ວັນສິດທິມະນຸດ 2021 – ພວກເຮົາຕ້ອງລົງມືແກ້ໄຂບັນຫາດ້ານສະພາບດິນຟ້າອາກາດ ແລະ ສິ່່ງແວດລ້ອມ ເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບໃນຕອນນີ້.
10 ທັນວາ 2021
ໃນຂະນະທີ່ ສປປ ລາວ ແລະ ປະເທດຕ່າງໆທົ່ວໂລກກໍາລັງສືບຕໍ່ສະກັດກັ້ນ ພະຍາດໂຄວິດ-19 ແລະ ຜົນກະທົບທາງກົງຂອງມັນຕໍ່ກັບສຸຂະພາບ ແລະ ການພັດທະນາເສດຖະກິດ-ສັງຄົມນັ້ນ, ພວກເຮົາກໍ່ຍັງບໍ່ສາມາດລະເລີຍບັນຫາ ແລະ ສິ່ງທ້າທາຍອື່ນໆ ທີ່ກໍາລັງນາບຂູ່ສິ່ງມີຊີວິດທັງໝົດໃນໂລກ - ກໍ່ຄື: ສາມວິກິດການສຳຄັນຂອງໂລກ - ທີ່ບໍ່ມີວັກຊີນໃດສາມາດຊ່ວຍໄດ້.. ດ້ວຍພາວະໂລກຮ້ອນ, ການທໍາລາຍລະບົບນິເວດ ແລະ ການເສື່ອມໂຊມຂອງສິ່ງແວດລ້ອມ, ພວກເຮົາກໍາລັງປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນຍຸກສະໄໝໃໝ່ນີ້, ເຊິ່ງບັນຫາເຫຼົ່ານີ້, ສຸດທ້າຍແລ້ວ, ຈະຕົກເປັນພາລະຂອງປະຊາກອນກຸ່ມສ່ຽງທີ່ສຸດ ແລະ ລູກຫຼານລຸ້ນຕໍ່ໄປຂອງພວກເຮົາໃນອະນາຄົດ.
ດັ່ງນັ້ນໃນມື້ນີ້, ວັນທີ 10 ທັນວາ, ເນື່ອງໃນໂອກາດ ວັນສິດທິມະນຸດປະຈຳປີ 2021, ທີ່ສະເຫຼີມສະຫຼອງພາຍໃຕ້ຫົວຂໍ້ ຈົ່ງເປັ່ງສຽງຂອງທຸກທ່ານເພື່ອຄວາມສະເໝີພາບ, ພວກເຮົາຕ້ອງໄດ້ຍົກໃຫ້ເຫັນເຖິງບາງຜົນກະທົບຂອງວິກິດການຂອງໂລກ ແລະ ຮຽກຮ້ອງໃຫ້ມີການປຶກສາຫາລືຢ່າງກວ້າງຂວາງ ກ່ຽວກັບວິທີການແກ້ໄຂໄພນາບຂູ່ທີ່ມີຢູ່ໃນປັດຈຸບັນ ແລະ ທີ່ກໍາລັງຈະເກີດຂຶ້ນ ທີ່ກີດຂວາງການຫຼຸດຜ່ອນຄວາມບໍ່ສະເໝີພາບກັນ.
ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ການເສື່ອມໂຊມຂອງສິ່ງແວດລ້ອມ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ກັບການປະຕິບັດສິດທິຂອງປະຊາຊົນ, ການພັດທະນາແບບຍືນຍົງ ແລະ ສິດທິຂອງທຸກໆສິ່ງມີຊີວິດໃນໂລກນີ້. ການຫຼຸດຜ່ອນ ແລະ ການແກ້ໄຂຜົນກະທົບດັ່ງກ່າວ ບໍ່ພຽງແຕ່ເປັນເລື່ອງຂອງຄວາມຢູ່ລອດເທົ່ານັ້ນ, ແຕ່ມັນຍັງກ່ຽວພັນເຖິງພັນທະດ້ານສິດທິມະນຸດນຳອີກ. ດັ່ງນັ້ນ, ແນວທາງທີ່ອີງໃສ່ສິດທິຂອງປະຊາຊົນເປັນໃຈກາງນັ້ນ ຕ້ອງຖືກລວມເຂົ້າໃນທຸກໆຄວາມພະຍາຍາມທີ່ພວກເຮົາກໍາລັງປະຕິບັດຢູ່ ເພື່ອແກ້ໄຂຄວາມຕ້ອງການອັນຫຼາກຫຼາຍ, ສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆໃນການແກ້ໄຂຄວາມບໍ່ສະເໝີພາບໃນວິກິດການທີ່ກຳລັງເກີດຂຶ້ນນີ້ - ເພື່ອໃຫ້ພວກເຮົາທູກຄົນ, ບໍ່ວ່າຈະໃນປັດຈຸບັນ ຫຼື ອະນາຄົດ, ພ້ອມກັນກ້າວໄປ.
ຜົນກະທົບຂອງວິກິດການຕ່າງໆຂອງໂລກຕໍ່ກັບ ສປປ ລາວ ນັ້ນແມ່ນສາມາດເຫັນໄດ້ຢ່າງຊັດເຈນ, ສ່ວນໜຶ່ງແມ່ນຍ້ອນ ສປປ ລາວ ມີຄວາມອ່ອນໄຫວຕໍ່ສະພາບອາກາດ ແລະ ຜົນກະທົບດ້ານດິນຟ້າອາກາດທີ່ຮ້າຍແຮງ. ບໍ່ພຽງເທົ່ານັ້ນ, ຍັງລວມໄປເຖິງຄວາມກົດດັນໃນການຮັບປະກັນຂີດຄວາມສາມາດ ແລະ ຊັບພະຍາກອນໃຫ້ພຽງພໍ ເພື່ອປ້ອງກັນ, ຕອບໂຕ້ ແລະ ຟື້ນຟູຄືນຈາກຜົນກະທົບຕ່າງໆໃນຖານະທີ່ເປັນປະເທດກໍາລັງພັດທະນາ. ສິ່ງນີ້ຈະກາຍເປັນບັນຫາທ້າທາຍເພີ່ມຕື່ມຕໍ່ກັບການປະຕິບັດສິດທິຢ່າງເທົ່າທຽມລະຫວ່າງແຕ່ລະກຸ່ມປະຊາກອນໃນຂົງເຂດຕ່າງໆເຊັ່ນ: ການຄໍ້າປະກັນສະບຽງອາຫານ ແລະ ການດໍາລົງຊີວິດທີ່ອີງໃສ່ການເຮັດກະສິກໍາ, ແລະ ຮັບປະກັນຄວາມສາມາດໃນການເຂົ້າເຖິງບໍລິການທີ່ມີຄຸນນະພາບໃຫ້ແກ່ແມ່ຍິງ, ເດັກນ້ອຍ, ໄວໜຸ່ມ ແລະ ຜູ້ພິການ. ເມື່ອເບິ່ງໄປຂ້າງໜ້າ, ພວກເຮົາກໍ່ຈະເຫັນແນວໂນ້ມຂອງການເຄື່ອນຍ້າຍທີ່ເພີ່ມຂຶ້ນ ທີ່ເກີດມາຈາກລະບົບນິເວດທີ່ບໍ່ມີຄວາມຍືນຍົງ ແລະ ການເສື່ອມໂຊມຂອງສິ່ງແວດລ້ອມ.
ຖ້າຫາກວ່າພວກເຮົາຈະສືບຕໍ່ດໍາເນີນວາລະການພັດທະນາໂດຍເອົາປະຊາຊົນເປັນໃຈກາງຢ່າງແທ້ຈິງ ແລະ ຮັບປະກັນໃຫ້ປະຊາກອນທຸກຄົນມີໂອກາດເທົ່າທຽມກັນທັງໃນລະດັບໂລກ ແລະ ລະດັບຊາດນັ້ນ, ພວກເຮົາຕ້ອງຮ່ວມແຮງຮ່ວມໃຈ ແລະ ພ້ອມກັນເປັ່ງສຽງໃຫ້ດັງຂຶ້ນ. ຕໍ່ກັບບັນຫານີ້, ການຮ່ວມມືຫຼາຍຝ່າຍ ແລະ ຫຼາຍຂະແໜງການຈຶ່ງເປັນປັດໄຈສໍາຄັນ, ລວມທັງສົ່ງເສີມການມີສ່ວນຮ່ວມຂອງບັນດາກຸ່ມຄົນທີ່ມີຄວາມສ່ຽງຢ່າງຕັ້ງໜ້າ ແລະ ມີຄວາມໝາຍ. ແລະ ນີ້ໝາຍເຖິງພວກເຮົາໝົດທຸກຄົນ, ຂີດຄວາມສາມາດຂອງທຸກໆຝ່າຍ, ບໍ່ພຽງແຕ່ໃນຖານະທີ່ເປັນລັດຖະບານ, ອົງການຈັດຕັ້ງສາກົນ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມເທົ່ານັ້ນ, ແຕ່ຍັງລວມໄປເຖິງປະຊາຊົນ, ພໍ່, ແມ່, ອ້າຍ, ເອື້ອຍ, ນ້ອງ ທີ່ມາຮ່ວມກັນເປັ່ງສຽງອອກມາວ່າ ພວກເຮົາມີຄວາມປາຖະໜາຢາກດໍາລົງຊີວິດແບບໃດ.
ສປປ ລາວ, ໂດຍຮ່ວມກັບວົງຄະນະຍາດສາກົນ, ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ COP26 ທີ່ Glasgow ເມື່ອບໍ່ດົນມານີ້ ເພື່ອເຈລະຈາກ່ຽວກັບເງື່ອນໄຂໃນການບັນລຸເປົ້າໝາຍພາຍໃຕ້ ສັນຍາປາຣີ ໃຫ້ປາກົດຜົນເປັນຈິງ. ກອງປະຊຸມໄດ້ຮັບຟັງບັນຫາທ້າທາຍຕ່າງໆທີ່ ສປປ ລາວ ຍົກຂຶ້ນມາ ທີ່ກ່ຽວກັບການຈັດຕັ້ງປະຕິບັດບັນດາຂໍ້ບັນຍັດພາຍໃຕ້ ສັນຍາປາຣີ ແລະ ວາລະ 2030. ແມ່ນຄວາມຈິງແລ້ວທີ່ ຜົນກະທົບອັນໃຫຍ່ຫຼວງຂອງວິກິດການຕ່າງໆ, ພ້ອມກັບການມີຂີດຄວາມສາມາດ ແລະ ຊັບພະຍາກອນຢູ່ຢ່າງຈໍາກັດ ໃນການແກ້ໄຂບັນຫາເຫຼົ່ານີ້ ໄດ້ສ້າງພາລະອັນໜັກໜ່ວງໃຫ້ແກ່ ສປປ ລາວ. ຄຽງຄູ່ກັນນັ້ນ, ຕ້ອງຄໍານຶງເຖິງຜົນໄດ້ຜົນເສຍລະຫວ່າງການປົກປັກຮັກສາປ່າໄມ້ ແລະ ການເອື່ອຍອີງຊັບພະຍາກອນທໍາມະຊາດ ເພື່ອເສີມຂະຫຍາຍເສດຖະກິດ ແລະ ສະໜອງທຶນເຂົ້າໃນການພັດທະນາ. ເຖິງຢ່າງໃດກໍຕາມ, ທຸກສິ່ງທຸກຢ່າງຍ່ອມຜົນເສຍສະເໝີ.
ການຕັດໄມ້ທໍາລາຍປ່າໃນ ສປປ ລາວ ແລະ ພາກພື້ນອາຊີຕາເວັນອອກສຽງໃຕ້, ທີ່ເປັນແຫຼ່ງກຳເນີດປ່າໄມ້ເຂດຮ້ອນຂອງໂລກກວມ 15 ສ່ວນຮ້ອຍ, ຈະສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຄວາມສາມາດໃນການຮັບມືກັບຜົນກະທົບອັນຕໍ່ເນື່ອງຂອງການປ່ຽນແປງດິນຟ້າອາກາດ. ດັ່ງນັ້ນ, ສິ່ງທີ່ຈໍາເປັນແມ່ນພວກເຮົາຕ້ອງຮ່ວມມືກັນ ເພື່ອລະບຸ ແລະ ກໍານົດໂຄງສ້າງ ທີ່ຈະຊ່ວຍແກ້ໄຂຜົນເສຍເຫຼົ່ານີ້ ແລະ ເຮັດໃຫ້ພວກເຮົາສາມາດສ້າງຄວາມຄືບໜ້າໄດ້ໃນທຸກຂົງເຂດວຽກງານຂອງ ວາລະ 2030 ໂດຍບໍ່ຕ້ອງແລກກັບສະພາບແວດລ້ອມອັນດີຂອງໂລກ. ຕໍ່ກັບປະເດັນນີ້, ຕ້ອງໄດ້ມີການເນັ້ນໜັກເປັນພິເສດຕໍ່ໂອກາດຈໍານວນໜຶ່ງ.
ໃນຂະນະທີ່ ສປປ ລາວ ກຳລັງກະກຽມ ຍຸດທະສາດການຂ້າມຜ່ານຢ່າງລ່ຽນໄຫຼ ເພື່ອວາງຮາກຖານໃຫ້ແກ່ ວາລະການພັດທະນາ ທີ່ກວມເອົາໄລຍະຫຼັງການຫຼຸດພົ້ນ ແລະ ໄລຍະຂອງການກາຍເປັນປະເທດທີ່ມີລາຍຮັບປານກາງ, ບັນດາຂໍ້ພິຈາລະນາດ້ານສິ່ງແວດລ້ອມຕ້ອງໄດ້ຖືກໂຮມເຂົ້ານຳ ເພື່ອໃຫ້ສາມາດເກັບກ່ຽວເອົາຜົນປະໂຫຍດຈາກການຫຼຸດພົ້ນທີ່ມີຄຸນນະພາບໄດ້ ແລະ ເພື່ອລົງທຶນເຂົ້າໃນການພັດທະນາແບບຍືນຍົງ ແລະ ການພັດທະນາສີຂຽວໃຫ້ແກ່ທຸກຄົນ.
ເພື່ອຮັບປະກັນໃຫ້ວາລະການພັດທະນາສີຂຽວມີຄວາມຄືບໜ້າ ໄປພ້ອມໆກັບການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ, ພວກເຮົາຕ້ອງໄດ້ພິຈາລະນາບັນຫາດ້ານການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ ເຂົ້າໃນຂະບວນການຟື້ນຟູຄືນຈາກ ພະຍາດໂຄວິດ-19 ທີ່ເປັນໄພນາບຄູ່ຕໍ່ຄວາມຄືບໜ້າດ້ານການພັດທະນາທີ່ສ້າງມາໃນຕະຫຼອດໄລຍະຫຼາຍ 10 ປີ ພ້ອມທັງຍັງສ້າງຄວາມກົດດັນໃຫ້ແກ່ງົບປະມານດ້ານການພັດທະນານຳອີກ. ເມື່ອສົມທົບກັບຄວາມເປັນໄປໄດ້ຫຼາຍຢ່າງທີ່ຈະໄດ້ຮັບຈາກການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລ້ວ, ພວກເຮົາຈຶ່ງໄດ້ມີໂອກາດທົບທວນຄືນວາລະການພັດທະນາແຫ່ງຊາດ ແລະ ກຳນົດໂຄງຮ່າງຕ່າງໆຂຶ້ນ ເພື່ອສ້າງໂລກຂອງພວກເຮົາໃຫ້ມີຄວາມກ້າວໜ້າ, ໃຫ້ດີຂຶ້ນ ແລະ ໃຫ້ມີສະພາບແວດລ້ອມທີ່ຍືນຍົງຍິ່ງຂຶ້ນ ພ້ອມທັງຮັບປະກັນໃຫ້ ພວກເຮົາພ້ອມກັນກ້າວໄປ.
ຄຽງຄູ່ໄປກັບການວາງແຜນພາຍໃນ ໃຫ້ແກ່ວາລະການພັດທະນາສີຂຽວ ແລະ ຍືນຍົງດ້ານສິ່ງແວດລ້ອມ ທີ່ສົ່ງເສີມການປະຕິບັດສິດທິຢ່າງເທົ່າທຽມ, ພວກເຮົາຍັງຕ້ອງໄດ້ຮັກສາກົນໄກການລົງທຶນຕ່າງປະເທດ ທີ່ຊ່ວຍກະຕຸ້ນການຂະຫຍາຍໂຕສີຂຽວ ແລະ ໃນຂະນະດຽວກັນກໍ່ຊ່ວຍປົກປັກຮັກສາປ່າໄມ້ ແລະ ລະບົບນິເວດໄປພ້ອມ. ຕໍ່ບັນຫານີ້, ອົງການນິຕິບັນຍັດຂອງ ສະຫະພາບເອີຣົບ ຈຶ່ງໄດ້ສ້າງຂໍ້ລິເລີ່ມອັນເປັນຕົວຢ່າງທີ່ດີ ທີ່ສາມາດປະຕິບັດໄດ້, ເຊັ່ນ: ຂໍ້ສະເໜີເມື່ອບໍ່ດົນມານີ້ກ່ຽວກັບລະບຽບການ ເພື່ອປ້ອງກັນບໍ່ໃຫ້ບັນດາຜະລິດຕະພັນທີ່ຂາຍຢູ່ ສະຫະພາບເອີຣົບ ປະກອບສ່ວນເຂົ້າໃນການຕັດໄມ້ທຳລາຍປ່າ, ແລະ ຂໍ້ລິເລີ່ມດ້ານນິຕິກຳກ່ຽວກັບການກວດສອບພາກບັງຄັບ ເພື່ອເປັນການປົກປັກຮັກສາສິດ ແລະ ສິ່ງແວດລ້ອມໃນທຸກໆຂະແໜງການ. ການເຄື່ອນໄຫວດັ່ງກ່າວຈະໄດ້ຮັບການສະໜັບສະໜຸນເປັນຢ່າງດີໂດຍ 1 ໃນ 4 ຂົງເຂດວຽກງານຈຸດສຸມ ທີ່ເຫັນດີໃຫ້ເປັນຂົງເຂດຍຸດທະສາດບຸລິມະສິດພາຍໃຕ້ ຂອບການຮ່ວມມືແບບຍືນຍົງລະຫວ່າງ ອົງການ ສປຊ - ສປປ ລາວ ໃນໄລຍະ 5 ປີຕໍ່ໜ້າ ເພື່ອຮ່ວມກັນບັນລຸບຸລິມະສິດດ້ານສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ແລະ ເພື່ອຊ່ວຍສ້າງຄວາມທົນທານໃຫ້ແກ່ທຸກຄວາມພະຍາຍາມດ້ານການພັດທະນາ.
ອົງການສະຫະປະຊາຊາດ ແລະ ສະຫະພາບເອີຣົບ ພ້ອມດ້ວຍຄູ່ຮ່ວມພັດທະນາອື່ນໆ ແມ່ນພ້ອມແລ້ວ ທີ່ຈະສະໜັບສະໜູນ ສປປ ລາວ ໃນການບັນລຸເປົ້າໝາຍເຫຼົ່ານີ້ ເພື່ອເສີມຂະຫຍາຍການປົກປັກຮັກສາສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ການຂະຫຍາຍໂຕສີຂຽວ, ແລະ ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ດັ່ງທີ່ລະບຸໄວ້ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.
ດ້ວຍຂໍ້ຄວາມສັ້ນໆທີ່ວ່າ: ພວກເຮົາຕ້ອງລົງມືແກ້ໄຂບັນຫາດ້ານສະພາບດິນຟ້າອາກາດ ແລະ ສິ່່ງແວດລ້ອມ ເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບໃນຕອນນີ້ ແລະ ຊຸກຍູ້ໃຫ້ມີການປຶກສາຫາລືກ່ຽວກັບວິທີທີ່ພວກເຮົາຈະສາມາດກ້າວໄປທາງໜ້າ ແລະ ເລັ່ງລັດການເຄື່ອນໄຫວໃນທົ່ວທຸກຂະແໜງການ ເພື່ອບັນລຸເປົ້າໝາຍດ້ານການປະຕິບັດສິດຢ່າງເທົ່າທຽມໃຫ້ແກ່ທຸກຄົນ ພາຍໃຕ້ວິກິດການທີ່ພວມເກີດຂຶ້ນນີ້ - ເພື່ອປະຊາຊົນທັງໃນປັດຈຸບັນ ແລະ ໃນອະນາຄົດ.
ບົດຄວາມນີ້ແມ່ນຂຽນຮ່ວມກັນໂດຍ ທ່ານນາງ ອີນາ ມາຈູລີໂອນີແຕ, ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ