ຂ່າວສານ

ປັບປຸງການມີສ່ວນຮ່ວມຂອງຄົນພິການເທື່ອລະກ້າວ

10 ທັນວາ 2020

  • ນະຄອນຫຼວງວຽງຈັນວັນທີ ທັນວາ 2020 - ຢູ່ທົ່ວໂລກມີເດັກນ້ອຍໜຶ່ງໃນ 160 ຄົນທີ່ເປັນອໍທິສຕິກ, ເຊິ່ງເລີ່ມຕົ້ນຕັ້ງແຕ່ໄວເດັກ ແລະ ມັກຈະສືບຕໍ່ໄປໃນໄລຍະທີ່ເປັນໄວໜຸ່ມ ແລະ ຜູ້ໃຫຍ່. ຄົນອໍທິສຕິກມີຫຼາຍລະກັບ. ຄົນອໍທິສຕິກຫຼາຍຄົນສາມາດດຳລົງຊີວິດທີ່ເປັນເອກະລາດ ແລະ ສຳເລັດດ້ວຍຄວາມຊ່ວຍເຫຼືອໜ້ອຍ, ແຕ່ກໍ່ຍັງມີຜູ້ທີ່ຕ້ອງການການດູແລ ແລະ ການຊີ້ນໍາຢ່າງຕໍ່ເນື່ອງ ແລະ ເຂັ້ມງວດ. ການເຂົ້າເຖິງບໍລິການທີ່ພຽງພໍແມ່ນຍັງຍາກ ແລະ ຄົນອໍທິສຕິກຍັງປະເຊີນກັບອຸປະສັກທາງດ້ານສັງຄົມ, ວັດທະນະທຳ, ເສດຖະກິດ, ສະຖາບັນ ແລະ ທາງດ້ານຮ່າງກາຍທີ່ກີດຂວາງໃຫ້ພວກເຂົາໄດ້ຮັບສິດທິຢ່າງເຕັມ.

ຢູ່ ສປປ ລາວ, ຄົນອໍທິສຕິກບໍ່ມີການຮັບຮູ້ຫຼາຍ ແລະ ບໍ່ໄດ້ຖືກກຳນົດຢ່າງດີ, ອາການດັ່ງກ່າວຍັງບໍ່ໄດ້ຖືກຮັບຮອງເປັນຄົນພິການຢູ່ໃນ ສປປ ລາວ, ເຮັດໃຫ້ຄອບຄົວມີຄວາມຫຍຸ້ງຍາກໃນການເຂົ້າເຖິງການບໍລິການພິເສດ, ລວມທັງການເບິ່ງແຍງສຸຂະພາບ, ການບໍລິການກວດສຸຂະພາບ ແລະ ຜູ້ຊ່ຽວຊານດ້ານການສຶກສາ.

ສະເພາະວັນສາກົນເພື່ອຄົນພິການ, ອົງການສະຫະປະຊາຊາດປະຈໍາ ສປປ ລາວ ໄດ້ໄປຢ້ຽມຢາມສະມາຄົມເພື່ອຄົນອໍທິສຕິກ (ສພອ) ເພື່ອໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບໂອກາດ ແລະ ການບໍລິການຕ່າງໆທີ່ມີຢູ່ສຳລັບຄົນຄົນອໍທິສຕິກ ແລະ ວິທີທີ່ ສປຊ ແລະ ຄົນອື່ນໆສາມາດເຮັດວຽກກັບອົງການຈັດຕັ້ງທາງສັງຄົມເຊັ່ນ ສພອ, ເພື່ອສະໜັບສະໜູນຄົນອໍທິສຕິກ ແລະ ຄອບຄົວຂອງພວກເຂົາທີ່ອາໃສຢູ່ໃນ ສປປ ລາວ, ໂດຍສະເພາະໃນໄລຍະການແຜ່ລະບາດຂອງ ໂຄວິດ-19 ໃນປະຈຸບັນ.

ສພອ ໄດ້ລະບຸວ່າໃນຖານະທີ່ເປັນອົງການຈັດຕັ້ງຂອງພໍ່ແມ່, ຍັງມີຫຼາຍຢ່າງທີ່ຕ້ອງໄດ້ເຮັດເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ຄົນອໍທິສຕິກຢູ່ໃນ ສປປ ລາວ. ເຊິ່ງລວມທັງການປູກຈິດສໍານຶກກ່ຽວກັບຄົນອໍທິສຕິກ ແລະ ຂະຫຍາຍການເຂົ້າເຖິງຂອງການສຶກສາໃນໂຮງຮຽນ, ລວມທັງການສຶກສາວິຊາຊີບ ແລະ ການຝຶກອົບຮົມໃນການກະກຽມຄວາມເປັນຜູ້ໃຫຍ່, ເພື່ອຢຸດຄວາມຮູ້ສຶກທີ່ມີປົມດ້ອຍ ແລະ ສາມາດໃຫ້ເດັກນ້ອຍອໍທິສຕິກໄດ້ຮຽນຄຽງຄູ່ກັບໝູ່ເພື່ອນ ແລະ ມີສິດທິໃນການຮຽນຕະຫຼອດຊີວິດ.

ການສຶກສານີ້ບໍ່ສາມາດຢຸດຢູ່ຂັ້ນຕອນເລີ່ມຕົ້ນເທົ່ານັ້ນ, ຕາມທີ່ພວກເຮົາໄດ້ເຫັນຈາກຜົນກະທົບຂອງ ໂຄວິດ-19. ສປຊ ແລະ ສພອ ໄດ້ຕົກລົງເຫັນດີວ່າຄົນພິການຄວນມີສິດເຂົ້າໄດ້ຮັບການຝຶກອົບຮົມ ແລະ ໂອກາດໄດ້ຮັບການຈ້າງງານຢ່າງເທົ່າທຽມໃນຂະນະທີ່ປະເທດກຳລັງສ້າງຕະຫຼາດແຮງງານຄືນ. ເພື່ອໃຫ້ມີໂອກາດເທົ່າທຽມ, ບັນດາອຸດສະຫະກຳຕ້ອງເຮັດວຽກຮ່ວມກັບອົງການຈັດຕັ້ງຂອງຄົນພິການ ເພື່ອຮັບປະກັນຄວາມສະດວກພື້ນຖານແມ່ນໄດ້ຮັບການຕອບສະໜອງ ແລະ ພ້ອມມີທີ່ວ່າງໄວ້ໃຫ້.

ພໍ່ແມ່ທີ່ມີລູກອໍທິສຕິກໄດ້ລາຍງານວ່າມີເວລາສ່ວນຕົວທີ່ຈຳກັດ, ຮູ້ສຶກເຄັ່ງຄຽດ, ອຸກອັ່ງ ແລະ ໂດດດ່ຽວ. ຄວາມກົດດັນນີ້ໄດ້ເພີ່ມຂຶ້ນເມື່ອຄ່າໃຊ້ຈ່າຍສ່ວນຫຼາຍເເມ່ນມາຈາກຄອບຄົວນັ້ນເອງ, ເຖິງບໍ່ແມ່ນທັງໝົດ, ໂດຍສະເພາະເມື່ອຄວາມພິການບໍ່ໄດ້ຮັບການຍອມຮັບຢ່າງເຕັມທີ່ໃນປະເທດ. ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ສພອ ໄດ້ສະແດງຄວາມກັງວົນຕໍ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນທີ່ເພີ່ມເຕີມຈາກຜົນກະທົບຂອງໂຄວິດ-19, ເຊິ່ງນໍາໄປສູ່ການເພີ່ມຂື້ນຂອງຄວາມສ່ຽງດ້ານສຸຂະພາບຈິດ.

ບັນດາຕົວແທນໄດ້ກ່າວເນັ້ນວ່າໃນປະຈຸບັນມີຄວາມສຳຄັນຫຼາຍກວ່າເກົ່າໃຫ້ພວກເຮົາສ້າງຊຸມຊົນທີ່ສົ່ງເສີມໃຫ້ປະຊາຊົນທຸກຄົນເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງເຕັມທີ່. ໄດ້ມີການຕົກລົງເຫັນດີວ່າສິ່ງນີ້ເລີ່ມຕົ້ນດ້ວຍການຮັບຮູ້ ແລະ ການມີບັດປະຈຳຕົວສະເພາະຄົນພິການລະດັບຊາດ ສາມາດເປັນບາດກ້າວທີ່ສຳຄັນໃນການສະໜັບສະໜູນໃຫ້ຄົນອໍທິສຕິກ ແລະ ຄົນພິການອື່ນໆສາມາດຊອກການດູແລພິເສດໂດຍບໍ່ມີການຕັດສິນ, ໃນຂະນະທີ່ປັບປຸງຄວາມສາມາດ ແລະ ການເຂົ້າເຖິງການບໍລິການທີ່ຈຳເປັນເຊັ່ນ: ສຸຂະພາບ ແລະ ການສຶກສາ.

ທ່ານ ສີຫວ່າງ ໄຊຍະວົງ, ປະທານສະມາຄົມເພື່ອຄົນໂອທິສຕິກ ໄດ້ກ່າວວ່າ: “ຊຸມຊົນມີບົດບາດສຳຄັນໃນການສະໜັບສະໜູນຄົນອໍທິສຕິກ. ເຊິ່ງແມ່ນເຫດຜົນທີ່ ສພອ ໄດ້ສຸມໃສ່ຄວາມພະຍາຍາມຂອງພວກເຮົາໃນການຍົກສູງຄວາມຮັບຮູ້ຂອງສັງຄົມ, ສົ່ງເສີມສິດທິຂອງເດັກນ້ອຍອໍທິສຕິກ, ປັບປຸງການເຂົ້າເຖິງການບໍລິການທີ່ເໝາະສົມ, ແລະ ສະໜອງການສຶກສາ, ການບຳບັດ ແລະ ການຝຶກອົບຮົມໃຫ້ເເກ່ພວກເຂົາ ແລະ ຄອບຄົວ. ພວກເຮົາໄດ້ເຫັນເຖິງການປະກອບສ່ວນອັນລໍ້າຄ່າຂອງຄົນອໍທິສຕິກໃນຊຸມຊົນຂອງພວກເຮົາເມື່ອພວກເຂົາໄດ້ຮັບໂອກາດ."

ໃນຕົ້ນປີນີ້, ລັດຖະບານໄດ້ຍອມຮັບເອົາຄຳແນະລວມທັງໝົດ 7 ຂໍ້ຈາກກົນໄກທົບທວນປະຈໍາໄລຍະດ້ານສິດທິມະນຸດຄັ້ງທີ 3 ຂອງປະເທດ ແລະ ສປປ ລາວ ໃນໄວໆນີ້ຈະໄດ້ຮັບການທົບທວນກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍ ສິດທິຄົນພິການ (ປີ 2008) ໃນປີ 2021. ທັງສອງເເຜນງານນີ້ມີຄວາມສຳຄັນສຳລັບ ສປຊ ເພື່ອການເຮັດວຽກຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນການສົ່ງເສີມສິດທິຂອງຄົນພິການ; ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ, ນະໂຍບາຍ ແລະ ການລົງທືນດ້ານການພັດທະນາເພື່ອຮັບປະກັນວ່າ ປະຊາຊົນທຸກຈະຖືກລວມເຂົ້າໃນຂະບວນການຕັດສິນໃຈ ແລະ ຮຽນຮູ້ຈາກອົງການຈັດຕັ້ງສັງຄົມເຊັ່ນ ສພອ ໃນການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ, ເຮັດໃຫ້ສິດທິຕ່າງໆເປັນຄວາມຈິງເພື່ອປະຊາຊົນ.

ທ່ານ ນາງ ຊາຣາ ເຊັກເກເນສ, ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ຄວາມມຸ່ງໝັ້ນໃນການຮັບຮູ້ສິດທິຂອງເດັກພິການບໍ່ພຽງແຕ່ແມ່ນເລື່ອງຍຸດຕິທຳເທົ່ານັ້ນ; ມັນແມ່ນການລົງທືນໃນອະນາຄົດທີ່ດີກວ່າເກົ່າໃຫ້ພວກເຮົາພ້ອມກັນກ້າວໄປ. ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ກຳລັງເຮັດວຽກເພື່ອເພີ່ມທະວີການລວມເອົາ ແລະ ການມີສ່ວນຮ່ວມຂອງທຸກຄົນ, ພວກເຮົາໄດ້ຮຽນຮູ້ຈາກປະສົບການຊີວິດຂອງຄົນພິການ ແລະ ກໍາລັງຊອກຫາວິທີການທີ່ມີນະວັດຕະກຳເພື່ອເປັນຄູ່ຮ່ວມກັບເຄືອຂ່າຍຂອງອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງຂອງຄົນພິການທີ່ສະໜັບສະໜູນພວກເຂົາ. ກາລະໂອກາດໃນການສ້າງຄືນ ສປປ ລາວ ໃຫ້ດີກວ່າເກົ່າ, ທີ່ມີຄວາມສາມາດເຂົ້າເຖິງ, ຄວາມຍືນຍົງ ເເລະ ລວມເອົາທຸກຄົນພາຍຫຼັງການລະບາດຂອງ ໂຄວິດ-19 ເລີ່ມຕົ້ນດ້ວຍການຮັບປະກັນວ່າທຸກຄົນສາມາດມີສ່ວນຮ່ວມເທົ່າທຽມກັນ”

ໃນລະຫວ່າງການຢ້ຽມຢາມ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ຍັງໄດ້ມອບເຄື່ອງຫຼີ້ນການພັດທະນາການຮຽນຮູ້ທີ່ຈຳເປັນ ແລະ ອຸປະກອນການສຶກສາ ໃຫ້ແກ່ນັກຮຽນຂອງສູນອໍທິສຕິກຢູ່ທີ່ປາກເຊ ເເລະ  ນະຄອນຫຼວງວຽງຈັນ, ໃນນາມຂອງການບໍລິຈາກທີ່ໄດ້ຮັບໂດຍຄູ່ຮ່ວມມືໃນງານ UN75 ທີ່ໄດ້ຈັດໃນປີນີ້. ປະຈຸບັນ ສພອ ກຳລັງວາງແຜນທີ່ຈະພັດທະນາສະຖານທີ່ທີ່ມີຄຸນປະໂຫຍດຫຼາຍກວ່າເກົ່າໃນນະຄອນຫຼວງວຽງຈັນເພື່ອຂະຫຍາຍການເຂົ້າເຖິງ, ການບໍລິການ ແລະ ທາງເລືອກການສຶກສາສຳລັບເດັກນ້ອຍອໍທິສຕິກ.

ຕົວແທນຈາກ UNDP, UNICEF, UNIDO, ເເລະ WHO ໄດ້ເຂົ້າຮ່ວມງານພ້ອມ.

ກົນໄກທົບທວນປະຈໍາໄລຍະດ້ານສິດທິມະນຸດ:

ກົນໄກທົບທວນປະຈໍາໄລຍະດ້ານສິດທິມະນຸດ (UPR) ແມ່ນຂະບວນການທີ່ມີເອກະລັກສະເພາະທີ່ຂັບເຄື່ອນໂດຍລັດທີ່ມີການທົບທວນຄືນບົດບັນທຶກສິດທິມະນຸດຂອງທຸກໆປະເທດສະມາຊິກ ສປຊ. ພາຍໃຕ້ການສະໜັບສະໜູນຂອງສະພາສິດທິມະນຸດ ເຊິ່ງເປີດໂອກາດໃຫ້ລັດຖະບານແຕ່ລະປະເທດປະກາດວ່າພວກເຂົາໄດ້ປະຕິບັດຫຍັງເພື່ອປັບປຸງສະຖານະການດ້ານສິດທິມະນຸດໃນປະເທດຂອງພວກເຂົາ ແລະ ປະຕິບັດພັນທະສິດທິມະນຸດ.

ແຫຼ່ງ: www.ohchr.org

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

UN
ສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້