ຂ່າວສານ

ກອງປະຊຸມລິເລີ່ມແຜນງານ ໃນການຮ່ວມມື (Hand In Hand) ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

12 ພຶດສະພາ 2021

ກະຊວງກະສິກໍາ ແລະ ປ່າໄມ້ ທີ່ ສປປລາວ ໄດ້ຈັດກອງປະຊຸມ ລິເລີ່ມ ແຜນງານ ໃນການຮ່ວມມື (Hand In Hand) ຮ່ວມກັບ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ.

ວັນທີ 12 ພືດສະພາ 2021, ທີ່ ນະຄອນຫຼວງວຽງຈັນ - ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຮັດວຽກຮ່ວມກັບ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາດ (FAO) ເພື່ອເລັ່ງ ຈັດກອງປະຊຸມລິເລີ່ມແຜນງານ ໃນການຮ່ວມມື ດ້ານກະສິກໍາ ແລະ ພັດທະນາເຂດຊົນນະບົດ ແບບຢືນຢົງ ໃນ ສປປ ລາວ (Hand In Hand). ໃນວັນພຸດ ກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການເປັນປະທ່ານຮ່ວມ ລະຫວ່າງ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ລັດຖະບານ ແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ.

ທ່ານ ປອ. ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວຄໍາຄິດຄໍາເຫັນ ໃນກອງປະຊຸມ ຄັ້ງທຳອິດຂອງພາກພື້ນອາຊີ - ປາຊີຟິກ ກ່ຽວກັບ ແຜນງານລິເລີ່ມການຮ່ວມມື(Hand in Hand Initiative) ຂອງອົງການ FAO ໃນທົ່ວໂລກ. ເຊິ່ງເປັນການລິເລີມ ແລະ ເປັນເຈົ້າການຂອງລັດ, ໂດຍການປະສານງານ ຮ່ວມກັບອົງການ FAO, ແລະ ປະຈຸບັນກໍກຳລັງດໍາເນີນການຢ່າງກ້າວໜ້າ ໃນ ສປປ ລາວ.

ກອງປະຊຸມດັ່ງກ່າວໄດ້ເປີດໂອກາດໃຫ້ຄູ່ຮ່ວມພັດທະນາສາກົນ ຈາກວຽງຈັນ, ບາງກອກ, ໂຣມ, ນິວຢອກ ແລະອື່ນໆ ໄດ້ເລີ່ມເຮັດວຽກຮ່ວມກັນຢ່າງເປັນທາງການ. ພ້ອມກັນນັ້ນ, ໄດ້ລິເລີ່ມຄວາມພະຍາຍາມໃນການລະດົມຊັບພະຍາກອນ ແຕ່ເລີ່ມຕົ້ນດັ່ງກ່າວຢ່າງຈິງຈັງ, ຍ້ອນວ່າໄລຍະການດຳເນີນງານໄດ້ເລີ່ມຂື້ນແລ້ວ.

ທ່ານ ປອ. ເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: “ການດໍາເນີນແຜນງານ ລິເລີ່ມໃນການຮ່ວມມື ໄດ້ເຮັດໃຫ້ຜູ້ໃຫ້ທຶນ, ບໍລິສັດເອກະຊົນ ແລະ ສະຖາບັນການເງິນສາກົນຕ່າງໆ ຮ່ວມກັນເລັ່ງການດໍາເນີນແຜນງານຢ່າງວ່ອງໄວ”. “ດ້ວຍຄວາມຮ່ວມມືີທີ່ເຂັ້ມແຂງ ແລະ ຄວາມເປັນນໍ້າໜຶ່ງໃຈດຽວກັນ ເຮັດໃຫ້ເຮົາໄດ້ມີໂອກາດ ທີ່ຈະຈັດຕັ້ງປະຕິບັດ ນະໂຍບາຍ ການກະສິກໍາແຫ່ງຊາດ ແລະ ຮ່ວມກັນສໍາເລັດໃນການຫຼຸດພົ້ນອອກຈາກສະຖານະເປັນປະເທດດ້ອຍພັດທະນາ ຫຼື LDC.

ແຜນງານລິເລີ່ມການຮ່ວມມື ແມ່ນມິຈຸດມຸ່ງ ໝາຍເພື່ອ ເປີດກວ້າງທ່າແຮງທາງດ້ານກະສິກໍາຂອງປະເທດ ເພື່ອລົບລ້າງຄວາມທຸກຍາກ, ຄວາມອຶດຫິວ ແລະ ການຂາດສານອາຫານ ເຊິ່ງເປັນສ່ວນໜຶ່ງ ເພື່ອການບັນລຸເປົ້າໝາຍການພັດທະນາແບບຢືນຢົງ. ໃນນີ້, ມັນໄດ້ສະໜັບສະໜູນ ຍຸດທະສາດການພັດທະນາກະສິກໍາ ຂອງລັດຖະບານ ຮອດປີ 2025 ແລະ ວິໄສທັດຮອດປີ 2030.

ທ່ານ ແມັກຊີໂມ ໂທເຣໂຣ, ຫົວໜ້າ ເສດຖະສາດ ຂອງອົງການ FAO ໄດ້ກ່າວວ່າ: “ເມື່ອເຮົາເວົ້າກ່ຽວກັບການກໍ່ສ້າງຄືນໄຫມ່ ໃຫ້ດີຂຶ້ນກວ່າເກົາ ແລະ ເປັນມິດກັບສິ່ງແວດລ້ອມ ເຮົາຕ້ອງສຸມໃສ່ ຂົງເຂດຊົນນະບົດ, ສຸມໃສ່ບ່ອນທີ່ມີລະບົບອາຫານ ແລະ ການກະເສດ”. “ເຊິ່ງເປັນບ່ອນທີ່ປະຊາຊົນທີ່ທຸກຍາກທີ່ສຸດຂອງໂລກອາໄສຢູ່ ແລະ ຊາວກະສິກອນ ທີ່ເຮັດການຜະລິດຂະໜາດນ້ອຍ. ສະນັ້ນ, ການພັດທະນາຊົນນະບົດ ແມ່ນສິ່ງສໍາຄັນຫຼາຍ ແລະ ແຜນງານ ລິເລີ່ມການຮ່ວມມື (Hand In Hand) ແມ່ນໄດ້ຖືກອອກແບບມາເພື່ອດ້ານນີ້”.

ແຜນງານລິເລີ່ມການຮ່ວມມື (Hand In Hand) ແມ່ນໄດ້ດໍາເນີນງານມາໄດ້ເປັນເວລາ 6 ເດືອນແລ້ວ. ພວກເຂົາໄດ້ມີການວິເຄາະ ລະດັບພູມມີປະເທດ ເພື່ອກໍານົດຂົງເຂດເປົ້າໝາຍ, ການວິເຄາະຕ໋ງໂສ້ມູນຄ່າຜະລິດຕະພັນ ແລະ ການເລີ່ມປະຕິຍບັດງານຮ່ວມກັນ ລະຫວ່າງ ຄະນະສະເພາະກິດຂອງລັດ ແລະ ອົງການ FAO ກ່ຽວກັບການພັດທະນາໂຄງການ ຕາມແລວທາງ ລົດໄຟ ຈີນ-ລາວ. ຄາດວ່າທາງລົດໄຟ ຈະສ້າງການເຊື່ອມໂຍງການຂົນສົ່ງ ໃຫ້ດີກວ່າເກົ່າ ແລະ ຈະຊ່ວຍປັບປຸງໃນເຂດຊົນນະບົດ ໃຫ້ເຂົ້າເຖິງຕະຫຼາດ ທັງພາຍໃນ ແລະ ສາກົນ.

ແຜນງານການລິເລີ່ມຮ່ວມມື (Hand In Hand) ໄດ້ສຸມໃສ່ ການເພີ່ມຜົນຜະລິດທາງດ້ານກະສິກໍາ ເພື່ອປັບປຸງໂພຊະນາການ ແລະ ຍົກລະດັບມາດຕະຖານການດໍາລົງຊີວິດໃນເຂດຊົນນະບົດ. ແຜນງານດັ່ງກ່າວ ແມ່ນນໍາໃຊ້ຂໍ້ມູນ ແລະ ການວິເຄາະທາງດ້ານພູມສາດ, ຊີວະ-ວັດຖຸ, ຂໍ້ມູນທາງດ້ານເສດຖະກີດ-ສັງຄົມ ເພື່ອກໍາໜົດພູມສັນຖານ ທີ່ມີການແກ້ໄຂບັນຫາ ໂດຍນະວັດຕະກໍາ ທີ່ສາມາດກະທົບໃຫ້ມີການປ່ຽນແປງ ແລະ ການລົງທຶນໃນລະບົບອາຫານ-ກະສິກໍາ ແລະ ການພັດທະນາຊົນນະບົດ.

ໃນພາກພື້ນອາຊີ-ປາຊີຟິກ, ອົງການ FAO ຍັງສະໜັບສະໜູນລັດຖະບານ ໂດຍຜ່ານ ແຜນງານລິເລີ່ມການຮ່ວມມື (Hand In Hand) ຢູ່ໃນປະເທດ ບັງກະລາເດດ, ເນປານ, ປາກີສຖານ, ປາປົວນິວກີນີ, ເກາະໂຊໂລໂມນ, ຄະຣິບາທິ ແລະ ຕູວາລູ ໂດຍສະໜັບສະໜຸນພວກເຂົາໃນການພັດທະນາໂປຣແກຣມ, ການລົງທຶນ ແລະ ການຮ່ວມມືເພື່ອການປ່ຽນແປງທາງດ້ານກະສິກໍາ. ຈຸດມຸ່ງໝາຍທີ່ສູງສຸດ ຄືການເຂົ້າເຖິງພື້ນທີ່ ທີ່ມີການພັດທະນາໜ້ອຍທີ່ສຸດ ແລະ ເພີ່ມລາຍໄດ້ ແລະ ຄວາມໝັ້ນຄົງຂອງສະບຽງອາຫານໃຫ້ແກ່ທຸກຄົນ.

ກ່ຽວກັບແຜນງານ ລິເລີ່ມການຮ່ວມມື (Hand In Hand)

ແຜນງານລິເລີ່ມການຮ່ວມມື ແມ່ນອີງໃສ່ຫຼັກຖານຕົວຈິງ, ໂດຍການເປັນເຈົ້າການ ແລະ ນໍາພາຂອງລັດຖະບານ ເພື່ອຫັນປ່ຽນກະສິກໍາ ແລະ ການພັດທະນາຊົນນະບົດ ແບບຢືນຢົງເພື່ອລົບລ້າງຄວາມທຸກຍາກ (SDG1) ແລະ ການລົບລ້າງຄວາມອຶດຫິວ ແລະ ທຸກຮູບແບບ ໃນການຂາດສານອາຫານ (SDG2). ໃນການຈັດຕັ້ງປະຕິບັດງານ ດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການບັນລຸ ທຸກເປົ້າໝາຍຂອງການພັດທະນາແບບຢືນຢົງທັງໝົດ. ຄວາມຄິດລິເລີ່ມນີ້ ແມ່ນຈັດລໍາດັບຄວາມສໍາຄັນຂອງປະເທດທີ່ມີຂີດຄວາມສາມາດໃນລະດັບຊາດ ແລະ ການສະໜັບສະໜູນຈາກລະດັບສາກົນ ແມ່ນມີຂໍ້ຈໍາກັດຫຼາຍທີ່ສຸດ ຫຼື ບ່ອນທີ່ສິ່ງທ້າທາຍໃນການດໍາເນີນງານ ລວມທັງວິກິດການທາງທໍາມະຊາດ ຫຼື ສິ່ງທີ່ມະນຸດສ້າງຂຶ້ນ ແມ່ນເປັນສິ່ງທີ່ໃຫຍ່ທີ່ສຸດ.

ສອບຖາມຂໍ້ມູນເພີ່ມເຕີມໄດ້ທາງເວັບໄຊ້ http://www.fao.org/hand-in-hand  ສອບຖາມເພີ່ມເຕີມກ່ຽວກັບສື່, ສາມາດຕິດຕໍ່:

ຫ້ອງການຜູ້ຕາງໜ້າ FAO ປະຈໍາ ສປປ ລາວ: ທ່ານ ສະຕີເວັນ ແຄລຣິ່ steven.cleary@fao.org

ຫ້ອງການ FAO ປະຈໍາພາກພື້ນອາຊີ-ປາຊີຟິກ: ທ່ານ ອາລັນ ດາວ allan.dow@fao.org

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

FAO
ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້