ຂ່າວສານ

ວັກຊີນກັນພະຍາດ ໂຄວິດ-19 Astra Zeneca/Oxford ຈໍານວນ 523,200 ໂດສ໌ ຈາກ COVAX Facility ໄດ້ມາຮອດ ສປປ ລາວ ແລ້ວ

31 ຕຸລາ 2021

ນະຄອນຫຼວງວຽງຈັນ, ວັນທີ 31 ຕຸລາ 2021 - ມື້ນີ້ ສປປ ລາວ ໄດ້ຮັບວັກຊີນກັນພະຍາດ ໂຄວິດ-19 Astra Zeneca/Oxford ຊຸດໃໝ່ ຈໍານວນ 523,200 ໂດສ໌ ໂດຍຜ່ານ COVAX Facility, ຊຶ່ງແມ່ນ​ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນ​ພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ

ການສົ່ງມອບວັກຊີນຄັ້ງລ່າສຸດນີ້ແມ່ນເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ COVAX Facility ເພື່ອຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງເທົ່າທຽມກັນໃນທົ່ວໂລກ ແລະ ເປັນການສົ່ງມອບຕໍ່ຈາກການປະກອບສ່ວນຊ່ວຍເຫຼືອວັກຊີນກັນພະຍາດ ໂຄວິດ-19 ໃຫ້ເເກ່ ສປປ ລາວ ຜ່ານ COVAX Facility ໂດຍລັດຖະບານຍີ່ປຸ່ນ ໃນເດືອນສິງຫາ 2021.

ວັກຊີນຈໍານວນດັ່ງກ່າວຈະຖືກນຳໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອໃຫ້ການປ້ອງກັນແກ່ປະຊາຊົນລາວຢ່າງຕໍ່ເນື່ອງ ແລະ ບັນລຸເປົ້າໝາຍການສັກຢາກັນພະຍາດ ໂຄວິດ-19 ໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນໃນທົ່ວປະເທດພາຍໃນທ້າຍປີນີ້.

ວັກຊີນດັ່ງກ່າວຈະຖືກນໍາໄປສັກໃຫ້ຜູ້ທີ່ມີຄວາມສ່ຽງສູງຕໍ່ການເປັນພະຍາດ ໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບສອງເຂັມເທື່ອ. ໃນປະຈຸບັນ ການສັກຢາກັນພະຍາດໂຄວິດ-19 ແມ່ນສຸມໃສ່ກຸ່ມບູລິມະສິດ ທີ່ປະກອບມີຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ, ແມ່ຍິງຖືພາ, ພະນັກງານແພດ ແລະ ບຸກຄະລາກອນທີ່ສໍາຄັນເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ ຕາມທີ່ລະບຸໄວ້ໃນແຜນແຫ່ງຊາດສໍາລັບການສັກຢາປ້ອງກັນພະຍາດ ໂຄວິດ-19.

###

ຂໍ້ມູນສໍາລັບຕິດຕໍ່

ກະຊວງສາທາລະນະສຸກ

ທ່ານ. ວິສິດ ຄໍາລືຊາ, ຫົວໜ້າສູນສື່ສານການແພດ ແລະ ສຸຂະສຶກສາ, +856 20 2250 2862, vkhamlusa@yahoo.com

 

ສໍານັກງານຂ່າວສາກົນຂອງອົງການ CEPI

ໂທ: +44 7387 055214

ອີເມລ: press@cepi.net



ອົງການກາວີ ສາກົນ

Meghana Sharafudeen msharafudeen@gavi.org

Iryna Mazur imazur@gavi.org

Evan O'Connell econnell@gavi.org

Laura Shevlin lshevlin@gavi.org

 

ອົງການຢູນິເຊັບ ປະຈໍາ ສປປ ລາວ

Maria Fernandez, ຫົວໜ້າຝ່າຍສື່ສານ, ອົງການຢູນິເຊັບ ປະຈໍາ ສປປ ລາວ, +856 20 5551 9681, mfernandez@unicef.org

ອົງການອະນາໄມໂລກ ປະຈໍາ ສປປ ລາວ

 

Irene Tan, ທີ່ປຶກສານດ້ານການສື່ສານ, ອົງການອະນາໄມໂລກ, +856 20 55567028, tanir@who.int

ອົງການອະນາໄມໂລກ ສາກົນ

+41 22 791 2222 mediainquiries@who.int

 

ໝາຍເຫດ​ເຖິງບັນນາທິການ

ບັນຊີລາຍຊື່ຂອງຜູ້ໃຫ້ທຶນທີ່ໄດ້ໃຫ້ຄໍາໝັ້ນ​ສັນຍາ​ກັບ Gavi COVAX AMC ແມ່ນມີຢູ່ທີ່ນີ້ here.

ຜູ້ຕິດຕາມການສະໜອງທຶນແບບໂຕ້ຕອບສຳລັບຜູ້ເລັ່ງລັດ ACT ຊຶ່ງ​ລວມມີລາຍລະອຽດຂອງການສະໜອງທຶນໃຫ້ແກ່ ​COVAX, ສາມາດເບິ່ງ ​ໄດ້ທີ່ນີ້ here.

ກ່ຽວກັບ COVAX

COVAX, ເປັນເສົາຫຼັກຂອງຜູ້ເລັັ່ງລັດການເຂົ້າເຖິງເຄື່ອງມືພະຍາດໂຄວິດ-19 (ACT) Access to COVID-19 Tools (ACT) Accelerator, ຊຶ່ງແມ່ນການນຳພາຮ່ວມກັນໂດຍມີ​ສຳພັນທະມິດສຳລັບຂໍ້ລິເລີ່ມການກຽມຄວາມພ້ອມຕໍ່​ການລະບາດຂອງພະຍາດ (CEPI), Gavi ຊຶ່ງເປັນພັນທະມິດ​ຂອງການໃຫ້​ວັກຊີນກັນພະຍາດ, ອົງການອະນາໄມໂລກ (WHO) - ທີ່ໄດ້ເຮັດວຽກເປັນ​ຄູ່ຮ່ວມງານ​ກັບໂຮງງານ​ຜະ ລິດວັກຊີນໃນປະເທດທີ່​ພັດທະນາແລ້ວ ແລະ ປະເທດພວມ​ພັດທະນາ, ອົງການຢູນິເຊັບ, ອົງ ການທະນາຄານໂລກ ແລະອື່ນໆ. COVAX ​ແມ່ນຂໍ້​ລິເລີ່ມໜຶ່ງດຽວໃນທົ່ວໂລກທີ່ພວມ​ເຮັດວຽກຮ່ວມກັບລັດຖະບານຂອງປະ ເທດຕ່າງໆ ແລະ ບັນດາໂຮງງານ​ຜະລິດ ເພື່ອຮັບປະກັນໃຫ້ມີວັກຊີນກັນພະຍາດໂຄວິດ-19​ ໃນ​ທົ່ວໂລກ ນັບທັງປະເທດທີ່ມີລາຍໄດ້ສູງ ແລະ ປະເທດທີ່ມີລາຍໄດ້ຕໍ່າ.

CEPI ແມ່ນສຸມໃສ່ກຸ່ມການຄົ້ນຄວ້າວິໄຈ ແລະ ການພັດທະນາ​ວັກຊີນຂອງ COVAX COVAX vaccine research and development portfolio: ເປັນການລົງທືນໃນ R&D ໃນ​​ຜູ້ສະໝັກຢ່າງຫຼາກຫຼາຍທີ່ມີຄວາມ​ເປັນໄປໄດ້​, ໂດຍມີເປົ້າໝາຍໃນການສະໜັບ ສະໜູນການພັດທະນາວັກຊີນ 3 ຊະນິດທີ່ປອດໄພ ແລະ ມີປະສິດຕິຜົນ ຊຶ່ງ​ສາມາດມອບໃຫ້ບັນດາ​ປະເທດທີ່ເຂົ້າຮ່ວມໃນ COVAX Facility. ໃນສ່ວນໜຶ່ງຂອງວຽກງານນີ້, CEPI ໄດ້ຮັບປະກັນສິດທິທຳອິດໃນການປະຕິເສດຕໍ່ 1 ຕື້ໂດສ໌ ທີ່ມີທ່າອ່ຽງເປັນໄປໄດ້​ສຳລັບ COVAX Facility ຕໍ່​ຜູ້ສະໝັກຈຳນວນໜຶ່ງ​ ແລະ ໄດ້ລົງທືນແບບ​ຍຸດທະສາດໃນການຜະລິດວັກຊີນ ຊຶ່ງ​ປະກອບມີການສະຫງວນຄວາມສາ ມາດໄວ້ໃນການຜະລິດວັກຊີນໃນເຄືອຂ່າຍຂອງ​ COVAX Facility, ແລະ ຮັບປະກັນໃຫ້ມີຫຼອດແກ້ວ​ເພື່ອບັນຈຸວັກຊີນ 2 ຕື້ໂດສ໌​. CEPI ຍັງພວມ​ລົງທຶນໃສ່ຜູ້ສະໝັກສັກ​ວັກຊີນທີ່ເປັນ “ຄົນລຸ້ນຕໍ່ໄປ” ຊຶ່ງ​ເປັນ​ທາງເລືອກ​ເພີ່ມເຕີມໃຫ້ແກ່ທົ່ວໂລກໃນການຄວບຄຸມພະຍາດໂຄວິດ-19​ໃນອະນາຄົດອີກດ້ວຍ.  

Gavi ສຸມໃສ່ການຈັດຊື້ ແລະ ຈັດສົ່ງສິນຄ້າໃຫ້ແກ່ COVAX: ດ້ວຍການປະສານງານດ້ານການອອກແບບ, ການຈັດຕັ້ງປະຕິບັດ ແລະ ການບໍ ລິຫານຂອງ COVAX Facility ແລະ​ Gavi  COVAX AMC ແລະ ການເຮັດວຽກຮ່ວມກັບບັນດາຄູ່ຮ່ວມທີ່ເປັນພັນທະມິດ ເຊັ່ນ:​​UNICEF ແລະ WHO ໂດຍ​ຄຽງຄູ່ກັບ​ລັດຖະບານຂອງປະເທດຕ່າງໆ ໃນ​ການກຽມຄວາມພ້ອມ ແລະ ການຈັດສົ່ງຂອງປະເທດ. COVAX Facility ແມ່ນກົນໄກການຈັດຊື້​​ວັກຊີນກັນ​ພະຍາດໂຄວິດ-19ທີ່ໄດ້ລວບລວມເອົາ​ໃນທົ່ວໂລກ, ໂດຍຜ່ານກົນໄກດັ່ງກ່າວ COVAX ຈະຮັບປະ ກັນການເຂົ້າເຖິງ​ວັກຊີນທີ່ເປັນທໍາ ​ແລະ ມີຄວາມເທົ່າທຽມກັນ​ສຳລັບທັງໝົດ 190 ປະເທດທີ່ເຂົ້າຮ່ວມ, ໂດຍນຳໃຊ້ກອບການຈັດສັນທີ່ອົງການອະນາໄມໂລກ (WHO) ໄດ້ສ້າງຂື້ນ​. COVAX Facility ຈະເຮັດແນວ​ນີ້ ດ້ວຍ​ການລວບລວມອຳນາດ​ການຈັດຊື້ຈາກບັນດາພາກເສດຖະກິດທີ່ເຂົ້າຮ່ວມ ແລະ ໃຫ້ການຄໍ້າ​ປະກັນດ້ານປະ ລິມານໃນທົ່ວທຸກຜູ້ສະໝັກສັກວັກຊີນທີ່ມີຄວາມ​ເປັນໄປ​. Gavi COVAX AMC ແມ່ນກົນໄກດ້ານການເງິນທີ່​ສະໜັບສະໜູນການມີສ່ວນຮ່ວມຂອງ 92 ປະເທດທີ່ມີລາຍໄດ້ຕໍ່າ ແລະ ລາຍໄດ້ປານກາງຢູ່ພາຍໃນ COVAX Facility​, ເພື່ອໃຫ້ສາມາດເຂົ້າເຖິງ​ວັກຊີນທີ່ປອດໄພ ແລະ ມີປະສິດຕິພາບ. Gavi ພວມ​ລະດົມທຶນໃຫ້ແກ່​ COVAX AMC​ ແລະ ສະໜອງທຶນໃຫ້ແກ່ອົງ ການຢູນີເຊັບໃນການຈັດຊື້ວັກຊີນ​ ​ພ້ອມທັງບັນດາຄູ່ຮ່ວມງານ ແລະ ລັດຖະບານປະເທດຕ່າງໆທີ່ເຮັດວຽກກ່ຽວກັບການ​ກຽມ​ຄວາມພ້ອມ ແລະ ການຈັດສົ່ງ, ລວມທັງສະໜັບສະໜູນອຸປະກອນລະບົບຄວາມ​ເຢັນ, ການຊ່ວຍເຫຼືອດ້ານວິຊາການ, ເຂັມ​ສີດຢາ, ພາຫະນະ, ແລະ ດ້ານອື່ນໆຂອງການປະຕິບັດງານດ້ານພະລາທິການ​ທີ່ສັບສົນທີ່ສຸດໃນການຈັດສົ່ງ​. ອົງການຢູນິເຊັບ ແລະ ອົງ ການສາທາລະນະສຸກ Pan-American (PAHO) ຈະເຮັດໜ້າທີ່ເປັນຜູ້ປະສານງານດ້ານການຈັດຊື້ໃຫ້ແກ່​ COVAX Facility, ຊ່ວຍຈັດສົ່ງວັກຊີນໃຫ້ແກ່ຜູ້ເຂົ້າຮ່ວມ COVAX AMC ແລະ ຜູ້ອື່ນໆ.

ອົງການອະນາໄມໂລກ (WHO) ມີຫຼາກຫຼາຍພາລະບົດບາດພາຍໃນ COVAX: ເປັນຜູ້​ໃຫ້ຄຳແນະນຳທີ່ເປັນມາດຕະຖານກ່ຽວກັບນະໂຍບາຍດ້ານ​ວັກຊີນ, ລະບຽບການ, ຄວາມປອດໄພ, R&D​, ການຈັດສັນ ແລະ ການກຽມຄວາມພ້ອມຂອງປະເທດ. ກຸ່ມນັກຊ່ຽວຊານທີ່ປຶກສາດ້ານຍຸດທະສາດ (SAGE) ກ່ຽວກັບການໃຫ້ວັກຊີນ​​ກັນພະຍາດ ສ້າງຂໍ້ສະເໜີ​ແນະທີ່ອີງໃສ່ຫຼັກຖານກ່ຽວກັບນະໂຍບາຍການໃຫ້​ວັກຊີນ​ກັນພະ ຍາດ. ລາຍຊື່​ການນຳໃຊ້ສຸກເສີນ(EUL)/ບັນດາແຜນງານທີ່ມີຄຸນສົມບັດເບື້ອງຕົ້ນ​ຂອງອົງ ການອະນາໄມໂລກ (WHO) ແມ່ນຮັບປະກັນ​ການທົບທວນຄືນ ແລະ ການອະນຸຍາດທີ່ສອດຄ່ອງກັນໃນທົ່ວ​ທຸກລັດທີ່ເປັນ​ສະ ມາຊິກ. ອົງການອະນາໄມໂລກ (WHO) ​ໃຫ້​ການປະສານງານໃນທົ່ວໂລກ ແລະ ​ລັດທີ່ເປັນສະມາຊິກກໍ​ສະໜັບສະໜູນ​ການຕິດຕາມກວດກາ​ຄວາມປອດໄພຂອງວັກຊີນ. ອົງການອະນາໄມໂລກ (WHO) ​ໄດ້ສ້າງໂປຣໄຟລ໌​ຜະລິດຕະພັນເປົ້າໝາຍສຳລັບວັກຊີນກັນພະຍາດໂຄວິດ-19​ ແລະ ​ປະສານງານດ້ານວິຊາການ​ຂອງ R&D. ອົງການອະນາໄມໂລກ (WHO)  ໂດຍຄຽງຄູ່ກັບ​ອົງການຢູນິເຊັບ, ​ນຳໜ້າ​ໃນການສະໜັບສະໜູນ​ບັນດາປະເທດໃນຂະນະທີ່ພວກເຂົາກະກຽມເພື່ອ​ຮັບເອົາ ແລະ ບໍລິ ຫານຄຸ້ມຄອງວັກຊີນ. ກະແສການເຮັດວຽກໃນ​ການກຽມຄວາມພ້ອມຂອງປະເທດ ແລະ ການຈັດສົ່ງ Country Readiness and Delivery (CRD) ປະກອບມີ Gavi ແລະ ຄູ່ຮ່ວມງານອື່ນໆຢ່າງຫຼວງຫຼາຍທີ່ເຮັດວຽກ​ໃນລະດັບ​ໂລກ, ລະດັບພາກພື້ນ ແລະ ລະດັບປະ ເທດ ເພື່ອສະໜອງເຄື່ອງມື, ຂໍ້ແນະນໍາ​, ການຕິດຕາມກວດກາ ແລະ ການຊ່ວຍເຫຼືອ​ດ້ານວິຊາການໃນພາກສະໜາມໃນດ້ານການວາງແຜນ ແລະ ການປະຕິບັດການ​ສັກ​ວັກຊີນ vaccines.  ຄຽງຄູ່ກັບບັນດາຄູ່ຮ່ວມງານຂອງ COVAX, ອົງການອະນາໄມໂລກ (WHO) ຍັງພວມ​ສ້າງລະ ບົບການຊົດເຊີຍໂດຍ​ບໍ່ມີຂໍ້​ຜິດພາດຊຶ່ງ​ເປັນສ່ວນໜຶ່ງຂອງຂໍ້ຜູກມັດການຊົດໃຊ້ຄ່າເສຍຫາຍ ແລະ  ຄວາມຮັບຜິດຊອບທີ່​​​ຈຳກັດເວລາ.

ອົງການຢູນີເຊັບພວມ​ນຳໃຊ້ປະສົບການຂອງຕົນໃນຖານະເປັນຜູ້ຊື້ວັກຊີນໜຶ່ງດຽວທີ່ໃຫຍ່ທີ່ສຸດໃນໂລກ ແລະ ເຮັດວຽກຮ່ວມກັບໂຮງງານ​ຜະ ລິດ ແລະ ບັນດາຄູ່ຮ່ວມງານໃນ​ການຈັດຊື້​ວັກຊີນກັນພະຍາດໂຄວິດ-19​​, ພ້ອມທັງການຂົນສົ່ງ, ການຈັດ​ສົ່ງ ແລະ ການເກັບມ້ຽນ​. ໃນແຕ່ລະປີ, ອົງການຢູນິເຊັບໄດ້ຈັດຊື້ວັກຊີນຫຼາຍກວ່າ 2 ຕື້ໂດສ໌ແລ້ວ​ສຳລັບວຽກງານໃຫ້ວັກຊີນ​ກັນພະຍາດແບບປົກ ກະຕິ ແລະ ການຕອບໂຕ້ຕໍ່ການລະ ບາດຂອງພະຍາດໃນນາມຂອງເກືອບ 100 ປະເທດ. ດ້ວຍ​ການຮ່ວມມືກັບກອງທຶນໝູນວຽນຂອງອົງການ PAHO PAHO Revolving Fund, ອົງການຢູນິເຊັບ​​ເປັນອົງການນຳໜ້າໃນຄວາມພະຍາຍາມ leading efforts ຈັດຫາ ແລະ ສະໜອງວັກຊີນໃຫ້ແກ່​ COVAX. ນອກ​ນັ້ນ, ອົງການຢູນິເຊັບ, Gavi ແລະ ອົງການອະນາໄມໂລກ (WHO) ພວມ​ເຮັດວຽກຮ່ວມກັນຕະຫຼອດເວລາກັບລັດຖະບານຂອງບັນດາປະ ເທດເພື່ອຮັບປະກັນວ່າປະເທດຕ່າງໆໄດ້ກຽມຄວາມພ້ອມແລ້ວເພື່ອ​​ຮັບເອົາ​ວັກຊີນ, ພ້ອມດ້ວຍການມີອຸປະກອນລະບົບຄວາມ​ເຢັນທີ່ເໝາະສົມ ແລະ ພະນັກງານສາທາລະນະສຸກກໍ​ໄດ້ຮັບການຝຶກອົບຮົມແລ້ວເພື່ອສັກວັກຊີນ​. ອົງການຢູນິເຊັບຍັງມີບົດບາດນໍາ​ໜ້າໃນຄວາມພະຍາຍາມເພື່ອສົ່ງເສີມຄວາມເຊື່ອ​ໃຈຕໍ່​ການສັກ​ວັກຊີນ, ​ການສື່ສານ​ເພື່ອສ້າງຄວາມໝັ້ນໃຈຕໍ່ວັກຊີນ,​ ການຕິດຕາມ ແລະ ການແກ້ໄຂຂໍ້ມູນຂ່າວສານທີ່ບໍ່ຖືກ ຕ້ອງໃນທົ່ວໂລກ​.

ກ່ຽວກັບ CEPI

CEPI ແມ່ນການເປັນຄູ່ຮ່ວມ​ທີ່ມີນະວັດຕະກຳລະຫວ່າງພາກລັດ, ພາກເອກະຊົນ, ອົງການເພື່ອການກຸສົນ, ແລະ ອົງການຈັດຕັ້ງສັງຄົມ​ທີ່ໄດ້​ເປີດຕົວທີ່ເມືອງດາໂວສ໌ (Davos) ໃນປີ 2017​ ເພື່ອພັດທະນາວັກຊີນເພື່ອຢຸດຕິການລະບາດຂອງພະຍາດໃນອະນາ ຄົດ. CEPI ໄດ້ມີການ ເຄື່ອນໄຫວຢ່າງ​ຮີບດ່ວນທີ່ສຸດ ແລະ ມີການປະສານງານກັບອົງການອະນາໄມໂລກ (WHO) ເພື່ອຕອບໂຕ້ແບບ​ສຸກເສີນຕໍ່​ການລະບາດຂອງພະ ຍາດໂຄວິດ-19​. CEPI ໄດ້ລິເລີ່ມການເປັນຄູ່ຮ່ວມກັບ 11 ອົງການ​ ເພື່ອພັດທະນາວັກຊີນ​ກັນພະຍາດ​ coronavirus ແບບໃໝ່. ບັນດາແຜນງານ​ດັ່ງກ່າວພວມໃຊ້ປະໂຫຍດຈາກ​​ຖານ​ການຕອບໂຕ້​ໄດ້ຢ່າງວ່ອງໄວ​ຊຶ່ງົດ້ຮັບການສະໜັບສະໜູນຈາກ CEPI ແລ້ວ ພ້ອມທັງການເປັນຄູ່ຮ່ວມ​ໃໝ່​.

ກ່ອນໜ້າການເກີດພະຍາດໂຄວິດ-19​​, ບັນດາພະຍາດທີ່ເປັນບຸລິມະສິດຂອງ CEPI ລວມມີໄວຣັດອີໂບລາ, ໄວຣັດ Lassa, ພະຍາດ​ coronavirus ລະບົບຫາຍໃຈໃນພາກ​ຕາເວັນອອກກາງ​, ໄວຣັດ Nipah, ພະຍາດ​ Rift Valley Fever ແລະ ເຊື້ອໄວຣັດ Chikungunya. CEPI ຍັງໄດ້ລົງທືນໃສ່ຖານດ້ານເຕັກໂນໂລຢີ​ທີ່ສາມາດນຳໃຊ້ໃນ​ການໃຫ້​ວັກຊີນ ແລະ ການພັດທະນາພູມຕ້ານທານຢ່າງໄວ ວາ (immunoprophylactic) ຕໍ່ກັບເຊື້ອພະຍາດທີ່ຍັງບໍ່ທັນຮູ້ຈັກ (ພະຍາດ X) ອີກດ້ວຍ.

ກ່ຽວກັບ Gavi

Gavi ເປັນ​​ພັນທະມິດ​ຂອງການໃຫ້​ວັກຊີນກັນພະຍາດ ​ແມ່ນການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນທີ່ຊ່ວຍສະໜອງ​​​ວັກຊີນກັນພະຍາດໃຫ້ແກ່​ເດັກ​ເຄິ່ງໜຶ່ງຂອງໂລກ ເພື່ອຕ້ານກັບບາງພະຍາດທີ່ຮ້າຍແຮງທີ່ສຸດໃນທົ່ວໂລກ. ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂື້ນໃນປີ 2000, Gavi ໄດ້ຊ່ວຍສ້າງ​ພູມຕ້ານທານໃຫ້ແກ່ຄົົນ​ທັງໝົດ​ໃນລຸ້ນໜຶ່ງແລ້ວ​, ຊຶ່ງແມ່ນ​ເດັກ 822 ລ້ານ​ກວ່າຄົນ​ ແລະ ໄດ້ປ້ອງກັນການເສຍຊີວິດຂອງ​ 14 ລ້ານກ່ວາຄົນແລ້ວ, ຊຶ່ງເປັນການ​ຊ່ວຍຫຼຸດຜ່ອນອັດຕາການຕາຍຂອງເດັກ​ໃນ 73 ປະ ເທດພວມ​ພັດທະນາ. Gavi ຍັງມີບົດບາດສຳຄັນໃນການປັບປຸງຄວາມໝັ້ນຄົງ​ດ້ານສາທາລະນະສຸກ​ໃນທົ່ວໂລກດ້ວຍ​ການສະໜັບສະໜູນລະບົບສາທາລະນະສຸກ ກໍຄື​ການສະໜັບສະໜູນເງິນທຶນຈາກຄັງທົ່ວໂລກສຳລັບພະຍາດອີໂບລາ, ພະຍາດ​ອະຫິວາ, ພະຍາດ​ເຍື່ອຫຸ້ມສະໝອງອັກເສບ ແລະ ວັກຊີນໄຂ້ເຫຼືອງ. ຫຼັງຈາກມີຄວາມຄືບໜ້າເປັນເວລາ 2​ ທົດສະວັດແລ້ວ, ປະຈຸບັນນີ້ Gavi ໄດ້ສຸມໃສ່ການປົກປ້ອງຄົນຮຸ່ນຫຼັງ​ ແລະ ເຂົ້າຫາເດັກ​ທີ່ບໍ່ໄດ້ຮັບການໃຫ້ວັກຊີນ​ທີ່​ຖືກປ່ອຍ ປະໄວ້ເບື້ອງຫຼັງ​, ໂດຍນໍາໃຊ້​ການເງິນທີ່ມີນະວັດຕະກຳ ແລະ ເຕັກໂນໂລຢີລ້າສຸດ,​ ຕັ້ງແຕ່​ການນໍາໃຊ້ໂດຣນ (drones) ຈົນເຖິງ biometrics ​ເພື່ອຊ່ວຍຊີວິດຫຼາຍລ້ານຄົນ, ປ້ອງກັນການລະບາດກ່ອນທີ່​ຈະ​ແຜ່ກະຈາຍອອກໄປ​ ແລະ ຊ່ວຍເຫຼືອບັນດາປະເທດທີ່ຢູ່ໃນເສັ້ນທາງກ້າວສູ່ການກຸ້ມ​ຕົນເອງ. ຈົ່ງຮຽນຮູ້ເພີ່ມເຕີມໄດ້ທີ່ www.gavi.org ແລະ ເຊື່ອມຕໍ່ກັບພວກເຮົາໃນ Facebook ແລະ​ Twitter.



ພັນທະມິດ​ຂອງການໃຫ້​ວັກຊີນກັນພະຍາດ ໄດ້ລວບລວມ​ເອົາບັນດາປະເທດພວມ​ພັດທະນາ ແລະ ລັດຖະບານຂອງບັນດາປະ ເທດຜູ້ໃຫ້ທຶນ, ອົງການອະນາໄມໂລກ, ອົງການຢູນີເຊັບ, ອົງການທະນາຄານໂລກ, ອຸດສາຫະກຳວັກຊີນ, ບັນດາອົງການດ້ານວິຊາການ, ອົງການຈັດຕັ້ງສັງຄົມ​, ມູນນິທິ Bill & Melinda Gates ແລະ ຄູ່ຮ່ວມງານຂອງພາກເອກະຊົນອື່ນໆເພື່ອເຂົ້າຫາກັນ. ຈົ່ງເບິ່ງລາຍຊື່ທັງໝົດ​ຂອງລັດຖະບານບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງຊັ້ນນຳໜ້າອື່ນໆທີ່ສະໜັບສະໜູນວຽກງານຂອງ Gavi ໃນທີ່ນີ້ here.

ກ່ຽວກັບອົງການອະນາໄມໂລກ (WHO)

ອົງການອະນາໄມໂລກ​ເປັນຜູ້ນຳໜ້າໃນທົ່ວໂລກໃນດ້ານສາທາລະນະສຸກພາຍໃນລະບົບຂອງສະຫະປະຊາຊາດ. ໂດຍສ້າງຕັ້ງຂື້ນໃນປີ 1948, ອົງ ການອະນາໄມໂລກ ​ເຮັດວຽກຮ່ວມກັບ 194 ປະເທດສະມາຊິກ, ໃນທົ່ວ 6 ຂົງເຂດ ແລະ ຈາກ 150 ​ກວ່າຫ້ອງ ການ​ເພື່ອສົ່ງເສີມສຸຂະພາບ, ຮັກສາໜ່ວຍໂລກໃຫ້ປອດໄພ ແລະ ຮັບໃຊ້ຜູ້ທີ່ມີຄວາມສ່ຽງ. ເປົ້າໝາຍຂອງພວກເຮົາ ສຳລັບຊຸມປີ 2019-2023 ແມ່ນເພື່ອຮັບປະກັນໃຫ້ປະ ຊາຊົນ​ໜຶ່ງຕື້​ກ່ວາຄົນຕື່ມອີກໃນອັດຕາກວມການປະກັນ​​ສຸຂະພາບສຳລັບທຸກຄົນ​, ເພື່ອປົກປ້ອງປະຊາຊົນໜຶ່ງຕື້​ກ່ວາຄົນ​ຈາກພາວະ​ສຸກເສີນດ້ານສຸຂະພາບ ແລະ ສະໜອງໃຫ້ປະຊາຊົນອີກຫຼາຍຕື້​ຄົນໃຫ້ມີສຸຂະພາບ ແລະ ສະຫວັດດີພາບດີຂື້ນ.

 

ສຳລັບຂໍ້ມູນໃໝ່ຫຼ້າສຸດ​ກ່ຽວກັບພະຍາດໂຄວິດ-19​​ ແລະ ຄໍາແນະນຳດ້ານ​ສາທາລະນະສຸກ ເພື່ອປົກປ້ອງຕົວເອງຈາກພະຍາດ​ coronavirus, ຈົ່ງເຂົ້າໄປທີ່ www.who.int ແລະ ຕິດຕາມອົງການອະນາໄມໂລກ

ໃນ​​ TwitterFacebookInstagramLinkedInTikTok,  PinterestSnapchatYouTube

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບເຮັດວຽກໃນບາງບ່ອນ​ທີ່ຫຸ້ຽງ​ຍາກ​ທີ່ສຸດໃນໂລກ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນທົ່ວ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກ່ວາສໍາລັບທຸກຄົນ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບພະຍາດໂຄວິດ-19​, ຈົ່ງເຂົ້າໄປທີ່ www.unicef.org/coronavirus. ຈົ່ງຊອກຮູ້ເພີ່ມເຕີມກ່ຽວກັບວຽກງານຂອງອົງການຢູນິເຊັບກ່ຽວກັບພະຍາດໂຄວິດ-19 ໃນ: here, ຫຼື ກ່ຽວກັບອົງການຢູນິເຊັບກ່ຽວກັບວຽກງານໃຫ້ວັກຊີນກັນ​: here. ຕິດຕາມອົງການຢູນິເຊັບ​ໃນ Twitter ແລະ​ Facebook.

ກ່ຽວກັບແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT

ແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ແມ່ນ​ການຮ່ວມມືໃໝ່ໃນທົ່ວໂລກເພື່ອເລັ່ງລັດການພັດທະນາ, ການຜະລິດ​ ແລະ ການເຂົ້າເຖິງແບບ​ເທົ່າທຽມກັນໃນການກວດຫາ ການປິ່ນປົວ​ ແລະ ການສັກ​ວັກຊີນກັນ​ພະຍາດໂຄວິດ-19​. ແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ​ໄດ້ຮັບການ​ສ້າງຕັ້ງຂື້ນ ເພື່ອຕອບສະໜອງຕາມຄໍາ​ຮຽກຮ້ອງຈາກບັນດາຜູ້ນຳ G20 ໃນເດືອນມີນາ ແລະ ໄດ້ເປີດຕົວໂດຍອົງການອະນາໄມໂລກ (WHO), ຄະນະກຳມະການສະຫະພາບເອີຣົບ, ປະເທດຝຣັ່ງ ແລະ ມູນນິທິ Bill & Melinda Gates ໃນເດືອນເມສາ ປີ 2020.

ແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ​ ບໍ່ແມ່ນອົງການຕັດສິນໃຈ ຫຼື ເປັນອົງການ​ໃໝ່, ແຕ່ເປັນການເຮັດວຽກເພື່ອເລັ່ງລັດຄວາມພະ ຍາຍາມຮ່ວມມືລະຫວ່າງບັນດາອົງການ​ທີ່ມີຢູ່ ເພື່ອຢຸດຕິການແຜ່ລະບາດຂອງພະຍາດ​. ແຜນງານການເຂົ້າເຖິງເຄື່ອງ ມືໂຄວິດ-19 ACT​​ ແມ່ນ​ວຽກ​ການຮ່ວມມືທີ່ໄດ້ຮັບການອອກແບບ​ເພື່ອນຳເອົາບັນດາບຸກຄົນສຳຄັນເຂົ້າຮ່ວມ​ກອງປະຊຸມແບບໂຕະມົນ ໂດຍມີເປົ້າໝາຍເພື່ອ​ຢຸດຕິການແຜ່ລະບາດຂອງພະຍາດດັ່ງກ່າວໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້ ​ໂດຍຜ່ານການພັດທະ ນາແບບ​ເລັ່ງລັດ, ການຈັດສັນແບບເທົ່າທຽມກັນ, ແລະ ການຜັນຂະຫຍາຍການດຳເນີນການ​ກວດຫາ, ການປິ່ນປົວ​ ແລະ ສັກ​ວັກຊີນກັນພະຍາດ​ໂຄວິດ-19, ເພື່ອ​ເປັນການປົກປ້ອງ​ລະບົບສາທາລະນະສຸກ ແລະ ການຟື້ນຟູສັງຄົມ ແລະ ເສດຖະກິດໃນໄລຍະໃກ້ໆນີ້. ແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ແມ່ນອີງໃສ່​ປະສົບການຂອງອົງ ການລະດັບ​ນຳໜ້າດ້ານສາທາລະນະສຸກໃນທົ່ວໂລກ​ທີ່ພວມ​ແກ້ໄຂບັນຫາດ້ານສຸຂະພາບທີ່ເປັນສິ່ງທ້າທາຍ​ທີ່ສຸດໃນໂລກ, ແລະ ດ້ວຍການ​ເຮັດວຽກຮ່ວມກັນກັບຜູ້ທີ່​ສາມາດປົດລັອກ​ຜົນໄດ້ຮັບໃໝ່ ແລະ ມີຄວາມທະເຍີທະຍານສູງ​ຕໍ່ການຕໍ່ສູ້ກັບພະຍາດໂຄວິດ-19. ບັນດາສະມາຊິກຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ມີ​ຄວາມມຸ່ງ​ໝັ້ນຮ່ວມກັນ​ວ່າ ຈະຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງທຸກເຄື່ອງມືທີ່ຈຳເປັນເພື່ອເອົາຊະນະພະຍາດໂຄວິດ-19​ ແລະ ເຮັດວຽກຮ່ວມກັນໃນ​ລະດັບການເປັນຄູ່ຮ່ວມ​ແແບບທີ່ບໍ່ເຄີຍມີມາກ່ອນ ເພື່ອບັນລຸ​ຜົນສຳເລັດ.

ແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ​ມີ 4 ຂົງເຂດວຽກງານ ຄື: ການບົ່ງມະຕິ, ການປິ່ນປົວ​​, ການສັກ​ວັກຊີນ ແລະ ເປັນຕົວເຊື່ອມຕໍ່ຂອງລະບົບສາທາລະນະສຸກ. ປະເດັນແບບ​ຕັດຂວາງຂອງທຸກຂົງເຂດວຽກງານ​ນີ້ແມ່ນກະແສ​ວຽກງານຂອງການເຂົ້າເຖິງ ແລະ ການຈັດສັນ​.

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ
WHO
ອົງການອະນາໄມໂລກ

ໜ່ວຍງານອື່ນທີ່ເຂົ້າຮ່ວມໃນການລິເລີ່ມນີ້

ABL
Abt Britain Limited

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້