້ມູນ. ການປັບໃຊ້ຂອງ ລະບົບຄອມພິວເຕີ້ຊ່ວຍໃນການສຳພາດ (ໃຊ້ແທບເລັດ) ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງ ສູນສະຖິຕິແຫ່ງຊາດ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໃນການຫັນປ່ຽນສູ່ວິທີການທີ່ທັນສະໄໝ ເຂົ້າໃນການເກັບກຳຂໍ້ມູນ.

ສຖຕ ໄດ້ດຳເນີນການຈັດຕັ້ງປະຕິບັດ ຜົນການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 (LCAIII ) ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໂດຍມີຄະນະຊີ້ນໍາລະດັບຊາດ ເປັນປະທານໂດຍ ທ່ານ ຮອງນາຍົກລັດຖະມົນຕີ, ພາຍໃຕ້ການສະໜັບສະໜູນດ້ານວິຊາການຈາກອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO). ຜົນການສຳຫຼວດເບື້ອງຕົ້ນຂອງ ການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 (LCAIII ) ຈະໄດ້ນໍາເຂົ້າໄປປະກອບເຂົ້າໃນ ແຜນພັດທະນາເສດຖະກິດສັງຄົມຂອງຊາດ ໃນການປັບປຸງຊີວິດການເປັນຢູ່ໃນຂົງເຂດຊົນນະບົດ. ພ້ອມດຽວກັນນີ້, ຂໍ້ມູນທີ່ໄດ້ຮັບແມ່ນຂໍ້ມູນທີ່ສຳຄັນ ສະແດງເຖິງໝາກຜົນອັນໄດ້ຮັບ ຂອງ ລັດຖະບານ ສປປ ລາວ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ແລະ ເປົ້າໝາຍການພັດທະນາທີ່ຍືນຍົງ ພາຍໃຕ້ວາລະປີ 2030. 

ການຫັນປ່ຽນການເກັບກຳຂໍ້ມູນສູ່ລະບົບຄອມພິວເຕີ້ ສາມາດສ້າງໂອກາດຂໍ້ໄດ້ປຽບໃນການເພີ່ມຂໍ້ມູນໃໝ່ເຊັ່ນ: ຕຳແໜ່ງພູມສາດ, ເຊິ່ງສາມາດວິເຄາະ ແລະ ນຳສະເໜີໃນຮູບແບບທາງພູມສາດໄດ້. ຜົນການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 (LACII) ໄດ້ເກັບຂໍ້ມູນຈາກບັນດາຄົວເຮືອນກະສິກໍາ ທີ່ຕິດພັນກັບຫຼາກຫຼາຍຂະແໜງກະສິກຳໃນ ສປປ ລາວ ລວມເຖິງການປູກພືດ, ການລ້ຽງສັດ, ປ່າໄມ້ ແລະ ການປະມົງ. ຜົນການສຳຫຼວດຄັ້ງນີ້ໄດ້ລວມເອົາບັນດາຂໍ້ມູນພື້ນຖານ ຂອງໂຄງສ້າງລັກສະນະກະສິກຳເຊັ່ນ: ຂະໜາດຂອງເນື້ອທີ່ການຜະລິດ, ການຄອບຄອງທີ່ດິນ, ການນຳໃຊ້ທີ່ດິນ, ຈຳນວນສັດລ້ຽງ, ຂໍ້ມູນຄວາມສະເໝີພາບທາງດ້ານຍິງຊາຍ, ປ່າໄມ້, ການປະມົງ ແລະ ຄວາມປອດໄພສະບຽງອາຫານຂອງຄົວເຮືອນ.

ການເກັບກຳຂໍ້ມູນສຳລັບການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 ໄດ້ສຳເລັດໃນເດືອນພະຈິກ ແລະ ທັນວາ 2020 ທ່າມກາງສິ່ງທ້າທາຍທີ່ເກີດຂຶ້ນຂອງ ການແຜ່ລະບາດພະຍາດໂຄວິດ-19 ໃນທົ່ວໂລກ. ມີຈຳນວນພະນັກງານລົງເກັບກຳຂໍ້ມູນຫຼາຍກ່ວາ 700 ທ່ານມາຈາກ ສຖຕ ແລະ MAF, ແລະ ຫ້ອງການປົກຄອງທ້ອງຖິ່ນໃນການປະເມີນຄົວເຮືອນກະສິກຳທົ່ວປະເທດ ເຖິງແມ່ນວ່າຈະມີຄວາມທ້າທາຍໃນການເດີນທາງລົງເກັບກຳຂໍ້ມູນ ທ່າງກາມກາງມາດຕະການຄວບຄຸມການລະບາດພະຍາດໂຄວິດ-19 ທີ່ຖືກນຳໃຊ້ໃນທົ່ວປະເທດ. FAO ໄດ້ສະໜອງຊ່ວຍເຫຼືອດ້ານວິຊາການ ໃຫ້ແກ່ການສຳຫຼວດໃນຄັ້ງນີ້ເພື່ອໃຫ້ສອດຄ່ອງກັບວິທີການ ທີ່ຖືກແນະນຳສະເພາະຂອງການສຳຫຼວດຂະແໜງກະສິກຳໂລກ (WCA) ທີ່ໄດ້ກຳນົດໃນປີ 2020.

"ກະຊວງກະສິກຳ ແລະ ປ່າໄມ້ໄດ້ສະແດງຄວາມຊື່ນຊົມຕໍ່ການຮ່ວມມືຢ່າງໃກ້ຊິດ ຂອງສູນສະຖິຕິແຫ່ງຊາດ ແລະ ອົງການ FAO ໃນການວາງແຜນ ແລະ ຈັດຕັ້ງປະຕິບັດສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 ນີ້,” ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີິກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ. “ການສໍາຫຼວດຄັ້ງນີ້ໄດ້ສຸມທຸກເຫື່ອແຮງກໍາລັງທາງດ້ານວິຊາການສະຖິຕິ ແລະ ຂະແໜງກະສິກຳ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ສອດຄ່ອງຂອງການສໍາຫຼວດຄັ້ງນີ້.”

"ຜົນການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 (LCAIII ) ເປັນຂໍ້ມູນພື້ນຖານສໍາຄັນໃນການພັດທະນາລະບົບຂໍ້ມູນກະສິກໍາໃນ ສປປ ລາວ ໃຫ້ຍືນຍົງ. ທ່ານ ນາຊາຣ ຮາຢັດ,​ ຜູ້ຕາງໜ້າອົງການ FAO ໃນ ສປປ ລາວ, ໄດ້ມີຄຳເຫັນວ່າ. “ລັດຖະບານແຫ່ງ ສປປ ລາວ ໄດ້ຮ່ວມມືຢ່າງໃກ້ຊິດຮ່ວມກັບ ອົງການ FAO ໃນການວາງແຜນການສຳຫຼວດກະສິກຳຄັ້ງທີ 3 ນີ້, ໂດຍແນໃສ່ການນໍາໃຊ້ເຕັກໂນໂລຊີໃໝ່ທີ່ມີປະສິດທິພາບ ແລະ ລະບອບວິທີ ເພື່ອສະໜອງຂໍ້ມູນພື້ນຖານຂແໜງກະສິກໍາທີ່ຕ້ອງການ ໃນອານະຄົດ.”​

ຜົນການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 (LACII) ແມ່ນຜົນສໍາເລັດຂອງການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ອົງການ FAO ແລະ ບັນດາຄູ່ຮ່ວມງານລັດຖະບານ, ສຖຕ ແລະ MAF, ອີງຕາມທ່ານນາງ ຊາງກີຕ້າ ດູບີ້, ນັກສະຖິຕິອາວຸໂສ ແລະ ຫົວໜ້າວິຊາການໂຄງການຈາກອົງການ FAO ຫ້ອງການພາກພື້ນອາຊີ ແລະ ປາຊິຟິກຢູ່ບາງກອກ. ” ການເກັບກໍາຂໍ້ມູນໃນຂອບເຂດກະສິກໍາແມ່ນ ມີຄວາມຈຳເປັນຕ້ອງໄດ້ເອົາໃຈໃສ່ໃນການວາງແຜນໄລຍະຍາວ ແລະ ເຮັດວຽກຢ່າງໄກ້ຊິດຮ່ວມກັບ ຫຼາຍພາກສ່ວນ ແລະ ຜູ້ຊ່ຽວຊານສະເພາະຂະແໜງການ ເພື່ອຮັບປະກັນຜົນສຳເລັດ,”

ໝາກຜົນການຮ່ວມມືໄດ້ຖືກຮັບຮູ້ໂດຍ ຫົວໜ້າສູນສະຖິຕິແຫ່ງຊາດ ທ່ານ ນາງ ພອນສາຫລີ ສຸກສະຫວັດ: ”ສູນສະຖິຕິແຫ່ງຊາດ ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງຂະແໜງການກ່ຽວຂ້ອງ ແຕ່ສູນກາງ ຮອດທ້ອງຖີ່ນ ທີ່ໃຫ້ການຮ່ວມມືຢ່າງເຂັ້ມແຂງ ເຮັດໃຫ້ພວກເຮົາຍາດມາໄດ້ຜົນສໍາເລັດໃນການຈັດຕັ້ງປະຕິບັດການສໍາຫຼວດໃນຄັ້ງນີ້. ພີເສດຂໍສະແດງຄວາມຂອບໃຈ  ອົງການ FAO ທີ່ໄດ້ສະໜັບສະໜູນດ້ານວິຊາການ ເປັນຕົ້ນແມ່ນ ການຝຶກອົບຮົມສະເພາະ ແລະ ຊ່ວຍເຫຼືອດ້ານວິຊາການຢ່າງໃກ້ຊິດ ໃຫ້ແກ່ການນໍາໃຊ້ເຕັກໂນໂລຊີໃໝ່ເຂົ້າໃນການຈັດຕັ້ງປະຕິບັດການສໍາຫຼວດຄັ້ງນີ້ ເຮັດໃຫ້ ການສຳຫຼວດສະຖິຕິກະສິກຳ ຄັ້ງທີ່ III ເປັນການສໍາຫຼວດໃຫຍ່ຄັ້ງທໍາອິດທີ່ນຳໃຊ້ລະບົບ CAPI”

ຜົນການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 ເບື້ອງຕົ້ນ ສາມາດເຂົ້າອ່ານໄດ້ແລ້ວ. ຜົນການສຳຫຼວດສະບັບລ່າສຸດຂອງ ການສຳຫຼວດກະສິກຳແຫ່ງຊາດຄັ້ງທີ 3 ຈະຖືກເຜີຍແຜ່ໃຫ້ອົງການຈັດຕັ້ງທີ່ມີຄວາມສົນໃຈ ແລະ ບຸກຄົນເຂົ້າໄປທີ່ລິ້ງ:    www.lsb.gov.la,

ສຳລັບສື່ມວນຊົນແມ່ນສາມາດຕິດຕໍ່:

ທ່ານ ນາງ ສາລິກາ ຈັນທະລາວົງ, ຮອງຫົວໜ້າກົມສະຖິຕິເສດຖະກິດ, ສູນສະຕິແຫ່ງຊາດ

ໂທ: (+856-021)214740, 216656, ອີເມວ: salikach@lsb.gov.la, salikanaja@yaho.com

ທ່ານ ນາງ ວີວັນ ສຸວັນນະເມທີ, ຫົວໜ້າສູນສະຖິຕິກະສິກໍາ, ກະຊວງກະສິກໍາ ແລະ ປ່າໄມ້

ໂທ: (856 21 415363, ອີເມວ: souvannamethy@yahoo.com

ທ່ານ. ສະຕິເວັ້ນ ເອ ແຄຣລີ້, International Communication Officer, ອົງການ FAO ແຫ່ງ ສປປ ລາວ.

ໂທ: +856 21 413 205, ອີເມວ:  Steven.Cleary@fao.org

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

FAO
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້