ຂ່າວສານ

ສປຊ ປະກອບສ່ວນສ້າງຄວາມຄືບໜ້າດ້ານການສັກວັກຊີນກັນ ພະຍາດໂຄວິດ-19 ໃນ ສປປ ລາວ

20 ມີນາ 2021

ນະຄອນຫຼວງວຽງຈັນ, ວັນທີ 20 ມີນາ 2021 - ວັກຊີນກັນ ພະຍາດໂຄວິດ-19 ຮອບທຳອິດພາຍໃຕ້ໂຄງການ COVAX ທີ່ມາຮອດ ແມ່ນບາດກ້າວອັນສຳຄັນໃນການຕອບໂຕ້ຕໍ່ການແຜ່ລະບາດຂອງ ພະຍາດໂຄວິດ-19 ໃນ ສປປ ລາວ. ວັກຊີນ Astra Zeneca/Oxford ຈຳນວນ 132,000 ຫຼອດທີ່ໄດ້ຮັບໃນມື້ນີ້ຈະເປັນສ່ວນໜຶ່ງເຂົ້າໃນ ແຜນການແຫ່ງຊາດເພື່ອປະຕິບັດງານ ແລະ ການໃຫ້ວັກຊີນໂຄວິດ-19 ຮ່ວມກັບວັກຊີນອື່ນໆທີ່ ສປປ ລາວ ໄດ້ຮັບຜ່ານການຮ່ວມມືສອງຝ່າຍ.

 

ລັດຖະບານ ສປປ ລາວ ໄດ້ວາງແຜນລົນນະລົງການສັກຢາກັນ ພະຍາດໂຄວິດ-19 ຢ່າງຕັ້ງໜ້າ. ວັກຊີນ Astra Zeneca ຮອບນີ້ແມ່ນສ່ວນໜຶ່ງຂອງຈຳນວນວັກຊີນ 480,000 ຫຼອດທັງໝົດທີ່ ສປປ ລາວ ຈະໄດ້ຮັບໃນປີນີ້ພາຍໃຕ້ໂຄງການ COVAX ເຊິ່ງຈະຄອບຄຸມປະມານ 20 ສ່ວນຮ້ອຍຂອງປະຊາກອນທັງໝົດ. ອົງການ UNICEF ແມ່ນຜູ້ຈັດຊື້ວັກຊີນດັ່ງກ່າວ ແລະ ຈະແຈກຢາຍໂດຍລັດຖະບານທີ່ໄດ້ຮັບການສະໜັບສະໜຸນດ້ານວິຊາການຈາກ ອົງການອະນາໄມໂລກ (WHO). ມາຮອດປັດຈຸບັນ, ສປປ ລາວ ໄດ້ຮັບວັກຊີນ Sinopharm ຈາກ ສປ ຈີນ ແລະ Sputnik V ຈາກ ຣັດເຊຍ ແລະ ໄດ້ເລີ່ມສັກວັກຊີນດັ່ງກ່າວໃນຮອບທຳອິດໄປແລ້ວໃນວັນທີ 27 ມັງກອນ 2021. ຍ້ອນວ່າຍັງຈະມີວັກຊີນອື່ນໆອີກທີ່ອາດຈະຖືກຮັບຮອງ ແລະ ຈັດເຂົ້າໃນລາຍການສຳລັບໃຊ້ໃນກໍລະນີສຸກເສີນໂດຍ ອົງການ WHO, ຄາດວ່າວັກຊີນເຫຼົ່ານີ້, ຖ້າໄດ້ຮັບການສະໜອງຈາກປະເທດຜູ້ຜະລິດ, ກໍ່ຈະຖືກຈັດເຂົ້າພາຍໃຕ້ ໂຄງການ COVAX ເຊັ່ນດຽວກັນ ແລະ ຈະຊ່ວຍເສີມຂະຫຍາຍແຜນລິເລີ່ມທີ່ແນໃສ່ສະໜອງການເຂົ້າເຖິງວັກຊີນກັນ ພະຍາດໂຄວິດ-19 ຢ່າງເທົ່າທຽມ.

ທ່ານນາງ ຊາຣາ ເຊັກເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ກ່າວວ່າ: “ຕາງໜ້າໃຫ້ແກ່ທີມງານ ສປຊ ປະຈຳ ສປປ ລາວ, ແລະ ຂໍສະແດງຄວາມຂອບໃຈມາຍັງອົງການ WHO ແລະ UNICEF ພ້ອມທັງໜ່ວຍງານ ແລະ ຜູ້ປະກອບສ່ວນດ້ານການເງິນອື່ນໆ, ຂ້າພະເຈົ້າຂໍຊົມເຊີຍ ລັດຖະບານລາວ ຕໍ່ຜົນສຳເລັດໃນການຕອບໂຕ້ຕໍ່ໍການແຜ່ລະບາດຂອງ ພະຍາດໂຄວິດ-19 ແລະ ຄວາມພະຍາຍາມໃນການສັກຢາປ້ອງກັນພະຍາດໃຫ້ແກ່ປະຊາຊົນ. ທີມງານ ສປຊ ແມ່ນພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອດ້ານວິຊາການ ລວມທັງສະໜັບສະໜຸນການລະດົມຊັບພະຍາກອນ ແລະ ການສ້າງຄວາມເຊື່ອໝັ້ນ ແລະ ຄວາມຕ້ອງການດ້ານວັກຊີນທີ່ໄດ້ມາດຕະຖານສາກົນສູງສຸດ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໂຄງການສັກວັກຊີນກັນ ພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດໄດ້ຢ່າງປອດໄພ, ມີປະສິດທິພາບ ແລະ ເທົ່າທຽມ, ເຊິ່ງໃນນັ້ນກໍ່ລວມມີວັກຊີນ Astra Zeneca ທີ່ໄດ້ຮັບການພິຈາລະນາຢ່າງຕໍ່ເນື່ອງຈາກ ອົງການ WHO ແລ້ວວ່າປອດໄພ ແລະ ມີປະສິດທິພາບ.”

ອີງຕາມ ລັດຖະບານລາວ, ກຸ່ມເປົ້າໝາຍບູລີມາສິດຂອງການສັກຢາກັນພະຍາດແມ່ນບັນດາພະນັກງານແນວໜ້າ, ເຊັ່ນ: ບຸກຄະລາກອນທາງການແພດ, ເຈົ້າໜ້າທີ່ດ່ານຊາຍແດນ ແລະ ສະໜາມບິນ, ແຮງງານທີ່ຈຳເປັນອື່ນໆ, ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ຜູ້ທີ່ເປັນພະຍາດຊ້ຳເຮື້ອ. ທ່ານນາງ ຊາຣາ ເຊັກເກນເນັສ ໄດ້ເນັ້ນຕື່ມອີກວ່າ: “ໃນຂະນະທີ່ພວກເຮົາກຳລັງແນໃສ່ກຸ່ມທີ່ເປັນບູລີມາສິດຕົ້ນຕໍກ່ອນໝູ່ຄືກັບຢູ່ທຸກບ່ອນ, ພວກເຮົາຍັງຈະຕ້ອງໄດ້ຮຽກຮ້ອງໃຫ້ມີການຈັດສັນວັກຊີນຢ່າງເທົ່າທຽມ ເພື່ອຮັບປະກັນໃຫ້ຜູ້ດ້ອຍໂອກາດ ແລະ ກຸ່ມຄົນທີ່ເຂົ້າເຖິງໄດ້ຍາກ, ເຊັ່ນ: ແຮງງານເຄື່ອນຍ້າຍທີ່ລວມມີຜູ້ເຄື່ອນຍ້າຍທີ່ມີການເຄຶ່ອນຍ້າຍແບບບໍ່ປົກກະຕິ, ຜູ້ພັດຖິ່ນ ແລະ ປະຊາຊົນໃນເຂດຊົນນະບົດ ແລະ ໂດຍສະເພາະກຸ່ມຊົນເຜົ່າທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ພ້ອມທັງຜູ້ຖືກຄຸມຂັງທີ່ມີຂໍ້ຫຍຸ້ງຍາກດ້ານການເວັ້ນໄລຍະຫ່າງທາງສັງຄົມ.”

ໂດຍຜ່ານການຮ່ວມມືກັນລະຫວ່າງທີມງານ ສປຊ, ຄູ່ຮ່ວມພັດທະນາ, ອົງການທີ່ບໍ່ສັງກັດລັດຖະບານ, ອົງການເຄື່ອນໄຫວເພື່ອສັງຄົມ ແລະ ອົງການອື່ນໆ, ສປປ ລາວ ຈຶ່ງໄດ້ຮັບການສະໜັບສະໜຸນຢ່າງຕັ້ງໜ້າເຂົ້າໃນການປົກປ້ອງປະຊາຊົນໃນລະຫວ່າງການແຜ່ລະບາດ. ໄດ້ມີການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ໄດ້ຮັບການສະໜັບສະໜຸນ ແລະ ປະສານສົມທົບກັນລະຫວ່າງ ອົງການ ສປຊ ແລະ ອຳນາດການປົກຄອງຂອງ ສປປ ລາວ ເພື່ອແກ້ໄຂບັນຫາທ້າທາຍດ້ານສາທາລະນະສຸກ ແລະ ຜົນກະທົບທີ່ກ່ຽວຂ້ອງໃນປີ 2020 ອັນເນື່ອງມາຈາກ ພະຍາດໂຄວິດ-19 ດັ່ງລຸ່ມນີ້:

- ອົງການ ສປຊ ໄດ້ໃຫ້ການສະໜັບສະໜຸນເຂົ້າໃນການພັດທະນາ ແຜນກຽມຄວາມພ້ອມໃນການຕອບໂຕ້ຕໍ່ ພະຍາດໂຄວິດ-19 ສຳລັບຂະແໜງການສາທາລະນະສຸກ 2020-2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານ, ການວາງແຜນ, ການຕິດຕາມກວດກາ ແລະ ປະເມີນຜົນການຕອບໂຕ້ຕໍ່ ພະຍາດໂຄວິດ-19. ອົງການ WHO ໄດ້ໃຫ້ການສະໜັບສະໜຸນຕໍ່ ກະຊວງສາທາລະນະສຸກ ໃນການພັດທະນາ ຂໍ້ແນະນຳແຫ່ງຊາດດ້ານການຄຸ້ມຄອງການປິ່ນປົວໃຫ້ແກ່ຜູ້ປ່ວຍໂຄວິດ-19, ເຊິ່ງໄດ້ຝຶກອົບຮົມໃຫ້ແກ່ພະນັກງານແພດໝໍໄປແລ້ວ 618 ຄົນຈາກໂຮງໝໍເປົ້າໝາຍຂອງທຸກແຂວງ.

- ອົງການ ສປຊ ໄດ້ສະໜັບສະໜຸນ ກະຊວງພາຍໃນ ທັງໃນຂັ້ນແຂວງ ແລະ ຂັ້ນເມືອງ ດ້ານການກຽມພ້ອມຮັບມືກັບ ພະຍາດໂຄວິດ-19 ໂດຍແນໃສ່ໜ່ວຍງານຊາຍແດນ ແລະ ສະໜອງການຝຶກອົບຮົມ ແລະ ຂໍ້ມູນດ້ານການຄັດກອງຜູ້ປ່ວຍໂຄວິດ-19 ແລະ ການລະບຸ ແລະ ຄຸ້ມຄອງສູນກັກໂຕ ແລະ ແຍກປ່ຽວ, ທີ່ລວມມີການສະໜອງອາຫານໃຫ້ແກ່ຜູ້ທີ່ກັກໂຕໂດຍໄດ້ຮັບການສະໜັບສະໜຸນຈາກ ອົງການອາຫານໂລກ (WFP), UNDP, UN Habitat, UNODC ແລະ IOM.

- WHO ແລະ UNICEF ໄດ້ສະໜອງການຊ່ວຍເຫຼືອດ້ານວິຊາການເຂົ້າໃນການພັດທະນາ ແຜນການແຫ່ງຊາດເພື່ອປະຕິບັດງານ ແລະ ການໃຫ້ວັກຊີນໂຄວິດ-19 ເພື່ອປັບປຸງຄວາມພ້ອມໃຫ້ແກ່ລະບົບການນຳໃຊ້ວັກຊີນກັນ ພະຍາດໂຄວິດ-19.

- ໂດຍຮ່ວມມືກັບ ກະຊວງສາທາລະນະສຸກ, ອົງການ ສປຊ ຈຶ່ງໄດ້ອອກແບບການບໍລິການດ້ານສຸຂະພາບທາງເພດ ແລະ ການຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມຄືນໃໝ່ ເພື່ອສືບຕໍ່ສະ    ໜອງການບໍລິການປິ່ນປົວອັນຈຳເປັນໃນໄລຍະການແຜ່ລະບາດຂອງ ພະຍາດໂຄວິດ-19 ໂດຍມີ ອົງການ UNFPA, WHO, UNICEF ແລະ UNAIDS ມີສ່ວນຮ່ວມນຳ.

ບັນດາໜ່ວຍງານ ສປຊ ທີ່ມີສ່ວນຮ່ວມໃນການລິເລີ່ມນີ້

UNICEF
ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ
WHO
ອົງການອະນາໄມໂລກ

ບັນດາເປົ້າໝາຍທີ່ພວກເຮົາສະໜັບສະໜູນຜ່ານຂໍ້ລິເລີ່ມນີ້