ຂ່າວສານ

ກອງປະຊຸມການລິເລີ່່ມ ການຈັດຕັ້ງປະຕິບັດບົດລາຍງານ ການວິໄຈເສັ້ນທາງສູ່ ລະບົບສະບຽງອາຫານ ທີ່ຍືນຍົງ ຂອງ ສປປ ລາວ: ການນຳສະເໜີບົດລາຍງານ ເຂົ້າໃນກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13

09 ພະຈິກ 2021

ວັນທີ 9 ພະຈິກ 2021, ກະຊວງກະສິກຳ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດປະຈຳ ສປປ ລາວ (UN), ໄດ້ຮ່ວມຈັດກອງປະຊຸມການລິເລີ່່ມ ການຈັດຕັ້ງປະຕິບັດບົດລາຍງານ ການວິໄຈເສັ້ນທາງສູ່ ລະບົບສະບຽງອາຫານ ທີ່ຍືນຍົງ ຂອງ ສປປ ລາວ. ບົດລາຍງານດັ່ງກ່າວແມ່ນໄດ້ນຳເອົາເນື້ອໃນ ຂອງ ຜົນການຈັດກອງປະຊຸມລະດັບຊາດໃນ ສປປ ລາວ, ທີ່ໄດ້ຈັດຂຶ້ນໃນ ເດືອນມິຖຸນາ 2021 ທີ່ຜ່ານມາ. ຊື່ງບົດລາຍງານດັ່ງກ່າວແມ່ນໄດ້ຖືກຮ່າງຂຶ້ນບົນພື້ນຖານຄວາມຄວາມພະຍາຍາມ ແລະ ຄຳໝັ້ນສັນຍາຮ່ວມກັນ ລະຫວ່າງ ລັດຖະບານ ສປປ ລາວ, ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນທຸກຂັ້ນ ທີ່ມີໜ້າທີ່ພົວພັນກັບ ລະບົບສະບຽງອາຫານ ຂອງ ປະເທດ ເພື່ອການບັນລຸວຽກງານການພັດທະນາລະບົບສະບຽງອາຫານໂດຍລວມ, ກຳນົດກະລະໂອກາດທີ່ສະເພາະເຈາະຈົງ, ບັນດາສິ່ງທ້າທາຍຕ່າງໆ, ປຶກສາຫາລືການເຮັດວຽກ ຮ່ວມກັນ ແລະ ຜົນໄດ້ ຜົນເສຍ ລະຫວ່າງ ຄວາມແຕກຕ່າງໃນ ບັນດາຫົວຂໍ້ ແລະ ອົງປະກອບ ຂອງ ລະບົບສະບຽງອາຫານ ເພື່ອແນໃສ່ໃນການກຳນົດເສັ້ນທາງສູ່ລະບົບສະບຽງອາຫານທີ່ຍືນຍົງ ໃຫ້ຫຼາຍຂຶ້ນໃນ ສປປ ລາວ.

ຢູ່ໃນບົດກ່າວເປີດ ຂອງ ພະນະທ່ານ ປອ ເພັດ ພົມພີພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ໄດ້ກ່າວຂອບໃຈຕໍ່ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ໃນການສະໜັບສະໜູນ, ປະກອບສ່ວນ ແລະ ຄວາມຮັບຜິດຊອບຮ່ວມກັນ ຢ່າງເຂັ້ມແຂງ ຜ່ານຂະບວນການ ຂອງ ຈັດກອງປະຊຸມປຶກສາຫາລື.

ເມື່ອພິຈາລະນາເຖິງລະບົບສະບຽງອາຫານທີ່ຍືນຍົງແລ້ວ ຖືວ່າແມ່ນເປັນໜື່ງໃນເປົ້າໝາຍຫຼັກ ຂອງ ການພັດທະນາ ໃນ ສປປ ລາວ, ທ່ານ ປອ ເພັດ ພົມພີພັກ ຍັງໄດ້ເນັ້ນຢໍ້າໃຫ້ເຫັນເຖິງຄວາມສຳຄັນ ຂອງ ການເຮັດວຽກຮ່ວມກັນ ເພື່ອຜັນຂະຫຍາຍຄຳໝັນສັນຍາຮ່ວມກັນ ໄປສູ່ການຈັດຕັ້ງປະຕິບັດຕົວຈິງ ທີ່ຈະສາມາດສ້າງຜົນປະໂຫຍດທີ່ດີ ໃຫ້ແກ່ປະຊາຊົນລາວທົ່ວປະເທດ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດຮ່ວມກັນ ກັບບັນດາພາກສ່ວນທີ່ກ່ຽວຂ້ອງ ຕໍ່ວຽກງານລະບົບສະບຽງອາຫານທີ່ຍືນຍົງພາຍໃນປະເທດ.

ໃນການນຳສະເໜີບັນດາເປົ້າໝາຍ ສຳລັບລະບົບສະບຽງອາຫານທີ່ເໝາະສົມ, ທ່ານ ນາງ ຊາຣາ ເຊັກເກນເນັສ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ,  ໄດ້ເນັ້ນຢໍ້າເຖີງຄວາມຕ້ອງການ ໃນຮູບການຜະລິດກະສິກຳສະອາດ, ເຊິ່ງໄດ້ເນັ້ນຢໍ້າໃນບົດລາຍງານດັ່ງກ່າວ ຊື່ງການຜະລິດກະສິກຳສະອາດ ຈຳເປັນຕ້ອງໄດ້ມີການລົງທຶນ, ການຝຶກອົບຮົມ ແລະ ຕ້ອງໄດ້ເອົາໃຈໃສ່ໃຫ້ທົ່ວເຖິງ ໂດຍສະເພາະບັນດາໂຄງການຂະໜາດໃຫຍ່ ແມ່ນຕ້ອງໄດ້ເອົາໃຈໃສ່ ຊີວິດການເປັນຢູ່ ຂອງ ຊາວກະສິກອນຂະໜາດນ້ອຍ, ໂດຍສະເພາະໃນເຂດທີ່ມີຄວາມຫຍຸ້ງຍາກ, ຮັບປະກັນວ່າພວກເຂົາຕ້ອງໄດ້ຮັບຄວາມເທົ່າທຽມກັນທີ່ຍືນຍົງ ແລະ ສິດໃນການເຂົ້າເຖິງທີ່ດິນລວມ,​ ເຂົ້າເຖິງອຸປະກອນເຄື່ອງມືຮັບໃຊ້ ແລະ ຄວາມຮູ້ກ່ຽວກັບການເຮັດທຸລະກິດຂອງພວກເຂົາ.

ທ່ານ ນາຊາຣ ຮາຢັດ, ຜູ້ຕາງໜ້າອົງການ FAO ໄດ້ແລກປ່ຽນຕໍ່ທີ່ປະຊຸມເຖິງພາບລວມ ຂອງ ຂະບວນການ ຂອງ ກອງປະຊຸມສຸດຍອດລະບົບສະບຽງອາຫານ ປະກອບມີ ກອງປະຊຸມລະບົບສະບຽງອາຫານແຫ່ງຊາດ ໃນ ສປປ ລາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ, ພ້ອມດຽວກັນ ກັບ ການເຂົ້າຮ່ວມຂອງ ສປປ ລາວ ໃນ ກອງປະຊຸມລະບົບສະບຽງອາຫານ ຂອງ ພາກພື້ນອາຊີປາຊິຟິກ ເຊິ່ງໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ ຢູ່ບາງກອກ, ກອງປະຊຸມເພື່ອກະກຽມຄວາມພ້ອມ ໄດ້ຈັດຂຶ້ນໃນວັນທີ 26-28 ກໍລະກົດ ຢູ່ກຸງໂຣມ ແລະ ກອງປະຊຸມສຸດຍອດລະດັບຜູ້ນໍາອົງການສະຫະປະຊາຊາດ ດ້ານລະບົບສະບຽງອາຫານ ເຊິ່ງໄດ້ຈັດຂຶ້ນໃນວັນທີ 23-24 ກັນຍາ 2021. ບົດລາຍງານເສັ້ນທາງສູ່ລະບົບສະບຽງອາຫານທີ່ຍືນຍົງ ແມ່ນຜົນໄດ້ຮັບຈາກ ຂະບວນການຂອງ ກອງປະຊຸມສຸດຍອດລະດັບຜູ້ນຳອົງການສະຫະປະຊາຊາດ ດ້ານລະບົບສະບຽງອາຫານ, ເຊິ່ງມີສະມາຊິກເຂົ້າຮ່ວມຫຼາຍກ່ວາ 150 ປະເທດ, ລວມເຖິງ ສປປ ລາວ, ທີ່ໄດ້ມີຄຳໝັ້ນສັນຍາຮ່ວມກັນໃນການຫັນປ່ຽນລະບົບສະບຽງອາຫານ ແລະ ແກ້ໄຂບັນດາສິ່ງທ້າທາຍ ເຊັ່ນ: ໄພອຶິດຫິວ, ການປ່ຽນແປງທາງດ້ານດິນຟ້າອາກາດ ແລະ ການຜະລິດສະບຽງອາຫານທີ່ຍືນຍົງ, ຮ່ວມກັບຜູ້ເຂົ້າຮ່ວມອື່ນໆ. ໃນການຕອບໂຕ້ຕໍ່ສະພາບການແຜ່ລະບາດ ຂອງ ພະຍາດ, ການຫັນປ່ຽນນີ້ຈະສາມາດດຳເນີນການໄດ້ ຜ່ານຂະບວນການ ຂອງ ການຈັດຕັ້ງປະຕິບັດຄຳໝັ້ນສັນຍາຮ່ວມ, ເຊິ່ງມີຄວາມໝາຍຄວາມສຳຄັນຫຼາຍກ່ວາເກົ່າ ສຳລັບປະເທດ. ທ່ານ ຮາຢັດ ຍັງໄດ້ກ່າວຕື່ມວ່າ: “ເວລານີ້ຕ້ອງໄດ້ປະກອບສ່ວນເຂົ້າໃນການພັດທະນາລະບົບສະບຽງອາຫານ ຂອງພວກເຮົາ ໃນການລົບລ້າງໄພອຶດຫິວ ພາຍໃນປີ 2030”.

ທ່ານ ປອ ພົມມີ ອິນທິຈັກ, ຮອງຫົວໜ້າກົມ, ກົມແຜນການ ແລະ ການເງິນ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ນຳສະເໜີ 4 ຫົວຂໍ້ສຳຄັນ ຂອງ ບົດລາຍງານ -   ‘ຮັບປະກັນສະບຽງອາຫານທີ່ປອດໄພ ແລະ ມີໂພຊະນາການ ໃຫ້ແກ່ທຸກຄົນ’, ‘ສົ່ງເສີມການຜະລິດໃນລະດັບທີ່ພຽງພໍ ແຕ່ເປັນມິດຕໍ່ສິ່ງແວດລ້ອມ’, ‘ສ້າງ ແລະ ປ່ຽນແປງ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ ແລະ ການແຈກຢາຍຜົນປະໂຫຍດໃຫ້ເທົ່າທຽມ’ ແລະ ‘ສ້າງຄວາມຍືດຍຸ່ນຕໍ່ກັບຄວາມສ່ຽງ, ຜົນກະທົບ ແລະ ຄວາມກົດດັນຕ່າງໆ’. ເພິ່ນຍັງໄດ້ເນັ້ນຢໍ້າໃຫ້ເຫັນເຖິງການມີສ່ວນຮ່ວມ ຂອງ ຫຼາຍພາກສ່ວນຢ່າງພົ້ນເດັ່ນ ທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການຂອງລະບົບສະບຽງອາຫານໃນ ສປປ ລາວ.

ໃນຕໍ່ໜ້າ, ກະຊວງກະສິກຳ ແລະ ປ່າໄມ້ຈະໄດ້ສ້າງໜ່ວຍງານຫຼັກເຊິ່ງປະກອບມີ ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ແລະ ໜ່ວຍງານ ຈາກ ອົງການສະຫະປະຊາຊາດ, ທີ່ຈະໄດ້ນໍາພາການຈັດຕັ້ງປະຕິບັດວຽກລະບົບສະບຽງອາຫານ. ພາຍໃຕ້ພື້ນຖານທີ່ກວ້າງຂວາງ ແລະ ການປຶກສາຫາລືມທີ່ເປັນຂະບວນການ, ໜ່ວຍງານຫຼັກດັ່ງກ່າວ ຈະພັດທະນາແຜນການຈັດຕັ້ງປະຕິບັດລະດັບຊາດ ພ້ອມດ້ວຍການລິເລີ່ມທີ່ເປັນອັນສະເພາະ ເພື່ອປະກອບສ່ວນເຂົ້າໃນວຽກງານລະບົບສະບຽງອາຫານທີ່ຍືນຍົງໃນ ສປປ ລາວ.  

ຜົນຂອງກອງປະຊຸມໃນມື້ນີ້ ຈະນຳໄປປະກອບເຂົ້າໃນກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13 ເຊິ່ງຈະຈັດຂຶ້ນໃນວັນທີ 17 ພະຈິກ 2021. ໃນແຕ່ລະປີ,​ ກອງປະຊຸມໂຕະມົນຈະມີການນຳສະເໜີໂອກາດທີ່ສຳຄັນ ສຳລັບ ຂະແໜງການທີ່ກ່ຽວຂ້ອງ ໃນຂົງເຂດການພັດທະນາ ໃນ ສປປ ລາວ ເພື່ອມາຮ່ວມປຶກສາຫາລື ແລະ ເຮັດວຽກຮ່ວມກັນໃນການນຳສະເໜີ ບັນດາສິ່ງທ້າທາຍວຽກງານຕ່າງໆໃນການພັດທະນາ ຂອງ ສປປລາວ.  

Vilaylack Khounvisith

ວິໄລລັກ ຂຸນວິສິດ (ກຸກ)

FAO
ທີ່ປຶກສາດ້ານການສື່ສານ

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

FAO
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ
IFAD
ກອງທຶນສາກົນ ເພື່ອການພັດທະນາກະສິກຳ
RCO
ຫ້ອງການຜູ້ປະສານງານອົງການສະຫະປະຊາຊາດ
UNEP
ອົງການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ
UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ
WFP
ອົງການອາຫານໂລກ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້